ສາລະວັນ ລະດົມແນວຄວາມຄິດກຽມທົດລອງຈັດງານຕະຫຼາດກາງຄືນ

ສາລະວັນ ລະດົມແນວຄວາມຄິດກຽມທົດລອງຈັດງານຕະຫຼາດກາງຄືນ
ອົງການປົກຄອງແຂວງສາລະວັນໄດ້ຈັດກອງປະຊຸມຄົ້ນຄວ້າລະດົມແນວຄວາມຄິດເພື່ອລິເລີ່ມເຮັດທົດລອງຈັດງານຕະຫຼາດກາງຄືນເພື່ອເຮັດໃຫ້ປະຊາຊົນຊາວແຂວງສາລະວັນກໍຄືນັກທ່ອງທ່ຽວມີສະຖານທີ່ທ່ຽວຊົມ, ພັກຜ່ອນ ທັງເປັນສະຖານທີ່ແລກປ່ຽນຊື້-ຂາຍສິນຄ້າ, ທ່ອງທ່ຽວໃນເວລາກາງຄືນທັງເປັນກິດຈະກຳສົ່ງເສີມດ້ານການຄ້າ, ການທ່ອງທ່ຽວ, ສົ່ງເສີມຜະລິດຕະພັນພາຍໃນ, ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນຂອງຊາດ, ຂອງແຂວງ, ເພື່ອຮອງຮັບໃຫ້ແກ່ການກະກຽມຄວາມພ້ອມເປີດປີທ່ອງທ່ຽວລາວ 2024 ຢູ່ແຂວງສາລະວັນແລະຕ້ອນຮັບງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງທີVII.
ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 30 ມັງກອນນີ້ ທີ່ສະໂມສອນແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານວັດທະນະທໍາ-ສັງຄົມ, ມີຫົວໜ້າພະແນກ-ຮອງພະແນກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານສົມໃຈອຸ່ນຈິດກ່າວວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອລະດົມແນວຄວາມຄິດໃນການທົດລອງຈັດງານຕະຫຼາດກາງຄືນເພື່ອຊຸກຍູ້ສົ່ງເສີມວຽກງານຫຼາຍດ້ານເປັນຕົ້ນ ຊຸກຍູ້ເສດຖະກິດພາຍໃນ, ການທ່ອງທ່ຽວ, ສົ່ງເສີມດ້ານການຄ້າ, ອະນຸລັກສົ່ງເສີມວັດທະນະທໍາ ໂດຍສະເພາະຕິດພັນກັບກິດຈະກໍາທາງສາສະໜາ, ການສະແດງທີ່ສ່ອງແສງໃຫ້ເຫັນເຖິງວິຖີຊີວິດ, ຮີດຄອງປະເພນີອັນດີງາມເພື່ອຍົກສູງຄຸນຄ່າດ້ານວັດທະນະທໍາເພື່ອສ້າງມົນສະເໜ່ໃຫ້ກັບການທ່ອງທ່ຽວ ຊຶ່ງຈະເປັນໃບໜ້າໃໝ່ ແລະ ບາດກ້າວໃໝ່ ແນໃສ່ດຶງດູດນັກທ່ອງທ່ຽວໃຫ້ນັບມື້ຫຼາຍຂຶ້ນ. ຮຽກຮ້ອງໃຫ້ບັນດາຜູ້ເຂົ້າຮ່ວມເອົາໃຈໃສ່ຄົ້ນຄວ້າ ປະກອບຄຳຄິດເຫັນຢ່າງເລິກເຊິ່ງມີເນື້ອໃນສາມາດນໍາໄປຈັດຕັ້ງປະຕິບັດໃຫ້ເກີດເປັນຮູບປະທຳໃນໄວໆນີ້. ຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງບົດລາຍງານນຳສະເໜີເຈດຈຳນົງ, ພາບຈຳລອງໃນເບື້ອງຕົ້ນການຈັດງານຕະຫຼາດກາງຄືນ ໂດຍສະເພາະໄດ້ຈໍາລອງການຈັດສັນຂອບເຂດ, ພື້ນທີ່, ຈຸດທີ່ຕັ້ງກໍານົດເອົາເສັ້ນທາງເຂົ້າໄປຫາຫໍໄຕຣປີດົກວັດສີມຸງຄຸນ, ການຈັດໂຊນຂາຍສິນຄ້າແຕ່ລະປະເພດເຊັ່ນ: ອາຫານ, ເຄື່ອງດື່ມ, ເສື້ອຜ້າ, ຈຸດຈັດກິດຈະກໍາທາງສາສະໜາ, ທາງສັງຄົມ, ການຈັດສັນລະບົບນ້ຳ-ໄຟຟ້າ, ການເກັບມ້ຽນຂີ້ເຫຍື້ອ, ຫ້ອງນໍ້າ ແລະການກຳນົດວັນເວລາໃນການເປີດ-ປິດ, ການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ອື່ນໆ.    
ຂ່າວ-ພາບ: ວິໄລວອນ ສິດທິໄຊ

