ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຍອດອູ

ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຍອດອູ

ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຍອດອູ
ໃນວັນທີ 27 ກໍລະກົດ ຜ່ານມານີ້, ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ແລະ ຄະນະນຳຂອງແຂວງ ຜົ້ງສາລີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ເມືອງຍອດອູ.
ສະຫາຍ ວນໄຊ ພອງສະຫວນ ເຄອນໄຫວຢຽມຢາມ ແລະ ເຮດວຽກຢເມອງຍອດອ - image 1
 

 

ໂອກາດນີ້ໄດ້ຮັບຟັງການລາຍງານສະພາບລວມຂອງເມືອງໃນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີຂອງເມືອງຈາກສະຫາຍ ສົມຫວັງ ສຸມວິໄລ ເລຂາພັກເມືອງຍອດອູ ຊຶ່ງສະຫາຍໃຫ້ຮູ້ວ່າເມືອງຍອດອູ ເປັນເມືອງທີ່ຕັ້ງຢູ່ເໜືອສຸດຂອງປະເທດລາວ ຫ່າງຈາກເທດສະບານແຂວງ 93 ກິໂລແມັດ ຊຶ່ງມີເນື້ອທີ່ທັງໝົດ 3,105.59 ກິໂລຕາແມັດ, ເນື້ອທີ່ 97% ເປັນພູດອຍ, ເນື້ອທີ່ປ່າໄມ້ປົກຫຸ້ມ 65%, ມີຊາຍແດນຕິດກັບເມືອງຫຼ້າ ແລະ ເມືອງຈ່ຽງເຊີນ ສປ ຈີນ ມີຄວາມຍາວ 151 ກິໂລແມັດ, ຕິດກັບ ເມືອງແຍ້ ສສ ຫວຽດນາມ 52.2 ກິໂລແມັດ, ມີດ່ານສາກົນ 1 ແຫ່ງ, ດ່ານປະເພນີ 2 ແຫ່ງ, ມີ 8 ກຸ່ມ 73 ບ້ານ, ມີພົນລະເມືອງ 34,596 ຄົນ ຍິງ 16,931 ຄົນ, ຄວາມໜາແໜ້ນຂອງພົນລະເມືອງ 10 ຄົນຕໍ່ກິໂລຕາແມັດ, ປະກອບມີ 10 ຊົນເຜົ່າເຊັ່ນ: ເຜົ່າລື້, ອີວມຽນ, ຫໍ້, ອາຄາ, ສີດາ, ໂລໂລໂພ, ໄທເໜືອ, ຢັ້ງ, ຮາຢີ ແລະ ພູນ້ອຍ; ຄະນະບໍລິຫານງານພັກເມືອງ ໄດ້ແບ່ງຄວາມຮັບຜິດຊອບພາຍໃນ, ກຳນົດແຜນດຳເນີນງານ ແລະ ລະບອບແບບແຜນວິທີເຮັດວຽກຢ່າງລະອຽດຈະແຈ້ງ ໂດຍໄດ້ກຳນົດ ແລະ ສຸມໃສຈັດຕັ້ງປະຕິບັດ 9 ບັນຫາ, 5 ທ່າແຮງ, 7 ແລວພັດທະນາ, 4 ທາງອອກ ແລະ 10 ແຜນງານ 36 ໂຄງການຕິດພັນກັບການຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ຕິດພັນກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໂດຍສຸມໃສ 18 ບ້ານເປົ້າໝາຍ ຂອງເມືອງ. ໃນ 6 ເດືອນຕົ້ນປີ 2026 ເສດຖະກິດຍັງສືບຕໍ່ຂະຫຍາຍຕົວໃນທາງທີ່ດີ ສະແດງອອກລວມຍອດມູນຄ່າຜົນຜະລິດພາຍໃນເມືອງ ສາມາດບັນລຸໄດ້ 707.88 ຕື້ກີບ, ທຽບໃສ່ແຜນການປະຕິບັດໄດ້ 73.09 %, ລາຍຮັບສະເລ່ຍຕໍ່ຫົວຄົນ ບັນລຸໄດ້ 20.47 ລ້ານກີບ. ສາມາດປະຕິບັດລາຍຮັບໄດ້ທັງໝົດ 5,926.19 ລ້ານກີບໃນນີ້: ລາຍຮັບທ້ອງຖິ່ນປະຕິບັດໄດ້ 3,176.76 ລ້ານກີບ, ທຽບໃສ່ໄລຍະດຽວປີຜ່ານ ມາເທົ່າກັບ 143.27%, ທຽບໃສ່ແຜນການປີປະຕິບັດໄດ້ 62.52%(ແຜນການ 5,081.06 ລ້ານກີບ) ແລະ ລາຍຮັບດຸ່ນດ່ຽງຈາກ ແຂວງ 2,749.42 ລ້ານກີບ, ສາມາດຈັດຕັ້ງປະຕິບັດໂຄງການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດໄດ້ທັງໝົດ 38 ໂຄງການ, ມູນຄ່າການລົງທຶນລວມ 3,190.98 ຕື້ກີບ, ໄດ້ລົງທຶນເຂົ້າແຕ່ລະຂະແໜງການລາຍລະອຽດຄື: ຂະແໜງກະສິກຳ ແລະ ປ່າໄມ້ມີ 27 ໂຄງການ, ມູນຄ່າການລົງທຶນ 63.34 ຕື້ກີບ, ຂະແໜງອຸດສາຫະກຳ ແລະ ການຄ້າມີ 11 ໂຄງການ, ມູນຄ່າການລົງທຶນ 3,127.64 ຕື້ກີບ, ທົ່ວເມືອງຈຳນວນບ້ານທີ່ມີເສັ້ນທາງເຂົ້າເຖິງມີ 73 ບ້ານ ກວມ ເອົາ 100%, ທາງທຽວໄດ້ 2 ລະດູມີ 50 ບ້ານ ກວມເອົາ 68.49% ຂອງບ້ານທົ່ວເມືອງ, ທາງທຽວໄດ້ລະດູດຽວມີ 23 ບ້ານ ກວມເອົາ 32%; ຂອງບ້ານທົ່ວເມືອງ, ວຽກງານນໍ້າປະປາ ຈໍານວນບ້ານທີ່ຊົມໃຊ້ນໍ້າ ປະປາມີ 7 ບ້ານ.

