ສະຫາຍ ວັນໄຊ ພອງສະຫວັນ ຢ້ຽມຢາມຕາແສງທົ່ງອົ້ມ ເມືອງຫຼວງນໍ້າທາ

ສະຫາຍ ວັນໄຊ ພອງສະຫວັນ ຢ້ຽມຢາມຕາແສງທົ່ງອົ້ມ ເມືອງຫຼວງນໍ້າທາ

ສະຫາຍ ວັນໄຊ ພອງສະຫວັນ ຢ້ຽມຢາມຕາແສງທົ່ງອົ້ມ ເມືອງຫຼວງນໍ້າທາ
ໃນວັນທີ 1 ສິງຫາ ຜ່ານມານີ້, ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ແລະ ຄະນະນຳແຂວງ ຫຼວງ ນໍ້າທາ ສືບຕໍ່ຢ້ຽມຢາມຕາແສງທົ່ງອົ້ມ ຢູ່ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ.
ສະຫາຍ ວນໄຊ ພອງສະຫວນ ຢຽມຢາມຕາແສງທງອມ ເມອງຫວງນາທາ - image 1
 

 

ການຢ້ຽມຢາມຄັ້ງນີ້ໄດ້ຮັບຟັງການລາຍງານການເຄື່ອນໄຫວວຽກງານຂອງຕາແສງ ຈາກສະຫາຍ ຄຳອິນ ອຸໄທທານີ ເລຂາຄະນະພັກຮາກຖານ ປະທານຄະນະກຳມະການປົກຄອງຕາແສງທົ່ງອົ້ມ ຊຶ່ງສະຫາຍໃຫ້ຮູ້ວ່າຕາແສງທົ່ງອົ້ມໄດ້ສ້າງຕັ້ງໃນທ້າຍປີ 2025 ຊຶ່ງຕັ້ງຢູ່ຈຸດໃຈກາງຂອງເມືອງ, ປະກອບມີ 28 ບ້ານຂຶ້ນກັບ, ມີພົນລະເມືອງທັງໝົດ 26,725 ຄົນ ຍິງ 13,462 ຄົນ, 6,208 ຄອບຄົວ, 5,054 ຫຼັງຄາເຮືອນ, ມີບຸກຄະລາກອນ 13 ຄົນ ຍິງ 6 ຄົນ. ມີຄະນະພັກຕາແສງ 5 ສະຫາຍ ຍິງ 1 ສະຫາຍ, ມີໜ່ວຍພັກບ້ານທັງໝົດ 27 ໜ່ວຍ, ມີສະມາຊິກພັກທັງໝົດ 961 ສະຫາຍ ຍິງ 104 ສະຫາຍ.

ພາຍຫຼັງໄດ້ຮັບຟັງການລາຍງານ, ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ມີຄຳເຫັນໂອ້ລົມຕໍ່ຄະນະນຳຕາແສງ ຊຶ່ງສະຫາຍໄດ້ກ່າວວ່າ ຄະນະນຳເມືອງ ຕ້ອງເຮັດໜ້າທີ່ຊຸກຍູ້ຊີ້ນຳຕິດຕາມ, ກວດກາການຈັດຕັ້ງປະຕິບັດ ມະຕິ, ຄໍາສັ່ງ, ແນວທາງຍະໂຍບາຍຂອງເມືອງ ໃນວຽກງານພັກ, ວຽກບໍລິຫານລັດຂັ້ນຕາແສງແມ່ນໃຫ້ແບ່ງຂັ້ນຄຸມຄອງກັບເມືອງໃຫ້ຈະແຈ້ງ.

ສະຫາຍ ວນໄຊ ພອງສະຫວນ ຢຽມຢາມຕາແສງທງອມ ເມອງຫວງນາທາ - image 2
 

ພ້ອມນີ້ກໍໄດ້ມອບເງິນຈຳນວນ 20,000,000 ກີບ ໃຫ້ອົງການປົກຄອງຕາແສງທົ່ງອົ້ມ ເພື່ອນຳໄປໝູນໃຊ້ເຂົ້າໃນການເຄື່ອນໄຫວວຽກງານອີກດ້ວຍ.

