ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາຂະແໜງພະລັງງານ-ບໍ່ແຮ່

ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາຂະແໜງພະລັງງານ-ບໍ່ແຮ່
ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານຂອງຂະແໜງການ ປະຈຳປີ 2023 ແລະ ສະເໜີທິດທາງແຜນການປະຈຳປີ 2024ຂຶ້ນໃນວັນທີ 21 ທັນວາ ນີ້ິ້ ທີ່ຫໍປະຊຸມສະພາແຫ່ງຊາດ, ໂດຍການເປັນປະທານຂອງທ່ານ ໂພໄຊ ໄຊຍະສອນລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີພາກສ່ວນກ່ຽວຂ້ອງທັງສູນກາງແລະທ້ອງຖິ່ນເຂົ້າຮ່ວມ.
ທ່ານ ໂພໄຊ ໄຊຍະສອນ ກ່າວວ່າ:  ກອງປະຊຸມຄັ້ງນີ້ ເພື່ອສະຫຼຸບຕີລາຄາກ່ຽວກັບສະພາບ,ໝາກຜົນ ແລະ ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນປີ 2023; ຄົ້ນຄວ້າ,ປຶກສາຫາລື ເພື່ອວາງທິດທາງ,ໜ້າທີ່ ແລະ ລະດັບຄາດໝາຍ ສຳລັບປີ 2024 ເພື່ອພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃຫ້ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໜັກແໜ້ນ.
ໝາກຜົນຂອງຂະແໜງການທີີ່ໄດ້ຈັດຕັັັ້ງປະຕິບັດໄລຍະ 1 ປີຜ່ານມາສາມາດບັນລຸໄດ້ມູນຄ່າການຜະລິດ 89.892 ຕື້ກີບ ທຽບໃສ່ໄລຍະດຽວຂອງປີຜ່ານມາ (70.917 ຕື້ກີບ) ເຫັນວ່າເພີີ່ມຂຶ້ນ 27%; ໃນນັັັ້ນ: ຂະແໜງພະລັງງານໄຟຟ້າ ປະຕິບັດໄດ້58.285 ຕື້ກີບ ທຽບໃສ່ໄລຍະດຽວຂອງປີຜ່ານມາ (45.070 ຕື້ກີບ) ເພີີ່ມຂຶ້ນ 29%; ຂະແໜງບໍ່ແຮ່ ປະຕິບັດໄດ້ 31.607 ຕື້ກີບ ທຽບໃສ່ໄລຍະດຽວຂອງປີຜ່ານມາ (25.847 ຕື້ກີບ) ເພີີ່ມຂຶ້ນ 22%.
ຈາກໂຕເລກການປະເມີນຜົນໃນປີ 2023 ເຮັດໃຫ້ພວກເຮົາມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າຜົນສໍາເລັດໃນການພັດທະນາ ວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ ໄດ້ກາຍເປັນສ່ວນປະກອບທີ່ສຳຄັນ ແລະ ມີລັກສະນະເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດແຫ່ງຊາດ, ເປັນຕົ້ນແມ່ນການກອບປະສ່ວນເຂົ້າໃນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ການກໍ່ສ້າງຮາກຖານເມືອງ, ການພັດທະນາຊົນນະບົດ, ການຫັນຈາກເສດຖະກິດທຳມະຊາດ ໄປສູ່ເປັນເສດຖະກິດຜະລິດເປັນສິນຄ້າ, ການຫັນປ່ຽນແບບວິທີການຜະລິດ,   ການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢ່າງຕັ້ງໜ້າ ແລະ ວຽກງານ 3 ສ້າງ. ພ້ອມດຽວກັນນີ້, ກໍໄດ້ຮັບການສະໜັບສະໜູນ,ຮ່ວມມືຈາກບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນຢ່າງໜັກແໜ້ນ ແລະ ກວ້າງຂວາງ.
ກອງປະຊຸມ, ຈະໄດ້ພ້ອມກັນເຮັດບາງວຽກງານທີ່ສຳຄັນ ຄື: 1.ສະຫຼຸບຕີລາຄາສະພາບການເຄື່ອນໄຫວ ວຽກງານພະລັງງານ ແລະ ບໍ່ແຮ່ໃນຂອບເຂດທົ່ວປະເທດໃນປີ 2023 ທີ່ຜ່ານມາ; ຄົ້ນຄວ້າ, ປຶກສາຫາລື ເພື່ອກຳນົດທິດທາງ, ໜ້າທີ່ ແລະ ລະດັບຄາດໝາຍເພື່ອສືບຕໍ່ພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ສຳລັບປີ 2024; 2.ຮັບຟັງການສະຫຼຸບລາຍງານກ່ຽວກັບສະພາການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຂອງຂະແໜງພະລັງງານ ແລະ ບໍ່ແຮ່ ໃນປີ 2022 ທີ່ຜານມາ; 3.ຟັງການສະຫຼຸບສະພາບການປະຕິບັດແຜນຍຸດທະສາດການພັດທະນາວຽກງານບໍ່ແຮ່ຮອດປີ 2030; 4.ຮັບຟັງການລາຍງານກ່ຽວກັບການຄຸ້ມຄອງໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ; 5.ຮັບຟັງການລາຍງານກ່ຽວກັບການປັບປຸງລັດວິສາຫະກິດໄຟຟ້າລາວ;6. ຮັບຟັງການລາຍງານກ່ຽວກັບການປັບປຸງລັດວິສາຫະກິດພັດທະນາແຮ່ລາວແລະການສ້າງຕັ້ງໂຮງງານຫຼອມເຫຼັກ; 7.ຮັບຟັງການປະກອບຄໍາເຫັນຂອງຜູ້ຕາງໜ້າບັນດາກະຊວງ, ການປະກອບຄໍາເຫັນຂອງທ່ານຮອງເຈົ້າຄອງນະຄອນຫຼວງ, ທ່ານຮອງເຈົ້າແຂວງກ່ຽວກັບການປະສານສົມທົບ, ການຊີ້ນໍາ-ນໍາພາການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ໃນໄລຍະທີ່ຜ່ານມາ ແລະ ວຽກງານອື່ນໆ.