ສະຫາຍ ວນໄຊ ພອງສະຫວນ ເຄອນໄຫວຢຽມຢາມ ແລະ ເຮດວຽກຢເມອງຍອດອ - image 2
 

ພາຍຫຼັງໄດ້ຮັບຟັງການລາຍງານ ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳພາ-ຊີ້ນຳຂອງຄະນະພັກ-ຄະນະນຳຂອງເມືອງທີ່ໄດ້ມີຜົນສຳເລັດຫຼາຍດ້ານ ພ້ອມທັງມີຄຳເຫັນໂອ້ລົມຕໍ່ຄະນະພັກ, ຄະນະນໍາ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງເມືອງ ຊຶ່ງສະຫາຍໄດ້ເນັ້ນໃຫ້ຄະນະພັກ ຄະນະນຳຂອງເມືອງເອົາໃຈໃສ່ຫຼາຍດ້ານເປັນຕົ້ນແມ່ນພ້ອມກັນເອົາໃຈໃສ່ໃນການນຳພາ-ຊີ້ນຳການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່, ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງຕິດພັນກັບຄາດໝາຍສູ້ຊົນຂອງແຂວງຂອງເມືອງ, ເພີ່ມທະວີໃນການສ້າງການຫັນປ່ຽນເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ; ເພີ່ມທະວີໃນການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບພາຍໃນເມືອງ, ແກ້ໄຂບັນຫາປະກົດການຫຍໍ້ທໍ້ໂດຍສະເພາະບັນຫາຢາເສບຕິດ; ສືບຕໍ່ເອົາໃຈໃສ່ໃນການພັດທະນາເສດຖະກິດ, ສົ່ງເສີມເສດຖະກິດພູມປັນຍາຂອງປະຊາຊົນ, ສົ່ງເສີມໃຫ້ປະປະຊາຊົນມີວຽກເຮັດງານທຳເພື່ອສ້າງລາຍຮັບເປັນຕົ້ນແມ່ນການປູກ, ການລ້ຽງ, ດຶງດູດການລົງທຶນຂອງພາຍໃນ, ຕ່າງປະເທດ, ສ້າງຖານລາຍຮັບໃໝ່ດ້ວຍການສົ່ງເສີມການລົງທຶນ, ເອົາໃສ່ໃສ່ຊຸກຍູ້ສົ່ງເສີມໃຫ້ລູກຫຼານໄດ້ຮັບການສຶກສາເພາະການສຶກສາກໍເປັນໜຶ່ງໃນເງື່ອນໄຂແກ້ໄຂຄວາມທຸກຍາກ; ຊຸກຍູ້ສົ່ງເສີມແຮງງານດິບໃຫ້ກາຍເປັນແຮງງານທີ່ມີຄວາມຮູ້ຄວາມສາມາດ; ການກໍ່ສ້າງພັກ-ພະນັກງານກໍຕ້ອງໄດ້ເອົາ ໃຈໃສ່ສ້າງພະນັກງານໃຫ້ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ສັບຊ້ອນໜ້າທີ່ວຽກງານໃຫ້ສອດຄ່ອງຕາມຄວາມຮູ້ຄວາມສາມາດ, ສຳລັບວຽກງານກວດກາ ຄະນະພັກ, ຄະນະນຳ ຕ້ອງເຂົ້າໃຈຢ່າງເລິກເຊິ່ງຕໍ່ວຽກງານກວດກາ, ເພາະວຽກງານກວດກາແມ່ນໜຶ່ງໃນວຽກງານການນຳພາຂອງພັກເປັນກົນໄກການບໍລິຫານໜຶ່ງຂອງການນຳພາຄຸ້ມຄອງບໍລະຫານລັດ, ແຜນການກວດກາຕ້ອງເປັນແຜນຂອງຄະນະປະຈຳພັກເມືອງບໍ່ແມ່ນຂອງຄະນະກວດກາ, ຄະນະກວດກາແມ່ນເຮັດໜ້າທີ່ຕິດຕາມ, ກວດກາຕາມແຜນຂອງຄະນະປະຈຳພັກເມືອງ ເພື່ອຊອກໃຫ້ເຫັນດ້ານດີ, ດ້ານຄົງຄ້າງ, ຜູ້ເຮັດວຽກງານກວດກາຕ້ອງມີສາຍຕາແຫຼມຄົມ, ຫູໄວ, ໃຈສັດຊື່, ມືສະອາດ.

