ຍາມໃດ! ລັດຖະບານກໍ່ຖືເອົາວຽກງານການສຶກສາໄປກ່ອນວຽກງານອື່ນບາດກ້າວໜຶ່ງ

ຍາມໃດ! ລັດຖະບານກໍ່ຖືເອົາວຽກງານການສຶກສາໄປກ່ອນວຽກງານອື່ນບາດກ້າວໜຶ່ງ

ຍາມໃດ! ລັດຖະບານກໍ່ຖືເອົາວຽກງານການສຶກສາໄປກ່ອນວຽກງານອື່ນບາດກ້າວໜຶ່ງ
ທ່ານ ນາງ ສຸກຂະເສີດ ສິດທິເດດ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ປະຈໍາແຂວງຄໍາມ່ວນ ໄດ້ກ່າວຕໍ່ສື່ມວນຊົນທ້ອງຖິ່ນເມື່ອບໍ່ດົນມາ ກ່ຽວກັບການນໍາເອົາເນື້ອໃນຈິດໃຈຂອງແຜນພັດທະນາການສຶກສາ ແລະ ກິລາໄປຈັດຕັ້ງປະຕິບັດໃນສົກຮຽນ 2024 – 2025 ຜ່ານມາ.
ຍາມໃດ! ລດຖະບານກຖເອາວຽກງານການສກສາໄປກອນວຽກງານອນບາດກາວໜງ - image 1
 

 ເຊິ່ງທ່ານໄດ້ກ່າວວ່າ: ລັດຖະບານຍາມໃດ? ກໍໄດ້ຖືວຽກງານການສຶກສາເປັນວຽກງານໜຶ່ງທີ່ສໍາຄັນ, ເອົາການສຶກສາໄປກ່ອນວຽກງານອື່ນບາດກ້າວໜຶ່ງ,ເອົາຄົນເປັນເປົ້າໝາຍ ແລະ ເປັນໃຈກາງໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ການສຶກສາເປັນການພັດທະນາຊັບພະຍາກອນມະນຸດສ້າງຄົນເຮົາໃຫ້ມີຄວາມຮູ້-ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ມີສຸຂະພາບແຂງແຮງທາງດ້ານຮ່າງກາຍ ແລະ ຈິດໃຈ, ຮັກຄວາມກ້າວໜ້າ ແລະ ມີວິທະຍາສາດເພື່ອກາຍເປັນກໍາລັງແຮງງານທີ່ມີຄຸນນະພາບ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດໃນໄລຍະໃໝ່. ໃນສົກຮຽນຜ່ານມາເຖິງວ່າຈະມີຄວາມຫຍຸ້ງຍາກຫຼາຍຢ່າງທີ່ສົ່ງຜົນກະທົບໂດຍກົງຕໍ່ການປະຕິບັດວຽກງານການສຶກສາ, ວິທະຍາສາດ ແລະ ກິລາກໍຕາມ ແຕ່ຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ກໍໄດ້ສຸມທຸກເຫື່ອແຮງ, ສະຕິປັນຍາ ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ສາມາດຂັບເຄື່ອນ ປະຕິບັດແຜນພັດທະນາການສຶກສາ ແລະ ກິລາມີຜົນສໍາເລັດສໍາຄັນຫຼາຍດ້ານ, ການຈັດຕັ້ງປະຕິບັດຜ່ານມາໄດ້ຮັບຜົນສໍາເລັດທີ່ພົ້ນເດັ່ນຄື: ໄດ້ຂະຫຍາຍການຈັດການຮຽນ-ການສອນສາຍສາມັນວິຊາຊີບ 9 ແຫ່ງຄື: ໂຮງຮຽນ ມໍປາຍ ທ່າແຂກ, ໂຮງຮຽນສາມັນມິດຕະພາບ ຄໍາມ່ວນ-ກວາງບິ່ງ, ໂຮງຮຽນກິນນອນຊົນເຜົ່າ, ໂຮງຮຽນ ມສ ນາໂດນ, ໂຮງຮຽນ ມສ ມ່ວງສຸມ, ໂຮງຮຽນ ມສ ດົງໃຕ້, ໂຮງຮຽນ ມສ ຫົວນາ, ໂຮງຮຽນ ມສ ດົງກະແສນ ແລະ ໂຮງຮຽນ ມສ ຂົວໂດນ. ໄດ້ຈັດຕັ້ງການຮຽນ-ການສອນໃຫ້ແກ່ນັກຮຽນຊັ້ນມັດທະຍົມສຶກສາ ມ3, ມ4, ມ5 ແລະ ມ6 ເຂົ້າຮຽນໃນຫຼັກສູດສາມັນວິຊາຊີບໃນຮູບແບບພັກສິ້ນປີຮຽນໃນໄລຍະ 3 ເດືອນ ໃນຫຼັກສູດຊັ້ນຕົ້ນລະດັບ C1 ທີ່ວິທະຍາໄລເຕັກນິກວິຊາຊີບ ແຂວງຄໍາມ່ວນ ຈໍານວນ 8 ສາຂາວິຊາຊີບຄື: ຊ່າງກໍ່-ໂບກ, ການປຸງແຕ່ງອາຫານ, ຕັດຫຍິບ, ສ້ອມແປງລົດຈັກ, ໄຟຟ້າໃນອາຄານ, ສ້ອມແປງເຄື່ອງເຢັນ ແລະ ພື້ນຖານຄອມພິ້ວເຕີ້. ນອກນັ້ນ, ກໍໄດ້ເຂົ້າຮ່ວມງານມະຫາກໍາກິລາແຫ່ງຊາດຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ.

