ສະຫະພັນແມ່ຍິງກະຊວງພາຍໃນປະຕິບັດວຽກງານ 3 ດີຮອບດ້ານ

ປີຜ່ານມາສະຫະພັນແມ່ຍິງກະຊວງພາຍໃນປະຕິບັດວຽກງານ 3 ດີຮອບດ້ານ

ປີຜ່ານມາສະຫະພັນແມ່ຍິງກະຊວງພາຍໃນປະຕິບັດວຽກງານ 3 ດີຮອບດ້ານ
ໂດຍ: ແສງຈັນ ເພື່ອປະຕິບັດຕາມຄໍາຂວັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວ ວາງອອກ ຄື: ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ ແມ່ນເປັນບັນທັດຖານ ໃນການປະຕິບັດວຽກງານ

 

ຂອງຄະນະສະຫະພັນແມ່ຍິງລາວແຕ່ລະຂັ້ນ ນັບທັງຢູ່ສູນກາງ ແລະ ທ້ອງຖິ່ນ.

ທ່ານ ນາງ ແພງພັນ ດວງປະຊາ ປະທານສະຫະພັນແມ່ຍິງ ກະຊວງພາຍໃນ ໄດ້ໃຫ້ສໍາພາດຕໍ່ຜູ້ຂຽນ ໃນໂອກາດພິທີສະຫຼຸບຜົນສໍາເລັດ ກອງປະຊຸມໃຫຍ່ຄັ້ງທີ III ຂອງສະຫະພັນແມ່ຍິງກະຊວງພາຍໃນ ແລະ ປະກາດການແຕ່ງຕັ້ງ ຄະນະບໍລິຫານງານສະຫະພັນແມ່ຍິງ ທີ່ກະຊວງພາຍໃນເມື່ອບໍ່ດົນຜ່ານມາ ວ່າ: ຕະຫຼອດໄລຍະຜ່ານມາຄະນະສະຫະພັນແມ່ຍິງກະຊວງພາຍໃນ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານ 3 ດີໂດຍໄດ້ສົມທົບກັບອົງການຈັດຕັ້ງມະຫາຊົນຊາວໜຸ່ມ ແລະ ກໍາມະບານ ພາຍໃນກະຊວງ, ໃນການຈັດຕັ້ງຜັນຂະຫຍາຍຂໍ້ແຂ່ງຂັນ ຂອງອົງການຈັດຕັ້ງມະຫາຊົນໃຫ້ສະມາຊິກທັງ 3 ອົງການຈັດຕັ້ງມະ ຫາຊົນພາຍໃນກະຊວງ ແລະ ຍັງໄດ້ເຜີຍແຜ່ເອກະສານເພີ່ມເຕີມ ໃຫ້ຄະນະສະຫະພັນແມ່ຍິງແຕ່ລະໜ່ວຍເພື່ອໃຫ້ເຂົາເຈົ້າໄດ້ນໍາເອົາໄປເຜີຍແຜ່ໃຫ້ສະມາຊິກແມ່ຍິງພາຍໃນຮາກຖານເປັນເຈົ້າການໃນການຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ. ພ້ອມນີ້ ຍັງໄດ້ດໍາເນີນການກວດກາ, ປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີເປັນແຕ່ລະໄລຍະ ຄື: ໄລຍະປີ 2021, 2022, 2023 ແລະ 2024 ຂອງບັນດາໜ່ວຍແມ່ຍິງທີ່ຂຶ້ນກັບສະຫະພັນແມ່ຍິງກະຊວງພາຍໃນ. ປີ 2021 ມີສະມາຊິກແມ່ຍິງເຂົ້າແຂ່ງຂັນທັງໝົດ 169 ສະຫາຍ, ຈາກຜົນການປະເມີນສາມາດຄັດເລືອກໜ່ວຍ 3 ດີ ປະເພດ I ໄດ້ 14 ໜ່ວຍ ມີ 163 ສະຫາຍ; ປີ 2022 ມີສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມ 169 ສະຫາຍ, ໃນນີ້ຜູ້ມີເງື່ອນໄຂຄົບຖ້ວນໃນການປະເມີນມີ 158 ສະຫາຍ (11 ສະຫາຍ ເງື່ອນໄຂບໍ່ຄົບຖ້ວນເນື່ອງຈາກການໄປຮຽນພາຍໃນ ແລະ ຕ່າງ ປະເທດເຄື່ອນໄຫວບໍ່ຄົບ 9 ເດືອນ) ຜ່ານການປະເມີນສາມາດຄັດເລືອກບຸກຄົນ 3 ດີປະເພດ I ໄດ້ຈໍານວນ 158 ສະຫາຍ, ໜ່ວຍແມ່ຍິງ 3 ດີ 14 ໜ່ວຍ; ປີ 2023 ປະເມີນໄດ້ ປະເພດ I ຈໍານວນ 14 ໜ່ວຍ, ແມ່ຍິງ ແລະ ບຸກຄົນ 3 ດີປະເພດ I ໄດ້ຈໍານວນ 157 ສະຫາຍ ແລະ ໃນປີ 2024 ປະເມີນໜ່ວຍ 3 ດີປະເພດ I ໄດ້ຈໍານວນ 14 ໜ່ວຍ ແລະ ບຸກຄົນ 3 ດີ ປະເພດ I ໄດ້ຈໍານວນ 144 ສະຫາຍ ແລະ ປະເພດ II ໄດ້ຈໍານວນ 3 ສະຫາຍ.

