ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ປກສ ຄັ້ງທີ VI

ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ປກສ ຄັ້ງທີ VI

ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ປກສ ຄັ້ງທີ VI
ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ (ປກສ) ຄັ້ງທີ VI. ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ອົງຄະນະພັກກະຊວງ ປກສ ໄດ້ປິດລົງດ້ວຍຜົນສຳເລັດໃນວັນທີ 6 ສິງຫານີ້ ທີ່ສະໂມສອນກະຊວງ ປກສ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ, ມີແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

 
ສະຫາຍ ພນເອກ ວໄລ ຫາຄາຟອງ ໄດຮບເລອກເປນເລຂາຄະນະບລຫານງານພກ ປກສ ຄງທ VI - image 1
 

ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ປກສ ໄດ້ລາຍງານຜົນກອງປະຊຸມວ່າ: ກອງປະຊຸມຄັ້ງນີ້, ໄດ້ຕີລາຄາຢ່າງເລິກເຊິ່ງຕໍ່ບັນດາສາເຫດທີ່ພາໃຫ້ມີຂໍ້ຄົງຄ້າງ ແລະ ຖອດຖອນໄດ້ 5 ບົດຮຽນໃນການຈັດຕັ້ງປະຕິບັດ ໄລຍະຜ່ານມາ, ເລັ່ງທວງໃຫ້ມີມາດຕະການແກ້ໄຂທີ່ແທດເໝາະຢ່າງຈິງຈັງ ແນໃສ່ສ້າງການຫັນປ່ຽນຢ່າງຕັ້ງໜ້າທີ່ເດັດຂາດໃຫ້ຫຼາຍຂຶ້ນກວ່າເກົ່າ; ກອງປະຊຸມໄດ້ເປັນເອກະສັນຮັບຮອງເອົາທິດທາງ, ຄາດໝາຍ ແລະ ແຜນການວຽກງານຈຸດສຸມໃນ 5 ປີຕໍ່ໜ້າ (2025-2030). ພ້ອມດຽວກັນນັ້ນ, ຜູ້ແທນກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະບໍລິ ຫານງານພັກ ປກສ ຊຸດໃໝ່ ຊຶ່ງມີຜູ້ສະໝັກ 31 ສະຫາຍ, ເລືອກເອົາ 27 ສະຫາຍ, ກອງປະຊຸມໄດ້ເປັນເອກະພາບກັນເລືອກເອົາຄະນະປະຈໍາພັກກະຊວງ 9 ສະຫາຍ, ເລືອກເອົາສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ເປັນເລຂາຄະນະບໍລິຫານງານພັກ, ສະຫາຍ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ເປັນຮອງເລຂາ, ສະຫາຍ ພົນຕີ ສຸລິນະ ແກ້ວປະເສີດ ເປັນຮອງເລຂາ, ເລືອກເອົາສະຫາຍ ພົນຈັດຕະວາ ນາງ ລີວົງ ລາວລີ ເປັນປະທານກວດກາພັກ, ສະຫາຍ ພົນຈັດ ຕະວາ ຊາຍຄອງ ເພັດຊະວົງ, ສະຫາຍ ພັນເອກ ສຸພັນທອງ ໄຄ້ຍະວົງ ແລະ ສະຫາຍ ພັນເອກ ສຸວັນ ທອງຈະເລີນ ເປັນຮອງປະທານກວດກາ. ກອງປະຊຸມຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ-ສໍາຮອງເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກຈໍານວນ 20 ສະຫາຍ.