ໂອກາດດຽວກັນນີ້, ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ມອບເງິນຈຳນວນ 50,000,000 ກີບ, ຄອມພິວເຕີ ແລະ ປິນເຕີ້ ຈຳນວນ 6 ຊຸດ ໃຫ້ເມືອງ ເພື່ອນຳໄປໝູນໃຊ້ໃນວຽກງານຕ່າງໆຂອງເມືອງ ແລະ ໄປຢ້ຽມຊົມຫ້ອງການຕາແສງບຸນໃຕ້ອີກດ້ວຍ.

(ຂ່າວ: ຕູ່ນາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ຈັດພິທີເປີດຝຶກອົບຮົມວຽກງານດ້ານບັນຊີວິສາຫະກິດ ແລະ ງົບປະມານ ໃຫ້ພະນັກງານຂະແໜງການເງິນບັນດາແຂວງພາກເໜືອ ໂດຍເປັນປະທານຂອງ ທ່ານ ນາງ ວົງພະຈັນ ວົງປະດິດ ຫົວໜ້າສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ໃນວັນທີ 2 ພະຈິກຜ່ານມາ, ທີ່ສະຖາບັນດັ່ງກ່າວ, ໂດຍມີວິທະຍາກອນ, ສຳມະນາກອນ ແລະ ແຂກຮັບເຊີນເຂົ້າຮ່ວມ.
ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ວັນທີ 1 ພະຈິກຜ່ານມາ, ທີ່ແຂວງຄໍາມ່ວນ ໄດ້ຈັດພີທີເປີດສາງພາງຂອງກຸ່ມບໍລິສັດ ພະນົມພອນ ຈໍາກັດ ຢ່າງເປັນທາງການ ຫວັງຍົກລະດັບວຽກງານໂລຈິສຕິກ ແລະ ເສີມທ່າແຮງການຄ້າຂ້າມຊາຍແດນ. ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ພ້ອມດ້ວຍການນໍາຂັ້ນສູນກາງ, ການນໍາແຂວງ, ຜູ້ບໍລິ ຫານກຸ່ມບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງພົນທີ 2 ຈັດຕັ້ງພິທີເຄົາລົບທຸງຊາດ

