ປກສ ເຊກອງ ສະຫຼຸບການຈັດຕັ້ງປະຕິບັດການແກ້ໄຂບັນຫາຢາເສບຕິດ

ປກສ ເຊກອງ ສະຫຼຸບການຈັດຕັ້ງປະຕິບັດການແກ້ໄຂບັນຫາຢາເສບຕິດ

ປກສ ເຊກອງ ສະຫຼຸບການຈັດຕັ້ງປະຕິບັດການແກ້ໄຂບັນຫາຢາເສບຕິດ
ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງເຊກອງ ຈັດກອງປະຊຸມສະຫຼຸບຕີລາຄາການຈັດ ຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ນັບແຕ່ປີ 2024-2025 ຈັດຂຶ້ນໃນວັນທີ 25 ມິຖຸນາຜ່ານມາ, ໂດຍການເປັນປະທານຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກຳມະ ການປົກຄອງແຂວງ, ມີຄະນະພັກ, ຄະນະບັນຊາ, ແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

ປກສ ເຊກອງ ສະຫບການຈດຕງປະຕບດການແກໄຂບນຫາຢາເສບຕດ - image 1
 
 

ໃນພິທີ, ສະຫາຍ ພົຈວ ຄຳບານ ພົມມະນີວົງ ຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ສະຫຼຸບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປີ 2024- 2025 ຜ່ານມາວ່າ: ຄະນະພັກ,ຄະນະນຳ ປກສ ແຂວງ ໄດ້ເອົາໃຈໃສ່ນຳພາ-ຊີ້ນໍາຄະນະກຳມະການ, ກຳລັງວິຊາສະເພາະ ແລະ ປກສ 4 ເມືອງ ໃຫ້ເປັນເຈົ້າການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ ໃນການແກ້ໄຂບັນຫາຢາເສບຕິດ ດ້ວຍການໂຄສະນາເຜີຍແຜ່ກົດໝາຍ, ຜົນຮ້າຍຂອງຢາເສບຕິດ ແລະ ນິຕິກຳຕ່າງໆ ທີ່ກ່ຽວພັນ. ພ້ອມນີ້, ໄດ້ຕິດຕາມກວດກາຫາກຸ່ມເປົ້າໝາຍທີ່ເຄື່ອນໄຫວມົ້ວສຸມຢາເສບຕິດ ສາມາດເລີກຮື້ ແລະ ມ້າງລາຍຄະດີຄ້າ-ຂາຍຢາເສບຕິດໄດ້ 115 ເລື່ອງ, ຈັບຕົວຜູ້ຕ້ອງຫາໄດ້ 116 ຄົນ ຍິງ 6 ຄົນ, ຍຶດຂອງກາງປະເພດຢາເສບຕິດໄດ້ຈຳນວນ 63,552 ເມັດ ພາຫະນະລົດໃຫຍ່ 1 ຄັນ ແລະ ລົດຈັກ 15 ຄັນ, ໂທລະສັບ 101 ໜ່ວຍ, ໂມງ 4 ໜ່ວຍ, ສາຍຄໍຄ້າຍຄືຄຳ 2 ເສັ້ນ, ສາຍຄໍຄ້າຍຄືເງິນ 3 ເສັ້ນ, ພັດສະປອດ 7 ຫົວ, ໃບຂັບຂີ່ 3 ໃບ, ບັດປະຈໍາຕົວ 10 ບັດ, ຢາສູບໄຟຟ້າ 1 ອັນ, ໃບກະທ້ອມ 83 ຖົງ, ນໍ້າກະທ້ອມຕົ້ມສຸກ 4 ຕຸກ, ຢາດີໄອ 40 ແກ້ວ, ບັດເອທີເອັມ 1 ຫົວ, ປຶ້ມບັນຊີເງິນຝາກ 1 ຫົວ.

