ສຳເລັດການແຂ່ງຂັນກິລາບານສົ່ງຍິງ-ຊາຍ ລາຍການ DP SPORTS CUB 2023 

    ສຳເລັດການແຂ່ງຂັນກິລາບານສົ່ງຍິງ-ຊາຍ ລາຍການ DP SPORTS CUB 2023 
ການແຂ່ງຂັນກິລາບານສົ່ງ ຍິງ-ຊາຍ ລາຍການ DP SPORTS CUB 2023 ໄດ້ສຳເລັດລົງໃນວັນທີ 24 ທັນວາ ຜ່ານມາ ພາຍຫຼັງດໍາເນີນການແຂ່ງຂັນມາແຕ່ວັນທີ 22 ທັນວາ ຜ່ານມາ ທີ່ສະໜາມກິລາໃນຮົ່ມແຂວງຈໍາປາສັກ ໂດຍມີ ທ່ານ ໄພວອນ ຜາບຸນມີ ອະດີດຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ທ່ານ ວຽງນະຄອນ ບົວລະພັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ທ່ານ ໂອດານ ສະທ້ານຟ້າ ເຈົ້າຂອງຮ້ານຂາຍເຄື່ອງກິລາ ດີພີ ສະປອດ  "DP Sports" ທັງເປັນຄະນະຮັບຜິດຊອບຈັດການແຂ່ງຂັນ ພ້ອມດ້ວຍນັກກິລາ ເຂົ້າຮ່ວມ.
   ການແຂ່ງກິລາບານສົ່ງຍິງ-ຊາຍ ລາຍການ DP SPORTS CUB 2023 ຊີງຂັນ ແລະ ເງິນລາງວັນລວມ 30 ລ້ານກວ່າກີບໃນຄັ້ງນີ້ ແມ່ນເປັນການຮ່ວມມືກັນຈັດຂຶ້ນລະຫວ່າງ ຮ້ານຂາຍເຄື່ອງກິລາດີພີສະປອດ "DP Sports", ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ແລະ ສະຫະພັນກິລາບານສົ່ງແຂວງ ໂດຍມີສະໂມສອນກິລາບານສົ່ງຊັ້ນນໍາຈາກຫຼາຍພາກສ່ວນໃນຂອບເຂດທົ່ວປະເທດເຂົ້າຮ່ວມການແຂ່ງຂັນ 15 ທີມ ຍິງ 5 ທີມ. ໃນນີ້ປະເພດທີມຊາຍ ປະກອບມີ ທີມ Souk Baber shop, ທີມມາດາມ ວີຊີ, ທີມນ້ອງດໍາ ວີຊີ, ຄຣິດຕຽນ ຂ່າວປະເສີດ, ທີມທະວີໂຊກ, ທີມຄໍາຕັນ 7444, ທີມແສງນາຄາ, ທີມ Studio Stationary VC ແລະ ແຂວງສາລະວັນ. ສ່ວມປະເພດທີມຍິງ ປະກອບມີ ທີມວັນໃໝ່, ທີມຄຣິດຕຽນ ຂາວປະເສີດ, ທີມເດັກປັ້ນສົມບັດ, ທີມກະຊັບມິດ ແລະ ທີມເມືອງມຸນລະປາໂມກ. 
ຜ່ານການແຂ່ງຂັນປະເພດທີມຊາຍ ທີ1 ທີມມາດາມ ວີຊີ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 10 ລ້ານກີບ, ທີ 2 ທີມຄໍາຕັນ 7444 ໄດ້ຮັບເງິນລາງວັນ 5 ລ້ານກີບ ແລະ ທີ 3 ທີມ Studio Stationary VC ໄດ້ຮັບເງິນລາງວັນ 3 ລ້ານກີບ. ສ່ວນປະເພດທີມຍິງ ທີ 1 ທີມວັນໃໝ່ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 5 ລ້ານກີບ, ທີ 2  ທີມຄຣິດຕຽນ ຂາວປະເສີດ ໄດ້ຮັບເງິນລາງວັນ 3 ລ້ານກີບ ແລະ ທີ3 ທີມເດັກປັ້ນສົມບັດ ໄດ້ຮັບເງິນລາງວັນ 2 ລ້ານກີບ.
(ຂ່າວ-ພາບ: ຈຳປາສັກ)

ຄໍາເຫັນ

ຂ່າວສືກສາ-ກິລາ

ອົບຮົມ-ຫັດແອບພື້ນຖານປ້ອງກັນຕົວໃຫ້ນັກຮຽນຊັ້ນ ມ7 ທົ່ວເມືອງທ່າແຕງ

ອົບຮົມ-ຫັດແອບພື້ນຖານປ້ອງກັນຕົວໃຫ້ນັກຮຽນຊັ້ນ ມ7 ທົ່ວເມືອງທ່າແຕງ

ພິທີເປີດອົບຮົມ-ຫັດແອບວິຊາສຶກສາປ້ອງກັນຊາດ (ປກຊ)-ປ້ອງກັນຄວາມສະຫງົບ (ປກສ) ໃຫ້ນັກຮຽນຊັ້ນມັດທະຍົມສຶກສາຕອນປາຍ (ມ7) ທົ່ວເມືອງທ່າແຕງ ແຂວງເຊກອງ ປະຈຳສົກຮຽນ 2025-2026 ຈັດຂຶ້ນໃນວັນທີ 22 ມິຖຸນາຜ່ານມາ, ທີ່ໂຮງຮຽນ ມສ ທ່າແຕງ, ໂດຍການເປັນປະທານຂອງທ່ານ ພັທ ຄໍາສະໄຫວ ບຸດດາຜົນ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງ ຮອງປະທານ ປກຊ-ປກສ ເມືອງ, ມີທ່ານ ວິຊິດ ຫຼວງຄໍາຊາວ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄູປະຖົມທົ່ວເມືອງວຽງຄໍາ ໄດ້ຮັບການຍົກລະດັບການນໍາໃຊ້ອຸປະກອນຊ່ວຍເຫຼືອຄູ

ຄູປະຖົມທົ່ວເມືອງວຽງຄໍາ ໄດ້ຮັບການຍົກລະດັບການນໍາໃຊ້ອຸປະກອນຊ່ວຍເຫຼືອຄູ

ຊຸດຝຶກອົບຮົມການນໍາໃຊ້ອຸປະກອນຊ່ວຍເຫຼືອຄູ ແລະ ການສອນຫ້ອງຄວບ ໃຫ້ຄູສອນຊັ້ນປະຖົມ ປ1- ປ5 ທົ່ວເມືອງວຽງຄໍາ ແຂວງຫຼວງພະບາງ ຈັດຂຶ້ນໃນວັນທີ 20 ມິຖຸນາຜ່ານມາ, ທີ່ສະໂມສອນເມືອງ, ມີທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ພ້ອມດ້ວຍແຂກຮັບເຊີນ ແລະ ຄູສອນຊັ້ນປະຖົມທົ່ວເມືອງເຂົ້າຮ່ວມ.
ເຜີຍແຜ່ຜົນສຳເລັດກອງປະຊຸມປະຖົມມະລືກ ຢູ່ວິທະຍາໄລເຕັກນິກ-ວິຊາຊີບ ຈຳປາສັກ

ເຜີຍແຜ່ຜົນສຳເລັດກອງປະຊຸມປະຖົມມະລືກ ຢູ່ວິທະຍາໄລເຕັກນິກ-ວິຊາຊີບ ຈຳປາສັກ

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ນຳໂດຍ ທ່ານ ວັນນະສັກ ຊາດຕະກຸນ ຮອງປະທານສະພາປະຊາຊົນແຂວງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 15 ພ້ອມ​ຄະ​ນະ ໄດ້ລົງເຄື່ອນໄຫວພົບປະ ແລະ ເຜີຍແຜ່ຜົນສຳເລັດຂອງກອງປະຊຸມປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງຈຳປາສັກ ຊຸດທີ V ຢູ່ສະໂມສອນວິທະຍາໄລເຕັກນິກ-ວິຊາຊີບ ຈຳປາສັກ ເມືອງບາຈຽງ ຈະເລີນສຸກ ແຂວງຈຳປາສັກ ໃນ​ວັນ​ທີ 18 ມິ​ຖຸ​ນາ​ນີ້.
ເຜີຍແຜ່ການນໍາໃຊ້ລົດເມດ່ວນ BRT ໃຫ້ຄູ-ອາຈານ ແລະ ນັກສຶກສາ ມຊ

