ສະຫຼຸບວຽກງານສັນຕິບານ ປະຈຳປີ 2025

ສະຫຼຸບວຽກງານສັນຕິບານ ປະຈຳປີ 2025

ສະຫຼຸບວຽກງານສັນຕິບານ ປະຈຳປີ 2025
ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດກອງປະຊຸມສະຫຼຸບວຽກງານສັນຕິບານ ປະຈຳປີ 2025 ແລະ ວາງທິດທາງປີ 2026 ໃນວັນທີ 3 ມີນານີ້ ທີ່ສະໂມສອນກະຊວງ ປກສ (ສະໜາມມ້າ) ພາຍໃຕ້ການເປັນປະທານຂອງທ່ານ ພົຈວ ແອນ ອຸ່ນອານົງນຸດ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ, ມີຮອງຫົວໜ້າຫ້ອງກົມໃຫຍ່, ຫ້ອງວ່າການກະຊວງ, ວສປ, ຄະນະກອງບັນຊາການ ປກສ ແຂວງທົ່ວປະເທດ, ຄະນະບັນຊາກົມ-ຫ້ອງ, ພະນັກງານຫຼັກແຫຼ່ງອ້ອມຂ້າງກົມໃຫຍ່ສັນຕິບານ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫບວຽກງານສນຕບານ ປະຈຳປ 2025 - image 1
 

ທ່ານ ພົຈວ ແອນ ອຸ່ນອານົງນຸດ ໄດ້ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້, ມີຄວາມໝາຍ ຄວາມສຳຄັນຢ່າງຍິ່ງ, ບໍ່ພຽງແຕ່ເປັນການຕີລາຄາຢ່າງຮອບດ້ານ, ພາວະວິໄສ ໝາກຜົນຂອງວຽກງານສັນຕິບານປີ 2025, ແຕ່ຍັງເປັນເວທີເພື່ອໃຫ້ບັນດາສະຫາຍ ການນໍາຂັ້ນກົມໃຫຍ່ສັນຕິບານ, ກົມ-ຫ້ອງ, ບັນດາກອງບັນຊາການ ປກສ ແຂວງທົ່ວປະເທດ ໄດ້ແລກປ່ຽນປະສົບການຕົວຈິງ, ຊີ້ໃຫ້ເຫັນບັນດາເລ່ຫຼ່ຽມກົນອຸບາຍ, ຮູບການເຄື່ອນໄຫວໃໝ່ຂອງບັນດາອິດທິກຳລັງປໍລະປັກໃນສະພາບການໃໝ່. ຈາກນັ້ນ, ຈຶ່ງພ້ອມກັນເປັນເອກະພາບທາງດ້ານແນວຄິດ ແລະ ວາງທິດທາງ, ໜ້າທີ່, ວິທີທາງແກ້ໄຂຢ່າງມີຈຸດສຸມໃນປີ 2026 ແລະ ປີຕໍ່ໆໄປ.

ໂອກາດດັ່ງກ່າວ, ທ່ານ ພົຈວ ແອນ ອຸ່ນອານົງນຸດ ຍັງໄດ້ຊີ້ນຳໃຫ້ພະນັກງານຫຼັກແຫຼ່ງ-ນຳພາບັນຊາ ວຽກງານສັນຕິບານທີ່ເຂົ້າຮ່ວມກອງປະຊຸມ ຈົ່ງຍົກສູງນໍ້າໃຈຄວາມຮັບຜິດຊອບ, ການປະຕິບັດຕາມວາລະກອງປະຊຸມຢ່າງເຂັ້ມງວດ, ພ້ອມກັນສຸມທຸກສະຕິປັນຍາ ຄົ້ນຄວ້າແລກປ່ຽນສະພາບການ ແລະ ປະສົບການ ໃນການປະຕິບັດຕົວຈິງຕໍ່ກອງປະຊຸມຢ່າງກົງໄປກົງມາ, ຍົກໃຫ້ເຫັນຈຸດດີ ຜົນງານໄຊຊະນະທີ່ຍາດມາໄດ້ ເພື່ອຮັກສາ ແລະ ສົ່ງເສີມໃຫ້ດີຂຶ້ນ; ພ້ອມນັ້ນ, ໄດ້ກຳນົດທິດທາງວຽກງານໃນຕໍ່ໜ້າ ໃຫ້ຖືກຕ້ອງສອດຄ່ອງທັນກັບສະພາບການໃນໄລຍະໃໝ່ ແນໃສ່ຍາດໄດ້ໄຊຊະນະໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ໃນວາລະກອງປະຊຸມໄດ້ຮັບຟັງຮ່າງບົດສະຫຼຸບວຽກງານສັນຕິບານປະຈຳປີ 2025 ແລະ ທິດທາງແຜນ ການປີ 2026. ຈາກນັ້ນ, ຍັງໄດ້ຮັບຟັງການປະກອບຄໍາຄິດຄຳເຫັນ ແລະ ການລາຍງານສະພາບການຕ່າງໆ ທີ່ພົ້ນເດັ່ນໃນສັງຄົມ ກໍຄືຜົນການຈັດຕັ້ງປະຕິບັດວຽກງານວິຊາສະເພາະສັນຕິບານ ຈາກບັນດາກົມ-ຫ້ອງວິຊາສະເພາະໃນໄລຍະຜ່ານມາ ເພື່ອພ້ອມກັນຄົ້ນຄວ້າ, ແລກປ່ຽນຄຳຄິດເຫັນ, ຊອກຫາວິທີການສະກັດກັ້ນ-ແກ້ໄຂຢ່າງຖືກຕ້ອງ ຕາມແນວທາງນະໂຍບາຍຂອງພັກ-ລັດ ຮັບປະກັນຫຼັກການວິຊາສະເພາະປ້ອງກັນຄວາມສະຫງົບ ຢ່າງມີປະສິດທິຜົນ, ກອງປະຊຸມໄດ້ດຳເນີນໄປເປັນເວລາ 1 ວັນຈຶ່ງສຳເລັດ.