ສະຫາຍ ພນເອກ ວໄລ ຫາຄາຟອງ ໄດຮບເລອກເປນເລຂາຄະນະບລຫານງານພກ ປກສ ຄງທ VI - image 2
 

ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ໃຫ້ກຽດໂອ້ລົມເນັ້ນໜັກໃຫ້ຄະນະພັກຊຸດໃໝ່ເອົາໃຈໃສ່ຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ໂດຍສະເພາະວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເພື່ອຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ປອດໄພໂດຍພື້ນຖານ, ສ້າງສະພາບແວດລ້ອມເອື້ອອໍານວຍໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃຫ້ບັນລຸຄາດໝາຍການພັດທະນາແບບຍືນຍົງ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ; ສືບຕໍ່ຢຶດໝັ້ນແນວທາງປ່ຽນ ແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ເຊີດຊູບົດບາດການນໍາພາເດັດຂາດ, ໂດຍກົງ ແລະ ຮອບດ້ານຂອງພັກ; ປັບປຸງກຳລັງ ປກສ ໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ ແລະ ມີແບບແຜນທັນສະໄໝ; ມີຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະ-ວິຊາການ, ມີຄຸນສົມບັດສິນທຳປະຕິວັດ, ມີລະບຽບວິໄນເຂັ້ມງວດ ແລະ ມີສະຕິສູ້ຮົບສູງ; ເປັນກຳລັງທີ່ຈົງຮັກພັກດີບໍລິສຸດສັດຊື່ຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ ແລະ ອຸດົມການສັງຄົມນິຍົມ; ຍົກສູງຄຸນນະພາບວຽກງານເສນາທິການແຕ່ລະຂັ້ນ, ຄົ້ນຄວ້າປັບປຸງ-ສ້າງນິຕິກຳເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານວິຊາສະເພາະ, ປັບປຸງລະບົບບໍລິຫານເອກະສານ “ຜ່ານປະຕູດຽວ”, ຂະຫຍາຍຕາໜ່າງຕິດຕໍ່ສື່ສານ, ປັບປຸງເຄືອຂ່າຍເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານໃຫ້ທົ່ວເຖິງທຸກພື້ນທີ່ ສາມາດເຊື່ອມໂຍງ ທັງພາຍໃນ ແລະ ຕ່າງປະເທດ; ປະຕິບັດລະບອບປະຈຳການ ຮັບປະກັນມີກຳລັງ ແລະ ພາຫະນະກຽມພ້ອມແກ້ໄຂສະພາບການສຸກເສີນ, ມີການຈັດຕັ້ງຝຶກແອບ ແລະ ຝຶກຊ້ອມ ການປະສານສົມທົບເຫຼົ່າວິຊາສະເພາະຕ່າງໆເປັນປົກກະຕິ; ຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ ສອດຫ້ອຍເຂົ້າໃນຂົງເຂດວຽກງານ ປກສ, ເປັນເຈົ້າການພົວພັນ ແລະ ເຂົ້າຮ່ວມເຄື່ອນໄຫວກັບອົງການຕໍາຫຼວດຂອງບັນດາປະເທດເພື່ອນມິດຍຸດທະສາດ ປະເທດໃກ້ຄຽງ ແລະ ອົງການອື່ນໆ.

ສະຫາຍ ພນເອກ ວໄລ ຫາຄາຟອງ ໄດຮບເລອກເປນເລຂາຄະນະບລຫານງານພກ ປກສ ຄງທ VI - image 3
 

ຂ່າວ-ພາບ: ບຸນອູ້ມ+ບຸນຕອມ

ຄໍາເຫັນ

ຂ່າວເດັ່ນ

ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ໃນວັນທີ 2 ທັນວາ 2025, ທີ່ນະຄອນຫຼວງວຽງຈັນ, ໄດ້ມີການພົບປະຂັ້ນສູງ ລະຫວ່າງ ພັກປະ ຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໂດຍການເປັນປະທານຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດກູບາ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດກູບາ ເຂົ້າຢ້ຽມຂໍ່ານັບ

ໃນວັນທີ 3 ​ທັນວາ 2025, ທີ່ສໍານັກງານສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ນາງ ມາຣຕາ ອາຢາລາ ອາວີລາ(Marta Ayala Ávila), ກໍາມະການກົມການເມືອງສູນກາງພັກ, ອໍານວຍການໃຫຍ່ສູນວິສາວະກໍາກຳມະພັນ ແລະ ເຕັກໂນໂລຊີຊີວະພາບ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດແຫ່ງ ສ.ກູບາ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 1-3 ທັນວາ 2025.
ປະທານປະເທດຕ້ອນຮັບຮອງປະທານສະພາສູງແຫ່ງ ສ ຣັດເຊຍ

ປະທານປະເທດຕ້ອນຮັບຮອງປະທານສະພາສູງແຫ່ງ ສ ຣັດເຊຍ

ໃນວັນທີ 2 ທັນວາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນ ຣັດເຊຍ ປະທານສະມາຄົມມິດຕະພາບລັດຖະສະພາຣັດເຊຍ-ລາວພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາສປປ ລາວ ຄົບຮອບ 50 ປີ.
ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີຫວຽດນາມ

ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ.
ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບສົມເດັດປີໄຈ ເສນາ ເຕຍບັນ

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບສົມເດັດປີໄຈ ເສນາ ເຕຍບັນ

ໃນວັນທີ 2 ທັນວານີ້, ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ປີໄຈ ເສນາ ເຕຍບັນ ຮອງປະທານພັກປະຊາຊົນ ກໍາປູເຈຍ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ກຳປູເຈຍ ໃນໂອກາດເດີນທາງມາຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.
ເປີດການນຳໃຊ້ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ

