ສະເຫຼີມສະຫຼອງການມີສ່ວນຮ່ວມຂອງຄົນພິການ ຜ່ານກິດຈະກຳແຫ່ງຄວາມມ່ວນຊື່ນ

ສະເຫຼີມສະຫຼອງການມີສ່ວນຮ່ວມຂອງຄົນພິການ ຜ່ານກິດຈະກຳແຫ່ງຄວາມມ່ວນຊື່ນ

ສະເຫຼີມສະຫຼອງການມີສ່ວນຮ່ວມຂອງຄົນພິການ ຜ່ານກິດຈະກຳແຫ່ງຄວາມມ່ວນຊື່ນ
ວັນທີ 14 ມິຖຸນາຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ, ອົງການ UNFPA ປະຈຳ ສປປ ລາວ ຮ່ວມມືກັບ ໂຮງແຮມອາມາຣີ ວຽງຈັນ ໄດ້ຈັດກິດຈະກຳວັນແຫ່ງຄວາມມ່ວນຊື່ນເພື່ອການມີສ່ວນຮ່ວມຂອງຄົນພິການ (Disability Inclusion Fun Day)
ສະເຫມສະຫອງການມສວນຮວມຂອງຄນພການ ຜານກດຈະກຳແຫງຄວາມມວນຊນ - image 1
 

 

 ໂດຍໄດ້ເຕົ້າໂຮມເອົາຄົນພິການ, ເຍົາວະຊົນ, ຄູ່ຮ່ວມງານ, ອາສາສະໝັກ ແລະ ຕົວແທນຊຸມຊົນ ເຂົ້າມາຮ່ວມກິດຈະກຳເພື່ອຮຽນຮູ້, ແລກປ່ຽນ, ສ້າງສັນ ແລະ ສະເຫຼີມສະຫຼອງຮ່ວມກັນ; ກິດຈະກຳດັ່ງກ່າວ ຈັດຂຶ້ນເພື່ອສົ່ງເສີມການມີສ່ວນຮ່ວມ, ກຽດສັກສີ ແລະ ຄວາມສະເໝີພາບຂອງຄົນພິການ ໃນຮູບແບບການສ້າງພື້ນທີ່ທີ່ເປັນມິດ ເພື່ອໃຫ້ເກີດການພົບປະແລກປ່ຽນລະຫວ່າງ ໄວໜຸ່ມ, ອົງການຈັດຕັ້ງຄົນພິການ, ພາກສ່ວນເອກະຊົນ, ສະຖາບັນການສຶກສາ ແລະ ຄູ່ຮ່ວມງານເພື່ອການພັດທະນາ; ພາຍໃນງານມີກິດຈະກຳແບບມີສ່ວນຮ່ວມຢ່າງຫຼາກຫຼາຍ ເປັນຕົ້ນແມ່ນ ເກມທີ່ທຸກຄົນສາມາດຫຼິ້ນນຳກັນໄດ້, ການອົບຮົມເຮັດເຄື່ອງປະດັບ, ຫ້ອງວາງສະແດງ ແລະ ໃຫ້ຄວາມຮູ້, ການແນະນຳການໃຊ້ພາສາມືຂັ້ນພື້ນຖານ, ການແລກປ່ຽນທາງດ້ານສິລະປະ ແລະ ໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນປະສົບການ ແລະ ພອນສະຫວັນຂອງຕົນ. ນອກຈາກນີ້, ງານດັ່ງກ່າວຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເຂົ້າເຖິງຂໍ້ມູນຂ່າວສານດ້ານສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດ, ການປົກປ້ອງຈາກຄວາມຮຸນແຮງທາງເພດ, ການມີສ່ວນຮ່ວມໃນສັງຄົມ, ການສ້າງທັກສະ ແລະ ການມີສ່ວນຮ່ວມທີ່ມີຄວາມໝາຍຂອງຄົນພິການ.

