ສະຫະກອນສິນເຊື່ອນາກາຍ ສົ່ງເສີມການສ້າງທຶນໃຫ້ຊຸມຊົນເຂັ້ມແຂງ

ສະຫະກອນສິນເຊື່ອນາກາຍ ສົ່ງເສີມການສ້າງທຶນໃຫ້ຊຸມຊົນເຂັ້ມແຂງ

ສະຫະກອນສິນເຊື່ອນາກາຍ ສົ່ງເສີມການສ້າງທຶນໃຫ້ຊຸມຊົນເຂັ້ມແຂງ
ໃນຊຸມຊົນແຫຼ່ງທຶນແມ່ນຫົວໃຈສໍາຄັນຂອງການດໍາລົງຊີວິດ, ການເຂົ້າເຖິງການເງິນ ບໍ່ໄດ້ໝາຍເຖິງພຽງແຕ່ "ການກູ້ຢືມ", ແຕ່ແມ່ນ "ໂອກາດ" ໃນການສ້າງອາຊີບ, ຂະຫຍາຍການຜະລິດ ແລະ ຍົກລະດັບຄຸນນະພາບຊີວິດ. ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດນາກາຍ ເມືອງນາກາຍ ແຂວງຄໍາມ່ວນ ພິສູດໃຫ້ເຫັນວ່າ: ການອອມຢ່າງເປັນລະບົບ ແລະ ການໃຫ້ກູ້ຢ່າງມີຫຼັກການ ສາມາດກາຍເປັນພະລັງຂັບເຄື່ອນເສດຖະກິດ ແລະ ມີການເຕີບໂຕຢ່າງເຂັ້ມແຂງ, ຊຶ່ງເມື່ອກ່ອນເລີ່ມຈາກພະນັກງານ 7 ທ່ານ ສູ່ລະບົບເງິນຝາກ ມູນຄ່າ 33 ຕື້ກີບ ແລະ ໄດ້ຂະຫຍາຍຕາໜ່າງການບໍລິການເຖິງ 24 ບ້ານ, ຈາກເມື່ອກ່ອນພຽງແຕ່ 16 ບ້ານເທົ່ານັ້ນ.
ສະຫະກອນສນເຊອນາກາຍ ສງເສມການສາງທນໃຫຊມຊນເຂມແຂງ - image 1
 