ຄໍາເຫັນ

ຂ່າວເສດຖະກິດ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ໂດຍ: ແສງອາທິດ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ການສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງຖືເປັນປັດໄຈສຳຄັນໃນການພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ພົ້ນທຸກ. ດັ່ງຄອບຄົວຂອງທ່ານ ຄຳພັດ ພອນປະເສີດ ຊາວກະສິກອນຜູ້ມີວິໄສທັດ ແລະ ຄວາມດຸໝັ່ນ, ອາໄສຢູ່ບ້ານດອນງີ້ວ ເມືອງງາ ແຂວງອຸດົມໄຊ, ຊຶ່ເປັນຜູ້ທີ່ໄດ້ຫັນປ່ຽນຈາກການເຮັດກະສິກຳແບບດັ້ງເດີມ ມາສູ່ການລ້ຽງປາແບບເປັນສິນຄ້າ ຈົນສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ຢ່າງມະຫາສານ.
ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານທະ​ນາ​ຄານ​ນະ​ໂຍ​ບາຍ (ທນບ) ໄດ້ສໍາເລັດລົງ ດ້ວຍໝາກຜົນອັນຈົບງາມໃນວັນທີ 6 ມິຖຸນາຜ່ານມາ ທີ່ສະໂມສອນສະຖາບັນການທະນາ ຄານ ນະ​ຄອ​ນຫຼວງວຽງ​ຈັນ ພາຍໃຕ້ການເປັນປະທານ ຂອງສະຫາຍ ສຸພັກ ຖິ່ນໄຊພອນ ເລຂາຄະນະພັກ ຮາກຖານ-ຜູ້​ອຳ​ນວຍ​ການ ທນບ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະ​ຫາຍ ນາງ ວັດທະນາ ດາລາລອຍ ຮັກສາການເລ​ຂາ​ຄະ​ນະ​ພັກ-ຮັກສາການຜູ້​ວ່າ​ການ​ທະນາຄານ ແຫ່ງ ສປປ ລາວ (ທຫລ), ມີບັນດາຜູ້ຕາງ ໜ້າຄະນະພັກຮາກຖານ, ໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ທຫລ; ຄະນະພັກຮາກ​ຖານ, ຄະນະໜ່ວຍພັກ; ຜູ້ແທນສົມບູນ ແລະ 3 ອົງການຈັດຕັ້ງມະຫາຊົນ ທນບ ເຂົ້າຮ່ວມ.
ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ (CICEE) ຄັ້ງທີ IV ໄດ້ປິດລົງໃນວັນທີ 18 ພຶດສະພາ ຜ່ານມາ ທີ່ ເມືອງຊາງຊາ ແຂວງຫູໜານ ທາງພາກກາງຂອງ ສປ ຈີນ. ຜູ້ຈັດງານລະບຸວ່າ: ງານວາງສະແດງດັ່ງກ່າວໄດ້ປະສົບຜົນສໍາເລັດໃນການຮ່ວມມືຢ່າງມີປະສິດທິພາບ.
ເພີ່ມເຕີມ