ໃນນາມຕົວແທນຂອງຄົນພິການທີ່ເຂົ້າຮ່ວມງານ, ທ່ານນາງ ສັນທະວີ ອຸດາວົງ ຕົວແທນຈາກສູນມືແຫ່ງຄວາມຫວັງ (Hands of Hope) ກ່າວວ່າ: “ງານແບບນີ້ແມ່ນມີຄວາມສຳຄັນຫຼາຍ ຍ້ອນມັນເຮັດໃຫ້ສັງຄົມເບິ່ງເຫັນພວກເຮົາ ບໍ່ສະເພາະແຕ່ສະພາບຮ່າງກາຍເທົ່ານັ້ນ, ແຕ່ເຫັນເຖິງພອນສະຫວັນ, ຄວາມຄິດ ແລະ ຄວາມຝັນຂອງພວກເຮົາອີກດ້ວຍ. ການມີສ່ວນຮ່ວມ ໝາຍເຖິງການໄດ້ຮັບໂອກາດທີ່ເທົ່າທຽມກັນໃນການເຂົ້າຮ່ວມ, ການຮຽນຮູ້, ການເຮັດວຽກ ແລະ ການປະກອບສ່ວນເຂົ້າໃນສັງຄົມ.”

ຜູ້ຕາງໜ້າອົງການ UNFPA ສະແດງຄວາມຂອບໃຈມາຍັງ ໂຮງແຮມອາມາຣີ ວຽງຈັນ ທີ່ໄດ້ເອື້ອອຳນວຍສະຖານທີ່ໃນການຈັດງານ ແລະ ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນທີ່ເພີ່ມຂຶ້ນຕໍ່ກັບການມີສ່ວນຮ່ວມຂອງທຸກຄົນ, ຄວາມຮັບຜິດຊອບຕໍ່ສັງຄົມ ແລະ ການມີສ່ວນຮ່ວມກັບຊຸມຊົນ. ການຮ່ວມມືກັບ ອາມາຣີ ສະທ້ອນໃຫ້ເຫັນເຖິງບົດບາດອັນສຳຄັນຂອງພາກສ່ວນເອກະຊົນ ທີ່ສາມາດມີສ່ວນຮ່ວມໃນການສ້າງພື້ນທີ່ທີ່ເຂົ້າເຖິງງ່າຍ, ໃຫ້ກຽດ ແລະ ເປີດຮັບທຸກຄົນ ພ້ອມທັງສະໜັບສະໜູນໂອກາດໃຫ້ແກ່ຄົນພິການ ແລະ ຄົນໜຸ່ມສາວ; ໄລຍະເວລາທີ່ສຳຄັນຂອງງານຄັ້ງນີ້ ຄືການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ລະຫວ່າງ ອົງການ UNFPA ປະຈຳ ສປປ ລາວ ແລະ ມະຫາວິທະຍາໄລ ຄັນໄຊ ໄກໄດ (Kansai Gaidai University). ບົດບັນທຶກຄວາມເຂົ້າໃຈສະບັບນີ້ ຈະຊ່ວຍຮັດແໜ້ນຄວາມຮ່ວມມືໃນດ້ານການມີສ່ວນຮ່ວມຂອງຄົນພິການ ແລະ ວຽກງານສັງຄົມສົງເຄາະ, ລວມທັງການແລກປ່ຽນຄວາມຮູ້, ການມີສ່ວນຮ່ວມຂອງນັກສຶກສາ, ວຽກງານອາສາສະໝັກ, ການຄົ້ນຄວ້າ, ການສ້າງຄວາມຕື່ນຕົວ ແລະ ການສະໜັບສະໜູນຂໍ້ລິເລີ່ມຕ່າງໆໃນຊຸມຊົນ. ຜ່ານການຮ່ວມມືນີ້, ອົງການUNFPA ແລະ ມະຫາວິທະ ຍາໄລ ຄັນໄຊ ໄກໄດ ມີເປົ້າໝາຍທີ່ຈະນຳເອົາຄວາມຊ່ຽວຊານທາງດ້ານວິຊາການ ແລະ ພະລັງຂອງຄົນໜຸ່ມສາວ ເຂົ້າມາໃກ້ຊິດກັບການປະຕິບັດງານຕົວຈິງຮ່ວມກັບຊຸມຊົນ ແລະ ອົງການຈັດຕັ້ງທີ່ສະໜັບສະໜູນຄົນພິການ.