ຈາກນັ້ນໄດ້ລົງຢ້ຽມຢາມວິສາຫະກິດຈິງຊິວອຸດສາຫະກຳຜະລິດໄກ່ພັນ-ໄຂ່ໄກ່ພັນ ສ່ວນບຸກຄົນ ຢູ່ບ້ານນາລື ເມືອງຫຼວງນໍ້າທາ, ບໍລິສັດດັ່ງກ່າວໄດ້ເລີ່ມກໍ່ສ້າງໃນປີ 2012 ມີເປົ້າໝາຍເພື່ອຜະລິດ ແລະ ສະໜອງໄຂ່ໄກ່ທີ່ມີຄຸນນະພາບສົດໃໝ່ ແລະ ປອດໄພໃຫ້ແກ່ຕະຫຼາດພາຍໃນແຂວງ ແລະ ໃນປີ 2026 ນີ້ ຈະສະໜອງໄຂ່ໄກ່ທີ່ມີຄຸນນະພາບດີ ໃຫ້ສັງຄົມໄດ້ບໍລິໂພກບໍ່ຕໍ່າກວ່າ 21,000,000 ໜ່ວຍ/ປີ.

ນອກຈາກນີ້, ຍັງໄດ້ລົງຕິດຕາມຊຸກຍູ້ຄວາມຄືບໜ້າການກໍ່ສ້າງເສັ້ນທາງແຕ່ 3 ແຍກບ້ານໃໝ່ເມືອງຫຼວງນໍ້າທາ ຫາ ເມືອງນາແລ.

(ຂ່າວ: ຕູ່ນ່າ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງບັນຊາການທະຫານແຂວງອັດຕະປື ປາຖະກະຖາ 2 ວັນປະຫວັດສາດ

ກອງບັນຊາການທະຫານແຂວງອັດຕະປື ປາຖະກະຖາ 2 ວັນປະຫວັດສາດ

ວັນທີ 23 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງອັດຕະປື ໄດ້ຈັດພິທີປາຖະກະຖາວັນຍຶດອຳ ນາດ ຄົບຮອບ 51 ປີ (23 ສິງຫາ 1975-23 ສິງຫາ 2026) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ (9 ກັນຍາ 2002-9 ກັນຍາ 2026) ໂດຍການເປັນປະທານຂອງສະຫາຍ ພັນເອກ ຈັນທະໜາ ກົມມະເມືອງ ຮອງປະທານສະຫະພັນນັກຮົບເກົ່າແຂວງ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກ ງານ-ນັກຮົບເຂົ້າຮ່ວມ.
ເນປານເຕືອນນັກທ່ອງທ່ຽວໃຫ້ລະມັດລະວັງໃນເສັ້ນທາງພູແລະ ພູສູງ

ເນປານເຕືອນນັກທ່ອງທ່ຽວໃຫ້ລະມັດລະວັງໃນເສັ້ນທາງພູແລະ ພູສູງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ກັນຍາ ຜ່ານມາວ່າ: ຄະ​ນະ​ກຳມະການການທ່ອງ​ທ່ຽວ​ເນ​ປານ​ອອກ​ຄຳ​ເຕືອນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທາງ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ພາຍຫຼັງທີ່ເຈົ້າໜ້າທີ່ຄາດຄະເນວ່າ ຈະມີຝົນຕົກໜັກເຖິງໜັກຫຼາຍໃນຫຼາຍພື້ນທີ່ຂອງປະເທດລະຫວ່າງວັນທີ 25-27 ກັນຍານີ້.
ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ

ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ

ໂຮງຮຽນການທະຫານທ້ອງຖິ່ນແຂວງຈໍາປາສັກ ໄດ້ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ລະບົບ 1 ປີ ຊຸດທີ XVII ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ ຊຸດທີ VIII ປະຈຳສົກຮຽນ 2026-2027 ຂຶ້ນໃນວັນທີ 23 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາສັກ, ມີຄະນະພັກ-ຄະນະບັນຊາ, ພະນັກງານ ຄູ-ອາຈານ ແລະ ນັກຮຽນທັງສອງລະບົບເຂົ້າຮ່ວມ.
ປະທານ ອພສ ແຂວງຫຼວງພະບາງ ເຄື່ອນໄຫວຢ້ຽມຢາມເມືອງວຽງຄຳ