ທ່ານ ສົມພົງ ສະຫວັນ ອໍານວຍການສິນເຊື່ອຝາກປະຢັດ ນາກາຍ ໄດ້ເປີດເຜີຍຕໍ່ສື່ມວນຊົນ ເນື່ອງໃນໂອກາດທັດສະນະສຶກສາ ແລະ ເຂົ້າຮ່ວມຝຶກອົບຮົມໃນຕົ້ນເດືອນກໍລະກົດ ພາຍໃຕ້ໂຄງການແກມຊິວ ທີ່ໄດ້ຮັບການສະໜັບສະໜູນທຶນຈາກສະຫະພາບເອີຣົບ, ຈັດຕັ້ງປະຕິບັດໂດຍສະມາ ຄົມນັກຂ່າວແຫ່ງ ສປປລາວ ແລະ ອົງການແຄຣນາ ນາຊາດ ປະຈຳລາວ ຜ່ານມານີ້ວ່າ: ກອງທຶນສິນເຊື່ອຝາກປະຢັດບ້ານ ສ້າງຕັ້ງຂຶ້ນໃນປີ 2018 ໂດຍມີພະນັກງານ 7 ທ່ານ; ເປົ້າໝາຍສໍາຄັນມຸ່ງເນັ້ນສ້າງໂອກາດໃຫ້ປະຊາຊົນສາມາດເຂົ້າເຖິງແຫຼ່ງທຶນ, ນໍາເງິນທຶນໄປໃຊ້ໃນການຜະລິດ, ການປະກອບອາຊີບ ແລະ ສ້າງລາຍຮັບໃຫ້ຄອບຄົວ; ເບິ່ງຄືວ່າ ເປັນພຽງການສ້າງແຫຼ່ງທຶນຂະໜາດນ້ອຍສໍາລັບຊຸມຊົນ, ແຕ່ການດໍາເນີນງານຢ່າງຕໍ່ເນື່ອງ ໄດ້ສ້າງຄວາມໄວ້ວາງໃຈຈາກສະມາຊິກ; ຈຸດສໍາຄັນແມ່ນການບໍລິຫານທີ່ມີຄວາມໂປ່ງໃສ, ດໍາເນີນຕາມລະບຽບກົດໝາຍ ແລະ ຍຶດຖືຜົນປະໂຫຍດຂອງສະມາຊິກເປັນຫຼັກ, ເງື່ອນໄຂດັ່ງກ່າວໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນ ເຮັດໃຫ້ຈໍານວນສະມາຊິກເພີ່ມຂຶ້ນ ແລະ ສາມາດຂະຫຍາຍຕາໜ່າງບໍລິການຈາກ 16 ບ້ານ ມາເປັນ 24 ບ້ານ, ໂອກາດເຂົ້າເຖິງແຫຼ່ງທຶນຂອງປະຊາຊົນຫຼາຍຂຶ້ນ, ຄອບຄົວທີ່ຕ້ອງການທຶນ ເພື່ອນໍາໄປໝູນໃຊ້ໃນການຜະລິດ ຫຼື ປະກອບອາຊີບໃນບໍລິບົດນີ້, ການອອມຊັບ ບໍ່ໄດ້ເປັນພຽງການເກັບເງິນໄວ້, ແຕ່ກໍາລັງກາຍເປັນກົນໄກສ້າງທຶນໝູນວຽນພາຍໃນຊຸມຊົນ; ປັດຈຸບັນ, ສະຫະກອນມີສະມາຊິກ 3,600 ຄົນ ແລະ ມີເງິນອອມຊັບຫຼາຍກວ່າ 33 ຕື້ກີບ, ສະແດງໃຫ້ເຫັນສັກກະຍະພາບຂອງການອອມຊັບ ແລະ ຄວາມໄວ້ວາງໃຈຂອງສະມາຊິກທີ່ມີຕໍ່ກອງທຶນ.

ສະຫະກອນສນເຊອນາກາຍ ສງເສມການສາງທນໃຫຊມຊນເຂມແຂງ - image 2
 

ທ່ານກ່າວອີກວ່າ: ການປ່ຽນເງິນອອມ ໃຫ້ກາຍເປັນ "ທຶນໝູນວຽນ" ໃນຊຸມຊົນການຂະຫຍາຍຕາໜ່າງບໍລິການຄັ້ງນີ້ ມີຄວາມໝາຍຫຼາຍກວ່າການເພີ່ມຕົວເລກ ມັນແມ່ນການຍັບແຫຼ່ງທຶນເຂົ້າໃກ້ປະຊາຊົນຫຼາຍຂຶ້ນ ພາຍໃຕ້ການຄຸ້ມຄອງຂອງອົງການຈັດຕັ້ງທາງສັງຄົມ ບໍລິສັດ ໄຟຟ້ານໍ້າເທີນ 2, ສະຫະກອນໄດ້ກາຍເປັນກົນໄກຮ່ວມກັນຂອງຊຸມຊົນ ໂດຍມີຫຼັກການວ່າ "ຜູ້ກູ້ຢືມ ຕ້ອງເປັນສະມາຊິກຂອງກອງທຶນ". ກົນໄກນີ້ຊ່ວຍສົ່ງເສີມ 2 ດ້ານຄວບຄູ່ກັນ: ສ້າງວິໄນທາງການເງິນ: ຝຶກນິໄສການອອມຊັບຢ່າງຕໍ່ເນື່ອງ; ຕໍ່ຍອດອາຊີບ: ນໍາເງິນທຶນໄປສະໜັບສະໜູນການຜະລິດກະສິກໍາ ແລະ ທຸລະກິດຂະໜາດນ້ອຍ-ກາງ (SMEs) ໃນທ້ອງຖິ່ນ. ສິ່ງນີ້ເຮັດໃຫ້ "ການເງິນ" ເຂົ້າມາຮັບໃຊ້ "ການຜະລິດ" ຢ່າງແທ້ຈິງ ແທນທີ່ຈະຢຸດຢູ່ພຽງການຝາກ ຫຼື ກູ້ຢືມ, ຊ່ວຍໃຫ້ເງິນທຶນໝູນວຽນຢູ່ພາຍໃນ, ສ້າງກິດຈະກໍາທາງເສດຖະກິດ ແລະ ເຮັດໃຫ້ຄອບຄົວສາມາດເພິ່ງພາຕົນເອງໄດ້.

