ສະຫາຍ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຫຼວງນໍ້າທາ

ສະຫາຍ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຫຼວງນໍ້າທາ

ສະຫາຍ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຫຼວງນໍ້າທາ
ໃນວັນທີ 31 ກໍລະກົດຜ່ານມານີ້, ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ​ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງນໍ້າທາ ໃຫ້ກຽດຕ້ອນຮັບໂດຍ ສະຫາຍ ອ່ອນຈັນ ຄຳພາວົງ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມດ້ວຍຄະນະພັກ,​ຄະນະນຳຂອງແຂວງ.
ສະຫາຍ ວນໄຊ ພອງສະຫວນ ໂອລມພະນກງານຫກແຫງແຂວງຫວງນາທາ - image 1
 

 

ໂອກາດນີ້ ສະຫາຍ ວັນໄຊ ພອງສະຫວັນ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ບັນດາສະຫາຍ ຄະນະພັກ, ຄະນະນຳຂອງແຂວງ, ອະດີດການນຳແຂວງ, ພະນັກງານນັກຮົບ, ພະນັກງານຫຼັກແຫຼ່ງຂອງແຂວງ ຊຶ່ງສະຫາຍໄດ້ເນັ້ນໃຫ້ ເອົາໃຈໃສ່ໃນການສ້າງແຜນ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່, ການພັດທະນາເສດຖະກິດແຂວງຫຼວງນໍ້າທາ ເປັນຕົ້ນແມ່ນການປູກການລ້ຽງ, ດ້ານອຸດສາຫະກໍາ, ການບໍລິກນການ ທ່ອງທ່ຽວ, ສືບຕໍ່ຍູ້ແຮງການຜະລິດເປັນສິນຄ້າຢູ່ພາຍໃນແຂວງ, ເສດຖະກິດພູມປັນຍາຂອງປະຊາຊົນເພື່ອເຮັດໃຫ້ເຂົາເຈົ້າໄດ້ມີການຜະລິດເປັນສິນຄ້າເພື່ອສ້າງລາຍຮັບຕົວຈິງໃຫ້ປະຊາຊົນ ເປັນຕົ້ນແມ່ນການປູກ-ການລ້ຽງໃຫ້ກາຍເປັນກຸ່ມຜະລິດ, ກຸ່ມລ້ຽງ ໃຫ້ມີການຊີ້ນຳ-ນໍາພາຕົວຈິງໂດຍມີແຜນການແຜນງານລະອຽດ ຊຸກຍູ້ສົ່ງເສີມຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊົນ, ສຸມໃສ່ການຜະລິດເພື່ອເປັນການສົ່ງເສີມພາຍໃນເພື່ອຫຼຸດຜ່ອນການນໍາເຂົ້າ ຕິດພັນກັບການປຸງແຕ່ງເພື່ອສ້າງມູນຄ່າເພີ່ມ; ກວດກາຄືນບັນດາໂຄງ ການລົງທຶນຕ່າງໆລວມທັງໂຄງການຂອງລັດ, ການລົງທຶນຂອງເອກະຊົນທັງພາຍໃນ ແລະ ຕ່າງປະເທດ, ເອົາໃຈໃສ່ໃນການຄຸ້ມຄອງຊັບພະຍາກອນທຳມະຊາດ, ຄຸ້ມຄອງປົກປັກຮັກສາປ່າໄມ້, ສິ່ງແວດລ້ອມບໍ່ໃຫ້ຖືກທຳລາຍ; ດຶງດູດນັກທ່ອງທ່ຽວດ້ວຍການເອົາໃຈໃສ່ການບໍລິການເຮືອນພັກ, ໂຮງແຮມ, ຮ້ານອາຫານເອົາໃຈໃສ່ປັບປຸງຍົກລະດັບ ເພື່ອເຮັດໃຫ້ວຽກງານການທ່ອງທ່ຽວ ມີລາຍຮັບຫຼາຍຂຶ້ນ, ປົກປັກຮັກສາແຫຼ່ງທ່ອງທ່ຽວທຳມະຊາດໃຫ້ມຄວາມສວຍງາມ, ແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳ ທີ່ເປັນເອກະລັກຂອງທ້ອງຖິ່ນໃຫ້ມີການຊຸກຍູ້ສົ່ງເສີມລວມເຖິງຜະລິດຕະພັນທີ່ເປັນຂອງຕ້ອນຂອງຝາກຕ່າງໆ; ເອົາໃຈໃສ່ຊຸກຍູ້ຜູ້ປົກຄອງໃຫ້ສົ່ງເສີມລູກຫຼານທີ່ມີອາຍຸເກນເຂົ້າຮຽນໃຫ້ໄດ້ເຂົ້າໂຮງຮຽນ, ພັດທະນາຄູອາຈານ ເພື່ອຍົກລະ ດັບການຮຽນການສອນຂອງຄູອາຈານຢູ່ໃນແຕ່ລະໂຮງຮຽນເພື່ອສ້າງການຫັນປ່ຽນໃນວິທີການຮຽນການສອນ ໂດຍສະເພາະແມ່ນໂຮງຮຽນສາມັນ ແລະ ວິຊາຊີບຕ່າງໆ; ເອົາໃຈໃສ່ສືບຕໍ່ປັບປຸງຍົກລະດັບການບໍລິການຂອງແພດໝໍ ຢູ່ໃນໂຮງໝໍ, ສຸກສາລາ ລວມທັງການບໍລິການໃຫ້ແກ່ນັກທ່ອງທ່ຽວທີ່ມາທ່ຽວເພື່ອສ້າງຄວາມໝັ້ນໃຈໃນການຕັດສິນໃຈເຂົ້າມາທ່ອງທ່ຽວຢູ່ແຂວງຫຼວງນໍ້າທາ; ເອົາໃຈໃສ່ສ້າງແຜນກຳນົດພັດທະນາສີມືແຮງງານ, ຄຸ້ມຄອງແຮງ, ຝຶກອົບຮົມ ເພື່ອຍົກລະດັບສີມືແຮງງານໃນຖັນແຖວຊາວໜຸ່ມເພື່ອສ້າງໃຫ້ເຂົາ ເຈົ້າມີວຽກເຮັດງານທຳທີ່ໝັ້ນຄົງໃນການສ້າງລາຍຮັບໃຫ້ແກ່ຄອບຄົວ ຂະແໜງແຮງງານຕ້ອງເປັນເຈົ້າການໃນການຕິດຕາມຄຸ້ມຄອງໃນການສ້າງແຜນພັດທະນາສີມືແຮງງານສົມທົບກັບຂະແໜງການຕ່າງໆທີ່ກ່ຽວ ຂ້ອງເປັນຕົ້ນແມ່ນອົງການຈັດຕັ້ງຊາວໜຸ່ມ, ແມ່ຍິງ ແລະ ກຳມະບານ; ສືບຕໍ່ເອົາໃຈໃສ່ໃນການຊີ້ນຳ ແລະ ຂະຫຍາຍແນວທາງປ້ອງກັນຊາດປ້ອງກັນຄວາມສະຫງົບໃຫ້ແຂງແຮງກວ່າເກົ່າເປັນຕົ້ນແມ່ນເອົາໃຈໃສ່ໃນການແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ໃນສັງຄົມ, ບັນຫາຢາເສບຕິດ, ການຄ້າຂາຍສິ່ງຜິດກົດໝາຍ, ບັນຫາກຸ່ມແກ້ງຕ່າງໆ ທີ່ຈະກາຍເປັນຜົນສະທ້ອນທາງລົບ ແລະ ສ້າງຄວາມບໍ່ສະຫງົບໃນສັງຄົມ, ກຳລັງ ປກຊ-ປກສ ຕ້ອງເປັນເຈົ້າການຕິດຕາມເຄື່ອນໄຫວລາດຕະເວນ, ເພີ່ມທະວີໃນການປັບປຸງ ປກສ ບ້ານ ເພື່ອໃຫ້ຮູ້ເຮັດໜ້າທີ່ພັນທະໃນປົກການປັກຮັກສາຄວາມສະຫງົບຂອງບ້ານເພື່ອເປັນກຳລັງແຮງຊ່ວຍກຳລັງຫຼວງກຳລັງທ້ອງຖິ່ນ ເພື່ອຮັບປະກັນໃຫ້ມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ; ການກໍ່ສ້າງພັກ-ພະນັກງານ ເປັນຕົ້ນແມ່ນການສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການສ້າງການຈັດຕັ້ງພັກໃຫ້ມີຄວາມເຂັ້ມແຂງສາມາດເປັນແກນນໍາທີ່ແທ້ຈິງຢູ່ໃນລະບົບການເມືອງ, ວຽກງານຂະ ຫຍາຍພັກໃຫ້ຖືເປັນວຽກງານທີ່ສຳຄັນຂອງຄະນະພັກ, ຂອງໜວ່ຍພັກໃນການຂະຫຍາຍພັກ ເອົາໃຈໃສ່ໃນການສຶກສາຮົບຮົມວັດຖຸປະສົງຂອງການເຂົ້າພັກໃຫ້ເຫັນພາລະບົດບາດຂອງການຈັດຕັ້ງພັກ, ສະມາຊິກພັກ ເພື່ອເປັນການສ້າງຄວາມເຂົ້າໃຈຂອງມະຫາຊົນເປັນຕນແມ່ນການສຶກສາຮົບຮົມທາງດ້ານອຸດົມການ, ວັດຖຸປະສົງການເຂົ້າພັກ, ເອົາໃຈໃສ່ໃນການຄຸ້ມຄອງບໍາລຸງກໍ່ສ້າງພະນັກງານໃນຂະນວນການວຽກງານຕົວຈິງ ແລະ ຢູ່ຮາກຖານ, ກຳໃຫ້ໄດ້ທ່າແຮງຂອງພະນັກງານ ທາງດ້ານການເມືອງຄຸນສົມບັດ ພອນສະຫວັນ ຄວາມຮູ້ຄວາມສາມາດ ເພື່ອໃຫ້ການສັບຊ້ອນໃຫ້ມີຄວາມຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງຫຼີກລ່ຽງການສັບຊ້ອນຈັດວາງໂດຍບໍ່ໄດ້ມີການຕີລາຄາການປະເມີນ, ແຂ່ງຂັ້ນຮັບຜິດຊອບລະຫວ່າງເມືອງກັບຕາແສງກັບບ້ານ; ວຽກງານກວດກາເອົາໃຈໃສ່ ຖືເອົາວຽກງານກວດກາເປັນໜຶ່ງໃນພາລະບົດບາດການນຳພາຂອງພັກ, ຖືເປັນຄວາມຮັບຜິດຊອບໂດຍກົງຂອງຄະນະພັກ ເພື່ອຊອກໃຫ້ເຫັນດ້ານດີຜົນສຳເລັດດ້ານຕັ້ງໜ້າເພື່ອເສີມຂະຫຍາຍ, ຊອກໃຫ້ເຫັນຈຸດອ່ອນຂໍ້ຄົງຄ້າງຂອງການຈັດຕັ້ງເພື່ອປັບປຸງປ່ຽນແປງ, ຖ້າກວດເຫັນການລະເມີດກໍຕ້ອງໄດ້ປະຕິບັດຕາມກົດໝາຍ, ພ້ອມນີ້ກໍເພື່ອເປັນການປ້ອງກັນບໍ່ໃຫ້ມີການລະເມີດ, ຜູ້ເຮັດວຽກກວດກາເອົາໃຈໃສ່ເປັນເສນາທິການໃຫ້ແກ່ຄະນະພັກ ຕ້ອງມີສາຍຕາແຫຼມຄົມ, ຫູໄວ ໃຈສັດສື່ ມືສະອາດ; ການປະຕິບັດລະບົບສອງຫົວໜ້າລະຫວ່າງເລຂາພັກແຂວງ, ປະທານສະພາປະຊາ ຊົນແຂວງ ກັບປະທານຄະນະກໍາມະການປົກຄອງຕ້ອງເບິ່ງຂໍ້ກຳນົດ ແລະ ລະບຽບການທີ່ກຳນົດໄວ້ ເພື່ອບໍ່ໃຫ້ມີວຽກທີ່ເປັນການຊໍ້າຊ້ອນກ້າວກ່າຍຕ້ອງໄດ້ເຮັດຕາມພາລະບົດບາດ, ເລຂາກໍຕ້ອງເຮັດໜ້າທີ່ໃນການນຳພາຊຸກຍູ້ຕິດຕາມ, ກວດກາໃນການນຳພາຈັດຕັ້ງປະຕິບັດ ປະທານອົງການປົກຄອງກໍເຮັດໜ້າທີ່ບໍລິ ຫານ; ການນໍາພາຂອງຄະນະພັກ ຕ້ອງເປັນໃຈກາງໃນການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ ໃນຖັນແຖວພະນັກງານ-ສະມາຊິກພັກ, ສະຫາຍເລຂາຮອງເລຂາຕ້ອງເປັນຄັນທຸງນຳໜ້າ ເພື່ອເຕົ້າຮົມກຳລັງແຮງໃນການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ, ຍົກສູງຄວາມຮັບຜິດຊອບ ເປັນເຈົ້າການ ຕ້ອງເສຍສະຫຼະ ເຮັດໜ້າທີ່ຕາມການມອບໝາຍໃຫ້ມີຜົນສຳເລັດ.

