ປກສ ເມືອງພຽງ ສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ

ປກສ ເມືອງພຽງ ສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ
ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງພຽງແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດປີ2021-2023ຂຶ້ນໃນວັນທີ 27 ກັນຍາຜ່ານມາ ທີ່ ປກສເມືອງເປັນກຽດເຂົ້າຮ່ວມຂອງທ່ານ ເສີດ ແສງສຸລິນ ເຈົ້າເມືອງໆພຽງປະທານປ້ອງກັນຊາດ(ປກຊ)-ປ້ອງກັນຄວາມສະຫງົບ(ປກສ)ເມືອງ,ມີທ່ານພັທ ວົງເພັດ ແກ້ວມະນີ ຮອງຫົວໜ້າກອງບັນຊາການ (ປກສ)ແຂວງ,ມີທ່ານພັທ ບຸນຍ້າຍ ວົງໂສພາ ຫົວໜ້າກອງບັນຊາການ ປກສ ເມືອງພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດແຕ່ປີ 2021-2023 ໄລຍະຜ່ານມາເປັນຕົ້ນຜົນງານດ້ານດີ,ດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າໂດຍສະເພາະການຜັນຂະຫຍາຍບັນດາມະຕິ, ຄຳສັ່ງ,ຜົນການຈັດຕັ້ງປະຕິບັດ 6 ວຽກຈຸດສຸມຂອງວາລະແຫ່ງຊາດແລະການແກ້ໄຂບັນຫາປະກົດການຫຍໍ້ທໍ້ໂດຍໄດ້ສ້າງຄວາມຮັບຮູ້-ເຂົ້າໃຈໃນທົ່ວສັງຄົມດ້ວຍການສຶກສາອົບຮົມ,ໂຄສະນາເຜີຍແຜ່ລະບຽບກົດໝາຍແລະຜົນຮ້າຍຂອງຢາເສບຕິດ, ໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມບັນດາເອກະສານ, ນິຕິກໍາທີ່ກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດໃຫ້ຄະນະພັກ-ຄະນະນໍາ, ສໍານັກງານ, ອົງການຂັ້ນຕ່າງໆໃນທົ່ວເມືອງໄດ້80 ຄັ້ງ, ມີຜູ້ເຂົ້າຮ່ວມ 15.900ກວ່າຄົນຍິງ 7.780 ຄົນ, ສົມທົບກັບພາກສ່ວນທີ່ກ່ຽວຂ້ອງສຶກສາອົບຮົມຜູ້ເຂົ້າມາບໍາບັດ-ດັດສ້າງ 48 ຄັ້ງ, ມີຜູ້ເຂົ້າຮ່ວມ 7.200 ຄົນຍິງ 2.250ກວ່າຄົນ, ປຸກລະດົມຂົນຂວາຍບັນດາບໍລິສັດປະກອບສ່ວນດ້ານວັດຖຸ-ປັດໄຈ ເພື່ອຮັບໃຊ້ການຜະລິດແຜ່ນຮູບພາບຜົນຮ້າຍຢາເສບຕິດ, ໂຄສະນາດ້ວຍຫຼາຍຮູບແບບ,ໄດ້ເຂົ້າຮ່ວມວັນສໍາຄັນຕ່າງໆ: ເປັນຕົ້ນວັນສາກົນຕ້ານຢາເສບຕິດ, ໄດ້ນໍາສົ່ງຂອງກາງຢາເສບຕິດປະເພດຢາບ້າຈໍານວນ 155.500ກວ່າເມັດໃຫ້ ປກສ ແຂວງດໍາເນີນຄະດີ. 
    ຜ່ານການຈັດຕັ້ງປະຕິບັດຜ່ານມາສາມາດສ້າງຄວາມຮັບຮູ້-ເຂົ້າໃຈຜົນຮ້າຍ,ໄພອັນຕະລາຍຂອງຢາເສບຕິດໃຫ້ທົ່ວສັງຄົມ ເມື່ອທຽບໃສ່ໄລຍະທີ່ບໍ່ທັນຈັດຕັ້ງປະຕິບັດວາລະແຫ່ງຊາດເຫັນວ່າປະຊາຊົນສ່ວນໃຫຍ່ຍັງບໍ່ທັນມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ,ມາເຖິງປັດຈຸບັນປະຊາຊົນສ່ວນໃຫຍ່ມີຄວາມຮັບຮູ້-ເຂົ້າໃຈຢ່າງຈະແຈ້ງອັນໄດ້ເຮັດໃຫ້ວຽກງານດັ່ງກ່າວກາຍເປັນພັນທະໜ້າທີ່ຂອງທຸກພາກສ່ວນໃນທົ່ວປວງຊົນຢ່າງກວ້າງຂວາງ.    ໂອກາດນີ້, ທ່ານ ພັທ ວົງເພັດ ແກ້ວມະນີ ແລະ ທ່ານ ເສີດ ແສງສຸລິນໄດ້ໃຫ້ກຽດໂອ້ລົມເນັ້ນໜັກໃຫ້ທຸກພາກສ່ວນໃນສັງຄົມ ໂດຍສະເພາະກຳລັງ ປກສ ຈົ່ງໄດ້ພ້ອມກັນຍົກສູງຄຸນທາດການເມືອງຂອງຕົນໃຫ້ໜັກແໜ້ນເຂັ້ມແຂງ,ຮັບປະກັນດ້ານວິຊາສະເພາະໃຫ້ມີຄວາມຮອບຄອບຕາມລະບຽບຫຼັກການວິຊາສະເພາະຂອງຕົນເພື່ອຕ້ານແລະສະກັດກັນປະກົດການຫຍໍ້ທໍ້ຕ່າງໃນສັງຄົມຢ່າງມີຄຸນນະພາບຮັບປະກັນເຮັດໃຫ້ທົ່ວສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານ.ສືບຕໍ່ປະສານສົມທົບແໜ້ນກັບທຸກພາກສ່ວນເພື່ອພ້ອມກັນຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢູ່ພາຍໃນເມືອງໃຫ້ມີປະສິດທິຜົນບັນລຸຕາມຈຸດປະສົງຄາດໝາຍ. 
ຂ່າວ: ແສງສຸດາ ກິ່ງສະຫວັດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