ສະຫາຍ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຜົ້ງສາລີ

ສະຫາຍ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຜົ້ງສາລີ

ສະຫາຍ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຜົ້ງສາລີ
ໃນວັນທີ 31 ກໍລະກົດ ຜ່ານມາ ທີ່ສະໂມສອນແຂວງຜົ້ງສາລີ, ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະ ທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ຜູ້ຊີ້ນຳຮອບດ້ານຢູ່ແຂວງຜົ້ງສາລີ ໄດ້ພົບປະໂອ້ລົມພະນັກງານການນຳ, ອະດີດການນຳແຂວງ, ພະນັກງານນັກຮົບ, ພະນັກ ງານຫຼັກແຫຼ່ງຂອງແຂວງ ແລະ ເມືອງບຸນເໜືອ.
ສະຫາຍ ວນໄຊ ພອງສະຫວນ ໂອລມພະນກງານຫກແຫງແຂວງຜງສາລ - image 1
 

ໂອກາດນີ້ໄດ້ຮັບຟັງການລາຍງານຫຍໍ້ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງແຂວງຈາກສະ ຫາຍ ພົຕ ສົມພອນ ມິດຕະພອນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຊຶ່ງໃຫ້ຮູ້ວ່າ: ໃນໄລຍະ 5 ປີ 2021-2025 ເສດຖະກິດຂອງແຂວງ ໄດ້ຂະຫຍາຍຕົວສະເລ່ຍ ໃນລະດັບ 6.34% ສາມາດສ້າງລວມຍອດຜົນຜະລິດພາຍໃນ (GDP) ທັງໝົດໄດ້ 24,372 ຕື້ກີບ, ປີ 2025 ລາຍຮັບສະເລ່ຍຕໍ່ຫົວຄົນປະຕິບັດໄດ້ 1,809 ໂດລາ, ລື່ນແຜນ 42.07% ທຽບກັບປີ 2020 ເພີ່ມຂຶ້ນ 821 ໂດລາ, ໂຄງປະກອບເສດຖະກິດໄດ້ປ່ຽນໄປຕາມທ່າແຮງ ແລະ ຈຸດພິເສດຂອງແຂວງ, ຂະ ແໜງເສດຖະກິດໄດ້ຮັບການພັດທະນາ ແລະ ມີໝາກຜົນ; ທົ່ວແຂວງມີຈໍານວນບ້ານພົ້ນທຸກກວມ 52.62%, ຄອບຄົວພົ້ນທຸກ 18,801 ຄອບຄົວ ກວມ 50.47% ບ້ານພັດທະນາ 31 ບ້ານ, ກວມ 6.11%; ຄອບຄົວພັດທະນາ ມີ 8,037 ຄອບຄົວ, ກວມ 21.58%; ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດໄດ້ 6 ຈຸດ; ສະເພາະ 128 ບ້ານ, ສາມາດແກ້ໄຂໄດ້ບ້ານພົ້ນທຸກ 72 ບ້ານ, ເທົ່າກັບ 56.25%, ມີຄອບຄົວພົ້ນທຸກ 5,015 ຄອບຄົວ, ເທົ່າກັບ 71.2% ຂອງແຜນການ).

ໂອກາດນີ້, ສະຫາຍ ວັນໄຊ ພອງສະຫວັນ ໄດ້ຍອງຍໍຊົມເຊີຍຕໍ່ແຂວງຜົ້ງສາລີທີ່ມີຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມ ພ້ອມທັງເນັ້ນໃຫ້ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂອງແຂວງວາງອອກ; ເພີ່ມທະວີຊຸກຍູ້ປຸກລະດົມການຜະລິດໃຫ້ເປັນສິນຄ້າ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຊຸກຍູ້ໃຫ້ປະຊາຊົນມີວຽກເຮັດງານທຳມີອາຊີບທີ່ໝັ້ນຄົງ, ສຸມໃສ່ຄົ້ນຄວ້າສົ່ງເສີມການປູກການລ້ຽງ, ເສີມສະຫຍາຍເສດຖະກິດພູມປັນຍາຂອງປະຊາຊົນຕາມທ່າແຮງຂອງແຕ່ລະຂົງເຂດ, ຕິດພັນກັບການຜະ ລິດກະສິກຳເປັນສິນຄ້າສົ່ງອອກ, ຊອກຕະຫຼາດຈຳໜ່າຍສິນຄ້າໃຫ້ປະຊາຊົນ, ຊຸກຍູ້ໃຫ້ຫົວໜ່ວຍທຸລະກິດຂະໜາດນ້ອຍ, ຂະໜາດກາງ ໃຫ້ເຂັ້ມແຂງ, ສ້າງເງື່ອນໄຂສະພາບແວດລ້ອມໃນການດຳເນີນທຸລະກິດ, ຄົ້ນຄວ້າບັນດາກິດຈະການ, ໂຄງການ, ເລືອກເຟັ້ນໂຄງການໃຫ້ໄດ້ຈັດຕັ້ງປະຕິບັດຕາມແຜນ, ຄຸ້ມຄອງສິ່ງ ແວດລ້ອມບໍ່ໃຫ້ມີຜົນກະທົບຕໍ່ສັງຄົມ ແລະ ທຳມະຊາດ ໃຫ້ປະຊາຊົນມີສ່ວນຮ່ວມມີຜົນປະໂຫຍດ, ກວດ ກາຫົວໜ່ວຍໂຄງການ, ກິດຈະການທີ່ແຕ່ລະຂັ້ນຄຸ້ມຄອງ ເພື່ອຈັດເກັບລາຍຮັບເຂົ້າງົບປະມານ, ຖືເອົາການທ່ອງທ່ຽວເປັນທ່າແຮງໃນການພັດທະນາ, ພັດທະນາປັບປຸງຟື້ນຟູພື້ນຖານໂຄງລ່າງເປັນຕົ້ນແມ່ນເສັ້ນ ທາງ, ສຸມໃສ່ສະໜອງກະແສໄຟຟ້າໃຫ້ປະຊາຊົນໄດ້ຊົມໃຊ້ຢ່າງທົ່ວເຖິງ; ການພັດທະນາວຽກງານສັງຄົມເປັນຕົ້ນແມ່ນຍົກລະດັບການສຶກສາໃຫ້ມີຄຸນນະພາບສູງຂຶ້ນ ຊຸກຍູ້ໃຫ້ປະຊາຊົນຮັບຮູ້ເຂົ້າໃຈຄວາມສຳຄັນຂອງການສຶກສາ ໃຫ້ລູກຫຼານໄດ້ຮັບການສຶກສາ, ເອົາໃຈໃສ່ວຽກງານສາທາລະນະສຸກຂະຫຍາຍຕາໜ່າງສາທາລະນະສຸກ ໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການ, ຕ້ານ ແລະ ສະກັດກັ້ນພະຍາດລະບາດ, ພັດທະ ນາສີມືແຮງງານ ເພື່ອຕອບສະໜອງຮັບໃຊ້ການພັດທະນາ; ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນຕົ້ນການຄ້າຂາຍເຖື່ອນ, ຢາເສບຕິດ, ກຸ່ມແກ້ງສະແກມເມີ້; ການແກ້ໄຂຄວາມທຸກຍາກ ຊຶ່ງເປັນວາລະແຫ່ງຊາດທີ່ຕ້ອງໄດ້ສຸມໃສ່ປະຕິບັດ; ເພີ່ມທະວີການກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງແລະ ໜັກແໜ້ນໃຫ້ມີຄຸນະພາບ, ເອົາໃຈໃສ່ວຽກງານພະນັກງານເປັນວຽກງານຕັດສິນຜົນໄດ້ຜົນເສຍຕໍ່ການນຳພາຂອງພັກ, ພະນັກງານຕ້ອງມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮັບຜິດຊອບສູງ, ມີຈັນຍາບັນເຮັດສຳເລັດໜ້າທີ່, ຄຸ້ມຄອງພະນັກງານ, ເລືອກເຟັ້ນສັບຊ້ອນພະນັກງານບັນຈຸໃຫ້ບັນດາຕາແສງ ຝຶກອົບ ຮົມໃຫ້ຕາແສງ; ເອົາໃຈໃສ່ວຽກງານກວດກາໃຫ້ເຂັ້ມແຂງ; ວຽກງານສະພາໃຫ້ເປັນອົງການທີ່ຕັດສິນບັນຫາສຳຄັນ, ການຊຸກຍູ້ຈັດຕັ້ງປະຕິບັດວຽກງານຕ່າງໆ, ຄະນະພັກຕ້ອງເປັນຫົວຫອກຫົວຈັກ ນຳພາ-ຊີ້ນຳຈັດຕັ້ງປະຕິບັດພັດທະນາເສດຖະກິດ-ສັງຄົມ, ເພີ່ມທະວີຄວາມສາມັກຄີ, ຕົກລົງຕັດສິນບັນຫາເປັນໝູ່ຄະນະ; ປຶກສາຫາລືບົດຮຽນນຳອະດີດການນຳ, ພະນັກງານບຳນານເພື່ອພັດທະນາ ແຂວງຜົ້ງສາລີຂຶ້ນເລື້ອຍໆ.