ປກສ ເຊກອງ ສະຫບການຈດຕງປະຕບດການແກໄຂບນຫາຢາເສບຕດ - image 2
 

ນອກນັ້ນ, ໄດ້ເກັບກຳຂຶ້ນບັນຊີເປົ້າໝາຍຄ້າ-ຂາຍຢາເສບຕິດ ທັງໝົດ 401 ຄົນ ຍິງ 25 ຄົນ, ຂຶ້ນບັນ ຊີເປົ້າໝາຍມົ້ວສຸມເສບຢາເສບຕິດ 2,994 ຄົນ ຍິງ 90 ຄົນ, ສຶກສາອົບຮົມຜູ້ເສບ ແລະ ມົ້ວສຸມຢາເສບຕິດພ້ອມທັງສ້າງບົດບັນທຶກກ່າວເຕືອນຈໍານວນ 126 ຄົນ ຍິງ 7 ຄົນ, ນຳສົ່ງຜູ້ເສບ ແລະ ຜູ້ມົ້ວສຸມຢາເສບຕິດ ເຂົ້າປິ່ນປົວຢູ່ສູນບໍາບັດຈໍານວນ 154 ຄົນ ຍິງ 4 ຄົນ. ໃນນັ້ນ, ປິ່ນປົວຫາຍດີແລ້ວຈໍານວນ 60 ຄົນ ຍິງ 4 ຄົນ, ນໍາເອົາຢາເສບຕິດໄປກວດວິໄຈຢູ່ສູນວິໄຈແຂວງຈຳປາສັກ ແລະ ສະຫວັນນະເຂດ 141 ຕົວຢ່າງ, ກວດນໍ້າປັດສະວະຊອກຫາສານເສບຕິດໃຫ້ນັກຮຽນ ແລະ ພະນັກງານ-ລັດຖະກອນ 851 ຄົນ ຍິງ 283 ຄົນ.

ໃນຕໍ່ໜ້າ, ຄະນະພັກ-ຄະນະບັນຊາທຸກຂັ້ນໃນກໍາລັງ ປກສ ຈະສຸມໃສ່ນໍາພາ-ຊີ້ນໍາເຈົ້າໜ້າທີ່ເຫຼົ່າຮົບວິ ຊາສະເພາະ ສືບຕໍ່ເຂັ້ມງວດປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ມີຜົນສໍາເລັດດີຂຶ້ນກວ່າເກົ່າ; ຈະຕິດຕາມ ກວດກາ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງ; ຈະເພີ່ມທະວີການຮ່ວມມື ແລະ ປະສານສົມທົບຢ່າງຮອບດ້ານກັບບັນດາແຂວງ ຄື: ແຂວງສາລະວັນ, ອັດຕະປື, ຈໍາປາສັກ ແລະ ສສ ຫວຽດນາມ ໃນການແລກປ່ຽນບົດຮຽນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນຕາມຊາຍແດນ; ສືບຕໍ່ໂຄສະນາເຜີຍແຜ່ກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດຢູ່ເຂດຈຸດສຸມກຸ່ມບ້ານ, ໂຮງຮຽນ ແລະ ສະຖານທີ່ອື່ນໆໃຫ້ຕໍ່ເນື່ອງ; ຕິດຕາມກວດກາ, ປ່ອງເສັ້ນທາງລໍາລຽງຂົນສົ່ງ ແລະ ເລີກຮື້ເຄືອຂ່າຍ, ກຸ່ມແກັງ, ຄ້າ-ຂາຍຢາເສບຕິດ ພ້ອມດຳເນີນຄະດີຕໍ່ຜູ້ກະທຳຜິດຢ່າງເຂັ້ມງວດ; ພ້ອມນີ້, ຈະລົງຊຸກຍູ້ຕິດຕາມກວດກາປະເມີນຜົນການສ້າງຄອບຄົວ ແລະ ບ້ານປອດຢາເສບຕິດຢູ່ບັນດາເມືອງ ແລະ ກຸ່ມບ້ານ.

