![]() |
ໃນພິທີ, ທ່ານ ຄຳຮຸ່ງ ຈັນທະວົງ ຜູ້ອຳນວຍການ ສຂຈ ຝ່າຍລາວ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຂອງສະຖາບັນຂົງຈື 15 ປີ ແລະ ແຜນການເຄື່ອນໄຫວປະຈຳສົກສືຶກສາ 2026 ວ່າ: ສຂຈມີສໍານັກງານຕັ້ງຢູ່ ວິທະຍາເຂດດົງໂດກ ສ້າງຕັ້ງຂຶ້ນໃນວັນທີ 23 ມີນາ 2010ໂດຍການຮ່ວມມືຂອງມຊ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ, ເປັນສະຖາບັນທຽບ ເທົ່າກັບຄະນະວິຊາໜຶ່ງໃນກົງຈັກການຈັດຕັ້ງ ແລະ ຢູ່ພາຍໃຕ້ການຊີ້ນໍາດ້ານມະຫາພາກຂອງ ມຊ, ປັດຈຸບັນ ສຂຈ ມີຫ້ອງຮຽນຂົງຈືທີ່ຂຶ້ນກັບຈໍານວນ 5 ແຫ່ງຄື: ຫ້ອງຮຽນຂົງຈື ມສ ສາທິດ, ມສ ວຽງຈັນ, ໂຮງຮຽນຊົນເຜົ່າກິນນອນແຂວງວຽງຈັນ, ສະຖາບັນການເມືອງແລະການປົກຄອງແຫ່ງຊາດ ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວ.
![]() |
ສຂຈ ມີພາລະບົດບາດສົ່ງເສີມການຮ່ວມມື ແລະ ການແລກປ່ຽນທາງດ້ານການສຶກສາ, ການສ້າງຫຼັກສູດ, ການຝຶກອົບຮົມ, ວັດທະນະທໍາ ແລະ ວິທະຍາສາດລະຫວ່າງ ສປປ ລາວ ກັບ ສປ ຈີນ ເວົ້າລວມ ເວົ້າສະເພາະລະຫວ່າງ ມະຫາວິທະຍາໄລແຫ່ງຊາດລາວກັບມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ແລະ ບັນດາສະຖາບັນຂົງຈື ຂອງ ສປ ຈີນ ເພື່ອພັດທະນາຊັບພະຍາກອນມະນຸດຢູ່ພາຍໃນ ແລະ ພາຍນອກມະຫາວິທະຍາໄລແຫ່ງຊາດ, ເປັນ ເສນາທິການໃຫ້ມະຫາວິທະຍາໄລແຫ່ງຊາດໃນການລະດົມທຶນ ແລະ ຍາດແຍ່ງເອົາການຊ່ວຍເຫຼືອດ້ານເຕັກນິກວິຊາການ, ດ້ານທຶນຮອນໃນການກໍ່ສ້າງໂຄງລ່າງພື້ນຖານ ແລະ ການພັດທະນາບຸກຄະລາກອນດ້ານພາສາຈີນ ແລະອື່ນໆ. ປັດຈຸບັນ ສຂຈ ປະກອບດ້ວຍສອງພາກສ່ວນຄື: ຝ່າຍລາວ ແລະ ຝ່າຍ ຈີນ, ມີພະນັກງານທັງໝົດ 15 ທ່ານ, ພະນັກງານຕາມສັນຍາ 5 ທ່ານ, ພະນັກງານກໍາລັງສຶກສາຕໍ່ທີ່ຕ່າງປະເທດ 1 ທ່ານ ແລະ ມີພະນັກງານຄູອາຈານ-ອາສາສະໝັກທັງໝົດ 42 ທ່ານ, ຍິງ 38 ທ່ານ. ໃນນີ້, ມີຊ່ຽວຊານ 6 ທ່ານ. ຕະຫຼອດໄລຍະຜ່ານມາມີຫຼາຍຜົນງານທີ່ພົ້ນເດັ່ນໂດຍສະເພາະດ້ານວິຊາການ ສຂຈ ມີຫຼັກສູດການຮຽນການສອນ 2 ລະບົບຄື: ລະບົບພາກບໍາລຸງພາສາຈີນທົ່ວໄປ ແລະ ລະບົບປະລິນຍາຕີສາຂາຄູພາສາຈີນ. ມາຮອດປີ 2025 