ສະຫາຍ ວນໄຊ ພອງສະຫວນ ໂອລມພະນກງານຫກແຫງແຂວງຜງສາລ - image 2
 

ໂອກາດດຽວກັນນີ້, ຍັງໄດ້ມອບຄອມພິວເຕີຕັ້ງໂຕະພ້ອມປິ່ນເຕີຈຳນວນ 35 ຊຸດ, ມູນຄ່າ 654,465,000 ກີບ ໃຫ້ແຂວງຜົ້ງສາລີ ເພື່ອແຈກຢາຍມອບໃຫ້ບັນດາຕາແສງ, ມອບເງິນສົດ 300,000,000 ກີບ ໃຫ້ແຂວງຜົ້ງສາລີ, ມອບເງິນສົດ 100,000,000 ກີບ ໃຫ້ເມືອງບຸນເໜືອ, ຄະນະກວດກາສູນກາງພັກມອບຄອມພິວເຕີຕັ້ງໂຕະພ້ອມປິ່ນເຕີສີ ຈຳນວນ 1 ຊຸດ ໃຫ້ຄະນະກວດກາເມືອງບຸນ ເໜືອ. 

(ຂ່າວ: ຕູ່ນ່າ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພະນັກງານຫຼັກແຫຼ່ງ ອົງການໄອຍະການປະຊາຊົນ ຍົກລະດັບວຽກງານໂຄສະນາ - ປາຖະກະຖາ

ພະນັກງານຫຼັກແຫຼ່ງ ອົງການໄອຍະການປະຊາຊົນ ຍົກລະດັບວຽກງານໂຄສະນາ - ປາຖະກະຖາ

ພິທີເປີດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໂຄສະນາ-ປາຖະກະຖາໃຫ້ແກ່ພະນັກງານຫຼັກແຫຼ່ງຂອງອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການປະຊາຊົນພາກກາງ ແລະ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 16 ພະຈິກນີ້ ທີ່ອົງການໄອຍະການປະຊາຊົນພາກກາງ, ໂດຍການປະທານຂອງ ທ່ານ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ; ມີທ່ານ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ມີຄະນະພັກ, ຄະນະນໍາ, ພະນັກງານຫຼັກ ແຫຼ່ງຂັ້ນກົມ, ຫ້ອງການ, ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມໄອຍະການ ອົງການໄອຍະການປະຊາ ຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການປະຊາຊົນພາກກາງ ແລະ ອົງການໄອຍະການປະຊາຊົນນະຄອນຫຼວງ ເຂົ້າຮ່ວມ 40 ​ສະຫາຍ.
ອັດຕະປື ສະຫຼຸບແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ ພ້ອມກຳນົດທິດທາງຕໍ່​ໜ້າ

ອັດຕະປື ສະຫຼຸບແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ ພ້ອມກຳນົດທິດທາງຕໍ່​ໜ້າ

ຄະນະຈັດຕັ້ງ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025), ພ້ອມທັງວາງທິດທາງການສ້າງແຜນກຳນົດພະນັກງານໄລຍະ 5 ປີ (2026-2030), ໃນ​ວັນ​ທີ 16 ພະ​ຈິກ​ນີ້, ໂດຍເປັນກຽດເຂົ້າ ຮ່ວມຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີຄະນະນຳຄະນະຈັດຕັ້ງແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ເມືອງສາລະວັນ ເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 - 2027

ເມືອງສາລະວັນ ເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 - 2027

ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງສາລະວັນ ແຂວງ​ສາ​ລະ​ວັນຮ່ວມກັບຕາແສງບຶງໄຊ ຈັດພິທີເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 – 2027, ໃນວັນທີ 13ພະຈິກຜ່ານ​ມາ, ທີ່ໂຄງການຊົນລະປະທານຝາຍນໍ້າລົ້ນ ບ້ານໜອງໜໍ້ ຕາແສງບຶງໄຊ,ໂດຍມີ ທ່ານ ສະໄໝ ໂພທິສານ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ບຸນສາ ຄ່ຽມມະນີຂັນໄຊ ປະທານຄະນະກຳມະການປົກຄອງເມືອງສາລະວັນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ສະຫວັນນະເຂດ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ

ສະຫວັນນະເຂດ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ

ແຂວງສະຫວັນນະເຂດ ຈັດກອງປະຊຸມສະຫຼຸບວຽກງານ ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ໄລຍະ 5 ປີ (2022-2026) ແລະ ວາງທິດທາງແຜນການໃນ 5 ປີຕໍ່ໜ້າ ໃນວັນທີ 13 ພະຈິກ 2026 ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງສະຫວັນນະເຂດ,ມີພະແນກການ-ກົມກອງອ້ອມຂ້າງແຂວງ, ບັນດາເມືອງ-ນະຄອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄະນະກວດກາພັກ ແຂວງສາລະວັນ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາພັກ ແຂວງສາລະວັນ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາພັກອົງການກວດກາລັດ ແຂວງສາລະວັນ ດຳເນີນກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ,ໃນວັນທີ 12ພະຈິກຜ່ານ​ມາ,ທີ່ຫ້ອງປະຊຸມຂອງຕົນໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີ ທ່ານ ສົມສັກ ທົງຄໍາຫານ ຄະນະປະຈຳພັກແຂວງ, ປະທານຄະນະກວດກາພັກອົງການກວດກາລັດແຂວງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງ;ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເມືອງໝື່ນ ທໍາລາຍສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ

ເມືອງໝື່ນ ທໍາລາຍສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ

ຫ້ອງການອຸດສະຫະກໍາ ແລະ ການຄ້າ ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດພິທີທໍາລາຍສິນຄ້າເຊື່ອມຄຸນນະພາບ, ໝົດອາຍຸ ແລະ ນໍາເຂົ້າບໍ່ຖືກຕ້ອງ ໃນ​ວັນ​ທີ 13 ພະ​ຈິກ​ນີ້ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສຸພິດ ອິນທະໂພທອງ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີຄະນະສະເພາະກິດຕ້ານສະກັດກັ້ນການຄ້າຂາຍເຖື່ອນ-ຄ້າຂາຍນອກລະບົບຂັ້ນເມືອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ເມືອງໂຂງ ສະຫຼອງ ວັນຊົນລະປະທານ ພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງໂຂງ ສະຫຼອງ ວັນຊົນລະປະທານ ພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ (ວັນທີ 3 ພະຈິກ 2026) ແລະ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ (ວັນທີ 11 ພະຈິກ 2026), ພ້ອມ​ທັງ​ເປີດ​ຂະ​ບວນ​ການ​ຜະ​ລິດ​ລະ​ດູ​ແລ້ງສົກ​ປີ 2026-2027, ໃນ​ວັນ​ທີ 13 ພະ​ຈິກ​ນີ້ທີ່ ບ້ານ​ຫ້ວຍຕາ​ແສງດອນ​ໂຂງ, ໂດຍ​ມີທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ໄຊ​ສົມ​ບູນສຳເລັດກອງປະຊຸມວຽກງານກວດກາ ທົ່ວແຂວງ

ໄຊ​ສົມ​ບູນສຳເລັດກອງປະຊຸມວຽກງານກວດກາ ທົ່ວແຂວງ

ກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາ ທົ່ວແຂວງໄຊສົມບູນ 5 ປີ (2021-2025) ແລະວາງທິດທາງແຜນການ 5 ປີ (2026-2030) ໄດ້ປິດ​ລົງໃນວັນທີ 12 ພະຈິກຜ່ານ​ມາ, ທີ່ສະໂມສອນຂອງແຂວງ ໂດຍການເປັນທານຂອງ ສະຫາຍ ວັນໄຊ ພອງສະຫວັນກຳມະການກົມການເມືອງສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີສະຫາຍ ພອຍຄໍາ ຮຸ່ງບຸນຍວງກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ໃນລະຫວ່າງວັນທີ 12-13 ພະຈິກນີ້, ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງອັດ ຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໄລຍະປີ 2021-2025 ແລະ ສ້າງແຜນກຳນົດພະນັກງານຊຸດໃໝ່ ໄລຍະປີ 2026-2030 ຂຶ້ນທີ່ຫ້ອງປະຊຸມຂອງພະແນກ, ເປັນກຽດເຂົ້າຮ່ວມຂອງທ່ານ ຄອນສະຫງ່າ ພິມມະສອນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ບຸນປອນ ອ່ອນໄຊວຽງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ວທ ແຂວງ, ມີທ່ານ ສົມຫວັງ ນາມສີນາ ກຳມະການພັກແຂວງ ຮອງປະທານກວດກາພັກ-ອົງການກວດກາລັດແຂວງ ພ້ອມດ້ວຍຄະນະພະແນກ, ຄະນະຮັບຜິດຊອບວຽກງານຈັດຕັ້ງຂັ້ນແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ

ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ

ວັນທີ 11 ພະຈິກຜ່ານມາ, ທີ່ ອົງການໄອຍະການປະຊາຊົນແຂວງຄຳມ່ວນ ໄດ້ຈັດພິທີເປີດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງ ວຽກງານການດໍາເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ພະນັກງານອົງການໄອຍະການປະຊາຊົນ, ອົງການສືບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ແຂວງສະຫວັນນະເຂດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ພອນທິບ ສາວະລີ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຫົວໜ້າອົງການໄອຍະການປະຊາຊົນແຂວງຄໍາມ່ວນ, ຄະນະຮັບຜິດຊອບຊຸດຝຶກອົບຮົມ, ວິທະຍາກອນ ທີ່ມາຈາກອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