ປກສ ເຊກອງ ສະຫບການຈດຕງປະຕບດການແກໄຂບນຫາຢາເສບຕດ - image 3
 

ໃນພິທີໄດ້ມອບຫຼຽນກາປ້ອງກັນຄວາມສະຫງົບຈຳນວນ 335 ທ່ານ, ໃບຍ້ອງຍໍຂັ້ນກະຊວງ ປກສ 582 ທ່ານ ແລະ ໃບຍ້ອງຍໍຂັ້ນກົມໃຫຍ່ການເມືອງ ກະຊວງ ປກສ ຈຳນວນ 530 ທ່ານ ໃຫ້ບຸກຄົນ ແລະ ກົມກອງ ທີ່ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ. ຈາກນັ້ນ, ຜ່ານຂໍ້ຕົກລົງວ່າດ້ວຍການຮັບຮອງກົມກອງ, ຂະແໜງການ ແລະ ບ້ານປອດຢາເສບຕິດ ແລະ ຜ່ານຂໍ້ຕົກລົງຄະນະກຳມະການປົກຄອງແຂວງ ເລກທີ 196/ຄປຂ, ລົງວັນທີ 15 ມິຖຸນາ 2026 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການແກ້ໄຂບັນຫາຢາເສບຕິດຂັ້ນແຂວງ. ຂ່າວ-ພາບ: ປກສ ແຂວງເຊກອງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄະະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງ ປະຊຸມຄົບຄະນະ (ສະໄໝວິສາມັນຄັ້ງທີ 1) ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ຂຶ້ນໃນ ວັນທີ 3 ພະຈິກນີ້, ທີ່ຫ້ອງປະຊຸມໃຫຍ່ ຄອສພ, ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະ ທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຄະນະພັກ, ເລຂາພັກຮາກຖານ, ບັນດາໜ່ວຍພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ແລະ ຮອງພະແນກເຂົ້າຮ່ວມ
ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ຈັດພິທີເປີດຝຶກອົບຮົມວຽກງານດ້ານບັນຊີວິສາຫະກິດ ແລະ ງົບປະມານ ໃຫ້ພະນັກງານຂະແໜງການເງິນບັນດາແຂວງພາກເໜືອ ໂດຍເປັນປະທານຂອງ ທ່ານ ນາງ ວົງພະຈັນ ວົງປະດິດ ຫົວໜ້າສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ໃນວັນທີ 2 ພະຈິກຜ່ານມາ, ທີ່ສະຖາບັນດັ່ງກ່າວ, ໂດຍມີວິທະຍາກອນ, ສຳມະນາກອນ ແລະ ແຂກຮັບເຊີນເຂົ້າຮ່ວມ.
ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ວັນທີ 1 ພະຈິກຜ່ານມາ, ທີ່ແຂວງຄໍາມ່ວນ ໄດ້ຈັດພີທີເປີດສາງພາງຂອງກຸ່ມບໍລິສັດ ພະນົມພອນ ຈໍາກັດ ຢ່າງເປັນທາງການ ຫວັງຍົກລະດັບວຽກງານໂລຈິສຕິກ ແລະ ເສີມທ່າແຮງການຄ້າຂ້າມຊາຍແດນ. ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ພ້ອມດ້ວຍການນໍາຂັ້ນສູນກາງ, ການນໍາແຂວງ, ຜູ້ບໍລິ ຫານກຸ່ມບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງພົນທີ 2 ຈັດຕັ້ງພິທີເຄົາລົບທຸງຊາດ

ກອງພົນທີ 2 ຈັດຕັ້ງພິທີເຄົາລົບທຸງຊາດ

ວັນທີ 2 ພະຈິກນີ້, ກອງພົນທີ 2 ໄດ້ຈັດຕັ້ງພິທີເຄົາລົບທຸງຊາດ ປະຈຳເດືອນພະຈິກ ໂດຍການເປັນປະທານຂອງສະຫາຍ ພັນເອກ ອຸ່ນເຕົ່າ ໄຊຍະຄຸນ ຫົວໜ້າຫ້ອງເສນາທິການ ກອງພົນທີ 2, ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ອັດ​ຕະ​ປືສຸມ​ໃສ່​ວຽກ​ງານ​ປົກ​ຄອງແລະປັບ​ປຸງ​ການ​ຈັດ​ຕັ້ງໃຫ້​ກະ​ທັດ​ຮັດ

ອັດ​ຕະ​ປືສຸມ​ໃສ່​ວຽກ​ງານ​ປົກ​ຄອງແລະປັບ​ປຸງ​ການ​ຈັດ​ຕັ້ງໃຫ້​ກະ​ທັດ​ຮັດ

ໃນໄລຍະ 5 ປີ (2021-2025) ແຂວງອັດຕະປື ໄດ້ສຸມໃສ່ປັບປຸງກົງຈັກການຈັດຕັ້ງ, ຍົກສູງປະ ສິດທິພາບວຽກງານປົກຄອງ ແລະ ຂັບເຄື່ອນວຽກງານ 3 ສ້າງ ໂດຍສາມາດຫຼຸດຈຳນວນພະ ແນກການຂັ້ນແຂວງຈາກ 38 ເຫຼືອ 34 ພະແນກການ ແລະ ຫຼຸດໜ່ວຍງານຈາກ 432 ເຫຼືອ 345 ໜ່ວຍງານ ພ້ອມທັງສ້າງຕັ້ງສູນບໍລິການຜ່ານປະຕູດຽວ 3 ແຫ່ງ ເພື່ອເຮັດໃຫ້ການບໍລິການລັດມີຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສຂຶ້ນ.
ຈາກທົ່ງນາທີ່ມີເຂົ້າຂຽວງາມ ເຫຼືອພຽງດິນທີ່ແຫ້ງແຕກເຫີບ

ຈາກທົ່ງນາທີ່ມີເຂົ້າຂຽວງາມ ເຫຼືອພຽງດິນທີ່ແຫ້ງແຕກເຫີບ

​ ສະພາບໄພ​ພິ​ບັດນ້ຳຖ້ວມໃນປີ 2026 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຊີວິດການເປັນຢູ່ ແລະ ການທຳມາຫາກິນຂອງປະຊາຊົນ ໃນຫຼາຍພື້ນທີ່, ໂດຍສະເພາະແມ່ນເນື້ອທີ່ທຳການຜະລິດກະສິກຳຂອງຊາວກະສິກອນທີ່ເສຍ​ຫາຍ​ຈາກ​ໄພນ້ຳຖ້ວມ.
ສາລະວັນ ເຜີຍແຜ່ເຊື່ອມຊຶມນິຕິກຳການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ທົ່ວແຂວງ

