ຂ່າວລະບຸວ່າ: ຕາມແຈ້ງການຈາກຫ້ອງການປະສານງານບັນດາບັນຫາມະນຸດສະທຳຂອງສະຫະປະຊາຊາດ ປະຈຳ ຊູດັງໃຕ້ (OCHA) ແລ້ວ, ປະເທດນີ້ພວມປະເຊີນໜ້າກັບໜຶ່ງໃນບັນດາວິກິດການສັບສົນທີ່ສຸດໃນໂລກ. ສະນັ້ນ, ບຸລິມະສິດແຖວໜ້າຂອງແຜນການນີ້ແມ່ນລະດົມເງິນຈຳນວນ 1 ຕື້ໂດລາ ໂດຍໄວ ເພື່ອຊ່ວຍເຫຼືອປະຊາຊົນ 4 ລ້ານຄົນ ທີ່ພວມຕົກຢູ່ໃນສະພາບຄວາມສ່ຽງສູງຢູ່ ຊູດັງໃຕ້.
ສະຫະປະຊາຊາດພວມກະຕຸກຊຸກຍູ້ບັນດາຝ່າຍທີ່ປະທະກັນ ຢຸດຕິການໃຊ້ຄວາມຮຸນແຮງ, ເຄົາລົບກົດໝາຍວ່າດ້ວຍມະນຸດສະທຳສາກົນ ແລະ ຮຽກຮ້ອງໃຫ້ນັກອຸປະຖຳສາກົນຮີບເລັ່ງປະກອບສ່ວນເງິນເພື່ອຮັກສາການເຄື່ອນໄຫວຊ່ວຍຊີວິດຢ່າງທັນການ.
ຄໍາເຫັນ