ກອງພົນທີ 2 ຈັດຕັ້ງພິທີເຄົາລົບທຸງຊາດ

ວັນທີ 2 ພະຈິກນີ້, ກອງພົນທີ 2 ໄດ້ຈັດຕັ້ງພິທີເຄົາລົບທຸງຊາດ ປະຈຳເດືອນພະຈິກ ໂດຍການເປັນປະທານຂອງສະຫາຍ ພັນເອກ ອຸ່ນເຕົ່າ ໄຊຍະຄຸນ ຫົວໜ້າຫ້ອງເສນາທິການ ກອງພົນທີ 2, ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ອັດ​ຕະ​ປືສຸມ​ໃສ່​ວຽກ​ງານ​ປົກ​ຄອງແລະປັບ​ປຸງ​ການ​ຈັດ​ຕັ້ງໃຫ້​ກະ​ທັດ​ຮັດ

ອັດ​ຕະ​ປືສຸມ​ໃສ່​ວຽກ​ງານ​ປົກ​ຄອງແລະປັບ​ປຸງ​ການ​ຈັດ​ຕັ້ງໃຫ້​ກະ​ທັດ​ຮັດ

ໃນໄລຍະ 5 ປີ (2021-2025) ແຂວງອັດຕະປື ໄດ້ສຸມໃສ່ປັບປຸງກົງຈັກການຈັດຕັ້ງ, ຍົກສູງປະ ສິດທິພາບວຽກງານປົກຄອງ ແລະ ຂັບເຄື່ອນວຽກງານ 3 ສ້າງ ໂດຍສາມາດຫຼຸດຈຳນວນພະ ແນກການຂັ້ນແຂວງຈາກ 38 ເຫຼືອ 34 ພະແນກການ ແລະ ຫຼຸດໜ່ວຍງານຈາກ 432 ເຫຼືອ 345 ໜ່ວຍງານ ພ້ອມທັງສ້າງຕັ້ງສູນບໍລິການຜ່ານປະຕູດຽວ 3 ແຫ່ງ ເພື່ອເຮັດໃຫ້ການບໍລິການລັດມີຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສຂຶ້ນ.
ຈາກທົ່ງນາທີ່ມີເຂົ້າຂຽວງາມ ເຫຼືອພຽງດິນທີ່ແຫ້ງແຕກເຫີບ

ຈາກທົ່ງນາທີ່ມີເຂົ້າຂຽວງາມ ເຫຼືອພຽງດິນທີ່ແຫ້ງແຕກເຫີບ

​ ສະພາບໄພ​ພິ​ບັດນ້ຳຖ້ວມໃນປີ 2026 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຊີວິດການເປັນຢູ່ ແລະ ການທຳມາຫາກິນຂອງປະຊາຊົນ ໃນຫຼາຍພື້ນທີ່, ໂດຍສະເພາະແມ່ນເນື້ອທີ່ທຳການຜະລິດກະສິກຳຂອງຊາວກະສິກອນທີ່ເສຍ​ຫາຍ​ຈາກ​ໄພນ້ຳຖ້ວມ.
ສາລະວັນ ເຜີຍແຜ່ເຊື່ອມຊຶມນິຕິກຳການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ທົ່ວແຂວງ

ສາລະວັນ ເຜີຍແຜ່ເຊື່ອມຊຶມນິຕິກຳການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ທົ່ວແຂວງ

ແຂວງ ສາ​ລະ​ວັນໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເນື້ອໃນເອກະສານທີ່ສຳຄັນ ກ່ຽວກັບວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງ ຄຸ້ມຄອງ ທົ່ວແຂວງສາລະວັນ, ໃນ​ວັນ​ທີ 30 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງສາລະວັນ,ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າຮ່ວມ.
ທ່ານ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຄໍາມ່ວນ

ທ່ານ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຄໍາມ່ວນ

ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ເຄື່ອນໄຫວເຮັດວຽກ ແລະ ໂອ້ລົມ​ພະ​ນັກ​ງານຫຼັກ​ແຫຼ່ງແຂວງ​ຄຳ​ມ່ວນໃນ​ວັນ​ທີ 2 ພະ​ຈິກ​ນີ້ໂດຍ​ມີກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ-ອົງການທຽບເທົ່າອ້ອມຂ້າງແຂວງ, ພະນັກງານອາວຸດໂສບຳນານ, ພະນັກງານຫຼັກແຫຼ່ງ, ນັກທຸລະກິດ ພາຍໃນແຂວງຄຳມ່ວນເຂົ້າ​ຮ່ວມ​ຮັບ​ຟັງ.
ອັດຕະປື ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ສນຊ ທົ່ວປະເທດ ຄັ້ງທີ XII

