ປກສ ເມືອງສາມັກຄີໄຊ ສຸມໃສ່ແກ້ໄຂບັນຫາຢາເສບຕິດ

ປກສ ເມືອງສາມັກຄີໄຊ ສຸມໃສ່ແກ້ໄຂບັນຫາຢາເສບຕິດ

ປກສ ເມືອງສາມັກຄີໄຊ ສຸມໃສ່ແກ້ໄຂບັນຫາຢາເສບຕິດ
ອີງຕາມການໃຫ້ສໍາພາດຂອງ ທ່ານ ພັນຕີ ຄໍາໃບ ແກ້ວພາວົງ ຫົວໜ້າພະແນກຕໍາຫຼວດ ກອງບັນຊາ ການປ້ອງກັນຄວາມສະຫງົບ ເມືອງສາມັກຄີໄຊ ແຂວງອັດຕະປື ເມື່ອວັນທີ 1 ກໍລະກົດ 2026 ໃຫ້ຮູ້ວ່າ: ໄລຍະ 6 ເດືອນຕົ້ນປີ 2026 ນີ້ ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງສາມັກຄີໄຊ ໄດ້ສຸມໃສ່ການຈັດຕັ້ງປະຕິບັດວາລາແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ການແກ້ໄຂບັນດາຄະດີອາຍາທົ່ວໄປ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງການໃຊ້ລົດ, ໃຊ້ຖະໜົນຢູ່ພາຍໃນເມືອງ, ໃນນີ້ 6 ເດືອນຜ່ານມາ ສາມາດແກ້ໄຂຄະດີຄ້າ-ຂາຍຢາເສບຕິດໄດ້ ທັງໝົດ 6 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 9 ຄົນ, ພ້ອມຂອງກາງປະເພດ ຢາບ້າ ຈໍານວນ 610 ເມັດ ແລະ ເຄື່ອງຂອງກາງ ໂທລະສັບ 6ໜ່ວຍ,
ປກສ ເມອງສາມກຄໄຊ ສມໃສແກໄຂບນຫາຢາເສບຕດ - image 1
 

ລົດຈັກ 3 ຄັນ, ເງິນກີບ 1,500,000 ກີບ, ຄະດີດັ່ງກ່າວໄດ້ສົ່ງມອບໃຫ້ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ສືບຕໍ່ດໍາເນີນຕາມຂັ້ນຕອນຂອງກົດໝາຍ. ນອກຈາກນັ້ນ ຍັງໄດ້ແກ້ໄຂກຸ່ມມົ້ວສຸມສິ່ງເສບຕິດ ຈໍານວນ 12 ຄັ້ງ, ສາມາດກັກຕົວຜູ້ຖືກເຄາະຮ້າຍຈາກສິ່ງເສບຕິດ ຈໍານວນ 32 ຄົນ, ຍິງ 9 ຄົນ, ໄດ້ຈັດສົ່ງໄປສູນບຳບັດເພື່ອປິ່ນປົວ 2 ຄົນ, ໄດ້ສຶກສາອົບຮົມພ້ອມທັງມອບໃຫ້ຜູ້ປົກຄອງ ແລະ ອຳນາດການປົກຄອງບ້ານ ສືບຕໍ່ຕິດຕາມຈໍານວນ 30 ຄົນ, ຍິງ 9 ຄົນ, ໄດ້ລົງເຜີຍແຜ່ກົດໝາຍ ວ່າດ້ວຍຢາເສບຕິດ ຢູ່ 5 ຈຸດສຸມ ທີ່ມີຄວາມຫຼໍ່ແຫຼມ, ມີຜູ້ເຂົ້າຮ່ວມທັງໝົດ 142 ເທື່ອຄົນ, ຍິງ 52 ເທື່ອຄົນ.

ໃນຄະນະດຽວກັນ 6 ເດືອນທີ່ຜ່ານມາ ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງ ຍັງໄດ້ແກ້ໄຂຄະດີອາຍາທົ່ວໄປ ມີ 4 ເລື່ອງ ກັກຕົວຜູ້ຖືກຫາໄດ້ 7 ຄົນ, ຍິງ 1 ຄົນ ແລະ ໄດ້ສະຫຼຸບສໍານວນຄະດີ ສົ່ງໃຫ້ໄອຍະການປະຊາຊົນ ເຂດ I ໄດ້ສໍາເລັດ. ໄລຍະ 6 ເດືອນຜ່ານມາ ທົ່ວເມືອງສາມັກຄີໄຊ ມີອຸບັດເຫດຕາມທ້ອງຖະໜົນ ເກີດຂຶ້ນທັງໝົດ 53 ກໍລະນີ, ມີພາຫະນະເປ້ເພ 89 ຄັນ, ມີຄົນໄດ້ຮັບບາດເຈັບ 72 ຄົນ, ຍິງ 20 ຄົນ, ເສຍຊີວິດ 3 ຄົນ, ຍິງ 1 ຄົນ, ລວມມູນຄ່າເສຍຫາຍຫຼາຍກວ່າ 389 ລ້ານກີບ, ມີອັກຄີໄພເກີດຂຶ້ນ 2 ຄັ້ງ, ລວມມູນຄ່າເສຍຫາຍເກືອບ 2 ຕື້ກີບ.