ສະຫາຍ ວນໄຊ ພອງສະຫວນ ໂອລມພະນກງານຫກແຫງແຂວງຫວງນາທາ - image 2
 

ພ້ອມນີ້ກໍໄດ້ມອບເງິນຈຳນວນ 100.000.000 ກີບໃຫ້ແຂວງ; ມອບຄອມພິວເຕີ ແລະ ປີ້ນເຕີ 2 ຊຸດ ໃຫ້ຄະນະກວດກາແຂວງ ເພື່ອໄປນໍາໃຊ້ໃນການຈັດຕັ້ງປະຕິບັດວຽກງານຕ່າງໆ. (ຂ່າວ: ຕູ່ນ່າ)


ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພະນັກງານຫຼັກແຫຼ່ງ ອົງການໄອຍະການປະຊາຊົນ ຍົກລະດັບວຽກງານໂຄສະນາ - ປາຖະກະຖາ

ພະນັກງານຫຼັກແຫຼ່ງ ອົງການໄອຍະການປະຊາຊົນ ຍົກລະດັບວຽກງານໂຄສະນາ - ປາຖະກະຖາ

ພິທີເປີດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໂຄສະນາ-ປາຖະກະຖາໃຫ້ແກ່ພະນັກງານຫຼັກແຫຼ່ງຂອງອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການປະຊາຊົນພາກກາງ ແລະ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 16 ພະຈິກນີ້ ທີ່ອົງການໄອຍະການປະຊາຊົນພາກກາງ, ໂດຍການປະທານຂອງ ທ່ານ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ; ມີທ່ານ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ມີຄະນະພັກ, ຄະນະນໍາ, ພະນັກງານຫຼັກ ແຫຼ່ງຂັ້ນກົມ, ຫ້ອງການ, ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມໄອຍະການ ອົງການໄອຍະການປະຊາ ຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການປະຊາຊົນພາກກາງ ແລະ ອົງການໄອຍະການປະຊາຊົນນະຄອນຫຼວງ ເຂົ້າຮ່ວມ 40 ​ສະຫາຍ.
ອັດຕະປື ສະຫຼຸບແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ ພ້ອມກຳນົດທິດທາງຕໍ່​ໜ້າ

ອັດຕະປື ສະຫຼຸບແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ ພ້ອມກຳນົດທິດທາງຕໍ່​ໜ້າ

ຄະນະຈັດຕັ້ງ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025), ພ້ອມທັງວາງທິດທາງການສ້າງແຜນກຳນົດພະນັກງານໄລຍະ 5 ປີ (2026-2030), ໃນ​ວັນ​ທີ 16 ພະ​ຈິກ​ນີ້, ໂດຍເປັນກຽດເຂົ້າ ຮ່ວມຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີຄະນະນຳຄະນະຈັດຕັ້ງແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ເມືອງສາລະວັນ ເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 - 2027

ເມືອງສາລະວັນ ເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 - 2027

ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງສາລະວັນ ແຂວງ​ສາ​ລະ​ວັນຮ່ວມກັບຕາແສງບຶງໄຊ ຈັດພິທີເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 – 2027, ໃນວັນທີ 13ພະຈິກຜ່ານ​ມາ, ທີ່ໂຄງການຊົນລະປະທານຝາຍນໍ້າລົ້ນ ບ້ານໜອງໜໍ້ ຕາແສງບຶງໄຊ,ໂດຍມີ ທ່ານ ສະໄໝ ໂພທິສານ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ບຸນສາ ຄ່ຽມມະນີຂັນໄຊ ປະທານຄະນະກຳມະການປົກຄອງເມືອງສາລະວັນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ສະຫວັນນະເຂດ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ

ສະຫວັນນະເຂດ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ

ແຂວງສະຫວັນນະເຂດ ຈັດກອງປະຊຸມສະຫຼຸບວຽກງານ ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ໄລຍະ 5 ປີ (2022-2026) ແລະ ວາງທິດທາງແຜນການໃນ 5 ປີຕໍ່ໜ້າ ໃນວັນທີ 13 ພະຈິກ 2026 ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງສະຫວັນນະເຂດ,ມີພະແນກການ-ກົມກອງອ້ອມຂ້າງແຂວງ, ບັນດາເມືອງ-ນະຄອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄະນະກວດກາພັກ ແຂວງສາລະວັນ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາພັກ ແຂວງສາລະວັນ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາພັກອົງການກວດກາລັດ ແຂວງສາລະວັນ ດຳເນີນກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ,ໃນວັນທີ 12ພະຈິກຜ່ານ​ມາ,ທີ່ຫ້ອງປະຊຸມຂອງຕົນໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີ ທ່ານ ສົມສັກ ທົງຄໍາຫານ ຄະນະປະຈຳພັກແຂວງ, ປະທານຄະນະກວດກາພັກອົງການກວດກາລັດແຂວງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງ;ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເມືອງໝື່ນ ທໍາລາຍສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ

