ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວວຽກງານຢູ່ເມືອງຜົ້ງສາລີ

ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວວຽກງານຢູ່ເມືອງຜົ້ງສາລີ

ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວວຽກງານຢູ່ເມືອງຜົ້ງສາລີ
ໃນວັນທີ 29 ກໍລະກົດ ຜ່ານມານີ້, ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ​ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ແລະ ຄະນະນຳຂອງແຂວງຜົ້ງສາລີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຜົ້ງສາລີ.
ສະຫາຍ ວນໄຊ ພອງສະຫວນ ເຄອນໄຫວວຽກງານຢເມອງຜງສາລ - image 1
 

 

ໂອກາດນີ້ໄດ້ຮັບຟັງການລາຍງານສະພາບລວມຂອງເມືອງໃນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີຂອງເມືອງຈາກ ສະຫາຍ ບຸນສະຫວັດ ສີວົງໄຊ ກຳມະການພັກແຂວງ ເລຂາພັກເມືອງຜົ້ງສາລີ ຊຶ່ງທ່ານໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ 2026 ເສດຖະກິດຂອງເມືອງຂະຫຍາຍຕົວຢູ່ໃນລະດັບ 2.06% ທຽບໃສ່ 6 ເດືອນຕົ້ນປີ 2025 ກວມ 71.17% (ຂອງແຜນການ 5.37%) ໃນນັ້ນ: ກະສິກຳ - ປ່າໄມ້ 2.88%, ທຽບໃສ່ 6 ເດືອນຕົ້ນປີ 2025 ກວມ 89.78%, ອຸດສາຫະກຳ-ຫັດຖະກໍາ2.06%, ທຽບໃສ່ 6 ເດືອນຕົ້ນປີ 2025 ກວມ 91.42% ບໍລິການ 2.23%, ທຽບໃສ່ 6 ເດືອນຕົ້ນປີ 2025 ກວມ 77.30%, ລວມຍອດມູນຄ່າຜະລິດພາຍໃນເມືອງ 315.97 ຕື້ກີບ, ທຽບໃສ່ 6 ເດືອນຕົ້ນປີ 2025 ກວມ 98.67%;