ປະທານ ອພສ ແຂວງຫຼວງພະບາງ ເຄື່ອນໄຫວຢ້ຽມຢາມເມືອງວຽງຄຳ

ວັນທີ 22 ກັນຍາຜ່ານມາ, ທີ່ສະໂມສອນໃຫຍ່ເມືອງວຽງຄຳ ແຂວງຫຼວງພະບາງ ໄດ້ຈັດພິທີຕ້ອນຮັບພະອາຈານໃຫຍ່ ອ່ອນແກ້ວ ກິຕຕິພັທໂທ ຜູ້ຊ່ວຍປະທານສູນກາງ ອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ ປະທານອົງການພຸດທະສາສະໜາສໍາພັນລາວ (ອພສ) ແຂວງຫຼວງພະບາງ ໄດ້ເຄື່ອນໄຫວຢ້ຽມຢາມ ຄະນະ ອພສ ເມືອງວຽງຄຳ, ມີທ່ານ ສອນສັກ ສຸຂະເສີມ ປະທານຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງວຽງຄຳ ພ້ອມດ້ວຍຄະນະເຂົ້າຮ່ວມ.
ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື

ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື

ໃນວັນທີ 23 ກັນຍາຜ່ານມານີ້, ສະຫາຍວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື ໃຫ້ກຽດຕ້ອນຮັບໂດຍສະຫາຍ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກເລຂາຄະນະພັກແຂວງປະທານສະພາປະຊາຊົນແຂວງອັດຕະປື ພ້ອມດ້ວຍຄະນະ.
ໜ່ວຍສິລະປະສະມັກຫຼິ້ນ ກອງພົນທີ 2 ຜ່ານລາຍການສະແດງ

ໜ່ວຍສິລະປະສະມັກຫຼິ້ນ ກອງພົນທີ 2 ຜ່ານລາຍການສະແດງ

ໃນວັນທີ 23 ກັນຍາຜ່ານມາ, ໜ່ວຍສິລະປະສະມັກຫຼິ້ນຂອງກອງພົນທີ 2 ໄດ້ຜ່ານລາຍ ການສະແດງ ເພື່ອກຽມສະແດງຮັບໃຊ້ງານສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໂດຍການເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ປະກອບຄໍາເຫັນໃສ່ຮ່າງການວິເຄາະ ແລະ ກໍານົດຕໍາແໜ່ງງານຂອງກົມ ສພຊ

ປະກອບຄໍາເຫັນໃສ່ຮ່າງການວິເຄາະ ແລະ ກໍານົດຕໍາແໜ່ງງານຂອງກົມ ສພຊ

ກອງປະຊຸມປຶກສາຫາລື, ປະກອບຄໍາເຫັນໃສ່ຮ່າງການວິເຄາະ ແລະ ກໍານົດຕໍາແໜ່ງງານຂອງບັນດາກົມພາຍໃນສະພາແຫ່ງຊາດ (ສພຊ) ແລະ ປັບປຸງບາງມາດຕາຂອງຂໍ້ຕົກລົງວ່າດ້ວຍການປະຕິບັດນະໂຍບາຍຂອງສະພາແຫ່ງຊາດໄດ້ຈັດຂຶ້ນໃນລະຫວ່າງວັນທີ 22-23 ກັນຍານີ້, ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ມີບັນດາ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ວິທະຍາກອນຈາກກົມພັດທະນາການບໍລິຫານລັດຂອງຄະນະຈັດຕັ້ງສູນກາງພັກ, ຄະນະກົມ-ພະແນກ ແລະ ພະນັກງານ-ລັດຖະກອນທີ່ຮັບຜິດຊອບວຽກງານດັ່ງກ່າວພາຍໃນ ສພຊ ເຂົ້າຮ່ວມຫຼາຍກວ່າ 60 ຄົນ.
ເມືອງສາລະວັນ ສຸມໃສ່ຮັກສາຄວາມສະຫງົບປອດໄພໃນໄລຍະບຸນຊ່ວງເຮືອປະເພນີປະຈຳປີ 2026