ທ່ານ ນາງ ແພງພັນ ດວງປະຊາ ກ່າວຕື່ມວ່າ: ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານສະຫະພັນແມ່ຍິງ ກະຊວງພາຍໃນ ກໍຄືຜົນສໍາເລັດ ຂອງກອງປະຊຸມໃຫຍ່ ສະຫະພັນແມ່ຍິງກະຊວງພາຍໃນ ຄັ້ງທີ III ໃຫ້ບັນລຸຜົນເປັນຈິງ ຄະນະສະຫະພັນແມ່ຍິງ ກະຊວງພາຍໃນໄດ້ເອົາໃຈໃສ່ໃນການແບ່ງວຽກງານ, ໜ້າທີ່ຮັບ ຜິດຊອບ ແລະ ຂໍທິດຊີ້ນຳຈາກຄະນະພັກຄະນະນໍາກະຊວງ ກໍຄືຄະນະນໍາສູນກາງສະຫະພັນແມ່ຍິງລາວເປັນແຕ່ລະໄລຍະ ເພື່ອເຮັດໃຫ້ແຜນການຈັດຕັ້ງປະຕິບັດວຽກງານ ຂອງສະຫະພັນແມ່ຍິງກະຊວງພາຍໃນ ມີຜົນສໍາເລັດຕາມແຜນການທີ່ວາງໄວ້ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງສະຫະພັນແມ່ຍິງກະຊວງພາຍໃນ ຄັ້ງທີ III ກໍຄື ມະຕິກອງປະຊຸມໃຫຍ່ແມ່ຍິງລາວ ຄັ້ງທີ VIII ແລະ ຜົນສໍາເລັດຂອງກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 4 ສະໄໝທີ VIII ໃຫ້ມີຜົນສໍາເລັດ ແລະ ແຜນພັດທະນາແມ່ຍິງກະຊວງທີ່ໄດ້ລະບຸໄວ້ໃນແຜນງານໂຄງການ ຂອງສະຫະພັນແມ່ຍິງກະຊວງ ນັ້ນກໍຄື 6 ແຜນງານ 9 ໂຄງການໃຫ້ມີຜົນສໍາເລັດ ຕິດພັນກັບ ວຽກງານຈຸດສຸມ ຂອງສະຫະພັນແມ່ຍິງກະຊວງພາຍໃນໃນຕໍ່ໜ້າ ຄື: ສ້າງພະນັກງານ-ລັດຖະກອນ, ສະມາຊິກແມ່ຍິງ ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມຮັບຮູ້ເຂົ້າໃຈແຈ້ງ ແລະ ເປັນເອກະພາບຕໍ່ແນວທາງ, ນະໂຍບາຍ, ມະຕິ, ຄຳສັ່ງ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ, ມີຄຸນສົມບັດສິນທຳປະຕິວັດ, ເປັນພົນລະເມືອງດີ ມີນ້ຳໃຈຮັກຊາດ, ສັດຊື່ບໍລິສຸດ, ມີຄວາມສີວິໄລດ້ານຈິດໃຈ, ມີຄວາມສາມັກຄີເອື້ອເຟື້ອເຜື່ອແຜ່ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ; ຊຸກຍູ້ສົ່ງເສີມໃຫ້ສະມາຊິກແມ່ຍິງ ໄດ້ຮັບການພັດທະນາຮອບດ້ານ, ຍົກລະດັບຄວາມຮູ້ທາງດ້ານທິດສະດີ, ວິຊາສະເພາະ, ພາສາຕ່າງ ປະເທດ ແລະ ສາມາດນຳໃຊ້ເຕັກນິກ-ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການປະຕິບັດວຽກງານຂອງຕົນ; ຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມກ້າວໜ້າ ຂອງແມ່ຍິງ ແລະ ແມ່-ເດັກ, ຄວາມສະເໝີພາບຍິງ-ຊາຍ ໃນຄອບຄົວ, ອົງການ ແລະ ສັງຄົມ, ສ້າງໂອກາດໃຫ້ແມ່ຍິງມີບົດບາດໃນຕໍາແໜ່ງນຳພາ-ຄຸ້ມຄອງຢູ່ແຕ່ລະຂັ້ນເພີ່ມຂຶ້ນ; ເພີ່ມທະວີການພົວພັນ ແລະ ຮ່ວມມືກັບແມ່ຍິງບັນດາປະເທດເພື່ອນມິດ ກ່ຽວກັບວຽກງານແມ່ຍິງ ແລະ ວິຊາສະເພາະ ຕາມພາລະບົດບາດຂອງກະຊວງພາຍໃນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