ປີຜ່ານມາ ລະດັບແກັສເຮືອນແກ້ວສູງທີ່ສຸດເປັນປະຫວັດສາດ

ປີຜ່ານມາ ລະດັບແກັສເຮືອນແກ້ວສູງທີ່ສຸດເປັນປະຫວັດສາດ
ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ອົງການສະຫະປະຊາຊາດ (UN) ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ຄວາມເຂັ້ມຂຸ້ນຂອງແກັສເຮືອນແກ້ວໃນຊັ້ນບັນຍາກາດຂອງໂລກຢູ່ໃນລະດັບສູງທີ່ສຸດເປັນປະຫວັດສາດໃນປີ 2022 ຜ່ານມາ ແລະ ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງແບບບໍ່ມີມື້ສິ້ນສຸດ.
ອົງກອນອຸຕຸນິຍົມວິທະຍາໂລກ (WMO) ກ່າວວ່າ: ລະດັບຂອງແກັສເຮືອນແກ້ວ 3 ຊະນິດໄດ້ແກ່ ຄາບອນໄດອອກຊາຍ ທີ່ເຮັດໃຫ້ເກີດພາວະໂລກຮ້ອນ, ມີເທນ ແລະ ໄນຕຣັສອອກຊາຍ ລ້ວນແຕ່ທຳລາຍສະຖິຕິເດີມທັງໝົດເມື່ອປີຜ່ານມາ ສົ່ງຜົນໃຫ້ອຸນຫະພູມທົ່ວໂລກເພີ່ມຂຶ້ນ ເກີດສະພາບອາກາດສຸດຂົ້ວ ແລະ ເຮັດໃຫ້ລະດັບນ້ຳທະເລສູງຂຶ້ນ. ທ່ານ ເພັດເຕີຣີ ທາລາສ ເລຂາທິການ WMO ກ່າວວ່າ: ເຖິງແມ່ນວ່າມີຄຳກ່າວເຕືອນມາຫຼາຍສິບປີຈາກນັກວິທະຍາສາດ ແຕ່ບົດລາຍງານຫຼາຍພັນໜ້າ ແລະ ກອງປະຊຸມສະພາບອາກາດຫຼາຍສິບຄັ້ງຊີ້ໃຫ້ເຫັນວ່າ: ພວກເຮົາຍັງຄົງມຸ່ງໜ້າໄປໃນທາງທີ່ຜິດ. ຕາມຂໍ້ຕົກລົງປາຣີສະບັບປີ 2015 ປະເທດຕ່າງໆເຫັນດີຮ່ວມກັນວ່າ ຈະຈຳກັດການເພີ່ມຂຶ້ນຂອງອຸນຫະພູມບໍ່ໃຫ້ເກີນ 2 ອົງສາ ລະດັບສະເລ່ຍລະຫວ່າງປີ 1850-1900 ແລະ ຈຳກັດໄວ້ທີ່ 1,5 ອົງສາ ຖ້າຫາກເປັນໄປໄດ້. ອີກຢ່າງໜຶ່ງ, ອຸນຫະພູມສະເລ່ຍທົ່ວໂລກໃນປີ 2022 ຢູ່ທີ່ 1,15 ອົງສາ ຊຶ່ງສູງກວ່າຄ່າສະເລ່ຍຂອງປີ 1850-1900. ທ່ານ ທາລາສ ກ່າວຕື່ມວ່າ: ລະດັບຄວາມເຂັ້ມຂຸ້ນຂອງແກັສເຮືອນແກ້ວໃນປັດຈຸບັນເຮັດໃຫ້ພວກເຮົາຢູ່ໃນທ່າອ່ຽງທີ່ອຸນຫະພູມຈະສູງກວ່າເປົ້າໝາຍໃນຂໍ້ຕົກລົງປາຣີພາຍໃນທ້າຍສະຕະວັດນີ້ ຊຶ່ງມັນຈະມາພ້ອມກັບສະພາບອາກາດທີ່ຮຸນແຮງກວ່າເດີມບໍ່ວ່າຈະເປັນອາກາດຮ້ອນແຮງ, ຝົນຕົກໜັກ, ການລະລາຍຂອງນ້ຳກ້ອນ, ການເພີ່ມຂຶ້ນຂອງລະດັບນ້ຳທະເລ, ຕະຫຼອດຈົນຮອດຄວາມຮ້ອນ ແລະ ຄວາມເປັນກົດໃນມະຫາສະໝຸດ. ໃນປີ 2022 ຄວາມເຂັ້ມຂອງແກັສຄາບອນໄດອອກຊາຍຢູ່ທີ່ 418 ສ່ວນໃນລ້ານສ່ວນ, ຂະນະທີ່ມີເທນຢູ່ທີ່ 1.923 ສ່ວນໃນພັນລ້ານສ່ວນ ແລະ ໄນຕຣັສອອກຊາຍ ຢູ່ທີ່ 336 ສ່ວນໃນພັນລ້ານສ່ວນ ຫຼື ຄິດເປັນ 150%, 264% ແລະ 124% ຂອງລະດັບກ່ອນຍຸກອຸດສາຫະກຳຕາມລຳດັບ.
ເຖິງແມ່ນວ່ານັກວິທະຍາສາດມີຄວາມເຂົ້າໃຈໃນວົງກວ້າງກ່ຽວກັບການປ່ຽນແປງສະພາບອາກາດ ແລະ ຜົນກະທົບ ແຕ່ມັນກໍຍັງມີຄວາມບໍ່ແນ່ນອນບາງປະການກ່ຽວກັບວັດທະຈັກຂອງຄາບອນ ຊຶ່ງ WMO ຮຽກຮ້ອງໃຫ້ມີການຮວບຮວມຂໍ້ມູນເພີ່ມເຕີມໃນບາງບັນຫາເຊັ່ນ ການປ່ອຍແກັສຄາບອນຈາກດິນທີ່ເພີ່ມຂຶ້ນ ຫຼື ການດູດຊັບຄາບອນຂອງມະຫາສະໝຸດທີ່ຫຼຸດລົງ ເນື່ອງຈາກການປ່ຽນແປງສະພາບອາກາດ.