ສະຫາຍ ວນໄຊ ພອງສະຫວນ ເຄອນໄຫວວຽກງານຢເມອງຜງສາລ - image 2
 

ພາຍຫຼັງໄດ້ຮັບຟັງການລາຍງານ, ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ມີຄຳເຫັນໂອ້ລົມ ຊຶ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຂອບໃຈຕໍ່ຄະນະພັກ, ຄະນະນຳຂອງເມືອງທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານໃນແຕ່ລະດ້ານພ້ອມນີ້ກໍໄດ້ເນັ້ນໃຫ້ຄະນະພັກ, ຄະນະນຳຂອງເມືອງສູ້ຊົນສຸມໃສ່ການຈັດຕັ້ງປະຕິບັດບັນດາຄາດໝາຍຕ່າງໆຂອງເມືອງໃຫ້ປະກົດຜົນເປັນຈິງ, ພ້ອມກັນນໍາພາ-ຊີ້ນຳ, ບັນຊາ ສຶກສາຄົ້ນຄວ້າຫັນການລາຍງານການເມືອງເປັນແຜນການໂຄງການແຜນງານໃຫ້ລະອຽດໃນແຕ່ລະໄລຍະ, ວິເຄາະວິໄຈ, ຕິດຕາມ, ກວດກາການ ເຄື່ອນໄຫວໃນແຕ່ລະໄລຍະເພື່ອຊອກໃຫ້ເຫັນດ້ານດີ, ດ້ານຄົງຄ້າງ; ການພັດທະນາເສດຖະກິດ-ສັງຄົມໃຫ້ຄົ້ນຄວ້າຢ່າງເລິກເຊິ່ງ, ອັນໃດເປັນເສດຖະກິດພູມປັນຍາຂອງປະຊາຊົນທີ່ສາມາດຜະລິດເປັນສິນຄ້ານອກຈາກການຜະລິດຊາເພື່ອສະໜອງພາຍໃນເມືອງພາຍໃນແຂວງ ຫຼື ສ້າງໃຫ້ເປັນສິນຄ້າໂອດັອບເພື່ອສົ່ງອອກ, ບັນດາຂະແໜງການທີ່ຕິດພັນກັບການຜະລິດແມ່ນໃຫ້ຄົ້ນຄວ້າວິເຄາະວິໄຈ, ສ້າງຖານລາຍຮັບທີ່ມີຄວາມຍືນຍົງເພື່ອສ້າງຊີວິດການເປັນຢູ່ຂອງປະຊາຊົນ, ຊຸກຍູ້ສົ່ງເສີມຫົວໜ່ວຍວິສາຫະກິດຂະໜາດນ້ອຍເປັນຕົ້ນແມ່ນແຫຼ່ງຜະລິດ, ຕະຫຼາດສົ່ງອອກ ແລະ ດ້ານເຕັກນິກວິຊາການ; ສ້າງກຸ່ມການຜະລິດທີ່ສາມາດເຂົ້າເຖິງແຫຼ່ງທຶນເຂົ້າເຖິງຕະຫຼາດໄດ້ເພື່ອໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ, ດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ, ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວ; ການຜະລິດສິນຄ້າ, ການແປຮູບການປຸງແຕ່ງການຫຸ້ມຫໍ່ຜະລິດຕະພັນຕ່າງໆກໍເຮັດໃຫ້ເປັນຫຼາຍຮູບຫຼາຍສີເພື່ອເພີ່ມມູນຄ່າສິນຄ້າ, ການບໍລິການຕ່າງໆກໍຕ້ອງຊຸກຍູ້ສົ່ງເສີມໂດຍສະເພາະການບໍລິການໂຮງແຮມ, ເຮືອນພັກ; ຊຸກຍູ້ຜູ້ປົກ ຄອງໃຫ້ນຳເອົາລູກຫຼານທີ່ຢູ່ໃນເກນອາຍຸໄດ້ເຂົ້າໂຮງຮຽນ; ວຽກງານສາທາລະນະສຸກສືບຕໍ່ເອົາໃຈໃສ່ໃນການຄຸ້ມຄອງປົກປັກຮັກສາໃນສິ່ງທີ່ມີແລ້ວໂດຍສະເພາະແມ່ນໂຮງໝໍ, ສຸກສາລາ ແລະ ການບໍລິການກໍຕ້ອງເອົາໃຈໃສ່ໃຫ້ດີ; ໃຫ້ເອົາໃຈໃສ່ຕິດຕາມ, ກວດກາການເຂົ້າອອກເມືອງຂອງຄົນຕ່າງປະເທດເພື່ອປ້ອງກັນບັນດາກຸ່ມແກ້ງທີ່ສ້າງຄວາມບໍ່ສະຫງົບປັ່ນປ່ວນສັງຄົມ, ໃຫ້ຕິດຕາມ, ກວດກາບັນດາໂຮງແຮມບ້ານພັກທີ່ອາດເປັນຈຸດມົ້ວສຸມ, ຕິດພັນກັບການແກ້ໄຂບັນຫາຢາເສບຕິດ; ເອົາໃຈໃສ່ກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການຂະຫຍາຍພັກຕ້ອງໃຫ້ມີຄຸນນະພາບ, ການສ້າງພະນັກງານຕ້ອງສ້າງໃນຫຼາຍຮູບຫຼາຍແບບເປັນຕົ້ນແມ່ນການສ້າງເປັນລະບົບຢູ່ໂຮງຮຽນ, ການປະຕິບັດວຽກງານຕົວຈິງ ແລະ ສ້າງຢູ່ຮາກຖານ; ວຽກງານກວດກາ ຄະນະພັກຕ້ອງມີຄວາມຮັບຜິດຊອບໂດຍກົງຕໍ່ວຽກງານກວດກາ, ຄະນະກວດກາຕ້ອງເປັນເສນາທິການໃນການຈັດຕັ້ງປະຕິບັດຕາມແຜນຂອງຄະນະພັກ, ເພາະວຽກງານກວດກາເປັນກົນໄກໜຶ່ງຂອງການນຳພາຂອງພັກ, ການບໍລິຫານລັດໃນແຕ່ລະຂັ້ນເພື່ອຊອກໃຫ້ເຫັນຜົນດີຜົນສຳເລັດຂອງການຈັດ ຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ, ຊອກໃຫ້ເຫັນດ້ານອ່ອນເພື່ອປັບປຸງແກ້ໄຂ, ພ້ອມດຽວກັນນັ້ນກໍເພື່ອປ້ອງກັນບໍ່ໃຫ້ມີການລະເມີດຕໍ່ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ; ວຽກງານຈັດຕັ້ງມະຫາຊົນກໍໃຫ້ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ມີການເຄື່ອນໄຫວຢ່າງປົກກະຕິ; ດ້ານຄວາມຮັບຜິດ ຊອບຂອງຄະນະພັກ ບັນດາທິດທາງແຜນການວຽກງານທີ່ກຳນົດໄວ້ໃນແຜນພັດທະນາແມ່ນຄະນະພັກຕ້ອງເປັນຫົວຈັກສຳຄັນໃນການນຳພາ-ຊີ້ນຳເຄື່ອນໄຫວວຽກງານໃນແຕ່ລະດ້ານ, ພ້ອມນີ້ກໍຕ້ອງຮັກສາຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນໃຫ້ມີຄວາມເປັນເອກະພາບສູງ, ຕົກລົງເປັນໝູ່ຄະນະ.