ທ່ານ ນາງ ສຸກຂະເສີມ ສິດທິເດດ ໄດ້ກ່າວຕື່ມວ່າ: ໃນສົກຮຽນ 2024 – 2025 ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າໃນ 15 ຄາດໝາຍທີ່ກໍານົດໄວ້ໃນມະຕິສະພາມີ 9 ຄາດໝາຍທີ່ສາມາດບັນລຸໄດ້ ແລະ ມີ 6 ຄາດໝາຍທີ່ບໍ່ບັນລຸໄດ້. ໃນນັ້ນ, ຈໍານວນ 9 ຄາດໝາຍທີ່ບັນລຸໄດ້ປະກອບມີ: ອັດຕາເຂົ້າຮຽນໃໝ່ ສຸດທິ ປ1 ທຽບໃສ່ເດັກ 6 ປີ ປະຕິບັດໄດ້ 96.1% (ແຜນປີ 2025 ແມ່ນ 95.5%) ລື່ນຄາດໝາຍ 0.6%; ອັດຕາປະລະການຮຽນຂອງນັກຮຽນຂັ້ນ ປ1 ປະຕິບັດໄດ້ 7.2% (ແຜນປີ 2025 ແມ່ນ 7.5%) ລື່ນຄາດໝາຍ 0.3%; ອັດຕາປະລະການຮຽນຊັ້ນປະຖົມສຶກສາ ປະຕິບັດໄດ້ 5% (ແຜນປີ 2025 ແມ່ນ 5%) ບັນລຸຄາດ ໝາຍ; ດັດສະນີ້ຄວາມສະເໝີພາບຍິງ-ຊາຍ ອັດຕາເລື່ອນຊັ້ນ ປ5 ຫາ ມ1 (ທຽບໃສ່ນັກຮຽນຕົ້ນປີ ປ5) ປະຕິບັດໄດ້ 1.03% (ແຜນປີ 2025 ແມ່ນ 0.97-1.03) ມີຄວາມສະເໝີພາບຍິງ-ຊາຍ ; ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນໃຫ້ໄດ້ບໍາລຸງຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບປະຕິບັດໄດ້ 1,417 ຄົນ (ແຜນປີ 2025 ແມ່ນ 1,046 ຄົນ) ລື່ນຄາດໝາຍ 371 ຄົນ; ຄູຊັ້ນປະຖົມ ແລະ ມັດທະຍົມສຶກສາໄດ້ຮັບການຝຶກອົບຮົມ ປະຕິບັດໄດ້ 40.9% (ແຜນປີ 2025 ແມ່ນ 31%) ລື່ນຄາດໝາຍ 9.9%; ອັດຕາປະລະການຮຽນ ຊັ້ນປະຖົມສຶກສາ ປະຕິບັດໄດ້ 5% (ແຜນປີ 2025 ແມ່ນ 5%) ບັນລຸຄາດໝາຍ; ອັດຕາສ່ວນນັກຮຽນຈົບຊັ້ນມັດທະຍົມຕອນປາຍເຂົ້າຮຽນຕໍ່ລະດັບຕ່າງໆພາຍໃນ ແລະ ຕ່າງປະເທດ ປະຕິບັດໄດ້ 54.4% (ແຜນປີ 2025 ແມ່ນ 54%) ລື່ນຄາດໝາຍ 0.4%; ສູ້ຊົນໃຫ້ນັກຮຽນທີ່ຈົບຊັ້ນມັດທະຍົມຕອນຕົ້ນ ໄດ້ເຂົ້າຮຽນຕໍ່ໃນສາຍ ອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ປະຕິບັດໄດ້ 14.6% (ແຜນປີ 2025 ແມ່ນ 1.2%) ລື່ນຄາດໝາຍ 13.4%; ສົ່ງເສີມໃຫ້ມວນຊົນທຸກເພດ, ທຸກໄວໄດ້ເຂົ້າຮ່ວມການຫັດກາຍະບໍລິຫານ, ການອອກກໍາລັງກາຍ ແລະ ການຫຼິ້ນກິລາເພື່ອສຸຂະພາບ, ເຂົ້າຮ່ວມການສ້າງຂະບວນການເຄື່ອນໄຫວ ຈັດກິດຈະກຳການແຂ່ງຂັນກິລາປະຈໍາປີ, ກິລາວັນບຸນປະເພນີ ແລະ ກິລາວັນບຸນສໍາຄັນຕ່າງໆຂອງຊາດ ແລະ ສາກົນ ປະຕິບັດໄດ້ 37.4 (ແຜນປີ 2025 ແມ່ນ 36) ລື່ນຄາດໝາຍ 1.4%