ສະຫະກອນສນເຊອນາກາຍ ສງເສມການສາງທນໃຫຊມຊນເຂມແຂງ - image 3
 

ການບໍລິການຂອງສະຫະກອນແຫ່ງນີ້, ທີ່ໄດ້ຂະຫຍາຍຕາໜ່າງບໍລິການຈາກ 16 ບ້ານ ສູ່ 24 ບ້ານ ເປັນພຽງອີກກ້າວໜຶ່ງຂອງການເດີນທາງ ຄວາມທ້າທາຍສໍາຄັນໃນຕໍ່ໜ້າ ຄືການຮັກສາມູນເຊື້ອຄວາມຊື່ສັດຂອງພະນັກງານ, ຄວາມເຂັ້ມງວດໃນການຄຸ້ມຄອງທາງການເງິນ ແລະ ຄຸນນະພາບການບໍລິ ຫານໃຫ້ເຂັ້ມແຂງ. ຄຽງຄູ່ກັບການຂະຫຍາຍຕົວ ເພາະໃນທ້າຍທີ່ສຸດ, ທຶນທີ່ມີຄຸນຄ່າທີ່ສຸດ ບໍ່ແມ່ນທຶນທີ່ຖືກເກັບໄວ້, ແຕ່ແມ່ນທຶນທີ່ໝູນວຽນເພື່ອປ່ຽນເປັນໂອກາດ, ສ້າງລາຍຮັບ ແລະ ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນ ເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ກ້າວເຂົ້າສູ່ການພັດທະນາໄປເລື້ອຍໆ.

ຂ່າວ: ສ.ພະຈັນ ພາບ: ວັດທະນາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຢູ່ແຂວງສາລະວັນ

ເຜີຍແຜ່ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຢູ່ແຂວງສາລະວັນ

ກົມກວດກາພັກ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ໄດ້ເຄື່ອນໄຫວເຜີຍແຜ່ວຽກງານສະກັນກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ວຽກງານແຈ້ງຊັບສິນ ໃນວັນທີ 22 ກັນຍານີ້, ທີ່ພະແນກ ວທ ແຂວງສາລະວັນ ນໍາໂດຍທ່ານ ຄໍາເພົ້າ ວັນນະວົງ ຄະນະປະຈໍາພັກກະຊວງ, ຮອງປະທານກວດກາຄະນະພັກກະຊວງ, ຫົວໜ້າກົມກວດກາ ກະຊວງ ວທ ມີທ່ານ ນາງ ສູນໄຖ ໄຊຍະແສງ ກຳມະການພັກແຂວງ, ຫົວໜ້າພະແນກ ວທ ແຂວງ; ມີຄະນະພະແນກ, ຫົວໜ້າຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮັບລະບົບໄຟເຍືອງທາງໃຫ້ເມືອງໄຊເສດຖາ