ສະຫາຍ ວນໄຊ ພອງສະຫວນ ເຄອນໄຫວວຽກງານຢເມອງຜງສາລ - image 3
 

ໂອກາດດຽວກັນນີ້, ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ມອບເງິນຈຳນວນ 50,000,000 ກີບ, ຄອມພິວເຕີ ແລະ ປິ່ນເຕີຈຳນວນ 6 ຊຸດ ພ້ອມນີ້ ກຸ່ມນັກທຸລະກິດໜຸ່ມກໍໄດ້ປະກອບສ່ວນມອບເງິນຈຳນວນ 100,000,000 ກີບ ໃຫ້ເມືອງເພື່ອນໍາໄປໝູນໃຊ້ໃນວຽກງານຕ່າງໆຂອງເມືອງ ແລະ ໄດ້ໄປຢ້ຽມຢາມເບິ່ງຫ້ອງການຕາແສງກົກຊາ ອີກດ້ວຍ.

(ຂ່າວ: ຕູ່ນາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພະນັກງານຫຼັກແຫຼ່ງ ອົງການໄອຍະການປະຊາຊົນ ຍົກລະດັບວຽກງານໂຄສະນາ - ປາຖະກະຖາ

ພະນັກງານຫຼັກແຫຼ່ງ ອົງການໄອຍະການປະຊາຊົນ ຍົກລະດັບວຽກງານໂຄສະນາ - ປາຖະກະຖາ

ພິທີເປີດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໂຄສະນາ-ປາຖະກະຖາໃຫ້ແກ່ພະນັກງານຫຼັກແຫຼ່ງຂອງອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການປະຊາຊົນພາກກາງ ແລະ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 16 ພະຈິກນີ້ ທີ່ອົງການໄອຍະການປະຊາຊົນພາກກາງ, ໂດຍການປະທານຂອງ ທ່ານ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ; ມີທ່ານ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ມີຄະນະພັກ, ຄະນະນໍາ, ພະນັກງານຫຼັກ ແຫຼ່ງຂັ້ນກົມ, ຫ້ອງການ, ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມໄອຍະການ ອົງການໄອຍະການປະຊາ ຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການປະຊາຊົນພາກກາງ ແລະ ອົງການໄອຍະການປະຊາຊົນນະຄອນຫຼວງ ເຂົ້າຮ່ວມ 40 ​ສະຫາຍ.
ອັດຕະປື ສະຫຼຸບແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ ພ້ອມກຳນົດທິດທາງຕໍ່​ໜ້າ

ອັດຕະປື ສະຫຼຸບແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ ພ້ອມກຳນົດທິດທາງຕໍ່​ໜ້າ

ຄະນະຈັດຕັ້ງ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025), ພ້ອມທັງວາງທິດທາງການສ້າງແຜນກຳນົດພະນັກງານໄລຍະ 5 ປີ (2026-2030), ໃນ​ວັນ​ທີ 16 ພະ​ຈິກ​ນີ້, ໂດຍເປັນກຽດເຂົ້າ ຮ່ວມຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີຄະນະນຳຄະນະຈັດຕັ້ງແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ເມືອງສາລະວັນ ເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 - 2027

ເມືອງສາລະວັນ ເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 - 2027

ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງສາລະວັນ ແຂວງ​ສາ​ລະ​ວັນຮ່ວມກັບຕາແສງບຶງໄຊ ຈັດພິທີເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 – 2027, ໃນວັນທີ 13ພະຈິກຜ່ານ​ມາ, ທີ່ໂຄງການຊົນລະປະທານຝາຍນໍ້າລົ້ນ ບ້ານໜອງໜໍ້ ຕາແສງບຶງໄຊ,ໂດຍມີ ທ່ານ ສະໄໝ ໂພທິສານ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ບຸນສາ ຄ່ຽມມະນີຂັນໄຊ ປະທານຄະນະກຳມະການປົກຄອງເມືອງສາລະວັນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ສະຫວັນນະເຂດ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ

ສະຫວັນນະເຂດ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ

ແຂວງສະຫວັນນະເຂດ ຈັດກອງປະຊຸມສະຫຼຸບວຽກງານ ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ໄລຍະ 5 ປີ (2022-2026) ແລະ ວາງທິດທາງແຜນການໃນ 5 ປີຕໍ່ໜ້າ ໃນວັນທີ 13 ພະຈິກ 2026 ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງສະຫວັນນະເຂດ,ມີພະແນກການ-ກົມກອງອ້ອມຂ້າງແຂວງ, ບັນດາເມືອງ-ນະຄອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄະນະກວດກາພັກ ແຂວງສາລະວັນ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາພັກ ແຂວງສາລະວັນ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາພັກອົງການກວດກາລັດ ແຂວງສາລະວັນ ດຳເນີນກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ,ໃນວັນທີ 12ພະຈິກຜ່ານ​ມາ,ທີ່ຫ້ອງປະຊຸມຂອງຕົນໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີ ທ່ານ ສົມສັກ ທົງຄໍາຫານ ຄະນະປະຈຳພັກແຂວງ, ປະທານຄະນະກວດກາພັກອົງການກວດກາລັດແຂວງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງ;ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເມືອງໝື່ນ ທໍາລາຍສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ

ເມືອງໝື່ນ ທໍາລາຍສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ

ຫ້ອງການອຸດສະຫະກໍາ ແລະ ການຄ້າ ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດພິທີທໍາລາຍສິນຄ້າເຊື່ອມຄຸນນະພາບ, ໝົດອາຍຸ ແລະ ນໍາເຂົ້າບໍ່ຖືກຕ້ອງ ໃນ​ວັນ​ທີ 13 ພະ​ຈິກ​ນີ້ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສຸພິດ ອິນທະໂພທອງ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີຄະນະສະເພາະກິດຕ້ານສະກັດກັ້ນການຄ້າຂາຍເຖື່ອນ-ຄ້າຂາຍນອກລະບົບຂັ້ນເມືອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ເມືອງໂຂງ ສະຫຼອງ ວັນຊົນລະປະທານ ພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງໂຂງ ສະຫຼອງ ວັນຊົນລະປະທານ ພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ (ວັນທີ 3 ພະຈິກ 2026) ແລະ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ (ວັນທີ 11 ພະຈິກ 2026), ພ້ອມ​ທັງ​ເປີດ​ຂະ​ບວນ​ການ​ຜະ​ລິດ​ລະ​ດູ​ແລ້ງສົກ​ປີ 2026-2027, ໃນ​ວັນ​ທີ 13 ພະ​ຈິກ​ນີ້ທີ່ ບ້ານ​ຫ້ວຍຕາ​ແສງດອນ​ໂຂງ, ໂດຍ​ມີທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ໄຊ​ສົມ​ບູນສຳເລັດກອງປະຊຸມວຽກງານກວດກາ ທົ່ວແຂວງ

ໄຊ​ສົມ​ບູນສຳເລັດກອງປະຊຸມວຽກງານກວດກາ ທົ່ວແຂວງ

ກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາ ທົ່ວແຂວງໄຊສົມບູນ 5 ປີ (2021-2025) ແລະວາງທິດທາງແຜນການ 5 ປີ (2026-2030) ໄດ້ປິດ​ລົງໃນວັນທີ 12 ພະຈິກຜ່ານ​ມາ, ທີ່ສະໂມສອນຂອງແຂວງ ໂດຍການເປັນທານຂອງ ສະຫາຍ ວັນໄຊ ພອງສະຫວັນກຳມະການກົມການເມືອງສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີສະຫາຍ ພອຍຄໍາ ຮຸ່ງບຸນຍວງກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ໃນລະຫວ່າງວັນທີ 12-13 ພະຈິກນີ້, ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງອັດ ຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໄລຍະປີ 2021-2025 ແລະ ສ້າງແຜນກຳນົດພະນັກງານຊຸດໃໝ່ ໄລຍະປີ 2026-2030 ຂຶ້ນທີ່ຫ້ອງປະຊຸມຂອງພະແນກ, ເປັນກຽດເຂົ້າຮ່ວມຂອງທ່ານ ຄອນສະຫງ່າ ພິມມະສອນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ບຸນປອນ ອ່ອນໄຊວຽງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ວທ ແຂວງ, ມີທ່ານ ສົມຫວັງ ນາມສີນາ ກຳມະການພັກແຂວງ ຮອງປະທານກວດກາພັກ-ອົງການກວດກາລັດແຂວງ ພ້ອມດ້ວຍຄະນະພະແນກ, ຄະນະຮັບຜິດຊອບວຽກງານຈັດຕັ້ງຂັ້ນແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ

ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ

ວັນທີ 11 ພະຈິກຜ່ານມາ, ທີ່ ອົງການໄອຍະການປະຊາຊົນແຂວງຄຳມ່ວນ ໄດ້ຈັດພິທີເປີດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງ ວຽກງານການດໍາເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ພະນັກງານອົງການໄອຍະການປະຊາຊົນ, ອົງການສືບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ແຂວງສະຫວັນນະເຂດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ພອນທິບ ສາວະລີ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຫົວໜ້າອົງການໄອຍະການປະຊາຊົນແຂວງຄໍາມ່ວນ, ຄະນະຮັບຜິດຊອບຊຸດຝຶກອົບຮົມ, ວິທະຍາກອນ ທີ່ມາຈາກອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