ຄໍາເຫັນ

ຂ່າວຕ່າງປະເທດ

ບົດ​ຮຽນ​ຈາກ​ການ​ພັດ​ທະ​ນາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ ໃນ​ເວ​ລາ 105 ປີ​ຜ່ານ​ມາ

ບົດ​ຮຽນ​ຈາກ​ການ​ພັດ​ທະ​ນາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ ໃນ​ເວ​ລາ 105 ປີ​ຜ່ານ​ມາ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນເວລາຫຼາຍກວ່າໜຶ່ງສະຕະວັດຜ່ານມາ, ພັກກອມມູນິດຈີນໄດ້ຮັກສາຄວາມເຂັ້ມແຂງ ແລະ ຄວາມມີຊີວິດຊີວາຕະຫຼອດໄປ, ໄດ້ນຳພາປະຊາຊົນຈີນສ້າງຜົນສຳເລັດດ້ານການພັດທະນາທີ່ປະຈັກຕາຊາວໂລກ. ຜົນສຳເລັດເຫຼົ່ານີ້ບໍ່ພຽງແຕ່ມີຄວາມໝາຍສຳຄັນຕໍ່ຈີນເທົ່ານັ້ນ ແຕ່ຍັງເປັນບົດຮຽນທີ່ສຳຄັນສຳລັບຫຼາຍປະເທດກຳລັງພັດທະນາ.
ຈຳ​ນວນ​ຜູ້​ເສຍ​ຊີ​ວິດຈາກ​ແ​ຜ່ນ​ດິນ​ໃນເວ​ເນ​ຊູ​ເອ​ລາາ ​ເພີ່ມ​ຂຶ້ນ​ເປັນ 2,295 ຄົນ