ໄດ້ເປີດຊຸດຝຶກອົບຮົມພາສາຈີນ ເປັນຊຸດທີ 31, ຕະຫຼອດ 15 ປີມີນັກຮຽນທັງໝົດທີ່ເຂົ້າມາຮຽນຈໍານວນ 67,551 ເທື່ອຄົນ, ຍິງ 22,051 ເທື່ອຄົນ ແລະ ທີ່ຫ້ອງຮຽນຂົງຈືເປັນຈໍານວນ 30,000 ກວ່າຄົນ, ລວມທັງໝົດໄດ້ສ້າງ ບຸກຄະລາກອນພາສາຈີນຈໍານວນ 90,000 ກວ່າຄົນ, ນັບແຕ່ປີ 2011 ສະຖາບັນຂົງຈື ຈັດຝຶກອົບຮົມພາສາຈີນໃຫ້ບັນດາພາກສ່ວນຕ່າງໆ ເຊັ່ນ: ຝຶກອົບຮົມຄູພາສາຈີນທ້ອງຖິ່ນຈໍານວນ 14 ຊຸດ, ລວມມີນັກຝຶກອົບຮົມຈາກໂຮງຮຽນ ມັດທະຍົມ ແລະ ສະຖາບັນຕ່າງໆ, ຫ້ອງຮຽນຂົງຈື ແລະ ຈຸດສອນພາສາຈີນ ຈໍານວນ 307 ເທື່ອຄົນ ຍິງ 187 ຄົນ, ການຈັດຝຶກອົບຮົມພາສາຈີນສະເພາະໃຫ້ແກ່ບັນດາໜ່ວຍງານພາກລັດ ແລະ ເອກະຊົນ ໃນຮູບແບບໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ. ນັບຕັ້ງແຕ່ປີ 2011 ເປັນຕົ້ນມາ ສຂຈ ໄດ້ຈັດການສອບເສັງ HSK ໃນລະດັບຕ່າງໆ, ເປັນຈຸດສອບເສັງທຽບລະດັບພາສາຈີນ HSK ແຫ່ງທໍາອິດ ແລະ ໃຫຍ່ທີ່ສຸດໃນ ສປປ ລາວ, ມາຮອດປັດຈຸບັນ ໄດ້ດໍາເນີນການສອບເສັງທັງໝົດ 38 ຄັ້ງ, ມີນັກສອບເສັງທັງໝົດ 13,370 ຄົນ, ໃນປີ 2024 ແລະ ປີ 2025 ໄດ້ຮັບລາງວັນເປັນ “ສະຖານທີ່ສອບເສັງ HSK ທີ່ ດີເດັ່ນ”ໃນທົ່ວໂລກ 2 ປີລຽນຕິດ; ໃນທ້າຍປີ 2021 ຫຼັກສູດຄູພາສາຈີນ ລະດັບປະລິນຍາຕີ ໄດ້ຮັບອະນຸມັດຈາກກະຊວງ ສສກ ຢ່າງເປັນທາງການ, ຊຶ່ງຖືເປັນຫຼັກສູດປະລິນຍາຕີ ສາຂາຄູພາສາຈີນແຫ່ງທໍາອິດຂອງ ສປປ ລາວ ແລະ ສຂຈ ກໍແມ່ນສະຖາບັນແຫ່ງທໍາອິດຂອງໂລກທີ່ເປີດຫຼັກສູດການຮຽນ-ການສອນລະດັບປະລິນຍາຕີ, ໂດຍເປັນຫຼັກສູດລະບົບ 2+2, ປີ 1-2 ແມ່ນຮຽນທີ່ສະຖາບັນຂົງຈື ແລະ ປີ 3-4 ຮຽນທີ່ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ດ້ວຍທຶນ 100% ນັກສຶກສາຄູພາສາຈີນຈໍານວນ 74 ຄົນ ໄດ້ສໍາເລັດການສຶກສາ, ປັດຈຸບັນນັກສຶກສາ ປີ 1-4 ທີ່ກໍາລັງສຶກສາຢູ່ ສຂຈ ທັງໝົດ 354 ຄົນ; ດ້ານການແລກປ່ຽນກິດຈະກຳ ສຂຈ ມີກິດຈະກໍາປິ່ນອ້ອມເພື່ອສົ່ງເສີມການຮຽນການສອນ ປະມານ 35 ກິດຈະກໍາໃນແຕ່ລະປີ ໂດຍສະເພາະແມ່ນຂົງເຂດວັດທະນະທຳຂອງສອງຊາດລາວ-ຈີນໂດຍຜ່ານສິລະປະ, ວັດທະນະທຳ ແລະຮີດຄອງປະເພນີຕ່າງໆ.
