![]() |
ໂອກາດນີ້, ທ່ານ ນາງ ຄໍາຜ້າຍ ພິມພິລາ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຜ່ານມາ ໃຫ້ໄດ້ຮັບຊາບວ່າ:ທົ່ວເມືອງແກ່ນທ້າວມີ 47 ບ້ານ, ແບ່ງເປັນ 4 ຕາແສງ; ມີແມ່ຍິງທັງໝົດ 21,765 ຄົນ (ເກນອາຍຸຂະຫຍາຍ 15-45 ປີ ມີ 11,840 ຄົນ), ມີສະມາຊິກສະຫະພັນແມ່ຍິງທັງໝົດ 4,388ທ່ານ (ເທົ່າກັບ 36% ຂອງເກນອາຍຸຂະຫຍາຍ), ມີຄະນະບໍລິຫານງານສະຫະພັນແມ່ຍິງເມືອງ 19 ສະຫາຍ,ມີຮາກຖານທັງໝົດ 56 ຮາກຖານ (ໃນນີ້, ຮາກຖານສຳນັກງານອົງການ 9 ຮາກຖານ), ມີຄະນະໜ່ວຍ 316ທ່ານ ແລະ ໜ່ວຍສະຫະພັນແມ່ຍິງສຳນັກງານອົງການ 22 ໜ່ວຍ, ໄດ້ປັບປຸງບົ່ງຕົວແຕ່ງຕັ້ງຄະນະໜ່ວຍໃໝ່ 4 ຮາກຖານ, 3 ໜ່ວຍ ແລະ ຂະຫຍາຍສະມາຊິກແມ່ຍິງໃໝ່ໄດ້ 107 ຄົນ. ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ: ພົນລະເມືອງດີ: 4,189 ຄົນ (ເທົ່າກັບ 99.57%), ພັດທະນາດີ: 4,120 ຄົນ (ເທົ່າກັບ 97.93%), ສ້າງຄອບຄົວດີ: 4,153 ຄົນ (ເທົ່າກັບ 98.71%), ບຸກຄົນ 3 ດີ ປະເພດ I: 4,082 ຄົນ (ເທົ່າກັບ 97.02%) ແລະ ບຸກຄົນ 3 ດີ ປະເພດ II: 125 ຄົນ (ເທົ່າກັບ 2.97%). ຈາກນັ້ນ, ທີມງານສະຫະພັນແມ່ຍິງແຂວງ ໄດ້ໃຫ້ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນແຕ່ລະດ້ານ ພ້ອມທັງໄດ້ເຜີຍແຜ່ຂໍ້ຕົກລົງ ສະບັບເລກທີ 98/ສສຍລ ລົງວັນທີ 25 ສິງຫາ 2026 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຫະພັນແມ່ຍິງເມືອງ ແລະ ຂໍ້ຕົກລົງ ສະບັບເລກທີ 374/ສຍຂ ລົງວັນທີ 26 ມິຖຸນາ 2026 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກວດກາສະຫະພັນແມ່ຍິງແຂວງ.
ຕອນທ້າຍ, ທ່ານ ນາງ ພວງມະໄລ ໄຊຍະພອນ ໄດ້ມີຄຳເຫັນສັງລວມ ແລະ ໃຫ້ທິດຊີ້ນໍາ ເພື່ອໃຫ້ຄະນະບໍລິຫານງານ, ປະທານຮາກຖານ, ຫົວໜ້າໜ່ວຍ ແລະ ສະມາຊິກແມ່ຍິງທຸກສະຫາຍ ນຳໄປຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ ໃຫ້ໄດ້ຮັບຜົນສຳເລັດຍິ່ງໃຫຍ່ກວ່າເກົ່າ.ຂ່າວ: ແກ່ນທ້າວ.

ຄໍາເຫັນ