ຈຳ​ນວນ​ຜູ້​ເສຍ​ຊີ​ວິດຈາກ​ແ​ຜ່ນ​ດິນ​ໃນເວ​ເນ​ຊູ​ເອ​ລາາ ​ເພີ່ມ​ຂຶ້ນ​ເປັນ 2,295 ຄົນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 1 ກໍ​ລະ​ກົດ ຜ່ານມາ, ທ່ານ ຈອດ​ ໂຣດ​ຣິ​ເກ​ຊ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເວ​ເນ​ຊູ​ເອ​ລາ​ກ່າວ​ວ່າ: ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​​ຍ້ອນ​ແຜ່ນ​ດິນ​ໄຫວ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ເວ​ເນ​ຊູ​ເອ​ລາ​ໃນ​ວັນ​ທີ 24 ມິ​ຖຸ​ນາ​ ຜ່ານມາ ​ໄດ້ເພີ່ມ​ຂຶ້ນ​​ເປັນ 2,295 ຄົນ, ​ສ່ວນຜູ້​ບາດ​ເຈັບ​ເພີ່ມ​ຂຶ້ນ​ເປັນ 11,267 ຄົນ ແລະ ​ມີ​ແຮງ​ສັ່ນ​ສະ​ເ​ທືອນ​ຕາມ​ມາ 782 ຄັ້ງ.
ອີ​ຣານ ​ຈະ​ຈັດ​ການເຈ​ລະ​ຈາ​ຮອບ​ສຸດ​ທ້າຍ​ກັບ ອາ​ເມ​ຣິ​ກາ​ ໃນ​​ເວ​ລາທີ່​ເໝາະ​ສົບ

ອີ​ຣານ ​ຈະ​ຈັດ​ການເຈ​ລະ​ຈາ​ຮອບ​ສຸດ​ທ້າຍ​ກັບ ອາ​ເມ​ຣິ​ກາ​ ໃນ​​ເວ​ລາທີ່​ເໝາະ​ສົບ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 1 ກໍ​ລະ​ກົດ ຜ່ານມານີ້ ອີ​ຣານເປີດ​ເຜີຍ​ໃຫ້​ຮູ້​ວ່າ, ທ່ານ ຄາ​​ເຊມ ​ກາ​ຣີ​ບາ​ບາ​ດີ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ ໄດ້​ນຳພາ​ຄະ​ນະ​ຜູ້​ແທນ​ທີ່ປະ​ກອບ​ດ້ວຍ​ພາກ​ສ່ວນ​ຕ່າງໆ ເຊັ່ນ: ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ, ທະ​ນາ​ຄານ​ກາງ​ອີ​ຣານ ແລະ​ ອື່ນໆ ເດີນ​ທາງ​ໄປ​ຢ້​ຽມ​ຢາມ​ກາ​ຕາ ແລະ​ ພົບ​ປະ​ກັບ​ທ່ານ ໂມ​ຮຳ​ເມັດ ບິນ ອັບ​ດູນ​ຣາ​ມານ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ ປ​ະ​ເທດ​ກາ​ຕາ ຢູ່​ນະ​ຄອນຫຼວງ​ໂດ​ຮາ​ຂອງ​ກາ​ຕາ​ ໃນ​​ວັນ​ທີ 1 ກໍ​ລະ​ກົດ ຜ່ານມາ ເພື່ອ​ປຶກ​ສາ​ຫາ​ລື​​ກ່ຽວ​ກັບການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບົດ​ບັ​ນ​ທຶກ​ຄວາມ​ເຂົ້າ​ໃ​ຈ​ລະ​ຫວ່າງ​ອາ​ເມ​ຣິ​ກາ-ອີ​ຣານ ແລະ ​ຫົວ​ຂໍ້ອື່ນໆ, ​ລວມ​ທັງ “ການ​ກຳ​ຈັດ​ອຸ​ປະ​ສັກທີ່​ມີ​ຢູ່” ໃນ​ບັນ​ຫາ​ການ​ປະ​ຕິ​ບັດ​ການ​ຢຸດ​ຍິງ​ຢູ່​ລີ​ບັງ.
ESA ຊີ້ໃຫ້ເຫັນວ່າຄື້ນຄວາມຮ້ອນກຳລັງຮຸນແຮງຂຶ້ນທຸກໆປີ

