ປີ 2024 ຄາດຄະເນນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວລາວ ມີ 2 ລ້ານກວ່າຄົນ

ປີ 2024 ຄາດຄະເນນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວລາວ ມີ 2 ລ້ານກວ່າຄົນ
ໂດຍ: ວັນເພັງ
ວຽກງານການທ່ອງທ່ຽວ ເປັນໜຶ່ງວຽກງານທີ່ພັກ-ລັດຖະບານ ຍາມໃດກໍເຫັນຄວາມສຳຄັນ. ດັ່ງນັ້ນ, ເພື່ອຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 2021-2025 ຕໍ່ເວທີສາກົນ. ຕ້ອງໄດ້ປັບປຸງພື້ນຖານໂຄງລ່າງສິ່ງອໍານວຍຄວາມສະດວກທາງດ້ານການທ່ອງທ່ຽວ, ປັບປຸງຄຸນນະພາບຂອງການບໍລິການການທ່ອງທ່ຽວເຂົ້າສູ່ມາດຕະຖານສາກົນເທື່ອລະກ້າວ ເພື່ອຮອງຮັບນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວລາວນັບມື້ນັບຫຼາຍຂຶ້ນ. ໃນນັ້ນ, ຄາດຄະເນວ່າ ປີ 2024 ມີຈໍານວນນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວລາວ ປະມານ 2.728.181 ຄົນ (2 ລ້ານກວ່າຄົນ), ສ້າງລາຍຮັບ 401.153.373 ໂດລາ (401 ລ້ານກວ່າໂດລາ).
ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລາຍງານການກະກຽມການຈັດປີທ່ອງທ່ຽວລາວ 2024 ຕໍ່ກອງປະຊຸມ ລະດັບຊາດກະກຽມຄວາມພ້ອມ ເປີດປີທ່ອງທ່ຽວລາວ 2024 ເມື່ອບໍ່ດົນມານີ້ ວ່າ: ເພື່ອຊຸກຍູ້ຂະບວນການພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງການທ່ອງທ່ຽວຂອງລາວ ທາງດ້ານທຳມະຊາດ, ວັດທະນະທຳ, ປະຫວັດສາດ ແລະ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມໃຫ້ມີຄວາມຍືນຍົງ; ສ້າງຜະລິດຕະພັນທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ, ຍົກລະດັບຄຸນນະພາບການບໍລິການ, ເຂົ້າເຖິງກຸ່ມຕະຫຼາດເປົ້າໝາຍ, ເຊື່ອມໂຍງກັບພາກພື້ນ ແລະ ສາກົນ; ສົ່ງເສີມກິດຈະກຳບຸນປະເພນີ ແລະ ເທດສະການຕ່າງໆ ຢູ່ສູນກາງ ເເລະ ທ້ອງຖິ່ນ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນ; ສົ່ງເສີມການທ່ອງທ່ຽວພາຍໃນ ແລະ ດຶງດູດນັກທ່ອງທ່ຽວສາກົນເຂົ້າມາທ່ຽວລາວນັບມື້ນັບຫຼາຍຂຶ້ນ ແນໃສ່ສ້າງວຽກເຮັດງານທໍາໃຫ້ແກ່ສັງຄົມ ແລະ ສ້າງລາຍຮັບເງິນຕາເຂົ້າສູ່ປະເທດ. ພ້ອມນັ້ນ, ເພື່ອເຮັດໃຫ້ບັ້ນໂຄສະນາປີທ່ອງທ່ຽວລາວ 2024 ສອດຄ່ອງກັບແຜນພັດທະນາການທ່ອງທ່ຽວ 2021-2025 ທີ່ໄດ້ລະບຸໄວ້ວ່າ: ສປປ ລາວ ເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ມີຄຸນນະພາບ, ຄວາມປອດໄພ ແລະ ການທ່ອງທ່ຽວສີຂຽວຍືນຍົງ. ກົມວິຊາການກ່ຽວຂ້ອງຈຶ່ງໄດ້ຄົ້ນຄວ້າ 2 ຄໍາຂວັນ ເພື່ອປຶກສາຫາລື ນໍາບັນດາພາກ ສ່ວນທີ່ກ່ຽວຂ້ອງດັ່ງມີເນື້ອໃນຄື: ທ່ອງທ່ຽວລາວ ແບບຍືນຍົງ, ສຳຜັດທຳມະຊາດ, ວັດທະນະທຳທີ່ຫຼາກຫຼາຍ, ປະຫວັດສາດທີ່ຍາວນານ ດ້ວຍຄວາມສະບາຍໃຈ ແລະ ອົບອຸ່ນ; ທ່ອງທ່ຽວລາວ ປອດໄພ, ຊື່ນໃຈໃນວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ. ການສ້າງຄຳຂວັນສຳລັບປີທ່ອງທ່ຽວ ກົມວິຊາການ ໄດ້ຈັດກອງປະຊຸມປຶສາຫາລື ນຳບັນດາພາກສ່ວນທີ່ກ່ຽວຂ້ອງ ຈຶ່ງໄດ້ຄັດເລືອກເອົາຫົວຂໍ້ທີ 2 ຄື: ທ່ອງທ່ຽວລາວ ປອດໄພ, ຊື່ນໃຈໃນວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ.
ສຳລັບກິດຈະກຳປີທ່ອງທ່ຽວລາວ 2024 ໂດຍສົມທົບນຳ ບັນດາພະແນກ ຖວທ ນະຄອນຫຼວງ ແລະ ແຂວງໃນຂອບເຂດທົ່ວປະເທດ ສັງລວມລາຍການກິດຈະກໍາປີທ່ອງທ່ຽວລາວ 2024 ໄດ້ທັງໝົດ 75 ກິດຈະກຳ ຊຶ່ງແບ່ງອອກເປັນ 2 ລະດັບ ຄື: ກິດຈະກຳລະດັບຊາດ ຈຳນວນ 14 ກິດຈະກຳ ແລະ ລະດັບແຂວງ ຈຳນວນ 61 ກິດຈະກຳ.
ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງກ່າວຕື່ມວ່າ: ຄາດຄະເນຜົນໄດ້ຮັບ ການເປີດປີທ່ອງທ່ຽວລາວ 2024 ຄື: ເປັນການໂຄສະນາແນວທາງນະໂຍບາຍຂອງພັກ-ລັດ, ຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 2021-2025 ຕໍ່ເວທີສາກົນ; ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວລາວໃຫ້ມີການຂະຫຍາຍຕົວຢ່າງແຂງແຮງ, ຕໍ່ເນື່ອງ ແລະ ມີຄວາມຍືນຍົງ ໂດຍການມີສ່ວນຮ່ວມຂອງທົ່ວສັງຄົມ ແລະ ຂອງປະຊາຊົນລາວບັນດາເຜົ່າ; ປັບປຸງພື້ນຖານໂຄງລ່າງສິ່ງອໍານວຍຄວາມສະດວກທາງດ້ານການທ່ອງທ່ຽວ, ປັບປຸງຄຸນນະພາບຂອງການບໍລິການການທ່ອງທ່ຽວເຂົ້າສູ່ມາດຕະຖານສາກົນເທື່ອລະກ້າວ. ພ້ອມນັ້ນ, ອຸດສາຫະກຳການທ່ອງທ່ຽວສາມາດແຂ່ງຂັນ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ; ນັກທ່ອງທ່ຽວສາກົນເຂົ້າມາທ່ຽວລາວນັບມື້ນັບຫຼາຍຂຶ້ນ, ສ້າງວຽກເຮັດງານທຳທາງກົງ ແລະ ທາງອ້ອມໃຫ້ທົ່ວສັງຄົມ ເເລະ ສ້າງລາຍຮັບເປັນເງິນຕາຕ່າງປະເທດເຂົ້າສູ່ປະເທດ. ໃນນັ້ນ, ຄາດຄະເນຈໍານວນນັກທ່ອງທ່ຽວ ແລະ ລາຍຮັບ ດັ່ງນີ້: ປີ 2023 ຄາດຄະເນນັກທ່ອງທ່ຽວສາກົນ (ນັກທ່ອງທ່ຽວຕ່າງປະເທດ) ເຂົ້າມາທ່ຽວລາວ 2.504.213 ຄົນ (2 ລ້ານກວ່າຄົນ), ສ້າງລາຍຮັບ 367.588.360 ໂດລາ (367 ລ້ານກວ່າໂດລາ); ໃນປີ 2024 ມີ 2.728.181 ຄົນ, ສ້າງລາຍຮັບ 401.153.373 ໂດລາ. ໃນນັ້ນ, ຄາດຄະເນວ່າ ໃນປີ 2023 ນັກທ່ອງທ່ຽວພາຍໃນມີ 1.751.666 ຄົນ (1 ລ້ານກວ່າຄົນ), ສ້າງລາຍຮັບ 283.830.360 ໂດລາ (283 ລ້ານກວ່າໂດລາ), ໃນປີ 2024 ມີ 1.881.717 ຄົນ (1 ລ້ານກວ່າຄົນ), ສ້າງລາຍຮັບ 311.699.582 ໂດລາ (311ລ້ານກວ່າໂດລາ).

ຄໍາເຫັນ

ຂ່າວທ່ອງທ່ຽວ

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ເພີ່ມເຕີມ