ທ່ານ ພັນຕີ ຄໍາໃບ ແກ້ວພາວົງ ຍັງໄດ້ຖືໂອກາດນີ້ຮຽກຮ້ອງ ມາຍັງທົ່ວສັງຄົມ ແລະ ການຈັດຕັ້ງທຸກພາກສ່ວນ ຈົ່ງຊ່ວຍກັນໃນການໂຄສະນາລະບຽບກົດໝາຍ ນິຕິກຳຕ່າງໆ ໃຫ້ບັນດາພົນລະເມືອງ ແລະ ບຸກຄົນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ຮັບຮູ້ ແລະ ເຂົ້າໃຈ ເຖິງຜົນຮ້າຍ ແລະ ໄພອັນ ຕະລາຍຂອງຢາເສບຕິດ, ພ້ອມກັນປະຕິບັດສິດ, ພັນທະຂອງພົນລະເມືອງລາວ ໃຫ້ເຕັມສ່ວນ, ເພື່ອສ້າງໃຫ້ທົ່ວສັງຄົມມີຄວາມສະຫງົບສຸກ ແລະ ຮັບປະກັນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຕາມທິດທາງຂອງພັກວາງອອກ. ຂ່າວ: ວັດທະນາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫສປທ ປາຖະກະຖາວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ

ຫສປທ ປາຖະກະຖາວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດຕັ້ງປາຖະກະຖາ ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991-15/8/2026) ຂຶ້ນ ໃນວັນທີ 5 ພະຈິກນີ້ ທີ່ຫ້ອງປະຊຸມ ຫສປທ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ເລຂາຄະນະພັກ ຫົວໜ້້າຫ້ອງວ່າການສຳນັກງານປະທານປະເທດ, ມີບັນດາຄະນະພັກ, ບັນດາຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ແລະ ເລື່ອນຊັ້ນ ໃຫ້ນາຍຕໍາຫຼວດຂັ້ນສູງ

ປະກາດແຕ່ງຕັ້ງ ແລະ ເລື່ອນຊັ້ນ ໃຫ້ນາຍຕໍາຫຼວດຂັ້ນສູງ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປະກາດແຕ່ງຕັ້ງ, ເລື່ອນຊັ້ນໃຫ້ນາຍຕໍາຫຼວດຂັ້ນສູງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າກົມ, ກອງບັນຊາການ, ພະນັກ ງານຫຼັກແຫຼ່ງ ແລະ ນາຍຕໍາຫຼວດ ທີ່ໄດ້ຮັບການແຕ່ງຕັ້ງ, ເລື່ອນຊັ້ນເຂົ້າຮ່ວມ.
ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ອີງຕາມຂໍ້ມູນທີ່ລັດວິສະຫາກິດກໍ່ສ້າງທາງເລກ 8 ໃຫ້ຮູ້ວ່າ: ໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ມາຮອດປັດຈຸບັນ, ທາງໂຄງການຜູ້ຮັບເໝົາກໍ່ສ້າງ ກໍຄື ລັດວິສະຫະກິດກໍ່ສ້າງທາງເລກ 8 ກຳລັງຂຸ້ນຂ້ຽວລົງຢາງຂົ້ວ (ອັສຟານຊັ້ນ 1) ນັບແຕ່ກິໂລແມັດທີ 24 ຫາກິໂລແມັດທີ 28 ແລະ ອີກຈຸດໄລຍະທາງແຕ່ກິໂລແມັດທີ 28 ເມືອງໄຊທານີ ຫາກິໂລແມັດທີ 50.2 ເມືອງປາກງື່ມ ນະຄອນຫຼວງວຽງຈັນ
ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ວັນທີ 2 ພະຈິກຜ່ານມານີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ວຽກງານຢູ່ຕາແສງຊ້າງມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ສະຫາຍ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມຄະນະນຳ ຂອງນະຄອນຫຼວງວຽງຈັນ, ເມືອງ ແລະ ຄະນະພັກ ຄະນະກຳມະການປົກຄອງຕາແສງ ຕະຫຼອດຮອດພະນັກງານ-ລັດຖະກອນ ຕາແສງຊ້າງມີໄຊ ເຂົ້າຮ່ວມ.
ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການກວດສອບແຫ່ງລັດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ໄດ້ຈັດຂຶ້ນໃນວັນທີ 4 ຕຸລານີ້ ທີ່ອົງການກວດສອບແຫ່ງລັດ, ໂດຍການເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ, ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະນໍາອົງການກວດສອບປະຈຳພາກ ແລະ ພະນັກງານເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ຈັດພິທີປະກາດເລື່ອນຊັ້ນຜູ້ພິພາກສາ ຈາກຜູ້ພິພາກສາຊັ້ນໜຶ່ງ ຂຶ້ນເປັນຜູ້ພິພາກ ສາຊັ້ນສອງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີ ຫ້ອງການ, ກົມ, ຄະນະສານ ພ້ອມດ້ວຍສະຖາບັນ, ພະນັກງານ ແລະ ຜູ້ພິພາກສາ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

ທ່ານ ໄພວັນ ສໍຄົງສິນ ຫົວໜ້າໜ້າຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດກ່ຽວກັບວຽກງານການທ່ອງທ່ຽວຢູ່ ເມືອງໂຂງ ຕໍ່ນັກຂ່າວໜັງສືພິມປະຊາຊົນ ໂອກາດທີ່ຄະນະຊ່ຽວຊານທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍສື່ມວນຊົນຈາກສູນກາງ ເຄື່ອນໄຫວຢ້ຽມຢາມໂຄງການດັ່ງກ່າວ ລະຫວ່າງວັນທີ 29-31 ຕຸລາ ທີ່ຜ່ານມາ ວ່າ: ເມືອງໂຂງ ເປັນເມືອງໜຶ່ງ ທີ່ມີທ່າແຮງທາງດ້ານການທ່ອງທ່ຽວ ເຫັນວ່າມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງ ຊຶ່ງປັດຈຸບັນ ຄະນະນໍາແຂວງ ກໍໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການພັດທະນາ, ສົ່ງເສີມການທ່ອງທ່ຽວ ແລະ ຖືເປັນປາຍແຫຼມ ຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືເມືອງ.
ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