ESA ຊີ້ໃຫ້ເຫັນວ່າຄື້ນຄວາມຮ້ອນກຳລັງຮຸນແຮງຂຶ້ນທຸກໆປີ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 1 ກໍລະກົດ ຜ່ານມາວ່າ: ທ່ານ ຣູເນີ ໂຟລເບິຣກຮາເກນ ຫົວໜ້າຝ່າຍປະຕິບັດງານດ້ານສະພາບອາກາດ, ຄວາມຍືນຍົງ ແລະ ວິທະຍາສາດ ຂອງອົງການອາວະກາດເອີຣົບ (ESA) ໄດ້ໃຫ້ສຳພາດກັບສຳນັກຂ່າວຊິນຫົວ ທີ່ເມືອງດັບລິນ ປະເທດອຽກລັງ ວ່າ: ຄື້ນຄວາມຮ້ອນທີ່ຮຸນແຮງຂຶ້ນ ແລະ ກຳລັງເກີດຂຶ້ນຢ່າງຕໍ່ເນື່ອງທຸກໆປີ ບໍ່ສາມາດເປັນພຽງປະກົດການສະພາບອາກາດສະເພາະໃນທ້ອງຖິ່ນໄດ້ອີກຕໍ່ໄປ. ໂດຍນັກສ້າງແບບຈຳລອງ ແລະ ຜູ້ຊ່ຽວຊານດ້ານສະພາບອາກາດເຫັນດີວ່າໂລກກຳລັງປະເຊີນກັບອຸນຫະພູມສະເລ່ຍທີ່ສູງຂຶ້ນຢ່າງຕໍ່ເນື່ອງ.
ສາຍການບິນອາຊີ ມີຜູ້ໂດຍສານໜ້ອຍລົງໃນເສັ້ນທາງເອີຣົບ

ສາຍການບິນອາຊີ ມີຜູ້ໂດຍສານໜ້ອຍລົງໃນເສັ້ນທາງເອີຣົບ

ຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ ຜ່ານມາວ່າ: ຂໍ້ມູນຈາກບໍລິສັດວິເຄາະຂໍ້ມູນການບິນ "Cirium" ລະບຸວ່າ: ກ່ອນເກີດຂໍ້ຂັດແຍ່ງ ສາຍການບິນ Emirates, Qatar Airways ແລະ Etihad Airways ໄດ້ຂົນສົ່ງຜູ້ໂດຍສານເກືອບໜຶ່ງສ່ວນສາມຈາກອາຊີໄປເອີຣົບ ລວມທັງຜູ້ໂດຍສານຫຼາຍກວ່າເຄິ່ງໜຶ່ງຈາກອົສຕຣາລີ ແລະ ນູແວນເຊລັງ.
5 ​ເດືອນຕົ້ນ​ປີ​ ລາຍ​ຮັບ​ຂອງອຸດ​ສາ​ຫະ​ກຳຊັອ​ຟ​ແວຈີນ ເພີ່ມ​ຂຶ້ນ 10.3%

5 ​ເດືອນຕົ້ນ​ປີ​ ລາຍ​ຮັບ​ຂອງອຸດ​ສາ​ຫະ​ກຳຊັອ​ຟ​ແວຈີນ ເພີ່ມ​ຂຶ້ນ 10.3%

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງມໍ່ໆ​ມາ​ນີ້, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວ​ສານ​ຈີນ​ໄດ້​ເຜີຍ​ແຜ່​ສະ​ພາບ​ການ​ດຳ​ເນີນ​ງານ​ຂອງ​ອຸດ​ສາ​ຫະ​ກຳຊັອ​ຟ​ແວ​ ໃນ​ລະ​ຫວ່າງ​ເດືອນ​ມັງ​ກອນ​ ຫາ​ ເດືອນ​ພຶດ​ສະ​ພາ 2026 ວ່າ: ​ອຸດ​ສາ​ຫະ​ກຳ​ຊັອ​ຟ​ແວ​ຂອງ​ຈີນ​ມີ​ລາຍ​ຮັບ​ເຖິງ 6,245 ຕື້ 100 ລ້ານຢວນ, ເພີ່ມ​ຂຶ້ນ 10.3% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ໃນ​ນັ້ນ, ມີ​​ກຳ​ໄລ​ເຖິງ 717 ຕື້ 300 ລ້ານຢວນ, ເພີ່ມ​ຂຶ້ນ 2.2%; ການ​ສົ່ງ​ອອກ​ການ​ບໍ​ລິ​ການ​ດ້ານ​ຊັອ​ຟ​ແວ​ມີ​ເຖິງ 27 ຕື້​ 650 ລ້ານໂດ​ລາ, ເພີ່ມ​ຂຶ້ນ 12.8% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.
ພິທີສະເຫຼີມສະຫຼອງ 50 ປີ ນະຄອນໄຊງ່ອນ - ຢາດິ້ງ ໃສ່ຊື່ປະທານ ໂຮ່ຈິມິນ