ຂ່າວ: ບຸນພະຈັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໂຮງໝໍບໍລິເວນ 107 ກອງທັບ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X

ໂຮງໝໍບໍລິເວນ 107 ກອງທັບ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X

ວັນທີ 23 ກັນຍາຜ່ານມາ, ໂຮງໝໍບໍລິເວນ 107 ກອງທັບ ໄດ້ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X ຢູ່ທີ່ສະໜາມຍິງປືນ ໂຮງຮຽນການທະຫານທ້ອງຖິ່ນແຂວງຫຼວງພະບາງ ໂດຍການເປັນປະທານຂອງສະຫາຍ ພັນໂທ ສຸວັນ ສໍປະກາຍແກ້ວ ຮອງອໍານວຍການໂຮງໝໍ ບໍລິເວນ 107 ກອງທັບ ພ້ອມດ້ວຍຄະນະ, ມີຄະນະກອງຮ້ອຍນັກສຶກສາ, ມີບັນດາພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ທະຫານແຂວງວຽງຈັນ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ທະຫານແຂວງວຽງຈັນ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ວັນທີ 23 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງວຽງຈັນ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສຸດໃຈ ມະຫາວົງ ກຳມະການຄະນະພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ, ມີຄະນະພັກກອງບັນຊາການ ຕະຫຼອດຮອດພະນັກງານ ແລະ ສະມາຊິກພັກ ເຂົ້າຮ່ວມ.
ເຜີຍແຜ່ຮ່າງນິຕິກຳຫົວໜ່ວຍຊົດເຊີຍຜົນກະທົບໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ

ເຜີຍແຜ່ຮ່າງນິຕິກຳຫົວໜ່ວຍຊົດເຊີຍຜົນກະທົບໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ

ພິທີເຜີຍແຜ່ ຮ່າງນິຕິກຳວ່າດ້ວຍ ຫົວໜ່ວຍຊົດເຊີຍ ຜົນກະທົບຕາມແລວເສັ້ນທາງດ່ວນວຽງຈັນ-ຮ່າໂນ້ຍໄລຍະເສັ້ນທາງບໍລິຄຳໄຊ-ແທງຖູຍ ຢູ່ຕາແສງ ບົວວຽງຄຳ ຈັດຂຶ້ຶນໃນວັນທີ 23 ກັນຍາຜ່ານມາ, ໂດຍມີທ່ານ ບຸນເລີດ ລັດທະພອນປະທານຄະນະກຳມະການປົກຄອງຕາແສງ ບົວວຽງຄຳ, ມີຄະນະກຳມະການຄົ້ນຄວ້າຊົດເຊີຍຜົນກະທົບຂັ້ນແຂວງ,ຂັ້ນເມືອງ,ຕາງໜ້າໂຄງການ,ອຳນາດການປົກຄອງບ້ານ ແລະ ຕາງໜ້າຄອບຄົວທີ່ມີເນື້ອທີ່ຖືກຜົນກະທົບຈາກໂຄງການເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝສາມັນ ຄັ້ງທີ 5 ສະໄໝທີ VII

