ປີໜ້າ ລັດຖະບານຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ 20% ຂອງ GDP

ປີໜ້າ ລັດຖະບານຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ 20% ຂອງ GDP

ປີໜ້າ ລັດຖະບານຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ 20% ຂອງ GDP
ປີ 2026 ລັດຖະບານຈະສຸມໃສ່ການພັດທະນາເສດຖະກິດຢ່າງຕໍ່ເນື່ອງ ແລະ ມີປະສິດທິຜົນ, ຊຸກຍູ້ການຫັນປ່ຽນສູ່ໂຄງປະກອບເສດຖະກິດທີ່ມີມູນຄ່າເພີ່ມສູງ,ໃນຂະນະດຽວກັນຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ບໍ່ຫຼຸດ 20% ຂອງ GDPຕາມທິດ ສອຈ ໂດຍຈະສຸມໃສ່ການສ້າງນະໂຍບາຍຊຸກຍູ້ສົ່ງເສີມໃຫ້ມີຫົວໜ່ວຍລາຍຮັບໃໝ່ເພີ່ມຂຶ້ນ ແລະ ຍູ້ການຫັນເປັນທັນສະໄໝໃນການເກັບລາຍຮັບ ຈາກຖານລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ ແລະ ແຂງແຮງກວ່າເກົ່າ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ,ແຜນງົບປະມານແຫ່ງລັດ,ແຜນເງິນຕາ 5 ປີ ຄັ້ງທີ IX(2021-2025) ແລະ ແຜນປີ 2025 ແລະ ສະເໜີທິດທາງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5ປີ ຄັ້ງທີ X(2026-2030) ແລະ ແຜນປີ 2026 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ IX,ໃນວັນທີ 10 ພະຈິກນີ້,ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ

ທ່ານ ສອນໄຊ ສີພັນດອນກ່າວວ່າ:ທິດທາງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະແຜນປີ 2026 ລັດຖະບານຈະສຸມໃສ່ການພັດທະນາເສດຖະກິດຢ່າງຕໍ່ເນື່ອງ ແລະ ມີປະສິດທິຜົນ, ຊຸກຍູ້ການຫັນປ່ຽນສູ່ໂຄງປະກອບເສດຖະກິດທີ່ມີມູນຄ່າເພີ່ມສູງ ໂດຍນຳໃຊ້ວິທະຍາສາດ ເຕັກໂນໂລຊີ, ນະວັດຕະກຳ, ເປີດກວ້າງ ແລະ ປັບປຸງລະບົບເສດຖະກິດຕະຫຼາດທີ່ຄົບຊຸດ ແລະ ທັນສະໄໝ ຫັນໄປສູ່ດີຈີຕອນ,ສຸມໃສ່ພັດທະນາພື້ນຖານໂຄງລ່າງໃຫ້ໄດ້ມາດຕະຖານ ແລະ ສາມາດເຊື່ອມໂຍງ, ເຊື່ອມຈອດ ຢ່າງໂລ່ງລ່ຽນ ໂດຍສະເພາະ ບຸກທະລຸໃນການຍົກລະດັບທາງຫຼວງແຫ່ງຊາດ, ທາງຫຼວງຂອງທ້ອງຖິ່ນ, ທາງຊົນນະບົດ ເພື່ອອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ຂອງປະຊາຊົນ ແລະ ການຈໍລະຈອນສິນຄ້າ ທັງຢູ່ພາຍໃນ ແລະ ເຊື່ອມກັບຕ່າງປະເທດ,ການພັດທະນາເສດດຖະກິດ-ສັງຄົມ ໃຫ້ຕິດພັນກັບການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ເລັ່ງປັບຕົວເຂົ້າກັບການປ່ຽນແປງຂອງສະພາບດິນຟ້າອາກາດ, ຂຸດຄົ້ນ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດ ຢ່າງມີປະສິດທິຜົນສູງສຸດ ໂດຍຫັນໄປສູ່ການປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ,ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ໂດຍສຸມໃສ່ການສ້າງຄວາມອາດສາມາດການຜະລິດ ແລະ ບໍລິການພາຍໃນ, ເພີ່ມທະວີທ່າແຮງບົ່ມຊ້ອນຂອງວິສາຫະກິດພາຍໃນປະເທດ ແລະ ສາມາດເຊື່ອມໂຍງເຂົ້າສູ່ຕ່ອງໂສ້ເພີ່ມມູນຄ່າການຜະລິດຂອງພາກພື້ນ ແລະ ສາກົນ, ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ ແລະ ເຂັ້ມແຂງປະກອບສ່ວນເຂົ້າສູ່ການຜະລິດ ແລະ ບໍລິການພາຍໃນ,ເສີມຂະຫຍາຍຄຸນຄ່າດ້ານວັດທະນະທຳ, ຖືຄົນເປັນກຸນແຈສຳຄັນຂອງການພັດທະນາ, ພັດທະນາທຶນມະນຸດໃຫ້ມີຄຸນນະພາບ ແລະ ເຂັ້ມແຂງ, ຍົກສູງຄຸນນະພາບການດຳລົງຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາເຜົ່າ, ສຸມໃສ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ກະຈາຍລາຍໄດ້ທີ່ທົ່ວເຖິງໃນສັງຄົມ,ພັດທະນາເຂດຈຸດສຸມ, ບັນດາເຂດແຄວ້ນທີ່ມີທ່າແຮງບົ່ມຊ້ອນແລະເປັນກຳລັງແຮງຊຸກຍູ້ການພັດທະນາທີ່ກວ້າງຂວາງອອກໃນທົ່ວປະເທດ, ສ້າງແລວທາງເສດຖະກິດທີ່ເປັນບູລິມະສິດ ຕິດພັນກັບການພັດທະນາເຂດແຄວ້ນ, ເຂດຊົນນະບົດ, ເຂດພື້ນຖານການປະຕິວັດ ແລະ ເຂດຍຸດທະສາດຂອງຊາດ.

ສຳລັບ ທິດທາງແຜນວຽກຈຸດສຸມໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈໍາປີ 2026ໂດຍເປັນການເລີ່ມຕົ້ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X(2026-2030), ທັງເປັນການສືບຕໍ່ປະຕິບັດມະຕິ 04/ກມສພ ວ່າດ້ວຍສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ແລະ 2 ວາລະແຫ່ງຊາດ.,ຊຶ່ງລັດຖະບານ ຈະສຸມໃສ່ປະຕິດບັດບັນດາວຽກຈຸດສຸມຈຳນວນໜື່ງຄື: ຮັບປະກັນສະຖຽນລະພາບການເມືອງຢ່າງໜັກແໜ້ນ, ໃຫ້ສັງຄົມມີຄວາມສະຫງົບສຸກ, ຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕາມແຜນທີ່ກຳນົດໄວ້ 4 ໜ້າທີ່ໃຫຍ່, 26 ແຜນງານ(ກະຊວງ ປກຊ) ແລະ 4 ແຜນງານໃຫຍ່ 41 ໂຄງການ (ກະຊວງ ປກສ),ເອົາໃຈໃສ່ຈັດຕັ້ງປະຕິບັດຍຸດທະສາດກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ໂດຍສຸມໃສ່ຮັບປະກັນໃຫ້ປະເທດຊາດສືບຕໍ່ມີຄວາມສະຫງົບ, ແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ, ເອົາໃຈໃສ່ກວດກາພື້ນທີ່ ແລະ ຈຸດຂ້າມລອຍ ໂດຍສະເພາະ ບໍລິເວນຊາຍແດນລະຫວ່າງປະເທດ, ແຂວງຕໍ່ແຂວງຈັດຕັ້ງໜ່ວຍສະເພາະກິດໃນການກວດກາ, ຕິດຕາມ ແລະ ສະກັດກັ້ນຕາມພື້ນທີ່ຫຼໍ່ແຫຼມ; ສຸມໃສ່ວຽກງານຕ້ານ ແລະ ສະກັດກັ້ນການກໍ່ອາຊະຍາກໍາທາງໄຊເບີ ລວມທັງການນຳໃຊ້ສື່ສັງຄົມອອນລາຍ ເພື່ອໂຈມຕີແນວທາງນະໂຍບາຍຂອງພັກ-ລັດ, ການນຳຂັ້ນສູງ ແລະ ລະບອບໃໝ່ຂອງພວກເຮົາ ໃຫ້ທັນສະພາບການ.