ສະເຫມສະຫອງການມສວນຮວມຂອງຄນພການ ຜານກດຈະກຳແຫງຄວາມມວນຊນ - image 2
 

ທ່ານ ບັກຕີຢໍ ຄາດີຮົບ (Dr. Bakhtiyor Kadyrov), ຜູ້ຕາງໜ້າ UNFPA ປະຈຳ ສປປ ລາວ ກ່າວວ່າ: “ສຳລັບພວກເຮົາ, ການມີສ່ວນຮ່ວມ ໝາຍຄວາມວ່າ ທຸກໆຄົນສາມາດມີສ່ວນຮ່ວມໃນສັງຄົມໄດ້ຢ່າງເຕັມສ່ວນ. ທຸກຄົນຄວນສາມາດເຂົ້າເຖິງຂໍ້ມູນຂ່າວສານ, ຕັດສິນໃຈ, ຮຽນຮູ້, ເຮັດວຽກ, ປະກອບ ສ່ວນ ແລະ ດຳລົງຊີວິດຢູ່ຢ່າງປອດໄພ ແລະ ມີກຽດສັກສີ. ກິດຈະກຳໃນມື້ນີ້ ໄດ້ເຕືອນໃຫ້ພວກເຮົາຮູ້ວ່າ ທຸກຄົນລ້ວນແຕ່ມີພອນສະຫວັນ, ຄວາມມຸ່ງຫວັງ ແລະ ສິດທິ, ແລະ ການມີສ່ວນຮ່ວມນັ້ນຈະເກີດຂຶ້ນຈິງໄດ້ ກໍຕໍ່ເມື່ອສະຖາບັນ, ຊຸມຊົນ, ສະຖາບັນການສຶກສາ, ພາກສ່ວນເອກະຊົນ ແລະ ຄົນໜຸ່ມສາວຮ່ວມມືກັນ.”

ທ່ານ ຄາສ ຟູຄູດະ (Professor Kaz Fukuda) ຈາກມະຫາວິທະຍາໄລ ຄັນໄຊ ໄກໄດ ກ່າວວ່າ: “ການຮ່ວມມືນີ້ແມ່ນໂອກາດໃນການເຊື່ອມຕໍ່ການຮຽນຮູ້ທາງວິຊາການ ເຂົ້າກັບການມີສ່ວນຮ່ວມໃນຊຸມຊົນຕົວຈິງ. ຜ່ານບົດບັນທຶກຄວາມເຂົ້າໃຈກັບ UNFPA, ພວກເຮົາຫວັງວ່າຈະສ້າງໂອກາດທີ່ມີຄວາມໝາຍໃຫ້ແກ່ນັກສຶກສາ ແລະ ຜູ້ມີວິຊາຊີບ ໄດ້ຮຽນຮູ້ຈາກຄົນພິການ, ສະໜັບສະໜູນການປະຕິບັດງານສັງຄົມສົງເຄາະ ແລະ ປະກອບສ່ວນເຂົ້າໃນການສ້າງສັງຄົມທີ່ເປີດຮັບທຸກຄົນຫຼາຍຂຶ້ນໃນ ສປປ ລາວ.”

ງານດັ່ງກ່າວຍັງໄດ້ຍ້ອງຍໍຊົມເຊີຍຕໍ່ກັບການປະກອບສ່ວນອັນສຳຄັນຂອງອົງການຈັດຕັ້ງຄົນພິການ,ຄູ່ຮ່ວມ ງານພາກປະຊາສັງຄົມ ແລະ ອາສາສະໝັກ ຜູ້ທີ່ຍັງຄົງສືບຕໍ່ຂັບເຄື່ອນເພື່ອສິດທິທີ່ເທົ່າທຽມ, ການເຂົ້າເຖິງທີ່ສະດວກ ແລະ ການມີສ່ວນຮ່ວມທີ່ມີຄວາມໝາຍໃນ ສປປ ລາວ.

