ສະຫຼຸບຜົນການແຂ່ງຂັນກິລາປັນຈັກສີລັດ ປະເພດຕໍ່ສູ້ປ້ອງກັນຕົວ ຮອບຄັດເລືອກ ໃນວັນທີ 7 ພຶດສະພານີ້ ທີ່ສະໜາມກິລາບູຢອງ ຊຶ່ງມີການຊີງໄຊທັງໝົດ 7 ຮຸ່ນຍິງ 3 ຮຸ່ນ ຜົນການແຂ່ງຂັນມີດັ່ງນີ້:
ປະເພດຍິງ:ຮຸ່ນ 45-48 ກິໂລຍິງ ນາງ ເພັດສະຫວັນ ອຸພາພອນ ຈາກວິທະຍາຄານປ້ອງກັນຊາດ ເສຍໃຫ້ ນາງ ແຄ໋ນດີ້ ສີປະເສີດ ຈາກມະຫາວິທະຍາໄລແຫ່ງຊາດ 0-3 ຄະແນນ,ຮຸ່ນ 48-50 ກິໂລ ນາງ ລຸ້ງວິໄນ ພັນທະດີ ຈາກວິທະຍາຄານປ້ອງກັນຊາດ ເສຍໃຫ້ ນາງ ສຸລັດ ມະນີວົງ ຈາກ ສະຖາບັນກິລາ-ກາຍະກຳ 1-2 ຄະແນນ,ຮຸ່ນ 50-55 ກິໂລ ນາງ ດາວມະນີວອນ ຈັນລືຊາ ຈາກວິທະຍາຄານປ້ອງກັນຊາດ ເສຍໃຫ້ ນາງ ພອນ ສອນໄຊສານ ຈາກສະຖາບັນກິລາ-ກາຍະກຳ 0-3 ຄະແນນ.
ປະເພດຊາຍ:ຮຸ່ນ 45-50 ກິໂລ ທ້າວ ໄຊ ຈິດຕະພັນ ຈາກວິທະຍາຄານປ້ອງກັນຊາດ ຊະນະ ທ້າວ ຄຳໝັ້ນ ມູນທະວີຄູນ ຈາກມະຫາວິທະຍາໄລແຫ່ງຊາດ 3-0 ຄະແນນ, ຮຸ່ນ 50-55 ກິໂລ ທ້າວ ບຸນຕຳ ຮັກສຸວັນ ຈາກສະຖາບັນກິລາ-ກາຍະກຳ ຊະນະ ທ້າວ ທະນູທອງ ມະນີປະກອບ ຈາກມະຫາວິທະຍາໄລແຫ່ງຊາດ 2-1 ຄະແນນ,ຮຸ່ນ 55-60ກິໂລ ທ້າວ ສຸນີຄຳ ກູດພົນທອງ ຈາກມະຫາວິທະຍາໄລແຫ່ງຊາດ ເສຍໃຫ້ ທ້າວ ສາຍຝົນ ກອງມະນີຈວງ ຈາກສະຖາບັນກິລາ-ກາຍະກຳ 0-3 ຄະແນນ ແລະ ຮຸ່ນ 60-65 ກິໂລ ທ້າວ ຈັນທະເນດ ລັດຖະຈັກ ຈາກມະຫາວິທະຍາໄລແຫ່ງຊາດ ເສຍໃຫ້ ທ້າວ ຈັນສະໝອນ ພົມໂສພາ ຈາກວິທະຍາຄານປ້ອງກັນຊາດ 0-3 ຄະແນນ.
ຂ່າວ: ບຸນປະສົງ, ພາບ: ລູກນ້ຳເຊ ອິນທະດາລິນ
ຄໍາເຫັນ