ສ່ວນວ່າ 6 ຄາດໝາຍທີ່ບໍ່ສາມາດບັນລຸໄດ້ຕາມແຜນອັດຕາເຂົ້າຮຽນຂອງເດັກອາຍຸ 5 ປີໃນຊັ້ນການສຶກສາກ່ອນໄວຮຽນ ປະຕິບັດໄດ້ 79.3% (ແຜນປີ 2025 ແມ່ນ 89%) ຫຼຸດຄາດໝາຍ 6.2%; ອັດຕາເຂົ້າຮຽນໃໝ່ລວມ ປ5 ປະຕິບັດໄດ້ 93.8% (ແຜນປີ 2025 ແມ່ນ 97.5%) ຫຼຸດຄາດໝາຍ 3.7%; ອັດຕາຈົບຊັ້ນປະຖົມ (ອັດຕາເລື່ອນຂັ້ນ-ຈົບຊັ້ນປະຖົມ) ປະຕິບັດໄດ້ 93.1% (ແຜນປີ 2025 ແມ່ນ 94%) ຫຼຸດຄາດໝາຍ 0.9%; ອັດຕາການເລື່ອນຊັ້ນປ5 ຂຶ້ນ ມ1 (ທຽບໃສ່ນັກຮຽນຕົ້ນປີ) ປະຕິບັດໄດ້ 80.1% (ແຜນປີ 2025 ແມ່ນ 82%) ຫຼຸດຄາດໝາຍ 1.9%; ອັດຕາເຂົ້າຮຽນໃໝ່ລວມ ມ4 ປະຕິບັດໄດ້ 52.2% (ແຜນປີ 2025 ແມ່ນ 64%) ຫຼຸດຄາດໝາຍ 11.8%; ອັດຕາປະລະການຮຽນຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນ ປະຕິບັດໄດ້ 15% (ແຜນປີ 2025 ແມ່ນ 12.9%) ຫຼຸດຄາດໝາຍ 2.1% .