ເຜີຍແຜ່ການນໍາໃຊ້ລົດເມດ່ວນ BRT ໃຫ້ຄູ-ອາຈານ ແລະ ນັກສຶກສາ ມຊ

ຄະນະໂຄສະນາອົບຮົມ, ພະແນກໂຍທາທິການ ແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ໂຄສະນາເຜີຍແຜ່ການນໍາໃຊ້ລົດເມດ່ວນ BRT ຂອງໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫຼວງວຽງຈັນ (ນວ) ໃນວັນທີ 17 ມິຖຸນານີ້ ທີ່ມະຫາວິທະຍາໄລແຫ່ງຊາດ.
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ເປີດການຝຶກອົບຮົມພາສາຫວຽດ ຊຸດທີ 2

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ເປີດການຝຶກອົບຮົມພາສາຫວຽດ ຊຸດທີ 2

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີເປີດການຝຶກອົບຮົມພາສາຫວຽດ ຊຸດທີ 2 ຂຶ້ນຢ່າງເປັນທາງການ ໃນວັນທີ 9 ມິຖຸນາ 2026 ທີ່ສູນຝຶກອົບຮົມພາສາຫວຽດ ໂດຍມີທ່ານ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ, ທ່ານ ວົງເພັດ ອຸດົມລິດ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ທ່ານ ຫງວຽນ ງອກຖັງ ເລຂາເອກ ສະຖານທູດຫວຽດນາມ ປະຈຳລາວ ແລະ ທ່ານ ເລືອງມິງກື ຜູ້ອຳນວຍການມະຫາວິທະຍາໄລກິວລອງ ສສ ຫວຽດນາມ ພ້ອມດ້ວຍ ພາກສວ່ນກຽວຂ້ອງເຂົ້າຮ່ວມ.
ຄູສອນ ແລະ ພະນັກງານ 6 ເມືອງໄຊຍະບູລີ ຮັບໃບຢັ້ງຢືນການຝຶກອົບຮົມຄອມພິວເຕີຂັ້ນພື້ນຖານ

ຄູສອນ ແລະ ພະນັກງານ 6 ເມືອງໄຊຍະບູລີ ຮັບໃບຢັ້ງຢືນການຝຶກອົບຮົມຄອມພິວເຕີຂັ້ນພື້ນຖານ

ພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນການຝຶກອົບຮົມຄອມພິວເຕີຂັ້ນພື້ນຖານ ໃຫ້ແກ່ພະນັກງານວິຊາການ ແລະ ຄູສອນ ພາຍໃນເມືອງໄຊຍະບູລີ ໃນຕອນບ່າຍຂອງວັນທີ 8 ມິຖຸນາ 2026 ນີ້ ທີ່ສະໂມສອນພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ, ເປັນປະທານໂດຍ ທ່ານ ບຸນທະວີ ໂສພາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ແລະ ສຳມະນາກອນທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.
ລັດວິສາຫະກິດຫວຍພັດທະນາລາວ ມອບເງິນ 20 ລ້ານກີບ ສ້ອມແປງໂຮງຮຽນ ມ.ຕົ້ນ ຫ້ວຍໄລ

ລັດວິສາຫະກິດຫວຍພັດທະນາລາວ ມອບເງິນ 20 ລ້ານກີບ ສ້ອມແປງໂຮງຮຽນ ມ.ຕົ້ນ ຫ້ວຍໄລ

ລັດວິສາຫະກິດຫວຍພັດທະນາລາວ ໄດ້ມອບເງິນຊ່ວຍເຫຼືອສ້ອມແປງ ໂຮງຮຽນມັດທະຍົມຕອນຕົ້ນ (ມ.ຕົ້ນ) ຫ້ວຍໄລ ເມືອງງາ ແຂວງອຸດົມໄຊ ເປັນມູນຄ່າທັງໝົດ 20,000,000 ກີບ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາຂະແໜງການສຶກສາ ກໍຄືການຟື້ນຟູສະພາບແວດລ້ອມການຮຽນ-ການສອນ ໃຫ້ກັບໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນໄລຍະຜ່ານມາ.
ມວສ ເປີດຫ້ອງຮຽນພອນສະຫວັນ ຮຸ່ນທີ II

