ປິດຊຸດຝຶກອົບຮົມການສ້າງຄວາມເຂັ້ມແຂງໃຫ້ແກ່ ເລຂາໜ່ວຍພັກບ້ານ 4ເມືອງເໜືອຂອງແຂວງໄຊຍະບູລີ.

ປິດຊຸດຝຶກອົບຮົມການສ້າງຄວາມເຂັ້ມແຂງໃຫ້ແກ່ ເລຂາໜ່ວຍພັກບ້ານ 4ເມືອງເໜືອຂອງແຂວງໄຊຍະບູລີ.
ໃນວັນທີ 14 ພຶດສະພາ2024ນີ້ ຢູ່ທີ່ສະໂມສອນຂອງເມືອງຊຽງຮ່ອນ ຄະນະຈັດຕັ້ງແຂວງໄຊຍະບູລີໄດ້ປິດຊຸດຝຶກອົບຮົມການສ້າງຄວາມເຂັ້ມແຂງໃຫ້ແກ່ ເລຂາ, ຮອງເລຂາ ສຳນັກງານ ຫ້ອງການກົມກອງ ແລະ ເລຂາໜ່ວຍພັກບ້ານ 4ເມືອງເໜືອຂອງແຂວງໄຊຍະບູລີເພື່ອເປັນການສ້າງຄວາມເຂັ້ມແຂງໃນການຊີ້ນຳນຳພາ, ປະຕິບັດໜ້າທີ່ຕາມພາລະບົດບາດ, ຮູ້ວິທີວາງແຜນການນຳພາ ແລະ ສ້າງໜ່ວຍພັກກາຍເປັນໜ່ວຍພັກປອດໃສ,ເຂັ້ມແຂງໜັກແໜ້ນໃຫ້ເລຂາ ຮອງເລຂາສຳນັກງານຫ້ອງການ ແລະ ເລຂາໜ່ວຍພັກບ້ານ4ເມືອງເໜືອຄື: ເມືອງຊຽງຮ່ອນ ເມືອງຫົງສາ,ເມືອງເງິນ ແລະ ເມືອງຄອບ ແຂວງໄຊຍະບູລີ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ສຳລານ ສຸວັນນະໂຊດ ຫົວໜ້າຄະນະຈັດຕັ້ງແຂວງໄຊຍະບູລີ ມີສະຫາຍ ແສງອາທິດ ລາວເບຼຍຢາທໍ່ ວ່າການເຈົ້າເມືອງຊຽງຮ່ອນ,ມີເລຂາພັກເມືອງ,ຮອງເລຂາພັກເມືອງ,ຮອງເຈົ້າເມືອງ4ເມືອງເໜືອ ພ້ອມດ້ວຍເລຂາໜ່ວຍພັກຮອງເລຂາໜ່ວຍພັກບ້ານ4ເມືອງເຂົ້າຮ່ວມ.
ຊຸດຝຶກອົບຮົມໃນຄັ້ງນີ້ ມີນັກສຳມະນາກອນເຂົ້າຮ່ວມອົບຮົມທັງໝົດ 261 ສະຫາຍຍິງ 16 ສະຫາຍ ເນື້ອໃນການອົບຮົມເປັນຕົ້ນແມ່ນເຊື່ອມຊືມເອກະສານຄື: ຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນ; ຂໍ້ກໍານົດ ຂອງຄະນະເລຂາທິການສູນກາງພັກ ເລກທີ01 ວ່າດ້ວຍພາລະບົດບາດ, ໜ້າທີ່, ສິດ ຂອງໜ່ວຍພັກບ້ານຢູ່ທົ່ງພຽງ, ພູດອຍຊົນນະບົດ; ຂໍ້ກໍານົດ ຂອງຄະນະເລຂາທິການສູນກາງພັກ ເລກທີ02ວ່າດ້ວຍການປ້ອງກັນພັກ-ພະນັກງານ ໃນໄລຍະໃໝ່; ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ເລກທີ102 ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI; ຄໍາແນະນໍາຂອງຄະນະປະຈໍາພັກແຂວງ ເລກທີ04 ກ່ຽວກັບການຈັດຕັ້ງປະຕິບັດຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການເພີ່ມທະວີການສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ. ນອກຈາກນັ້ນ ຍັງຈະໄດ້ເຊື່ອມຊຶມຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ; ແບບແຜນວິທີເຮັດວຽກ ແລະ ຍົກສູງຄວາມສາມາດນໍາພາຂອງຄະນະພັກຂັ້ນຕ່າງໆ ແລະ ພ້ອມກັນນັ້ນນັກສຳມະນາກອນຍັງໄດ້ແລກປ່ຽນບົດຮຽນ ແລະສົນທະນາກັນໄປຕາມແຕ່ລະຫົວຂໍ້ຄົ້ນຄວ້າເປັນກຸ່ມ ແລະ ລົງປະຕິບັດຕົວຈິງຢູ່ໜ່ວຍພັກບ້ານ ຜ່ານການຝຶກອົບຮົມສາມາດປະເມີນຜົນຂອງສຳມະນາກອນໄດ້ຄື: ເນື້ອໃນດີຫຼາຍກວມ 74,01%, ດີ 32,72%, ກາງ 2,26%  .ການຈັດຝຶກອົບຮົມຄັ້ງນີ້ແມ່ນ ເພື່ອຍົກລະດັບຄວາມຮູ້ດ້ານທິດສະດີການເມືອງ, ຄຸນສົມບັດສິນທໍາປະຕິວັດ, ການກໍ່ສ້າງພັກ ແລະ ປັບປຸງພັກ, ການເປັນເຈົ້າການເຮັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ ແນໃສ່ເພື່ອການບໍລິການ ແລະ ຮັບໃຊ້ປະຊາຊົນຢ່າງສຸດອົກສຸດໃຈ. ບັນຫາສໍາຄັນແມ່ນເຮັດໃຫ້ຄະນະພັກ, ສະມາຊິກພັກເຮົາມີແນວຄິດ, ທັດສະນະຊົນຊັ້ນ ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ປັບປຸງຄຸນສົມບັດສິນທໍາປະຕິວັດ, ເຫັນແຈ້ງມິດສັດຕູ, ຕ້ານແນວຄິດ ແລະ ປະກົດການຫຍໍ້ທໍ້ອື່ນໆ ມີຄວາມເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ ເຊື່ອໝັ້ນຕໍ່ອຸດົມການ ແລະ ຫ້າວຫັນເຮັດວຽກງານຕາມການມອບໝາຍ ຢ່າງມີຜົນສໍາເລັດ.ຕອນທ້າຍສະຫາຍ ສຳລານ ສຸວັນນະໂຊດ ປະທານກອງປະຊຸມຍັງໄດ້ໂອລົມຕໍ່ຊຸດຝຶກອົບຮົມໃນຄັ້ງນີ້ ໂດຍສະຫາຍໄດ້ສະແດງຄວາມຊົມເຊີຍຕໍ່ກັບສຳມະນາກອນ ແລະ ຄະນະຮັບຜິດຊອບທີ່ໄດ້ກະກຽມດ້ານຕ່າງໆ ແລະ ຕັດສິນໃຈອົບຮົມຈົນໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ຄະນະພັກ ແລະ ສຳມະນາກອນຕ້ອງໄດ້ເອົາໃຈໃສ່ເປັນຕົ້ນແມ່ນ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດເປັນບັນຫາກົກ ແລະ ຕົ້ນຕໍ, ສືບຕໍ່ເອົາໃຈໃສ່ເຮັດໃຫ້ການຈັດຕັ້ງພັກມີຄວາມສະຫງົບ ມີຄວາມສາມັກຄີ ແກ້ໄຂປະກົດການຫຍໍ້ທໍ່ຢູ່ຮາກຖານພັກບ້ານ, ຂຸດຄົ້ນຄວາມສາມາດບົ່ມຊ້ອນພາຍໃນເມືອງເພື່ອຊຸກຍູ້ສົ່ງເສີມການຜະລິດກະສິກຳໃຫ້ເປັນສິນຄ້າສົ່ງອອກຫຼາຍຂື້ນ ແລະ 
ເນັ້ນໜັກໃຫ້ສຳມະນະກອນທີ່ໄດ້ອົບຮົມຈົ່ງນຳເອົາບົດຮຽນທີ່ໄດ້ອົບຮົມມານຳໄປຈັດຕັ້ງປະຕິບັດໃນທ້ອງຖິ່ນຮາກຖານຂອງຕົນໃຫ້ໄດ້ຮັບຜົນສຳເລັດ.ໃນໂອກາດດຽວກັນນີ້ຍັງໄດ້ມອບໃບຢັ້ງຢືນຂອງຄະນະປະຈຳພັກແຂວງໄຊຍະບູລີໃຫ້ຜູ້ທີ່ໄດ້ຜ່ານການຝຶກອົບຮົມໃນຄັ້ງນີ້          ໂດຍ: ຖວທ ຊຽງຮ່ອນ 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