ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ທັນວາ ຜ່ານມາວ່າ: ທ່ານ ຍໍ ຮັນກູ ລັດຖະມົນຕີກະຊວງການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນຂອງ ສ ເກົາຫຼີ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະພະຍາຍາມທຸກວິທີທາງເພື່ອຮັກສາການສົ່ງອອກປະຈຳປີຂອງ ສ ເກົາຫຼີ ໃຫ້ສູງກວ່າ 700 ຕື້ໂດລາເປັນປີທີສອງຕິດຕໍ່ກັນໃນປີ 2026, ເຖິງວ່າຈະມີຄວາມບໍ່ແນ່ນອນດ້ານການຄ້າທົ່ວໂລກກໍຕາມ.
ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ມັງກອນ ຜ່ານມາວ່າ: ທຳນຽບຂາວ ຂອງສະຫະລັດ ອາເມຣິກາ ໄດ້ປະກາດໃນວັນທີ 7 ມັງກອນ ຜ່ານມາວ່າ, ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ລົງນາມໃນຄຳສັ່ງບໍລິຫານທີ່ຖອນສະຫະລັດ ອາເມຣິກາ ອອກຈາກການເປັນສະມາຊິກຂອງອົງການຈັດຕັ້ງສາກົນ ຈຳນວນ 66 ແຫ່ງ ໃນນີ້ລວມມີອົງການຈັດຕັ້ງທີ່ຂຶ້ນກັບສະຫະປະຊາຊາດ 31 ແຫ່ງ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບສະຫະປະຊາຊາດ 35 ແຫ່ງ.
ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້ວ່າ: ກະຊວງປ້ອງກັນຄວາມປະຫງົບຈີນໄດ້ຖະແຫຼງໃຫ້ຮູ້ວ່າ, ປີ 2025 ອົງການປ້ອງກັນຄວາມສະຫງົບທົ່ວປະເທດຈີນໄດ້ປາບປາມອາຊະຍາກຳຫຼອກລວງທາງໂທລະຄົມ ແລະ ອອນລາຍຕາມກົດໝາຍຢ່າງເຂັ້ມງວດ, ເຮັດໃຫ້ການເກີດອາຊະຍາກຳດັ່ງກ່າວຫຼຸດລົງ ໂດຍສາມາດມ້າງຄະດີທີ່ກ່ຽວຂ້ອງໄດ້ທັງໝົດ 258.000 ຄະດີ, ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຕັດສາຍຫຼອກລວງ 3 ຕື້ 600 ລ້ານເທື່ອ, ຂໍ້ຄວາມສັ້ນ 3 ຕື້ 300 ລ້ານຂໍ້ຄວາມ, ຊ່ວຍຢຸດການໂອນເງິນທີ່ກ່ຽວຂ້ອງກັບການຫຼອກລວງໄດ້ 21 ລ້ານ 7 ແສນ 7 ພັນຢວນ. ພາກສ່ວນປ້ອງກັນຄວາມສະຫງົບແຫ່ງຕ່າງໆຂອງຈີນໄດ້ສຶກສາອົບຮົມ ແລະ ຕັກເຕືອນຕໍ່ໜ້າລວມທັງໝົດ 6 ລ້ານ 7 ແສນ 4 ໝື່ນ 7 ພັນເທື່ອຄົນ.
ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 8 ມັງກອນ ຜ່ານມາ, ກອງປະຊຸມສະຫຼຸບວຽກງານປີ 2025, ຜັນຂະຫຍາຍໜ້າທີ່ປີ 2026 ຂອງລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນ ໄດ້ຈັດຂຶ້ນແບບທາງໄກ, ເຊື່ອມຕໍ່ຈາກສູນກາງໄປເຖິງ 34 ແຂວງ, ນະຄອນຂຶ້ນກັບສູນກາງ. ເຂົ້າຮ່ວມກອງປະຊຸມມີທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ; ທ່ານ ເລືອງເກື່ອງ ປະທານປະເທດ; ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ; ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ພ້ອມດ້ວຍການນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ.
ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ບໍລິສັດ Siemens ແລະ Nvidia ໄດ້ປະກາດການຮ່ວມມືດ້ານປັນຍາປະດິດ (AI) ເພື່ອພັດທະນາວິທີແກ້ໄຂ AI ສຳລັບການນຳໃຊ້ໃນຂະແໜງອຸດສາຫະກຳ. ໂດຍມີເປົ້າໝາຍຍົກລະດັບຂະບວນການຕັ້ງແຕ່ການອອກແບບ ແລະ ການຜະລິດ ຈົນເຖິງລະບົບຕ່ອງໂສ້ການສະໜອງໂດຍຜ່ານການພັດທະນາລະບົບປະຕິບັດການອຸດສາຫະກຳທີ່ຂັບເຄື່ອນດ້ວຍ AI.
ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: ທ່ານ ວິຈິດຕາ ເຮຣາດ ລັດຖະມົນຕີກະຊວງການຕ່າງປະເທດ, ການຈ້າງງານໃນຕ່າງປະເທດ ແລະ ການທ່ອງທ່ຽວຂອງສີລັງກາ ໄດ້ເປີດເຜີຍໃນກອງປະຊຸມຂ່າວ ຫວ່າງມໍ່ໆມານີ້ວ່າ, ສີລັງກາ ມີຈຳນວນນັກທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນສູງສຸດແບບບໍ່ເຄີຍມີມາກ່ອນ ໃນປີ 2025, ໃນຂະນະທີ່ລາຍຮັບຈາກການທ່ອງທ່ຽວປະຈຳປີກໍທຳລາຍສະຖິຕິໃໝ່ເຊັ່ນດຽວກັນ, ເຖິງວ່າຈະປະເຊີນກັບອຸປະສັກຈາກພາຍຸໄຊໂຄລນ Ditwah ກໍຕາມ.
ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ອິນເດຍກຳລັງນຳໃຊ້ປັນຍາປະດິດ (AI) ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກຳລັງແຮງງານຂອງຕົນ ທ່າມກາງຄວາມກັງວົນທົ່ວໂລກວ່າເຕັກໂນໂລຊີດັ່ງກ່າວອາດຈະເຂົ້າມາທົດແທນວຽກເຮັດງານທຳຈຳນວນຫຼາຍ. ໂດຍລັດຖະບານອິນເດຍໄດ້ເປີດໂຄງການພັດທະນາທັກສະດ້ານ AI ແຫ່ງຊາດຂະໜາດໃຫຍ່ ຊຶ່ງມີຈຸດປະສົງເພື່ອຝຶກອົບຮົມຊາວໜຸ່ມໃຫ້ໄດ້ 1 ລ້ານຄົນພາຍໃນ 1 ປີ.
ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ບໍລິສັດ Samsung Electronics ຊຶ່ງເປັນບໍລິສັດເອເລັກໂຕຣນິກຊັ້ນນໍາຂອງໂລກຈາກ ສ ເກົາຫຼີ ຄາດຄະເນວ່າ, ບັນຫາການຂາດແຄນຊິບໜ່ວຍຄວາມຈໍາຈະເຮັດໃຫ້ລາຄາສິນຄ້າໃນອຸດສາຫະກໍາເອເລັກໂຕຣນິກເພີ່ມສູງຂຶ້ນ ຊຶ່ງອາດຈະລວມທັງສິນຄ້າຂອງ Samsung ດ້ວຍ, ເຖິງແມ່ນວ່າ Samsung ເບິ່ງຄືວ່າມີຂໍ້ໄດ້ປຽບຫຼາຍກວ່າຄູ່ແຂ່ງຂອງຕົນ ເພາະວ່າເປັນຜູ້ຜະລິດຊິບໜ່ວຍຄວາມຈຳທີ່ໃຫຍ່ທີ່ສຸດໃນໂລກ.
ຂ່າວສານຊີອາໄອລາຍງານວ່າ: ຕາມນັກຂ່າວໄດ້ຮັບຊາບຂໍ້ມູນຈາກກອງປະຊຸມວຽກງານໄປສະນີທົ່ວປະເທດປີ 2026 ທີ່ກົມໄປສະນີແຫ່ງຊາດຈີນຈັດຂຶ້ນໃນວັນທີ 7 ມັງກອນ ຜ່ານມານີ້ວ່າ:
ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ເນື່ອງໃນໂອກາດປີໃໝ່ 2026, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ກ່ຽວກັບ ໝາກຜົນຂອງການພັດທະນາເສດຖະກິດ-ສັງຄົມ ປີ 2025, ອາຍຸການລັດຖະບານ 2021 – 2025 ແລະ ໜ້າທີ່ ປີ 2026.
ຄໍາເຫັນ