ມອບ-ຮັບລະບົບໄຟເຍືອງທາງໃຫ້ເມືອງໄຊເສດຖາ

ພິທີມອບ-ຮັບ ໄຟເຍືອງທາງລະບົບນໍາໃຊ້ແສງຕາເວັນ ຫຼື ໂຊລາເຊວ ຕາມເສັ້ນທາງລຽບແຄມເຊກະໝານ ເຂດງານບຸນຊ່ວງເຮືອ ຢູ່ເມືອງໄຊເສດຖາແຂວງອັດຕະປື ໄດ້ຈັດຂື້ນໃນວັນທີ 18 ກັນຍາຜ່ານ​ມາ, ໂດຍການເຂົ້າຮ່ວມຂອງທ່ານ ສົມໄຊ ແກ້ວມະນີວັນ ກຳມະການພັກແຂວງ, ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຈຳເຂດເລືອກຕັ້ງເມືອງໄຊເສດຖາ, ມີຂະແໜງການທີ່ກ່ຽວຂ້ອງຂອງແຂວງ, ເມືອງ, ຕາແສງ ແລະ ບ້ານເຂົ້າຮ່ວມ.
ເຊກອງ ເມືອງແຫ່ງສະເໜ່ ໄດ້ຮັບລາງວັນຫ້ອງວາງສະແດງແຫ່ງຊາດ ດີເດັ່ນ-ສວຍງາມ

ເຊກອງ ເມືອງແຫ່ງສະເໜ່ ໄດ້ຮັບລາງວັນຫ້ອງວາງສະແດງແຫ່ງຊາດ ດີເດັ່ນ-ສວຍງາມ

ໃນໂອກາດທີ່ ແຂວງເຊກອງ ຕົວແທນເມືອງແຫ່ງສະເໜ່ ຂອງ ສປປ ລາວ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 23 ປະຈໍາປີ 2026 ທີ່ນະຄອນນານໜິງ ແຂວງກວາງຊີ ສປ ຈີນ, ຫ້ອງວາງສະແດງ “ເຊກອງ ເມືອງແຫ່ງສະເໜ່” ໄດ້ຮັບລາງວັນຫ້ອງວາງສະແດງດີເດັ່ນ-ສວຍງາມ (Best National Pavilion) ຈາກການຈັດຕົບແຕ່ງ ແລະ ນໍາສະເໜີເນື້ອໃນ ພາຍໃນຫ້ອງວາງສະແດງ.
ຄໍາມ່ວນ ສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງພ້ອມວາງແຜນການ5 ປີຕໍ່ໜ້າ

ຄໍາມ່ວນ ສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງພ້ອມວາງແຜນການ5 ປີຕໍ່ໜ້າ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໃນໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ທົ່ວແຂວງຄໍາມ່ວນ, ໄດ້ຈັດຂຶ້ນໃນວັນທີ 22 ກັນຍາ 2026, ໂດໃຫ້​ກຽດ​ເຂົ້າ​ຮ່ວມເປັນປະທານຂອງສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ, ມີສະຫາຍ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ສະຫາຍ ສາຍຄໍາ ພະໄຊສິດທິເດດ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ຄະນະເລຂາພັກເມືອງ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານອ້ອມຂ້າງແຂວງເຂົ້າຮ່ວມ.
ເຊກອງສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາທົ່ວແຂວງ ໄລຍະ 5ປີ

ເຊກອງສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາທົ່ວແຂວງ ໄລຍະ 5ປີ

ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກວດກາທົ່ວ ແຂວງເຊກອງ 5 ປີ ( 2021-2025) ແລະວາງທິດທາງແຜນການ 5 ປີ (2026-2030) ໄດ້ຈັດ​ຂຶ້ນໃນວັນທີ 21 ກັນຍາ 2026 ນີ້ ທີ່ ແຂວງເຊກອງ ໂດຍເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ວັນໄຊ ພອງສະຫວັນກຳມະການກົມການເມືອງສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວຫນ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ບຸນຫຼາຍ ບຸດທິ ກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງເຊກອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຮອງລັດຖະມົນຕີ ກະຊວງ ອ​ຄ ເຄື່ອນໄຫວເຮັດວຽກ ຢູ່ແຂວງຄຳມ່ວນ