ທ່ານລັດຖະມົນຕີ ກະຊວງພະລັງງານແລະບໍ່ແຮ່ກ່າວຕື່ມ ວ່າ: ມາຮອດປັດຈຸບັນ ຂະແໜງພະລັງງານ ແລະ ບໍ່ແຮ່ ໄດ້ສໍາເລັດ ແລະ ປະກາດໃຊ້ກົດໝາຍແລ້ວ3 ສະບັບຄື: ກົດໝາຍວ່າດ້ວຍໄຟຟ້າ, ກົດໝາຍວ່າດ້ວຍແຮ່ທາດ ແລະ ກົດໝາຍວ່າດ້ວຍຄວາມປອດໄພຂອງເຂືີ່ອນ; ນອກຈາກນີ້, ຍັງໄດ້ປະກາດໃຊ້ ຍຸດທະສາດແຜນພັດທະນາພະລັງງານໄຟຟ້າແຫ່ງຊາດ ຮອດປີ 2030; ວິໄສທັດຮອດປີ2040 ແລະ ຍຸດທະສາດການພັດທະນາແຮ່ທາດຮອດປີ2030 ແລະ ບັນດານິຕິກໍາລຸ່ມກົດໝາຍຫຼາຍກວ່າ 100 ສະບັບ.
ໃນປີ 2023 ມີແຫຼ່ງຜະລິດພະລັງງານໄຟຟ້າ 5 ແຫ່ງ ໄດ້ສໍາເລັດການກໍ່ສ້າງ ແລະ ເລີີ່ມດໍາເນີນຜະລິດ ຄື: ເຂືີ່ອນໄຟຟ້ານໍ້າຮຸ່ງ ມີກໍາລັງຕິດຕັັັ້ງ 15 MW ແລະ ໂຄງການຈາກພະລັງງານແສງຕາເວັນຈຳນວນ4 ແຫຼ່ງ ລວມກໍາລັງການຕິດຕັັັ້ງ 17 MW; ສາຍສົົ່ງມີຄວາມຍາວ ທັງໝົດ 67.643 ກິໂລແມັດ/ວົງຈອນ ແລະ ສະຖານນີໄຟຟ້າ 108 ແຫ່ງຊຶ່ງການພັດທະນາແຫຼ່ງຜະລິດໄຟຟ້າເຫຼົ່ານີ້ແມ່ນເປັນໜໍ່ແໜງ ອັນໜຶ່ງ ທີີ່ເປັນພື້ນຖານສໍາຄັນປະກອບສ່ວນເຂົ້າໃນການຊຸກຍູ້-ສົົ່ງເສີມ ບັນດາຫົວໜ່ວຍທຸລະກິດທັງພາກລັດແລະເອກະຊົນ ໃຫ້ມີການເຕີບໂຕຢ່າງວ່ອງໄວ ແລະ ຕໍ່ເນືີ່ອງ ເຊັ່ນ: ການຜະລິດ, ການບໍລິການ-ການທ່ອງທ່ຽວ ແລະ ການແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ, ສ້າງປະຖົມປັດໄຈໃຫ້ແກ່ການຫັນເປັນ ອຸດສາຫະກໍາທັນສະໄໝເທື່ອລະກ້າວ ສ່ອງແສງເຖິງອັດຕາການເຂົ້າເຖິງໄຟຟ້າຂອງຄົວເຮືອນຖາວອນ ປະຕິບັດໄດ້95,27% ຂອງຄົວເຮືອນທົົ່ວປະເທດຊຶ່ງເປັນຕົວຊີ້ບອກໜຶ່ງທີີ່ສໍາຄັນ ແລະ ສະແດງເຖິງ ເປົ້າໝາຍພັດທະນາແບບຍືນຍົງ, ຫຼຸດຜ່ອນຄວາມທຸກຍາກ.
ສ່ວນວຽກງານທໍລະນີສາດ-ແຮ່ທາດ ມີບັນດາ ບໍລິສັດທີີ່ໄດ້ຮັບອະນຸຍາດຊອກຄົ້ນ, ສໍາຫຼວດ ມີທັງໝົດ 151 ບໍລິສັດ 165 ກິດຈະການ; ບໍລິສັດ ທີີ່ລັດຖະບານອະນຸມັດໂຄງການສໍາປະທານຂຸດຄົ້ນ-ປຸງແຕ່ງ 107 ບໍລິສັດ 197 ກິດຈະການ. ນອກຈາກນີ້, ກໍຍັງມີບໍລິສັດ ຂຸດຄົ້ນປຸງແຕ່ງແຮ່ທາດ (ໃນຮູບແບບທົດລອງ) ຈຳນວນ 93 ບໍລິສັດ 93 ກິດຈະການ. ປັດຈຸບັນບັນດາຈຸດປະກົດແຮ່ທາດ ມີປະມານ 772 ຈຸດ ແລະ ສືບຕໍ່ສຸມໃສ່ສ້າງແຜນທີີ່ທໍລະນີສາດ-ແຮ່ທາດ ມາດຕາສ່ວນ1/200.000, 1/50.000 ທີີ່ຍັງບໍ່ທັນສຳເລັດ. 
(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