ມວສ ເປີດຫ້ອງຮຽນພອນສະຫວັນ ຮຸ່ນທີ II

ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ໄດ້ຈັດພິທີເປີດຫ້ອງຮຽນພອນສະຫວັນ ຮຸ່ນທີ II ປະຈໍາ ສົກຮຽນ 2026-2027 ຂຶ້ນໃນວັນທີ 10 ມິຖຸນານີ້ ທີ່ ມວສ ວິທະຍາເຂດ ເຂດເພຍວັດ ໂດຍ ການເປັນກຽດເຂົ້າ ຮ່ວມຂອງທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ, ມີທ່ານ ມາຍຟອງ ມາຍຊາຍ ຜູ້ອໍານວຍການ ມວສ, ມີຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ຮອງລັດຖະມົນຕີກະຊວງ ສສກ ລົງຕິດຕາມການສອບເສັງຈົບຊັ້ນ ມ.4 ຢູ່ ນວ

ຮອງລັດຖະມົນຕີກະຊວງ ສສກ ລົງຕິດຕາມການສອບເສັງຈົບຊັ້ນ ມ.4 ຢູ່ ນວ

ໃນວັນທີ 10 ມິຖຸນາ ຜ່ານມາ, ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ຊີ້ນຳການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ປະຈຳສົກຮຽນ 2025-2026 ຢູ່ບັນດາສູນສອບເສັງໃນນະຄອນຫຼວງວຽງຈັນ (ນວ) ເປັນຕົ້ນແມ່ນ ສູນສອບເສັງ ມສ ສາລະຄຳ, ມສ ເຄເອັນຊີ (KNC) ເມືອງຫາດຊາຍຟອງ ແລະ ໂຮງຮຽນມັດທະຍົມຕອນປາຍສົງ ໂສກປ່າຫຼວງ ເມືອງສີສັດຕະນາກ, ມີຮອງຄະນະກຳມະການປົກຄອງເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຮອງຫົວໜ້າພະແນກ ສກ ນວ, ຮອງຫົວໜ້າກົມສາມັນສຶກສາ ພ້ອມດ້ວຍຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ບໍລິສັດທາງລົດໄຟ ລາວ-ຈີນ ຈັດການແຂ່ງຂັນບານບ້ວງມິດຕະພາບ

ບໍລິສັດທາງລົດໄຟ ລາວ-ຈີນ ຈັດການແຂ່ງຂັນບານບ້ວງມິດຕະພາບ

ເມື່ອບໍ່ດົນມານີ້, ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ໄດ້ຈັດການແຂ່ງຂັນກິລາບານບ້ວງມິດຕະພາບ 3X3 ພາຍໃຕ້ຫົວຂໍ້ “ທາງເຊື່ອມໃຈ ບານບ້ວງເຊື່ອມມິດຕະພາບ” “China-Laos Railway Golden Road Cup 3v3” ທີ່ເດີ່ນກິລາໃນຮົ່ມໂຮງຮຽນນາໆຊາດວຽງຈັນ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງຄະນະກຳມະການສູນກາງສະຫະພັນຊາວໜຸ່ມກອມມູນິດລາວ, ສະຖານທູດຈີນປະຈຳລາວ, ກະຊວງການເງິນ, ຄະນະກຳມະການຮ່ວມມືລາວ-ຈີນ, ທະນາຄານອຸດສາຫະກຳ ແລະ ການຄ້າຈີນສາຂາລາວ, ການໄຟ ຟ້າພາກໃຕ້ຈີນ, ບໍລິສັດພະລັງງານນິວເຄຣຍຈີນທົ່ວໄປ, ທີມແພດຈີນປະຈຳລາວ, ຄະນະກໍາມະການຕັດສິນ ພ້ອມດ້ວຍນັກກິລາເຂົ້າຮ່ວມ.
ເພີ່ມເຕີມ