ສ່ວນດ້ານເສດຖະກິດ,ຈະຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບໂດຍສຸມໃສ່ສືບຕໍ່ປະຕິບັດວຽກງານໃນມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ແລະ ວຽກງານການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ ໂດຍສະເພາະ ຄຸ້ມຄອງອັດຕາເງິນເຟີ້, ຮັກສາສະຖຽນລະພາບອັດຕາແລກປ່ຽນ ໃຫ້ສະຫງົບປົກກະຕິ, ຄຸ້ມຄອງລາຄາສິນຄ້າ ແລະ ຮັບປະກັນການຊໍາລະໜີ້ສິນໃຫ້ໄດ້ຕາມສັນຍາ, ຊຸກຍູ້ການເກັບລາບຮັບໃຫ້ເພີ່ມຂຶ້ນ ດ້ວຍການເກັບລາຍຮັບໃຫ້ຄົບຖ້ວນ ແລະ ນໍາໃຊ້ເຄື່ອງທັນສະໄໝໃນການຄຸ້ມຄອງລາຍຮັບ ແລະ ລາຍຈ່າຍ, ປັບປຸງກົນໄກການຄຸ້ມຄອງລາຍຈ່າຍໃຫ້ມີປະສິດທິຜົນ ຕິດພັນກັບນະໂຍບາຍປະຍັດ ແລະ ຕ້ານການຟູມເຟືອຍ,ສູ້ຊົນເກັບລາຍຮັບງົບປະມານແຫ່ງລັດປີ 2026 ໃຫ້ໄດ້ບໍ່ຫຼຸດ 20% ຂອງ GDP ຕາມທິດ ສອຈ ໂດຍຈະສຸມໃສ່ການສ້າງນະໂຍບາຍຊຸກຍູ້ສົ່ງເສີມໃຫ້ມີຫົວໜ່ວຍລາຍຮັບໃໝ່ເພີ່ມຂື້ນ ແລະ ຍູ້ການຫັນເປັນທັນສະໄໝໃນການເກັບລາຍຮັບ ຈາກຖານລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ ແລະ ແຂງແຮງກວ່າເກົ່າ,ສືບຕໍ່ດໍາເນີນນະໂຍບາຍເງິນຕາແບບປະສົມປະສານ ດ້ວຍການສືບຕໍ່ພັັດທະນາເຄື່ອງມືນະໂຍບາຍເງິນຕາໃຫ້ຄົບຖ້ວນ; ສືບຕໍ່ປະເມີນ ແລະ ທົບທວນຄືນອັດຕາດອກເບ້ຍພື້ນຖານຂອງ ທຫລ, ອັດຕາສ່ວນເງິນແຮຝາກບັງຄັບໃຫ້ມີວິທະຍາສາດ ແລະ ສອດຄ່ອງກັບສະພາບການໃນແຕ່ລະໄລຍະ; ຄວບຄຸມປະລິມານເງິນ M2 ໃຫ້ສົມຄູ່ກັບການຂະຫຍາຍຕົວຂອງເສດຖະກິດ ແລະ ສອດຄ່ອງກັບການດໍາເນີນນະໂຍບາຍເງິນຕາ,ສືບຕໍ່ປະຕິບັດນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ ດ້ວຍການກໍານົດອັດຕາອ້າງອີງໃຫ້ມີຄວາມເໝາະສົມ; ປັບປຸງ ແລະ ພັດທະນາຕະຫຼາດຊື້-ຂາຍເງິນຕາຜ່ານລະບົບເອເລັກໂຕຼນິກ(LFX)ໃຫ້ກວ້າງຂື້ນຕື່ມ, ພ້ອມທັງສືບຕໍ່ລົງກວດກາບັນດາ ທທກ ທີ່ເຮັດທຸລະກໍາຊື້-ຂາຍເງິນຕາຕ່າງປະເທດ ແລະ ກວດກາການດໍາເນີນງານຂອງຕະຫຼາດດັ່ງກ່າວ(LFX)ໃຫ້ຖືກຕ້ອງຕາມລະບຽບການທີ່ໄດ້ກໍານົດໄວ້,ສືບຕໍ່ຄຸ້ມຄອງທຸກແຫຼ່ງເງິນຕາຕ່າງປະເທດໃຫ້ເຂົ້າສູ່ລະບົບທະນາຄານໃຫ້ຫຼາຍຂື້ນ; ໂຄສະນາສົ່ງເສີມການນໍາໃຊ້ເງິນກີບເພື່ອປຸກລະດົມສັງຄົມໃຫ້ຍົກສູງຄຸນຄ່າເງິນກີບ, ສ້າງກົນໄກນໍາໃຊ້ສະກຸນເງິນທ້ອງຖິ່ນເຂົ້າໃນການຊໍາລະສິນຄ້າ ແລະ ບໍລິການຢູ່ ສປປ ລາວ ກັບບັນດາປະເທດອ້ອມຂ້າງ ແລະ ປະເທດຄູ່ຄ້າ ແບບສອງຝ່າຍ,ສືບຕໍ່ປັບປຸງສະພາບແວດລ້ອມການລົງທຶນຂອງພາກເອກະຊົນພາຍໃນ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ ໃຫ້ມີຄວາມສະດວກ, ກະທັດຮັດ ແລະ ວ່ອງໄວ ດ້ວຍການຫຼຸດຜ່ອນຂອດຂັ້ນ ແລະ ແກ້ໄຂສິ່ງອຸດຕັນຕ່າງໆ. ພ້ອມທັງເພີ່ມທະວີໃນການຕິດຕາມ ແລະ ປະເມີນໂຄງການທີ່ໄດ້ອະນຸມັດແລ້ວ ໃຫ້ດຳເນີນໄປຕາມສັນຍາທີ່ໄດ້ຕົກລົງກັນ,ສືບຕໍ່ຊຸກຍູ້ໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງຕາມຂະແໜງເສດຖະກິດປາຍແຫຼມ ໂດຍສຸມໃສ່ບັນດາໂຄງການພະລັງງານໄຟຟ້າສະອາດແລະພະລັງງາານໄຟຟ້າທາງເລືອກ, ຊຸກຍູ້ການພັດທະນາໂຄງການສາຍສົ່ງເຊື່ອມຕໍ່ 500 kV ລາວ-ຈີນ ແລະ ສ້າງສາຍສົ່ງ 230 kV ເຊື່ອມຕໍ່ກັບພາຍໃນ ເພື່ອຮັບປະກັນການສະໜອງໄຟໃຫ້ພາຍໃນມີຄວາມໝັ້ນຄົງ; ສືບຕໍ່ເຂັ້ມງວດໃນການຄຸ້ມຄອງບັນດາໂຄງການຂຸດຄົ້ນແລະປຸງແຕ່ງແຮ່ທາດ ແລະ ສົ່ງເສີມການປຸ່ງແຕ່ງແຮ່ທາດເປັນຜະລິດຕະພັນສຳເລັດຮູບກ່ອນສົ່ງອອກ; ສົ່ງເສີມການຜະລິດແນວພັນພືດ-ສັດ, ຝຸ່ນ-ປຸ໋ຍ ແລະ ອາຫານສັດ ເພື່ອຊົມໃຊ້ພາຍໃນ, ທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກຕ່າງປະເທດ;ເພີ່ມທະວີດືງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ເພີ່ມຂຶ້ນ,ສົ່ງເສີມ ແລະ ພັດທະນາຈຸນລະວິສາຫາກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງໃຫ້ເຂັ້ມແຂງ ດ້ວຍການສືບຕໍ່ປະຕິບັດນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ແລະ ກະຈາຍແຫຼ່ງທຶນ ແລະ ບັນດາກອງທຶນຕ່າງໆ ໃຫ້ມີປະສິດທິຜົນ,ສືບຕໍ່ປັບປຸງບັນດາລັດວິສາຫະກິດໃຫ້ເຂັ້ມແຂງ, ສົ່ງເສີມກຸ່ມການຜະລິດຂອງປະຊາຊົນ ແລະ ຮ່ວມມືເສດຖະກິດຂອງພາກສ່ວນເສດຖະກິດຕ່າງໆ ແລະ ພັດທະນາເສດຖະກິດດິຈີຕອນ ໃຫ້ຂະຫຍາຍຕົວດີຂຶ້ນ,ປັບປຸງ ແລະ ກໍ່ສ້າງບັນດາເສັ້ນທາງຄົມມະນາຄົມທາງບົກ, ທາງລາງ, ທາງນໍ້າ ແລະ ທາງອາກາດ ຕາມແລວທາງເສດຖະກິດຕ່າງໆ, ທາງຫຼວງແຫ່ງຊາດ ແລະ ທາງຫຼວງຂອງທ້ອງຖິ່ນ, ລວມທັງການປັບປຸງບັນດາໂຄງລ່າງທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນຊຸມປີຜ່ານມາໃຫ້ສຳເລັດ. ສືບຕໍ່ຊຸກຍູ້ນັກລົງທືນເອກະຊົນພາຍໃນແລະຕ່າງປະເທດກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ຮ່າໂນຍ; ວຽງຈັນ-ບໍ່ເຕັນແລະທາງດ່ວນຄູ່ຂະໜານທາງR3 (ຫ້ວຍຊາຍ,ແຂວງບໍ່ແກ້ວ ຫາ ບໍ່ເຕັນ,ແຂວງຫຼວງນໍ້າທາ); ທາງລົດໄຟ ວຽງຈັນ-ທ່າແຂກ ຫາ ຫວຸງອາງ ສສ ຫວຽດນາມແລະ ທາງດ່ວນອື່ນໆ.

(ຂ່າວ:ສຳນານ,ພາບ:ຕຸໄລເພັດ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