ອັດຕະປື ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ສນຊ ທົ່ວປະເທດ ຄັ້ງທີ XII

ວັນທີ 30 ຕຸລາຜ່ານມາ, ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມຜົນສຳ ເລັດມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ (ສນຊ) ທົ່ວປະເທດ ຄັ້ງທີ XII ແລະ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງ ຄັ້ງທີ VIII. ໃຫ້ກຽດເຜີຍແຜ່ຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ທ່ານ ນາງ ບັນທະໄລ ແກ້ວມະນີວົງ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະພັກ, ຄະນະນຳແຂວງ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ມຊ ຈັດພິທີໃສ່ບາດອຸທິດບຸນໃຫ້ຜູ້ທີ່ມີຜົນງານດີເດັ່ນ ໂອກາດວັນສ້າງຕັ້ງ ຄົບຮອບ 30 ປີ

ມຊ ຈັດພິທີໃສ່ບາດອຸທິດບຸນໃຫ້ຜູ້ທີ່ມີຜົນງານດີເດັ່ນ ໂອກາດວັນສ້າງຕັ້ງ ຄົບຮອບ 30 ປີ

ວັນທີ 2 ພະຈິກນີ້, ຄະນະພັກ, ຄະນະນໍາມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີໃສ່ບາດເພື່ອອຸທິດບຸນກຸສົນໄປຫາຜູ້ທີ່ມີຜົນງານດີເດັ່ນຕໍ່ການສຶກສາ ແລະ ເຈົ້າຖິ່ນເຈົ້າຖານຜູ້ມີຄຸນງາມຄວາມດີຕໍ່ ມຊ ຕໍ່ປະເທດຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ (ມຊ) ຄົບຮອບ 30 ປີ (1996-2026) ພ້ອມນັ້ນ, ຍັງໄດ້ປັ້ນຮູບຫຼໍ່ຂອງປະທານ ໄກສອນພົມວິຫານ ປະດິດສະຖານໄວ້ຢູ່ ມຊ ເພື່ອເປັນສິລິມຸງຄຸນ, ຄວາມຮົ່ມເຢັນເປັນສຸກໃຫ້ ມຊ ກໍຄືພະນັກງານ, ຄູສອນ ແລະ ນັກສຶກສາທົ່ວ ມຊ ທັງເປັນການສືບສານຮີດຄອງປະເພນີອັນດີງາມຂອງຊາດ. ດັ່ງນັ້ນ, ມຊ ຈຶ່ງໄດ້ຈັດພິທີມະຫາມຸງຄຸນ 30 ປີ ຂຶ້ນ, ເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ, ທ່ານ ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ, ມີບັນດາແຂກຖືກເຊີນກ່ຽວຂ້ອງ, ຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.
ສາທາ ມອບ ແລະ ສັກວັນຊິນປ້ອງກັນພະຍາດໄຂ້ຫວັດໃຫຍ່ໃຫ້ນາຍ ແລະ ພົນຕຳຫຼວດ

ສາທາ ມອບ ແລະ ສັກວັນຊິນປ້ອງກັນພະຍາດໄຂ້ຫວັດໃຫຍ່ໃຫ້ນາຍ ແລະ ພົນຕຳຫຼວດ

ກະຊວງສາທາລະນະສຸກ ໄດ້ມອບວັກຊິນປ້ອງກັນພະຍາດໄຂ້ຫວັດໃຫຍ່ຕາມລະດູການ ຈຳນວນ 1,000 ໂດສ ມູນຄ່າ 112,000,000 ກີບ ໃຫ້ກະຊວງປ້ອງກັນຄວາມສະຫງົບ (ປກສ) ພ້ອມທັງສ້າງຂະ ບວນການສັກວັກຊິນໃຫ້ນາຍ ແລະ ພົນຕຳຫຼວດ ອ້ອມຂ້າງກະຊວງ ປກສ ໃນວັນທີ 30 ຕຸລາຜ່ານມາ, ເຂົ້າຮ່ວມໂດຍ ສະຫາຍ ພົຕ ໜູຈອນ ກ້ອນທອງດຳ ຮອງລັດຖະມົນຕີກະຊວງ ປກສ, ມີທ່ານ ນາງ ອຳພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີຄະນະນຳຂອງສອງກະຊວງ, ວິຊາການຈາກກະຊວງສາທາລະນະສຸກ, ກົມເສນາຮັກ ກົມໃຫຍ່ພະລາທິການ ປກສ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ເພີ່ມເຕີມ