ຄໍາເຫັນ

ຂ່າວສືກສາ-ກິລາ

ພູຜາ ຄວ້າແຊັມເທັນນິດ ລາຍການ ຈູເນຍ ແຊັມປ້ຽນຊິບ 2026 ທີ່ປະເທດໄທ

ພູຜາ ຄວ້າແຊັມເທັນນິດ ລາຍການ ຈູເນຍ ແຊັມປ້ຽນຊິບ 2026 ທີ່ປະເທດໄທ

ທ້າວ ພູຜາ ຈັນທະວົງ ຫຼື ພູມ ນັກເທັນນິດດາວຮຸ່ງເຍົາວະຊົນລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນ ແລະ ສ້າງຊື່ສຽງໃຫ້ກັບປະເທດຊາດ ດ້ວຍການຄວ້າແຊັມໃນການແຂ່ງຂັນເທັນນິດເຍົາວະຊົນ ລາຍການ Junior Tennis Championship 2026 ຮຸ່ນອາຍຸບໍ່ເກີນ 14 ປີ (U-14) ທີ່ນະຄອນຫຼວງບາງກອກ ປະເທດໄທ ໃນລະຫວ່າງວັນທີ 31 ຕຸລາ ຫາ 1 ພະຈິກ ຜ່ານມາ.
ສຸພົນສາ ແລະ ເພັດນະຄອນ ສອງນັກແມ້ນປືນລາວ ຄວ້າແຊັມລາຍການ ໄອພີເອັດຊີ ຊີງແຊັມປະເທດລາວ ປະຈຳປີ 2026

ສຸພົນສາ ແລະ ເພັດນະຄອນ ສອງນັກແມ້ນປືນລາວ ຄວ້າແຊັມລາຍການ ໄອພີເອັດຊີ ຊີງແຊັມປະເທດລາວ ປະຈຳປີ 2026

ທ້າວ ສຸພົນສາ ນິຍົມ ແລະ ທ້າວ ເພັດນະຄອນ ພາມີສິດ ສອງໜຸ່ມນັກກິລາແມ້ນປືນໄອພີເອັດຊີ ທີມຊາດລາວ ນັກແມ້ນປືນລະດັບຕົ້ນຂອງປະເທດລາວ ຄວ້າແຊັມການແຂ່ງຂັນກິລາຍິງປືນ IPSC ຊີງແຊັມປະເທດລາວ ປະຈຳປີ 2026 ໄປຄອງ ຂະນະທີ່ ແຊັມປະເພດປືນໂປຣດັກຊັນຍິງເປັນຂອງນາງ ກົງຄຳ ບົວແສງພະຈັນ.
ປະກາດນຳໃຊ້ແຜນດຳເນີນງານເພື່ອຄວາມສະເໝີພາບ ຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ ຄັ້ງທີ V

ປະກາດນຳໃຊ້ແຜນດຳເນີນງານເພື່ອຄວາມສະເໝີພາບ ຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ ຄັ້ງທີ V

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີປະກາດການນຳໃຊ້ແຜນດຳເນີນງານເພື່ອຄວາມສະເໝີພາບຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ 5 ປີ ຄັ້ງທີ V ໃນວັນທີ 3 ພະຈິກຜ່ານມາ, ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ນາງ ຊູຮຸນ ຄິມ ຜູ້ອຳນວຍການພາກພື້ນຂອງອົງການ UNESCO ບາງກອກ ແລະ ທ່ານ ນາງ ເບັນນິຕ້າ ຊຳເມີວິວ ຮອງເອກອັກຄະລັດຖະທູດອົສຕຣາລີ ປະຈຳລາວ, ມີຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າຈາກບັນດາກົມ ແລະ ພະແນກການ, ຄູ່ຮ່ວມພັດທະນາ, ແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.
ສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ຂຶ້ນໃນວັນທີ 5 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ມີບັນດາອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ພະນັກງານ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນ ເຂົ້າຮ່ວມ.
U10 ເບ ສະຫວັນ ຄວ້າແຊັມບານເຕະ Singa Cup 2026