ເມືອງສາລະວັນ ສຸມໃສ່ຮັກສາຄວາມສະຫງົບປອດໄພໃນໄລຍະບຸນຊ່ວງເຮືອປະເພນີປະຈຳປີ 2026

ເມືອງສາລະວັນ ແຂວງສາລະວັນ ໄດ້ກະກຽມຄວາມພ້ອມຮອບດ້ານ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພ ເພື່ອອຳນວຍຄວາມສະດວກໃນການສັນຈອນໄປ-ມາໃນໄລຍະງານບຸນຊ່ວງເຮືອປະເພນີປະຈຳປີ 2026 ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-26 ກັນຍານີ້, ເພື່ອສືບສານຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນ ແລະ ຮັບປະກັນຄວາມປອດໄພໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໃຫ້ມີບັນຍາກາດເບີກບານມ່ວນຊື່ນ.
ກອງພັນໃຫຍ່ 611 ປາຖະກະຖາມູນເຊື້ອວັນສຳຄັນທາງປະຫວັດສາດ

ກອງພັນໃຫຍ່ 611 ປາຖະກະຖາມູນເຊື້ອວັນສຳຄັນທາງປະຫວັດສາດ

ວັນທີ 23 ກັນຍານີ້, ກອງພັນໃຫຍ່ 611 ໄດ້ຈັດພິທີປາຖະກະຖາມູນເຊື້ອວັນສຳຄັນທາງປະຫວັດສາດຂອງພັກ-ຂອງຊາດ ຄື: ວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ ໂດຍການເປັນປະທານຂອງສະຫາຍ ພັນເອກ ອຸໄທ ຖະໜອມໃຈ ຫົວໜ້າການເມືອງ ກອງພັນໃຫຍ່ 611, ມີຄະນະພັກ-ຄະນະບັນຊາ, ອົງການ, ກົມກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ເຜີຍແຜ່ຮ່າງກຳນົດອັດຕາຊົດເຊີຍໂຄງການທາງດ່ວນ ບໍລິຄຳໄຊ-ແທງຖູຍ

ເຜີຍແຜ່ຮ່າງກຳນົດອັດຕາຊົດເຊີຍໂຄງການທາງດ່ວນ ບໍລິຄຳໄຊ-ແທງຖູຍ

ຄະນະກຳມະການຄົ້ນຄວ້າຊົດເຊີຍຜົນກະທົບຕາມແລວເສັ້ນທາງດ່ວນວຽງຈັນ-ຮ່າໂນ້ຍ ເຂດບໍລິຄຳໄຊ-ແທງຖູຍ ໄດ້ເຜີຍແຜ່ຮ່າງກຳນົດອັດຕາຊົດເຊີຍ ໃນວັນທີ 23 ກັນຍານີ້, ທີ່ຫ້ອງການບ້ານທົ່ງໃຫຍ່ ເມືອງປາກຊັນ ແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸລິຈັນ ທ່ຽງຈັນໄຊ ຮອງປະທານຄະນະກຳມະການປົກຄອງເມືອງປາກຊັນ, ມີປະທານຄະນະກຳການປົກຄອງຕາແສງບົວວຽງຄຳ, ຮອງປະທານຄະນະກຳມະການປົກຄອງຕາແສງໄຊຈະເລີນ, ອໍານາດການປົກຄອງບ້ານທົ່ງໃຫຍ່, ຫາດຊາຍສູງ, ສີບຸນເຮືອງ ແລະ ຕາງໜ້າຄອບຄົວທີ່ມີເນື້ອທີ່ຖືກຜົນກະທົບຈາກໂຄງການເຂົ້າຮ່ວມ.
ເພີ່ມເຕີມ