ວຽກງານຂອງອົງການ UNFPA ດ້ານການມີສ່ວນຮ່ວມຂອງຄົນພິການ ແມ່ນສ່ວນໜຶ່ງຂອງຄວາມມຸ່ງໝັ້ນທີ່ກວ້າງຂວາງ ເພື່ອຮັບປະກັນວ່າຈະບໍ່ມີໃຜຖືກປະປ່ອຍໄວ້ເບື້ອງຫຼັງ, ໂດຍສະເພາະແມ່ນແມ່ຍິງ, ເຍົາວະຊົນ ແລະ ໄວໜຸ່ມ ທີ່ອາດຈະປະເຊີນກັບອຸປະສັກຫຼາຍຮູບແບບ ຍ້ອນຄວາມພິການ, ເພດ, ອາຍຸ, ຄວາມທຸກຍາກ, ຊົນເຜົ່າ ຫຼື ພື້ນທີ່ທີ່ອາໄສຢູ່. UNFPA ຍັງຄົງສືບຕໍ່ສະໜັບສະໜູນວິທີການທີ່ກວມລວມ ເຂົ້າໃນວຽກງານສຸຂະພາບຈະເລີນພັນ ແລະ ສິດທິທາງເພດ, ການປ້ອງກັນ ແລະ ການຕອບໂຕ້ຕໍ່ຄວາມຮຸນແຮງບົນພື້ນຖານທາງເພດ, ການສ້າງຄວາມເຂັ້ມແຂງ ແລະ ທັກສະໃຫ້ແກ່ໄວໜຸ່ມ ລວມທັງການເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການ; ກິດຈະກຳວັນແຫ່ງຄວາມມ່ວນຊື່ນເພື່ອການມີສ່ວນຮ່ວມຂອງຄົນພິການໃນຄັ້ງນີ້ ໄດ້ເປັນສິ່ງເຕືອນໃຈວ່າ ການມີສ່ວນຮ່ວມແມ່ນສ້າງຂຶ້ນໄດ້ຜ່ານການກະທຳໃນທຸກໆມື້: ການຮັບຟັງ, ການປັບຕົວ, ການເປີດພື້ນທີ່, ການລຶບລ້າງການຈຳແນກ ແລະ ລັງກຽດ, ພ້ອມທັງສ້າງໂອກາດໃຫ້ທຸກຄົນໄດ້ມີສ່ວນຮ່ວມໃນສັງຄົມຢ່າງເຕັມສ່ວນ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ຫົວໜ້າ ຄອສພ ຕ້ອນຮັບ ທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ຫົວໜ້າ ຄອສພ ຕ້ອນຮັບ ທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົສຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ ໃນວັນ ທີ 4 ພະຈິກນີ້ ທີ່ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ເນື່ອງໃນໂອກາດ ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວ.
ຮອງ ລມຕ ກະຊວງການຕ່າງປະເທດ ສປປ ລາວ ແລະ ສ ຕັດຈິກິດສະຖານ ປຶກສາຫາລືສອງຝ່າຍ

ຮອງ ລມຕ ກະຊວງການຕ່າງປະເທດ ສປປ ລາວ ແລະ ສ ຕັດຈິກິດສະຖານ ປຶກສາຫາລືສອງຝ່າຍ

ໃນວັນທີ 2 ພະຈິກ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ອີດີເບັກ ກາລັນດາ (Idibek Kalandar) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕັດຈິກິດສະຖານ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 1-3 ພະຈິກ 2026 ເພື່ອປຶກສາຫາລື ກ່ຽວກັບ ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ຕັດຈິກິດສະຖານ.
ອາເມຣິກາ ແລະ WFP ມອບເງິນ 19 ຕື້ກວ່າກີບ ຊ່ວຍປະຊາຊົນ 4 ເມືອງ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

ອາເມຣິກາ ແລະ WFP ມອບເງິນ 19 ຕື້ກວ່າກີບ ຊ່ວຍປະຊາຊົນ 4 ເມືອງ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

​ ວັນທີ 3 ພະຈິກນີ້ ທີ່ບ້ານດົງໝາກໄຟ ເມືອງໄຊບູລີ ແຂວງສະຫວັນນະເຂດ, ໄດ້ຈັດພິທີເປີດກິດຈະກຳການມອບເງິນສົດເພື່ອຊ່ວຍເຫຼືອຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໂດຍການເປັນປະທານຮ່ວມຂອງທ່ານ ທອງໃສ ໄຊຍະວົງຄໍາດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ທ່ານ ພົງໄຊສັກ ອິນທະລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ນາງ ມີກເຊວ ເອົາຫຼໍ່ ອຸປະທູດສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ທ່ານ ມາກ ອັງເດຣ ໂພຣສ ຜູ້ອຳນວຍການອົງການອາຫານໂລກ (WFP) ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນທີ່່ກຽວຂ້ອງເຂົ້າຮ່ວມ.
ສະຫາຍ ທອງສະຫວັນ ພົມວິຫານ ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