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝສາມັນ ຄັ້ງທີ 5 ສະໄໝທີ VII

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝສາມັນ ຄັ້ງທີ 5 ສະໄໝທີ VII ໄດ້ເປີດຂຶ້ນໃນວັນທີ 25 ກັນຍານີ້, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງວຽງຈັນ, ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຖາບັນການເງິນຈຸລະພາກສິນຊັບເມືອງເໜືອ ສາຂາແຂວງບໍ່ແກ້ວ ມອບອຸປະກອນກິລາ ໃຫ້ກອງພັນໃຫຍ່ 302

ສະຖາບັນການເງິນຈຸລະພາກສິນຊັບເມືອງເໜືອ ສາຂາແຂວງບໍ່ແກ້ວ ມອບອຸປະກອນກິລາ ໃຫ້ກອງພັນໃຫຍ່ 302

ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງພົນທະຫານຮາບທີ 3 ທີ່ຈະໝູນວຽນມາບັນຈົບຄົບຮອບ 45 ປີ (ວັນທີ 25 ຕຸລາ 1981-25 ຕຸລາ 2026) ໃນວັນທີ 24 ກັນຍາຜ່ານມາ, ສະຖາບັນການເງິນຈຸລະພາກສິນຊັບເມືອງເໜືອ ສາຂາແຂວງບໍ່ແກ້ວ ໄດ້ມອບເສື້ອໂປໂລແຂນສັ້ນຈໍານວນ 19 ຊຸດ, ເຄື່ອງຊຸດວອມ 5 ຊຸດ ແລະ ໝາກບູ່ນ 1 ຊຸດ ລວມມູນຄ່າ 3,268,000 ກີບ ມອບໃຫ້ກອງພັນໃຫຍ່ 302 ເພື່ອຊຸກຍູ້ຈິດໃຈຂອງພະນັກງານ-ນັກຮົບ ທີ່ກໍາລັງປະຕິບັດໜ້າທີ່ຢູໃນກົມກອງຂອງຕົນ, ທັງເປັນການຊຸກຍູ້ຂະບວນການກິລາ ຢູ່ກອງພັນໃຫຍ່ 302 ໃຫ້ມີບັນຍາກາດຟົດຟື້ນ, ໂດຍການກ່າວມອບຂອງສະຫາຍ ເຕີນ ລາດວົງສາ ຫົວໜ້າໜ່ວຍງານສະຖາບັນການເງິນຈຸລະພາກສິນຊັບເມືອງເໝືອ ສາຂາແຂວງບໍ່ແກ້ວ ພ້ອມດ້ວຍຄະນະໜ່ວຍງານ, ກ່າວຮັບໂດຍສະຫາຍ ພັນເອກ ຄຳອ້ວນ ວຽງສະຫວັນ ຄະນະພັກກອງພົນ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່ 302 ພ້ອມດ້ວຍຄະນະ, ມີຄະນະພັກ-ຄະນະບັນຊາ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ກອງພົນທີ​ 2​ ມອບ​ເງິນ​ອຸດໜູນເທື່ອດຽວໃຫ້ນາຍທະຫານ

ກອງພົນທີ​ 2​ ມອບ​ເງິນ​ອຸດໜູນເທື່ອດຽວໃຫ້ນາຍທະຫານ

ໃນວັນທີ​ 24 ກັນຍາ​ຜ່ານມາ​,​ ກອງພົນທີ​ 2​ ໄດ້ມອບ​ເງິນ​ອຸດໜູນເທື່ອດຽວໃຫ້ນາຍທະຫານ​ ໂດຍການເປັນປະທານຂອງສະຫາຍ ພັນໂທ​ ສົມຈິດ ແກ້ວ​ໄຊຍະວົງ​ ກຳມະການຄະນະພັກກອງພົນ​ ຮອງ​ຫົວໜ້າ​ຫ້ອງ ການ​ເມືອງ​ກອງພົນ​ທີ​ 2,​ ມີ​ພະແນກການກ່ຽວຂ້ອງ ແລະ ນາຍທະຫານ ທີ່ອອກການຮັບເງິນອຸດໜູນເທື່ອດຽວເຂົ້າຮ່ວມ.
9 ເດືອນ ເມືອງເງິນ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 6.29 ຕື້ກີບ

9 ເດືອນ ເມືອງເງິນ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 6.29 ຕື້ກີບ

