ສະກັດກັ້ນ ແລະ ປ້ອງກັນໄຟໄໝ້ລາມປ່າ

ສະກັດກັ້ນ ແລະ ປ້ອງກັນໄຟໄໝ້ລາມປ່າ
ເລີ່ມແຕ່ເດືອນມັງກອນ-ມີນາ ຂອງທຸກໆປີ ຜູ້ມີອາຊີບປູກພືດໂນນສູງ ຈະຕັດໄມ້ທໍາລາຍປ່າ ຈູດປ່າເພື່ອເຮັດການຜະລິດ ເຮັດໃຫ້ໄຟໄໝ້ລາມປ່າເສຍຫາຍເປັນຈໍານວນຫຼວງຫຼາຍ.ສົ່ງຜົນກະທົບຕໍ່ ປ່າໄມ້, ທີ່ດິນປ່າໄມ້,ສັດປ່າ,ຊີວະນາໆພັນ,ສິ່ງແວດລ້ອມ ເຮັດໃຫ້ເກີດມີໝອກຄວັນ ແລະ ຝຸ່ນລະອອງຂະໜາດນ້ອຍ (PM2.5) ເພີ່ມສູງຂຶ້ນຢູ່ເກືອບທົ່ວປະເທດ.
ເວົ້າສະເພາະ ໃນຕົ້ນປີ 2023 ຜ່ານມາ, ແຂວງອຸດົມໄຊເກີດໄຟໄໝ້ລາມປ່າ 28 ຈຸດ ຄື:ເມືອງໄຊ 17 ຈຸດ, ເມືອງປາກແບງ 8 ຈຸດ,ເມືອງຫຼາ 2 ຈຸດ ແລະ ເມືອງນາໝໍ້ 1 ຈຸດ; ແຂວງຫຼວງນໍ້າທາມີ 10 ຈຸດ ຄື:ປ່າສະຫງວນແຫ່ງຊາດນໍ້າຫ້າ 6 ຈຸດ; ປ່າປ້ອງກັນແຫ່ງຊາດ ພູສາມຍອດ 1 ຈຸດ, ເຂດແດນ ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ 1 ຈຸດ, ເຂດແດນເຊື່ອມຈອດ ສາມເມືອງ (ເມືອງນໍ້າທາ, ເມືອງນາແລ ແລະ ເມືອງວຽງພູຄາ) 1 ຈຸດ ຊຶ່ງຍັງບໍ່ທັນສາມາດດັບມອດໄດ້ທັງໝົດ ແລະ ຊາຍແດນລາວ-ຈີນ (ດ່ານປາງໄຮ) ເມືອງສິງ  ໄໝ້ຢູ່ພື້ນທີ່ນອກເຂດ 3 ປະເພດປ່າ 1 ຈຸດ; ແຂວງຫຼວງພະບາງ: ເກີດມີໄຟໄໝ້ລາມປ່າ 3 ຈຸດ ຄື: ຢູ່ນະຄອນ-ຫຼວງພະບາງ (ໃກ້ສະໜາມກັອບ ຫຼວງພະບາງ), ເມືອງໂພນທອງ 1 ຈຸດ ແລະ  ເມືອງວຽງຄໍາ 1 ຈຸດ; ແຂວງໄຊຍະບູລີ ມີ 8 ຈຸດ ຄື:ເມືອງຫົງສາ 4 ຈຸດ ແລະ ເມືອງຊຽງຮ່ອນ 4 ຈຸດ; ແຂວງຫົວພັນ ມີ 11 ຈຸດ ຢູ່ ເມືອງສົບເບົາ 8 ຈຸດ ແລະ ເມືອງຫົວເມືອງ 3 ຈຸດ; ແຂວງບໍລິຄໍາໄຊມີ 3 ຈຸດ ຄື:ເຂດປ່າຜະລິດແຫ່ງຊາດ ຜັກເບືອກ(ເມືອງບໍລິຄັນ) 1 ຈຸດ,ປ່າຜະລິດປຸ່ງຫົກ-ພູປ່າຊ້າງ(ປ່າຜະລິດຂອງແຂວງບໍລິຄໍາໄຊ)ຈໍານວນ 1 ຈຸດ ແລະ ເຂດປ່າສະຫງວນພູງູ (ປ່າສະຫງວນຂອງແຂວງບໍລິຄຳໄຊ)ຈໍານວນ 1 ຈຸດ;ປ່າສະຫງວນແຫ່ງຊາດ ພູພະນັງມີ 38 ຈຸດ;ອຸທິຍານແຫ່ງຊາດພູເຂົາຄວາຍ ມີ 30 ຈຸດ;ທຸກແຂວງທີ່ເກີດໄຟໄໝ້ປ່າແຕ່ລະແຂວງສາມາດຄວບຄຸມ ແລະ ດັບປອດໄຟໄດ້ສຳເລັດ.
   ສາເຫດຕົ້ນຕໍທີ່ພາໃຫ້ເກີດມີໄຟໄໝ້ລາມປ່າໃນໄລຍະຜ່ານມາແມ່ນຍ້ອນບຸກເບີກ ແລະ ຫັນປ່ຽນພື້ນທີ່ປ່າໄມ້ ເພື່ອເຮັດການຜະລິດກະສິກຳໂດຍສະເພາະແມ່ນຈູດໄຮ່ເພື່ອປູກເຂົ້າ,ປູກມັນຕົ້ນ,ຢາງພາລາ ແລະ ພືດເສດຖະກິດອື່ນໆ;ຈູດປ່າເພື່ອລ່າສັດປ່າ ແລະ ຈູດປ່າເພື່ອຊອກຢູ່ຫາກິນໃນປ່າ;ຈູດຄັງເພື່ອຂະຫຍາຍພື້ນທີ່ລ້ຽງສັດ ແລະ ອື່ນໆ.