U10 ເບ ສະຫວັນ ຄວ້າແຊັມບານເຕະ Singa Cup 2026

ຫຼານນ້ອຍສະໂມສອນບານເຕະ ເບ ສະຫວັນ ເອັຟຊີ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ສ້າງຜົນງານຄ້ວາແຊັມບານເຕະນາໆຊາດ ລາຍການ Singa Cup 2026 ທີ່ປະເທດສິງກະໂປ ໄດ້ເດີນທາງຮອດບ້ານເກີດເມືອງນອນດ້ວຍຄວາມສະຫວັດດີພາບແລ້ວ ໃນຕອນແລງວັນທີ 3 ພະຈິກຜ່ານມາ, ນຳໂດຍທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະໂມສອນ ເບ ສະຫວັນ ເອັຟຊີ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ທັງເປັນປະ ທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ.
ໂຮງຮຽນສິນໄຊນໍາພານັກຮຽນລົງພາກປະຕິບັດຕົວຈິງເກັບກູ້ຜົນຜະລິດກະສິກຳ

ໂຮງຮຽນສິນໄຊນໍາພານັກຮຽນລົງພາກປະຕິບັດຕົວຈິງເກັບກູ້ຜົນຜະລິດກະສິກຳ

ວັນທີ 30 ຕຸລາຜ່ານມາ, ໂຮງຮຽນປະຖົມ ແລະ ມັດທະຍົມສຶກສາສົມບູນສິນໄຊ (ໂຮງຮຽນສິນໄຊ) ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳນໍາພານັກຮຽນຊັ້ນ ມ6 ຫຼາຍກວ່າ 50 ຄົນ ຍິງ 36 ຄົນ ພ້ອມດ້ວຍຄູນໍາພາ 5 ທ່ານ ນໍາໂດຍທ່ານນາງ ອາລີ ພົນເສນາ ຜູ້ອຳນວຍການໂຮງຮຽນສິນໄຊໄປທັດສະນະສຶກສາຢ້ຽມຢາມສວນສຶກສາກະສິກຳ ແລະ ສິ່ງແວດລ້ອມ ຂອງໂຮງຮຽນສິນໄຊຢູ່ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ສຊປລ ເປີດການແຂ່ງຂັນກິລາບານເຕະ ຊີງຂັນປະທານ ສນຊ ປີ 2026 ຢ່າງເປັນທາງການ

ສຊປລ ເປີດການແຂ່ງຂັນກິລາບານເຕະ ຊີງຂັນປະທານ ສນຊ ປີ 2026 ຢ່າງເປັນທາງການ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດການແຂ່ງຂັນກິລາບານເຕະ ຊີງຂັນທ່ານປະທານສູນກາງແນວລາວສ້າງຊາດ (ສນຊ) ປີ 2026 ພາຍໃຕ້ຫົວຂໍ້: ກ້ອນກໍາລັງມະຫາສາມັກຄີຂອງຊາວໜຸ່ມບັນດາເຜົ່າ ພ້ອມຂານອາສາຕະລຸມບອນເຂົ້າໃນພາລະກິດສ້າງສາພັດທະນາປະເທດຊາດ ຂຶ້ນຢ່າງເປັນທາງການ ໃນວັນທີ 2 ພະຈິກຜ່ານມານີ້, ທີ່ເດີ່ນກິລາບານເຕະລ້ານຊ້າງສະເຕດຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ, ທ່ານ ສຸລິປັນຍາ ຣາຊສົມບັດ ຮອງປະທານ ສນຊ, ມີບັນດາຜູ້ໃຫ້ການສະໜັບສະໜູນ, ນັກກິລາ, ຄູຝຶກ, ກຳມະການ ແລະ ຊາວໜຸ່ມ-ເຍົາວະຊົນ, ມວນຊົນ, ແຂກຖືກເຊີນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
U10 ເບ ສະຫວັນ ຄອງແຊັມບານເຕະເຍົາວະຊົນນາໆຊາດ SingaCup 2026 ທີ່ສິງກະໂປ