ຕາມການລາຍງານຂອງທ່ານ ອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກໍາມະການປົກຄອງເມືອງ ຕໍ່ກອງປະຊຸມຄະນະກໍາມະການປົກຄອງເມືອງປະຈໍາ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2026 ຊຶ່ງຈັດຂຶ້ນໃນວັນທີ 25 ກັນຍາຜ່ານມາ, ທີ່ຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດຮ່ວມມືເສດຖະກິດບໍ່ເຕ່ນ - ບໍ່ຫານ

ກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດຮ່ວມມືເສດຖະກິດບໍ່ເຕ່ນ - ບໍ່ຫານ

ໃນວັນທີ 24 ກັນຍານີ້ ທີ່ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການກະກຽມກອງປະຊຸມຄະນະກໍາມະການປະສານງານຮ່ວມເຂດຮ່ວມມືເສດຖະກິດບໍ່ເຕ່ນ ສປປ ລາວ - ບໍ່ຫານ ສປ ຈີນ ຊຶ່ງຈະຈັດຂຶ້ນໃນເດືອນຕຸລາ 2026 ພາຍໃຕ້ການເປັນປະທານຂອງທ່ານ ນາງ ພອນວັນ ອຸທະວົງຮອງລັດຖະມົນຕີຮອງປະທານ ຄລທ ຜູ້ປະຈໍາການປະທານຄະນະກໍາມະການປະສານງານ ເຂດຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ - ບໍ່ຫານ ສປ ຈີນ ໂດຍມີທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າຫ້ອງການ ແລະ ຮອງຫົວໜ້າກົມ ພ້ອມດ້ວຍຄະນະຮັບຜິດຊອບຈາກຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ ແຂວງຫຼວງນໍ້າທາ ເຂົ້າຮ່ວມແບບຊ້ອງໜ້າ ແລະ ຜ່ານລະບົບທາງໄກ.
4 ໜ່ວຍພັກ ຍທຂ ເຊກອງ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

4 ໜ່ວຍພັກ ຍທຂ ເຊກອງ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນໃຫ້ 4 ໜ່ວຍພັກ ປະກອບມີ ໜ່ວຍພັກຂະແໜງບໍລິຫານ, ຈັດຕັ້ງ, ກວດກາແຜນການ-ການເງິນ; ໜ່ວຍພັກຂະແໜງຂົນສົ່ງ, ຄຸ້ມຄອງພາຫະນະ, ເຄຫາ-ຜັງເມືອງ, ໜ່ວຍພັກລັດວິສາຫະກິດນໍ້າປະປາ ແລະ ໜ່ວຍພັກທາງບົກ-ທາງນໍ້າ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງເຊກອງ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນປະຈຳປີ 2025 ຈັດຂຶ້ນໃນວັນທີ 24 ກັນຍາຜ່ານມາ, ໃຫ້ກຽດມອບໃບຢັ້ງຢືນໂດຍສະຫາຍ ແກ້ວປະເສີດ ແກ້ວມະນີວົງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຍທຂ ແຂວງ, ມີຄະນະໜ່ວຍພັກ, ສະມາຊິກພັກເຂົ້າຮ່ວມ.
ກະຊວງ ຮສສ ຮ່ວມກັບຄູ່ຮ່ວມງານ ວາງແຜນດຸ່ນດ່ຽງແຮງງານ ໄລຍະສັ້ນ-ໄລຍະຍາວ

ກະຊວງ ຮສສ ຮ່ວມກັບຄູ່ຮ່ວມງານ ວາງແຜນດຸ່ນດ່ຽງແຮງງານ ໄລຍະສັ້ນ-ໄລຍະຍາວ

ກົມການຈັດຫາງານກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັບຄູ່ຮ່ວມງານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາການຂາດແຄນແຮງງານ ພ້ອມທັງກຳນົດແຜນການຮ່ວມກັນໃນການສະໜອງແຮງງານ ທັງໄລຍະສັ້ນ ແລະ ໄລຍະຍາວ ຂຶ້ນ ໃນວັນທີ 24 ທັນວາ ນີ້ ທີ່ໂຮງແຮມລາວພຣາຊານະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານໂດຍ ທ່ານ ນາງ ອານຸສອນ ຄໍາສິງສະຫວັດຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນຫົວໜ້າຄະນະກອງເລຂາ ຄະນະດຸ່ນດ່ຽງທາງດ້ານການສະໜອງແຮງງານ.
ເພີ່ມເຕີມ