ສະຫາຍ ເດດສົງຄາມ ທຳມະວົງ ຖືກຄັດເລືອກເປັນເລຂາພັກເມືອງສີສັດຕະນາກ

ສະຫາຍ ເດດສົງຄາມ ທຳມະວົງ ຖືກຄັດເລືອກເປັນເລຂາພັກເມືອງສີສັດຕະນາກ

ສະຫາຍ ເດດສົງຄາມ ທຳມະວົງ ຖືກຄັດເລືອກເປັນເລຂາພັກເມືອງສີສັດຕະນາກ
ພາຍຫຼັງດຳເນີນມາເປັນເວລາ 1 ວັນເຄິ່ງ, ກອງປະຊຸມໃຫຍ່ຜູ້ ແທນອົງຄະນະພັກເມືອງສີສັດຕະ ນາກຄັ້ງທີ VIII ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມໃນວັນທີ 6 ມິຖຸນານີ້ ທີ່ສະໂມສອນໃຫຍ່ຂອງ ເມືອງດັ່ງກ່າວ, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ເດດສົງຄາມ ທຳມະວົງ ຄະນະປະຈຳພັກ ນະ ຄອນຫຼວງວຽງຈັນ ເລຂາພັກເມືອງ ເຈົ້າເມືອງສີສັດຕະນາກ, ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຊົງເລົ່າ ຢົງນູ ຮອງເລຂາພັກນະຄອນຫຼວງວຽງຈັນ ມີຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ເດດສງຄາມ ທຳມະວງ ຖກຄດເລອກເປນເລຂາພກເມອງສສດຕະນາກ - image 1
 

ໃນວາລະຂອງກອງປະຊຸມໄດ້ມີການແຈ້ງຜົນຂອງການປ່ອນບັດເລືອກຕັ້ງຄະນະບໍລິຫານງານພັກ ເມືອງສີສັດຕະນາກ ຊຸດທີ VIII. ມີຜູ້ຮັບສະໝັກເລືອກຕັ້ງ 32 ສະຫາຍ ຍິງ 7 ສະຫາຍ, ເລືອກເອົາ 27 ສະຫາຍ ຍິງ 5 ສະຫາຍ ຊຶ່ງຜົນຂອງກອງປະຊຸມຄັ້ງປະຖົມມະລືກໄດ້ເລືອກຕັ້ງຄະນະປະຈຳພັກ 9 ສະຫາຍ ຍິງ 1 ຫາຍ ແລະ ເປັນເອກະສັນເລືອກເອົາ ສະຫາຍ ເດດສົງຄາມ ທຳມະວົງ ເປັນເລຂາ ຄະນະພັກເມືອງ, ສະຫາຍ ທິນນະກອນ ທອງຄຳ ເປັນຮອງເລຂາ, ສະຫາຍ ສິດປະເສີດ ອຸເທນທະ ປັນຍາ ເປັນຮອງເລຂາ ທັງເປັນປະທານກວດກາພັກ, ສະຫາຍ ສີສະຫວ່າງ ວັດທະນາໄຊ ເປັນຮອງ ປະທານກວດກາ, ສະຫາຍ ບຸນແປງ ປະກອບເລີດ ເປັນຮອງປະທານກວດກາ.