ເປີດການນຳໃຊ້ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ

ພິທີເປີດການນຳໃຊ້ສວນສາທາລະນະມິດຕະພາບລາວ-ຫວຽດນາມ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 2 ທັນວານີ້ ທີ່ ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ,ປະທານປະເທດ ແຫ່ງ ສປປ ລາວ,ສະຫາຍ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ ແລະພັກກອມມູນິດ ຫວຽດນາມ,ບັນດາກະຊວງ, ອົງການຂອງລາວ ແລະ ຫວຽດນາມ ແລະ ຊາວໜຸ່ມເຍົາວະຊົນເຂົ້າຮ່ວມ.
ສູນທອນພົດຂອງສະຫາຍທອງລຸນ ສີສຸລິດ  ເລຂາທິການໃຫຍ່ປະທານປະເທດແຫ່ງສປປລາວ  ກ່າວໃນພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ  (ທີ່ສະໜາມຫຼວງ, ວັນທີ 2 ທັນວາ 2025)

ສູນທອນພົດຂອງສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ປະທານປະເທດແຫ່ງສປປລາວ ກ່າວໃນພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ (ທີ່ສະໜາມຫຼວງ, ວັນທີ 2 ທັນວາ 2025)

- ບັນດາສະຫາຍການນໍາ, ອະດີດການນໍາພັກ-ລັດ ທີ່ນັບຖື, - ບັນດາສະຫາຍສະມາຊິກພັກ, ພະນັກງານອາວຸໂສ ໃນທົ່ວປະເທດ, - ແຂກຕ່າງປະເທດ, ບັນດາທູຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນ,ທ່ານຍິງ, ທ່ານຊາຍທີ່ມີກຽດ, - ພີ່ນ້ອງຮ່ວມຊາດ, ເພື່ອນມິດທີ່ຮັກແພງທັງຫຼາຍ. ມື້ນີ້, ຄະນະບໍລິຫານງານສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ, ແນວລາວສ້າງຊາດ, ກໍາລັງປະກອບອາວຸດ ແລະ ປວງຊົນລາວ ໄດ້ຮ່ວມເປັນຈິດໜຶ່ງໃຈດຽວ ຈັດຕັ້ງພິທີໂຮມຊຸມນຸມໃຫຍ່ຂຶ້ນ ໃນສະຖານທີ່ອັນສັກກາລະບູຊາ ແລະ ທີ່ຕິດພັນກັບບັນດາເຫດການປະຫວັດສາດດ້ານການເມືອງ, ວັດທະນະທໍາ, ສັງຄົມຂອງຊາດລາວເຮົາແຫ່ງນີ້ ເພື່ອສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ.
ສະຫຼອງຢ່າງ​ຍິ່ງ​ໃຫຍ່ວັນສະຖາປະນາ ສປປ ລາວຄົບ​ຮອບ 50 ປີ

ສະຫຼອງຢ່າງ​ຍິ່ງ​ໃຫຍ່ວັນສະຖາປະນາ ສປປ ລາວຄົບ​ຮອບ 50 ປີ

ພິທີໂຮມຊຸມນຸມໃຫຍ່ ແລະ ການສວນສະໜາມ ເພື່ອສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຄົບຮອບ 50 ປີ (ວັນທີ 2 ທັນວາ 1975 – 2 ທັນວາ 2025) ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ໃນຕອນເຊົ້າວັນທີ 2 ທັນວານີ້ ທີ່ສະໜາມຫຼວງ (ເດີ່ນພະທາດຫຼວງວຽງຈັນ), ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ມີບັນດາການນໍາພັກ-ລັດ, ພະນັກງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ຕົວແທນຂອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ຕົວແທນນັກຮົບເກົ່າປະຕິວັດ, ຜູ້ຊົງຄຸນນະວຸດທິ, ຕົວແທນບັນດາເຜົ່າ, ຕົວແທນຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ມວນຊົນຊາວນະຄອນຫຼວງ ກໍຄືປະຊາຊົນລາວບັນດາເຜົ່າ.
ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ການນໍາຂັ້ນສູງຂອງພັກ-ລັດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ເຂົ້າວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມແລະ ເຂົ້າວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 1 ທັນວານີ້ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາຖາປະນາ ສປປ ລາວຄົບຮອບ 50 ປີ (2ທັນວາ 1975 – 2 ທັນວາ 2025) ແລະວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 – 13 ທັນວາ 2025).
ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ການນໍາຂັ້ນສູງຂອງພັກ-ລັດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ເຂົ້າວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມແລະ ເຂົ້າວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 1 ທັນວານີ້ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາຖາປະນາ ສປປ ລາວຄົບຮອບ 50 ປີ (2ທັນວາ 1975 – 2 ທັນວາ 2025) ແລະວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 – 13 ທັນວາ 2025).
ເພີ່ມເຕີມ