ເພື່ອສະກັດກັ້ນບໍ່ໃຫ້ເກີດມີໄຟໄໝ້ລາມປ່າ ອໍານາດການປົກຄອງແຂວງ,ເມືອງ ການຈັດຕັ້ງຂັ້ນບ້ານ ຕ້ອງເຂັ້ມງວດກວດຂັນ ໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປ່າໄມ້ ແລະ ປະຕິບັດຄຳສັ່ງເລກທີ 11/ນຍ, ລົງວັນທີ 21 ກໍລະກົດ 2023: ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ,ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້, ທີ່ດິນປ່າໄມ້ ແລະ ສະກັດກັ້ນ ການບຸກລຸກທຳລາຍປ່າໄມ້,ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ.ຕ້ອງລົງໂຄສະນາເຜີຍແຜ່ກົດໝາຍ,ນິຕິກໍາທີ່ກ່ຽວຂ້ອງໃຫ້ປະຊາຊົນເປັນປົກກະຕິ ແລະ ຕໍ່ເນື່ອງ,ຍົກໃຫ້ເຫັນຜົນເສຍຫາຍຕໍ່ເສດຖະກິດຂອງຊາດ,ຜົນກະທົບຕໍ່ສັງຄົມ ສະພາບອາກາດເຊື່ອຍໂຊມ ແລະ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.ໄປຄຽງຄູ່ກັນນັ້ນ,ກໍຕ້ອງຊອກທຸກເງື່ອນໄຂປຸກລະດົມໃຫ້ປະຊາຊົນຫັນປ່ຽນອາຊີບຈາກການປູກພືດໂນນສູງມາເຮັດອາຊີບອື່ນທີ່ບໍ່ເປັນການທໍາລາຍປ່າໄມ້ໃນແຕ່ລະປີ.ຫາກທ້ອງຖິ່ນໃດມີຄວາມຈໍາເປັນ ບໍ່ມີທາງເລືອກຫັນປ່ຽນໄປສູ່ອາຊີບອື່ນທົດແທນອໍານາດການປົກຄອງແຂວງ,ເມືອງຕ້ອງສົ່ງພະນັກງານວິຊາການລົງໄປແນະນໍາດ້ານວິຊາການຫຼັກການ,ວິທີການເພື່ອເວລາຈູດໄຮ່ບໍ່ໃຫ້ໄຟໄໝ້ລາມປ່າ.ແຕ່ງຕັ້ງກໍາລັງເວນຍາມຢູ່ບ່ອນມັກມີໄຟໄໝ້ລາມປ່າພ້ອມທັງກຽມອຸປະກອນທີ່ກ່ຽວຂ້ອງເມື່ອເກີດໄຟໄໝ້ປ່າໃຫ້ສາມາດລະງັບຫຼືມອດໄຟໃຫ້ທັນການ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ວັນທີ 29 ຕຸລາຜ່ານມາ, ກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ (ກຍອວ) ຫຼື ASEAN Women’s Circle in Vientiane (AWCV), ນໍາໂດຍ ທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາຂອງ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານກິດຕິມະສັກ ກຸ່ມ ກຍອວ, ພ້ອມດ້ວຍທ່ານ ນາງ ແສງດາວັນ ວົງໄຊ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ ປະທານ ກຸ່ມ ກຍອວ ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາພັນລະຍາຂອງຄະນະນໍາກະຊວງການຕ່າງປະເທດ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດ, ນັກການທູດ ແລະ ພັນລະຍາຂອງນັກການທູດຈາກບັນດາປະເທດສະມາຊິກອາຊຽນ ປະຈໍາຢູ່ ສປປ ລາວ, ໄດ້ມອບເງິນຊ່ວຍເຫຼືອຈໍານວນ 40 ລ້ານກີບ ຈາກກອງທຶນຂອງ ກຸ່ມ ກຍອວ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອປະກອບສ່ວນເຂົ້າໃນວຽກງານບັນເທົາທຸກ ແລະ ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດ, ໂດຍສະເພາະ ໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ໃນປີ 2026.
ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນຕຸລາ 2026 ໄດ້ຈັດຂຶ້ນໃນວັນທີ 23 ຕຸລາຜ່ານມາ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ປະທານຄະນະປະຈຳ ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານຮອງປະທານ ແລະ ກຳມະການໃນ ຄປຈສພຊ, ຮອງປະທານກໍາມາທິການ ແລະ ຮອງຫົວໜ້າຫ້ອງວ່າການ ສພຊ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ວັນທີ 29 ຕຸລາຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຄໍາມ່ວນ, ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, ພ້ອມທັງປະກາດພະນັກງານອອກພັກການ ຮັບອຸດໜູນບຳນານ ເປັນປະທານໂດຍ ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຄະນະອຳນວຍການບໍລິສັດ, ພະນັກງານ, ກຳມະກອນເຂົ້າຮ່ວມ.
9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

ໄລຍະ 9 ເດືອນປີ 2026 ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດໄດ້ 207 ຕື້ກວ່າກີບ ເທົ່າກັບ 71.69% ຂອງແຜນການປີ ແລະ 95.59% ຂອງແຜນການ 9 ເດືອນ, ເພີ່ມຂຶ້ນ 24.24% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