ທ່ານ ຄ່າງຢີ້ ຫົວໜ້າອົງການສະຖິຕິແຫ່ງຊາດກ່າວວ່າ: ລວມຍອດເສດຖະກິດບັນລຸຫຼາຍກວ່າ 130,000 ຕື້ຢວນ, ໝາຍຄວາມວ່າ ເສດຖະກິດຂອງຈີນມີພື້ນຖານທີ່ເຂັ້ມແຂງຂຶ້ນຕື່ມ.
ທ່ານ ຄ່າງຢີ້ ກ່າວວ່າ: ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ລວມຍອດເສດຖະກິດຂອງຈີນໄດ້ເພີ່ມຂຶ້ນ 10,000 ຕື້ຢວນທຸກໆ 1-2 ປີ. ປີ 2020 ໄດ້ບຸກທະລຸ 100,000 ຕື້ຢວນ, ປີ 2021 ແລະ 2022 ໄດ້ບຸກທະລຸ 110,000 ຕື້ຢວນ ແລະ 120,000 ຕື້ຢວນຢ່າງລຽນຕິດແລະ ບັນລຸຫຼາຍກວ່າ 130,000 ຕື້ຢວນໃນປີ 2024. ໃນ 10 ປີທີ່ຜ່ານມາ, ໄດ້ບັນລຸການເພີ່ມຂຶ້ນຄັ້ງປະຫວັດສາດ ຄື: ຈາກ 50,000 ຕື້ຢວນເພີ່ມຂຶ້ນເຖິງ 130,000 ຕື້ຢວນ, ກຳລັງແຫ່ງຊາດສັງລວມ ໄດ້ເພີ່ມທະວີຂຶ້ນຢ່າງພົ້ນເດັ່ນ.
ຄໍາເຫັນ