ເມືອງໝື່ນ ທໍາລາຍສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ

ຫ້ອງການອຸດສະຫະກໍາ ແລະ ການຄ້າ ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດພິທີທໍາລາຍສິນຄ້າເຊື່ອມຄຸນນະພາບ, ໝົດອາຍຸ ແລະ ນໍາເຂົ້າບໍ່ຖືກຕ້ອງ ໃນ​ວັນ​ທີ 13 ພະ​ຈິກ​ນີ້ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສຸພິດ ອິນທະໂພທອງ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີຄະນະສະເພາະກິດຕ້ານສະກັດກັ້ນການຄ້າຂາຍເຖື່ອນ-ຄ້າຂາຍນອກລະບົບຂັ້ນເມືອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ເມືອງໂຂງ ສະຫຼອງ ວັນຊົນລະປະທານ ພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງໂຂງ ສະຫຼອງ ວັນຊົນລະປະທານ ພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ (ວັນທີ 3 ພະຈິກ 2026) ແລະ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ (ວັນທີ 11 ພະຈິກ 2026), ພ້ອມ​ທັງ​ເປີດ​ຂະ​ບວນ​ການ​ຜະ​ລິດ​ລະ​ດູ​ແລ້ງສົກ​ປີ 2026-2027, ໃນ​ວັນ​ທີ 13 ພະ​ຈິກ​ນີ້ທີ່ ບ້ານ​ຫ້ວຍຕາ​ແສງດອນ​ໂຂງ, ໂດຍ​ມີທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ໄຊ​ສົມ​ບູນສຳເລັດກອງປະຊຸມວຽກງານກວດກາ ທົ່ວແຂວງ

ໄຊ​ສົມ​ບູນສຳເລັດກອງປະຊຸມວຽກງານກວດກາ ທົ່ວແຂວງ

ກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາ ທົ່ວແຂວງໄຊສົມບູນ 5 ປີ (2021-2025) ແລະວາງທິດທາງແຜນການ 5 ປີ (2026-2030) ໄດ້ປິດ​ລົງໃນວັນທີ 12 ພະຈິກຜ່ານ​ມາ, ທີ່ສະໂມສອນຂອງແຂວງ ໂດຍການເປັນທານຂອງ ສະຫາຍ ວັນໄຊ ພອງສະຫວັນກຳມະການກົມການເມືອງສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີສະຫາຍ ພອຍຄໍາ ຮຸ່ງບຸນຍວງກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ໃນລະຫວ່າງວັນທີ 12-13 ພະຈິກນີ້, ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງອັດ ຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໄລຍະປີ 2021-2025 ແລະ ສ້າງແຜນກຳນົດພະນັກງານຊຸດໃໝ່ ໄລຍະປີ 2026-2030 ຂຶ້ນທີ່ຫ້ອງປະຊຸມຂອງພະແນກ, ເປັນກຽດເຂົ້າຮ່ວມຂອງທ່ານ ຄອນສະຫງ່າ ພິມມະສອນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ບຸນປອນ ອ່ອນໄຊວຽງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ວທ ແຂວງ, ມີທ່ານ ສົມຫວັງ ນາມສີນາ ກຳມະການພັກແຂວງ ຮອງປະທານກວດກາພັກ-ອົງການກວດກາລັດແຂວງ ພ້ອມດ້ວຍຄະນະພະແນກ, ຄະນະຮັບຜິດຊອບວຽກງານຈັດຕັ້ງຂັ້ນແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ

ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ

ວັນທີ 11 ພະຈິກຜ່ານມາ, ທີ່ ອົງການໄອຍະການປະຊາຊົນແຂວງຄຳມ່ວນ ໄດ້ຈັດພິທີເປີດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງ ວຽກງານການດໍາເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ພະນັກງານອົງການໄອຍະການປະຊາຊົນ, ອົງການສືບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ແຂວງສະຫວັນນະເຂດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ພອນທິບ ສາວະລີ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຫົວໜ້າອົງການໄອຍະການປະຊາຊົນແຂວງຄໍາມ່ວນ, ຄະນະຮັບຜິດຊອບຊຸດຝຶກອົບຮົມ, ວິທະຍາກອນ ທີ່ມາຈາກອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