ຮອງລັດຖະມົນຕີ ກະຊວງ ອ​ຄ ເຄື່ອນໄຫວເຮັດວຽກ ຢູ່ແຂວງຄຳມ່ວນ

ເພື່ອຈັດຕັ້ງປະຕິບັດຕາມຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ), ໃນວັນທີ 21 ກັນຍາ 2026 ນີ້, ທ່ານ ພຸດທະວັນ ນັນທະວົງຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ, ໄດ້ເຄື່ອນໄຫວຕິດຕາມ ແລະ ກວດກາ ວຽກງານປົກກະຕິ ປະຈຳປີ 2026 ຢູ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນໂດຍ​ມີທ່ານ ສົມວິໄຊ ວົງທິລາດ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຄໍາມ່ວນພ້ອມ​ຄະ​ນະແລະພະ​ນັກ​ງານ-ລັດ​ຖະ​ກອນໃຫ້​ການ​ຕ້ອນ​ຮັບ.
ກອງປະຊຸມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທຳ

ກອງປະຊຸມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທຳ

ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມຮ່ວມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາຄັ້ງທີ VIII ໃນວັນທີ 21 ກັນຍາ ນີ້ ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ, ເປັນປະທານຮ່ວມໂດຍ ທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ ປະທານສານປະຊາຊົນສູງສຸດ, ທ່ານ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານນາງ ສີສຸດາ ໂສພາວັນດີ ຮອງລັດຖະມົນຕີກະຊວງຍຸຕິທໍາ, ເປັນກຽດເຂົ້າຮ່ວມໂອ້ລົມໂດຍທ່ານ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູງກາງພັກ ພ້ອມດ້ວຍການນໍາຂອງ 4 ພາກສ່ວນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະກໍາມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ສພຊ ປະຈໍາປີ

ກອງປະຊຸມຄົບຄະນະກໍາມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ສພຊ ປະຈໍາປີ

​ ກໍາມາທິການ ວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມຄົບຄະນະ ປະຈໍາປີ 2026 ຂຶ້ນຢ່າງເປັນທາງການ ໃນວັນທີ 22 ກັນຍານີ້ ທີ່ໂຮງແຮມເມື່ອງແທັງ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານ ຂອງ ທ່ານນາງ ອໍາໄພວອນ ລ້ອມບຸນແພງ ປະທານກໍາມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ, ມີບັນດາຄະນະປະທານກໍາມາທິການ, ສະມາຊິກສະພາແຫ່ງຊາດ ທີ່ເປັນກໍາມະການຂອງກໍາມາທິການ ຈາກເຂດເລືອກຕັ້ງທົ່ວປະເທດ, ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງວ່າການສະພາແຫ່ງຊາດ, ບັນດາກະຊວງ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມແນະນຳດ້ານວິຊາການ ການຈັດຕັ້ງປະຕິບັດວາລະແຫ່ງຊາດ

ກອງປະຊຸມແນະນຳດ້ານວິຊາການ ການຈັດຕັ້ງປະຕິບັດວາລະແຫ່ງຊາດ

ກອງປະຊຸມແນະນຳດ້ານວິຊາການ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄລຍະ 2027-2030 ໄດ້ຈັດຂຶ້ນ ລະຫວ່າງວັນທີ 21-22 ກັນຍານີ້ ທີ່ ຫໍປະຊຸມແຫ່ງຊາດ, ໂດຍການເປັນປະທານຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໂດຍມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ກອງບັນຊາການທະຫານແຂວງຄຳມ່ວນ ປະດັບທຽບຊັ້ນນາຍທະຫານ

ກອງບັນຊາການທະຫານແຂວງຄຳມ່ວນ ປະດັບທຽບຊັ້ນນາຍທະຫານ

ວັນທີ 18 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງຄໍາມ່ວນ ໄດ້ຈັດພິທີປະດັບທຽບຊັ້ນນາຍທະຫານ ໂດຍການເປັນປະທານຂອງສະຫາຍ ພັນໂທ ພົມວິຫານ ອິນສັກດາ ກໍາມະການຄະນະພັກ ກອງບັນຊາການ, ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ, ມີຄະນະພັກ-ຄະນະບັນຊາ ອົງການ 6 ຫ້ອງ, ພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