ສາລະວັນ ເຜີຍແຜ່ເຊື່ອມຊຶມນິຕິກຳການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ທົ່ວແຂວງ

ແຂວງ ສາ​ລະ​ວັນໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເນື້ອໃນເອກະສານທີ່ສຳຄັນ ກ່ຽວກັບວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງ ຄຸ້ມຄອງ ທົ່ວແຂວງສາລະວັນ, ໃນ​ວັນ​ທີ 30 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງສາລະວັນ,ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າຮ່ວມ.
ທ່ານ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຄໍາມ່ວນ

ທ່ານ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຄໍາມ່ວນ

ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ເຄື່ອນໄຫວເຮັດວຽກ ແລະ ໂອ້ລົມ​ພະ​ນັກ​ງານຫຼັກ​ແຫຼ່ງແຂວງ​ຄຳ​ມ່ວນໃນ​ວັນ​ທີ 2 ພະ​ຈິກ​ນີ້ໂດຍ​ມີກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ-ອົງການທຽບເທົ່າອ້ອມຂ້າງແຂວງ, ພະນັກງານອາວຸດໂສບຳນານ, ພະນັກງານຫຼັກແຫຼ່ງ, ນັກທຸລະກິດ ພາຍໃນແຂວງຄຳມ່ວນເຂົ້າ​ຮ່ວມ​ຮັບ​ຟັງ.
ອັດຕະປື ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ສນຊ ທົ່ວປະເທດ ຄັ້ງທີ XII

ອັດຕະປື ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ສນຊ ທົ່ວປະເທດ ຄັ້ງທີ XII

ວັນທີ 30 ຕຸລາຜ່ານມາ, ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມຜົນສຳ ເລັດມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ (ສນຊ) ທົ່ວປະເທດ ຄັ້ງທີ XII ແລະ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງ ຄັ້ງທີ VIII. ໃຫ້ກຽດເຜີຍແຜ່ຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ທ່ານ ນາງ ບັນທະໄລ ແກ້ວມະນີວົງ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະພັກ, ຄະນະນຳແຂວງ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ມຊ ຈັດພິທີໃສ່ບາດອຸທິດບຸນໃຫ້ຜູ້ທີ່ມີຜົນງານດີເດັ່ນ ໂອກາດວັນສ້າງຕັ້ງ ຄົບຮອບ 30 ປີ

ມຊ ຈັດພິທີໃສ່ບາດອຸທິດບຸນໃຫ້ຜູ້ທີ່ມີຜົນງານດີເດັ່ນ ໂອກາດວັນສ້າງຕັ້ງ ຄົບຮອບ 30 ປີ

ວັນທີ 2 ພະຈິກນີ້, ຄະນະພັກ, ຄະນະນໍາມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີໃສ່ບາດເພື່ອອຸທິດບຸນກຸສົນໄປຫາຜູ້ທີ່ມີຜົນງານດີເດັ່ນຕໍ່ການສຶກສາ ແລະ ເຈົ້າຖິ່ນເຈົ້າຖານຜູ້ມີຄຸນງາມຄວາມດີຕໍ່ ມຊ ຕໍ່ປະເທດຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ (ມຊ) ຄົບຮອບ 30 ປີ (1996-2026) ພ້ອມນັ້ນ, ຍັງໄດ້ປັ້ນຮູບຫຼໍ່ຂອງປະທານ ໄກສອນພົມວິຫານ ປະດິດສະຖານໄວ້ຢູ່ ມຊ ເພື່ອເປັນສິລິມຸງຄຸນ, ຄວາມຮົ່ມເຢັນເປັນສຸກໃຫ້ ມຊ ກໍຄືພະນັກງານ, ຄູສອນ ແລະ ນັກສຶກສາທົ່ວ ມຊ ທັງເປັນການສືບສານຮີດຄອງປະເພນີອັນດີງາມຂອງຊາດ. ດັ່ງນັ້ນ, ມຊ ຈຶ່ງໄດ້ຈັດພິທີມະຫາມຸງຄຸນ 30 ປີ ຂຶ້ນ, ເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ, ທ່ານ ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ, ມີບັນດາແຂກຖືກເຊີນກ່ຽວຂ້ອງ, ຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.
ເພີ່ມເຕີມ