ທ່ານ ຄຳຮຸ່ງ ຈັນທະວົງ ກ່າວຕື່ມວ່າ: ສໍາລັບທິດທາງແຜນການໃນຕໍ່ໜ້າ ສຂຈ ຈະສືບຕໍ່ເປັນເສນາທິການໃຫ້ ມຊ, ຍາດແຍ່ງການຮ່ວມມື ແລະ ຊ່ວຍເຫຼືອຈາກຄູ່ຮ່ວມມື ກໍຄືມະຫາວິທະຍາໄລຊົນເຜົ່າກວາງຊີ ກໍຄືສູນຮ່ວມມື ແລກປ່ຽນພາສາຈີນ-ພາສາຕ່າງປະເທດ ແຫ່ງຊາດຈີນ, ສືບຕໍ່ບັນດາວຽກງານຕໍ່ເນື່ອງໃນປີທີ່ຜ່ານມາ, ປະຕິບັດແຜນກິດຈະກໍາປະຈໍາປີ ແລະ ວຽກງານການຮຽນການສອນຂອງຝ່າຍຈີນວາງອອກໃຫ້ສໍາເລັດ ພ້ອມທັງກະກຽມແຜນການພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຫຼາກຫຼາຍ, ໂດຍ ສະເພາະການເຈລະຈາ ແລະ ປຶກສາຫາລືນໍາມະຫາວິທະຍາໄລຊົນເຜົ່າກວາງຊີ ໃນການເປີດຫຼັກສູດລະດັບປະລິນຍາຕີ ແລະ ລະດັບປະລິນຍາໂທທີ່ສິດສອນດ້ວຍພາສາຈີນ.
![]() |
ໂອກາດນີ້, ທ່ານ ນາງ ດາລາວອນ ກິດຕິພັນ ໄດ້ກ່າວສະແດງຄວາມຍ້ອງຍໍຕໍ່ຜົນງານ ແລະ ຜົນສໍາເລັດທີ່ ສຈຂ ຍາດມາໄດ້ຕະຫຼອດໄລຍະ 15 ປີ ຜ່ານມາ. ຊຶ້ງສະແດງໃຫ້ເຫັນໃນຕະຫຼອດໄລຍະຜ່ານມາ ສຂຈ ໄດ້ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມທັງພາຍໃນ ແລະ ຕ່າງປະເທດກວມເອົາໃນຫຼາຍຂົງເຂດວຽກງານ, ສົ່ງເສີມການແລກປ່ຽນວັດທະນະທຳຂອງສອງປະເທດລາວ-ຈີນ ໃຫ້ກາຍເປັນຂົວຕໍ່ແຫ່ງມິດຕະພາບ ແລະ ສົ່ງເສີມເຊື່ອມໂຍງວັດທະນະທຳຂອງປະຊາຊົນສອງຊາດຢ່າງເປັນຮູບປະທຳຫຼາຍຂຶ້ນ. ເວົ້າລວມແລ້ວຜົນງານອັນໃຫຍ່ຫຼວງຂອງ ສຂຈ ແມ່ນປາສະຈາກບໍ່ໄດ້ຈາກການປະກອບສ່ວນສຳຄັນຂອງພະນັກງານຄູ-ອາຈານທັງສອງຝ່າຍລາວ-ຈີນ ທີ່ເອົາໃຈໃສ່ໃນການປະຕິບັດໜ້າທີ່ໃນການສິດສອນ ແລະ ກິດຈະກຳຕ່າງໆດ້ວຍຄວາມຫ້າວຫັນ, ໃນເບື້ອງຂອງນັກສຶກສາກໍໄດ້ເອົາໃຈໃສ່ໃນການສຶກສາຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນຜູ້ມີຄວາມຮູ້ມີຄວາມສາມາດ.
![]() |
(ຂ່າວ-ພາບ: ວັນເພັງ)




ຄໍາເຫັນ