ໃນໂອກາດດັ່ງກ່າວ, ສະຫາຍ ຊົງເລົ່າ ຢົງນູ ໄດ້ໃຫ້ກຽດໂອ້ລົມ ຊຶ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານໃນການນຳພາຂອງອົງຄະນະພັກເມືອງ ຍາດມາໄດ້ໃນຕະຫຼອດໄລຍະ 5 ຜ່ານມາ ແລະ ໄດ້ເນັ້ນໃຫ້ຄະນະພັກຂັ້ນຕ່າງໆ ຕ້ອງຖືສໍາຄັນການຄົ້ນຄວ້າ, ເຊື່ອມຊຶມກໍາແໜ້ນ ແລະ ຮູ້ຜັນຂະຫຍາຍ ແນວທາງນະໂຍບາຍ ມະຕິ, ຄໍາສັ່ງ, ນິຕິກໍາຕ່າງໆ ຂອງຄະນະພັກຂັ້ນເທິງຢ່າງປະດິດສ້າງ, ຫັນເປັນອັນ ລະອຽດ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ຜັນຂະຫຍາຍຄາດໝາຍໃນມະຕິກອງປະຊຸມໃຫຍ່ ພັກເມືອງຄັ້ງທີ VIII ເຂົ້າສູ່ຊີວິດຕົວຈິງ. ເອົາໃຈໃສ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ຕ້ອງຖືເອົາວຽກງານນີ້ເປັນກົກ, ເປັນຄວາມຮັບຜິດຊອບໂດຍກົງຂອງຄະນະພັກທຸກຂັ້ນ, ທຸກຂະແໜງການ, ເອົາໃຈໃສ່ກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເພີ່ມທະວີຄວາມສາມາດຈັດຕັ້ງນຳພາ ຂອງຄະນະພັກ, ໜ່ວຍພັກ, ອົງການປົກຄອງ, ອົງການຈັດຕັ້ງມະຫາຊົນໃຫ້ໜັກແໜ້ນເຂັ້ມແຂງ ທຽບທັນກັບໜ້າທີ່ການເມືອງໃນໄລຍະໃໝ່, ສາມາດນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກຕົນທີ່ວາງອອກ ແລະ ມະຕິຄຳສັ່ງຕ່າງໆ ຂອງສູນກາງພັກ, ນະຄອນຫຼວງວຽງຈັນ ແລະ ກົດໝາຍຕ່າງໆໃຫ້ເກີດດອກອອກຜົນ, ເອົາໃຈໃສ່ນຳພາການພັດທະນາເມືອງສີສັດຕະນາກ ໃຫ້ເປັນເມືອງເຂັ້ມ ແຂງຮອບດ້ານ, ເປັນເມືອງບໍລິການທີ່ຂະຫຍາຍຕົວ, ເປັນເມືອງໜ້າຢູ່, ມີຄວາມສະຫງົບ, ສະອາດ, ສີຂຽວ, ປະຊາຊົນມີຄວາມສາມັກຄີເປັນປຶກແຜ່ນ. ຍູ້ແຮງການພັດທະນາການສຶກສາ, ແກ້ໄຂບັນຫາທາງສັງຄົມ, ເສີມສ້າງປະຊາທິປະໄຕ, ຄວາມເປັນທຳໃນສັງຄົມ ແລະ ສົ່ງເສີມອະລິຍະທຳ, ສ້າງຄວາມສີວິໄລທາງດ້ານຈິດໃຈ ຂອງປະຊາຊົນຊາວເມືອງ, ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດລົງຢ່າງຈະ ແຈ້ງ, ສືບຕໍ່ຈັດຕັ້ງປະຕິບັດມະຕິ 107/ກມສພ, ວ່າດ້ວຍການພັດທະນາ ນະຄອນຫຼວງວຽງຈັນ ໃນໄລຍະ ໃໝ່ແຕ່ປີ 2020-2030, ສືບຕໍ່ພ້ອມກັນກຳແໜ້ນ ແລະ ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍໃຫ້ສອດຫ້ອຍ ເຂົ້າໄປໃນທຸກຂົງເຂດວຽກງານ ນັບແຕ່ຂັ້ນຮາກຖານ ແລະ ທຸກພາກສ່ວນໃນສັງຄົມທົ່ວເມືອງ ຫັນເປັນ ແຜນການໂຄງການ ອັນລະອຽດໃນແຕ່ລະປີ ເພື່ອຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ ເພື່ອສ້າງນະຄອນ ຫຼວງ ບັນລຸ 3 ທັດສະນະ, 4 ທິດທາງ, 4 ຄາດໝາຍ ແລະ 6 ໜ້າທີ່ອັນສໍາຄັນ ທີ່ໄດ້ກຳນົດໄວ້, ອົງຄະນະພັກເມືອງ ຕ້ອງຍົກສູງ ແລະ ເອົາໃຈໃສ່ຜັນຂະຫຍາຍມະຕິ 04/ກມສພ ວ່າດ້ວຍການສ້າງ ເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ ຊຶ່ງການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ນີ້ຕ້ອງເລີ່ມຈາກຕ່່ໍາຫາສູງ, ຈາກນ້ອຍຫາໃຫຍ່, ຈາກງ່າຍຫາຍາກ ແຕ່ຕ້ອງບົນພື້ນຖານການບຸກບືນຂອງ ອົງຄະນະພັກ, ຕະຫຼອດຮອດສະມາຊິກພັກ-ພະນັກງານ, ທະຫານ-ຕຳຫຼວດ ແລະ ພໍ່-ແມ່ປະຊາຊົນ ບັນດາເຜົ່າໃນຂອບເຂດທົ່ວເມືອງ ໂດຍນຳໃຊ້ກາລະໂອກາດ ແລະ ກຳລັງແຮງສັງລວມ ເພື່ອສ້າງບາດ ກ້າວບຸກທະລຸໃນການພັດທະນາ ຮັບປະກັນໃຫ້ແກ່ການເຕີບໂຕ ຂອງເສດຖະກິດພາຍໃນເມືອງ ດ້ວຍຈັງ ຫວະທີ່ໝັ້ນທ່ຽງ ແລະ ຕໍ່ເນື່ອງ, ສ້າງໃຫ້ມີຖານການຜະລິດ, ການບໍລິການທີ່ໜັກແໜ້ນເຂັ້ມແຂງ, ຮັບປະກັນການພັດທະນາແບບຢືນຍົງ ແລະ ເປັນເຈົ້າຕົນເອງ. ບັນຫາທີ່ເປັນສິ່ງທ້າທາຍ ຄືການສ້າງ ຕັ້ງຕາແສງ ຊຶ່ງໄດ້ກຳນົດໃຫ້ແຕ່ລະເມືອງ ແມ່ນໃຫ້ມີຢູ່ໃນ 3-5 ຕາແສງຕໍ່ເມືອງ ຊຶ່ງການກໍານົດດັ່ງ ກ່າວໃຫ້ພວກສະຫາຍ ຄໍານຶງເຖິງຄວາມຈໍາເປັນລັກສະນະຈຸດພິເສດ, ພູມສັນຖານ, ຄວາມສະດວກໃນ ການເດີນທາງ, ການເຂົ້າເຖິງການບໍລິການຂອງລັດ. ບັນດາສະຫາຍໃນຄະນະພັກຊຸດໃໝ່ຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ດ້ານຄຸນທາດການເມືອງ, ມີຄວາມຈົງຮັກດີຕໍ່ພັກ ແລະ ເຊື່ອໝັ້ນຕໍ່ອຸດົມການສັງຄົມນິຍົມ; ຕ້ອງເອົາໃຈໃສ່ເພີ່ມທະວີຄວາມສາມັກຄີ ເປັນເອກະພາບພາຍໃນພັກ, ໃນຖັນແຖວພະນັກງານ, ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນ, ເຊີດຊູຄວາມຮັບຜິດຊອບທາງດ້ານການເມືອງຂອງຕົນ ຕັ້ງໜ້າຄົ້ນຄວ້າຮ່ຳຮຽນເພື່ອຍົກລະດັບຄວາມຮູ້ ຄວາມສາມາດຂອງຕົນໃຫ້ສູງຂຶ້ນ; ປັບປຸງແບບແຜນນຳພາ ແລະ ວິທີເຮັດວຽກ, ເຊີດຊູຄວາມເປັນແບບຢ່າງນຳໜ້າ ໃນການປະຕິບັດໜ້າທີ່ ແລະ ແບບແຜນດຳລົງຊີວິດ ປອດໃສຂາວສະອາດ, ຄະນະພັກຊຸດໃໝ່ຕ້ອງຮີບຮ້ອນ ຄົ້ນຄວ້າແບ່ງງານ, ແບ່ງຄວາມຮັບຜິດຊອບ ແລະ ຈັດຕັ້ງນຳພາຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ໃນຄັ້ງນີ້ ໃຫ້ເປັນແຜນ ລະອຽດກຳນົດເປັນໂຄງການ ການນຳພາຂອງຄະນະພັກເມືອງ ໃນໄລຍະ 5 ປີ, ແຕ່ລະປີມີການຈັດຕັ້ງ ສຳມະນາ ແລະ ນຳພາຈັດຕັ້ງປະຕິບັດ ແລະ ມີການຖອດຖອນບົດຮຽນໃນແຕ່ລະໄລຍະ.

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມໄດ້​ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11ທັນວາ ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະ​ໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ເລຂາໜ່ວຍພັກກົມອົບຮົມ, ໃຫ້ກຽດເຂົ້າຮ່ວມສະຫາຍ ຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ ສົມບູນ 17 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາສະຫາຍເລຂາ, ຜູ້ຕາງໜ້າເລຂາໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຂອງ ຄອສພ, ໂດຍການເປັນຄະນະປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກຫ້ອງການ ຄອສພ, ບັນດາສະຫາຍ ຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ພ້ອມດ້ວຍ ສະມາຊິກພັກ ຂອງໜ່ວຍພັກຫ້ອງການ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ.
ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ເພີ່ມເຕີມ