ພິທີສະເຫຼີມສະຫຼອງ 50 ປີ ນະຄອນໄຊງ່ອນ - ຢາດິ້ງ ໃສ່ຊື່ປະທານ ໂຮ່ຈິມິນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 2 ກໍ​ລະ​ກົດ ຜ່ານມາ ຢູ່​ນະ​ຄອນໂຮ່​ຈິ​ມິນ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ປະ​ທານ​ປະ​ເທດ ຫວຽດ​ນາມ ພ້​ອມ​ກັບ​ບັນ​ດາ​ການ​ນຳ​ພັກ, ລັດ, ອະ​ດີ​ດການ​ນຳ​ພັກ, ລັດ, ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງວັນ​ນະ​ຄອນ ໄຊ່​ງ່ອນ - ຢາ​ດິ້ງ ໃ​ສ່​ຊື່​ປະ​ທານ ໂຮ່​ຈິມິນ (2 ກໍ​ລ​ະ​ກົດ 1976 – 2 ກໍ​ລະ​ກົດ 2026).
ຍີ່ປຸ່ນ ເພີ່ມພາສີຂາອອກ 3 ເທົ່າ ເພື່ອແກ້ໄຂບັນຫານັກທ່ອງທ່ຽວຫຼາຍເກີນໄປ

ຍີ່ປຸ່ນ ເພີ່ມພາສີຂາອອກ 3 ເທົ່າ ເພື່ອແກ້ໄຂບັນຫານັກທ່ອງທ່ຽວຫຼາຍເກີນໄປ

ສຳນັກຂ່າວສານຊິນຮວາລາຍງານ ໃນວັນທີ 1 ກໍລະກົດ ຜ່ານມາວ່າ: ສື່ມວນຊົນທ້ອງຖິ່ນຂອງຍີ່ປຸ່ນລາຍງານວ່າ, ລັດຖະບານຍີ່ປຸ່ນໄດ້ເພີ່ມພາສີຂາອອກ ຫຼື ພາສີນັກທ່ອງທ່ຽວລະຫວ່າງປະເທດ ຈາກ 1,000 ເຢນ ເປັນ 3,000 ເຢນ ມີຜົນບັງຄັບໃຊ້ໃນວັນທີ 1 ກໍລະກົດ ເປັນຕົ້ນໄປ.
ອິນໂດເນເຊຍ ຈັດຕັ້ງປະຕິບັດກົນໄກການເກັບພາສີໃໝ່ສຳລັບຜູ້ຄ້າຂາຍອອນລາຍ

ອິນໂດເນເຊຍ ຈັດຕັ້ງປະຕິບັດກົນໄກການເກັບພາສີໃໝ່ສຳລັບຜູ້ຄ້າຂາຍອອນລາຍ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ມິຖຸນາ ຜ່ານມາວ່າ: ກົມສ່ວຍສາອາກອນຂອງອິນໂດເນເຊຍໄດ້ປະກາດວ່າອິນໂດເນເຊຍຈະເລີ່ມຈັດຕັ້ງປະຕິບັດກົນໄກໃໝ່ສຳລັບການຫັກ ແລະ ໂອນພາສີລາຍໄດ້ມາດຕາ 22 ສຳລັບຜູ້ຄ້າຂາຍໃນແພລັດຟອນອອນລາຍ ເລີ່ມແຕ່ວັນທີ 1 ກໍລະກົດ ນີ້ເປັນຕົ້ນໄປ. ໂດຍກຳນົດແພລັດຟອມອີຄອມເມີຊເປັນຜູ້ຫັກ ແລະ ໂອນພາສີໃນນາມຂອງຜູ້ຄ້າ.
ເພີ່ມເຕີມ