U10 ເບ ສະຫວັນ ຄອງແຊັມບານເຕະເຍົາວະຊົນນາໆຊາດ SingaCup 2026 ທີ່ສິງກະໂປ

ການແຂ່ງຂັນບານເຕະເຍົາວະຊົນນານາຊາດ SingaCup 2026 ໃນລະຫວ່າງວັນທີ 31 ຕຸລາ ຫາ 7 ພະຈິກ 2026 ທີ່ປະເທດສິງກະໂປ ສະໂມສອນ ເບສະຫວັນ ເອັຟຊີ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ຈາກ ສປປ ລາວ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ຄອງແຊັມໄດ້ສຳເລັດຕາມເປົ້າໝາຍທີ່ວາງໄວ້ ພາຍຫຼັງນັດຊີງຊະນະເລີດເອົາຊະນະ ສະໂມສອນ BESM Woodleigh FC ຈາກສິງກະໂປ ເຈົ້າພາບ 7-1.
ສະຖາບັນຣັຕະນະບໍລິຫານທຸລະກິດ ສຳເລັດສົກສຶກສາ 2025-2026

ສະຖາບັນຣັຕະນະບໍລິຫານທຸລະກິດ ສຳເລັດສົກສຶກສາ 2025-2026

ວັນທີ 31 ຕຸລາຜ່ານມາ, ທີ່ໂຮງແຮມດອນຈັນພາເລດ, ສະຖາບັນຣັຕະນະບໍລິຫານທຸລະກິດ ໄດ້ຈັດພິທີສະຫຼຸບຜົນການຈັດຕັ້ງປະຕິບັດການຮຽນ-ການສອນ ປະຈຳສົກສຶກສາ 2025-2026 ແລະ ທງວາງທິດທາງແຜນການສົກສຶກສາ 2026-2027 ພ້ອມທັງມອບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ ລະດັບປະລິນຍາຕີ ລະບົບ 4 ປີ ຮຸ່ນທີ IV (ສົກສຶກສາ 2022-2026) ຈຳນວນ 251 ຄົນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ສາຍສະໝອນ ງາມສີ ວ່າການແທນຫົວໜ້າກົມອາຊີວະສຶກສາ ກະຊວງ ສສກ ແລະ ທ່ານ ສົມເພັດ ຣັຕະນະສິມ ປະທານສະພາບໍລິຫານສະຖາບັນຣັຕະນະບໍລິຫານທຸລະກິດ, ມີປະທານສະພາທີ່ປຶກສາສະຖາບັນຣັຕະນະບໍລິຫານທຸລະກິດ, ແຂກຖືກເຊີນ, ມີບັນດາຄະນະບໍລິຫານ, ຄູ-ອາຈານ, ຜູ້ປົກຄອງ ແລະ ນັກສຶກສາ ເຂົ້າຮ່ວມ.
ປິດຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ພະນັກງານ ສກລ

ປິດຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ພະນັກງານ ສກລ

ສູນກາງສະຫະພັນກໍາມະບານລາວ (ສກລ) ຮ່ວມກັບຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດພິທີປິດຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກໃຫ້ພະນັກງານ ສກລ ໃນວັນທີ 29 ຕຸລາຜ່ານມາ, ພາຍໃຕ້ການເປັນປະທານຮ່ວມຂອງສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຫາຍ ວິໄລ ວົງຂະເສີມ ຮອງເລຂາຄະນະພັກຮອງປະທານສູນກາງສະຫະພັນກໍາມະບານລາວ, ມີບັນດາຕາງໜ້າກົມ, ຄະນະຮັບຜິດຊອບ ແລະ ນັກຝຶກອົບຮົມທັງໝົດ 46 ສະຫາຍ ຍິງ 28 ສະຫາຍເຂົ້າຮ່ວມ.
ເພີ່ມເຕີມ