ສະຫາຍ ທອງສະຫວັນ ພົມວິຫານ ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

ໃນວັນທີ 3 ພະຈິກນີ້, ທີ່ເຮືອນຮັບແຂກລັດຖະບານຕ້ຽວ ຢູ ຖາຍ ນະຄອນຫຼວງປັກກິ່ງ ສປ ຈີນ, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຫວັງ ອີ້ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11 ໃນລະຫວ່າງວັນທີ 3-4 ພະຈິກ 2026 ທີ່ ນະຄອນຫຼວງປັກກິ່ງ ສປ ຈີນ.
ຍີ່ປຸ່ນ ຊ່ວຍສ້າງໂຮງຮຽນ ​ອະ​ນຸ​ບານແລະປະ​ຖົມຢູ່ເມືອງນາໝໍ້

ຍີ່ປຸ່ນ ຊ່ວຍສ້າງໂຮງຮຽນ ​ອະ​ນຸ​ບານແລະປະ​ຖົມຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອລ້າຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງເມືອງນາໝໍ້ ແຂວງອຸດົມໄຊໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ແຂວງ​ອຸ​ດົມ​ໄຊ, ຮ່ວມ​ລົງ​ນາມ​ໂດຍທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວແລະທ່ານ ວົງວັນ ສີວິໄລ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງນາໝໍ້, ໂດຍ​ມີທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງອຸດົມໄຊແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນ​ສັກ​ຂີ​ພິ​ຍານ​ນໍ​າ.
ພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ

ພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ

ໃນວັນທີ 2 ພະຈິກຜ່ານມາ,ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມງານພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ ຢູ່ທີ່ພື້ນທີ່ຊຸ່ມນໍ້າໜອງແດ, ແຂວງອຸດອນທານີ ປະເທດໄທ. ຊຶ່ງມີ ທ່ານ ອານຸທິນ ຊານວິລະກູນ ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງມະຫາດໄທ ເຂົ້າຮ່ວມເປັນປະທານໃນພິທີ.
ສະພາແຫ່ງຊາດ​ ລາວ-ຫວຽດນາມພົບປະ​ສອງຝ່າຍ

ສະພາແຫ່ງຊາດ​ ລາວ-ຫວຽດນາມພົບປະ​ສອງຝ່າຍ

ວັນທີ 3 ພະຈິກນີ້, ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ,​ສະຫາຍ ສອນໄຊ ສີພັນດອນກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດແຫ່ງ ສປປລາວ ພົບປະຢ່າງເປັນທາງການກັບສະຫາຍ ເຈິ່ນ ແທັງ ເໝິ້ນກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດຫວຽດນາມໃນໂອກາດເຄື່ອນໄຫວຢ້ຽມຢາມ ສສຫວຽດນາມ ຢ່າງເປັນທາງການ ຊຶ່ງເປັນການຢ້ຽມຢາມຕ່າງປະເທດຄັ້ງທໍາອິດ ພາຍຫຼັງໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດລາວ ຊຸດທີ X.
ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ໃນທ້າຍເດືອນຕຸລາຜ່ານມາ, ຄະນະນັກສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົບວຽກງານພະນັກງານນໍາພາ-ຄຸ້ມຄອງສື່ມວນຊົນ ສປປ ລາວ ໄດ້ໄປທັດສະນະພົບປະແລກປ່ຽນບົດຮຽນກັບໜັງສືພິມ ແລະ ວິທະຍຸ-ໂທລະພາບຫາຍຟອງ ຊຶ່ງນໍາໂດຍທ່ານນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນຄະນະໂຄສະນາອົບຮົມສູນກາງພັກ.
ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົສ ຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ, ໃນວັນ ທີ 3 ພະຈິກນີ້, ທີ່ທຳນຽບປະທານປະເທດ,ເນື່ອງໃນໂອກາດ ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວ.
ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ງານສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8 ຈັດຂຶ້ນໃນວັນທີ 30 ຕຸລາຜ່ານມາ, ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ເກີ ປ່ຽວ ຮອງຫົວໜ້າອົງການຄຸ້ມຄອງວິທະຍຸ ໂທລະພາບ ແລະ ຮູບເງົາແຫ່ງຊາດຈີນ, ທ່ານ ຈ້າວ ຮາຍໂປ ອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