ການແຂ່ງຂັນກິລາບານເຕະມິດຕະພາບ ນັກຮຽນມັດທະຍົມ 5 ແຂວງພາກເໜືອ

ສຳເລັດການແຂ່ງຂັນກິລາບານເຕະມິດຕະພາບ ນັກຮຽນມັດທະຍົມ 5 ແຂວງພາກເໜືອ

ສຳເລັດການແຂ່ງຂັນກິລາບານເຕະມິດຕະພາບ ນັກຮຽນມັດທະຍົມ 5 ແຂວງພາກເໜືອ
ໃນລະຫວ່າງວັນທີ່ 1-2 ກຸມພາຜ່ານມາ ທີ່ສະໜາມກິລາແຂວງອຸດົມໄຊ ໄດ້ຈັດການແຂ່ງຂັນກິລາບານເຕະມິດຕະພາບ ແລກປ່ຽນບົດຮຽນ ຂອງສູນຝຶກກິລາບານເຕະ 5 ແຂວງພາກເໜືອ ລວມມີ 4 ລຸ້ນ (ລຸ້ນບໍ່ເກີນ 10 ປີ, 13 ປີ, 15 ປີ, 17 ປີ) ທີ່ແຂວງອຸດົມໄຊ

 ເປັນເຈົ້າພາບ ໂດຍການເປັນປະທານຂອງທ່ານ ສົມສັກ ສຸພິໄລ ຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງອຸດົມໄຊ, ມີຫົວໜ້າທີມສະໂມສອນບານເຕະ ແລະ ນັກກິລາ ທີ່ມາຈາກ 5 ແຂວງຄື: ແຂວງບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ, ໄຊຍະບູລີ ແລະ ແຂວງອຸດົມໄຊ ເຂົ້າຮ່ວມ.

ການແຂ່ງຂັນກິລານັກຮຽນມັດທະຍົມລະດັບສະໂມສອນ 5 ແຂວງພາກເໜືອ ທີ່ແຂວງອຸດົມໄຊ ໄດ້ຮັບກຽດເປັນເຈົ້າພາບໃນຄັ້ງນີ້, ມີນັກກິລາເຂົ້າຮ່ວມ ທັງໝົດ 20 ທີມ, ຊຶ່ງການແຂ່ງຂັນເພື່ອເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ສ້າງຄວາມສາມັກຄີ, ສ້າງຄວາມເຂັ້ມແຂງ ແລະ ພັດທະນານັກກິລາ ໃຫ້ມີຄວາມເຂັ້ມແຂງ ແລະ ກ້າວໄປສູ່ນັກກິລາລຸ້ນໃຫຍ່ໃນຕໍ່ໜ້າ ແລະ ຍາວນານ.

ຜົນການແຂ່ງຂັນ ລຸ້ນອາຍຸ 10 ປີ, ທີ III ໄດ້ແກ່ ສູນຝຶກ LTV ເມືອງຮຸນ, ທີ II ໄດ້ແກ່ສູນຝຶກ VTB ແຂວງຫຼວງພະບາງ ແລະ ທີ I ໄດ້ແກ່ສູນຝຶກ ຈໍາປີຈໍາປາ ຫຼວງນໍ້າທາ; ລຸ້ນອາຍຸ 13 ປີ, ທີ III ໄດ້ແກ່ສູນຝຶກ TB ແຂວງບໍ່ແກ້ວ, ທີ II ໄດ້ແກ່ສູນຝຶກ BN ແຂວງໄຊຍະບູລີ ແລະ ທີ I ໄດ້ແກ່ສູນຝຶກຈໍາປີຈໍາປາ ຫຼວງນໍ້າທາ; ລຸ້ນອາຍຸ 15 ປີ ທີ III ໄດ້ແກ່ສູນຝຶກ SL ແຂວງອຸດົມໄຊ, ທີ II ໄດ້ແກ່ສູນຝຶກ ສູນຝຶກຈໍາປີຈໍາປາ ຫຼວງນໍ້າທາ ແລະ ທີ I ໄດ້ແກ່ສູນຝຶກ VTB ແຂວງຫຼວງພະບາງ ແລະ ລຸ້ນອາຍຸ 17 ປີ ທີ III ໄດ້ແກ່ສູນຝຶກ LTV ເມືອງຮຸນ, ທີ II ໄດ້ແກ່ສູນຝຶກ SL ແຂວງອຸດົມໄຊ ແລະ ທີ I ໄດ້ແກ່ສູນຝຶກ TB ແຂວງບໍ່ແກ້ວ, ພ້ອມນີ້ ຄະນະຮັບຜິດຊອບຈັດງານເຈົ້າພາບແຂວງອຸດົມໄຊຍັງໄດ້ມອບທຸງເຈົ້າພາບຈັດງານ ໃຫ້ແກ່ແຂວງຫຼວງນ້ຳທາ ເປັນເຈົ້າພາບໃນປີຕໍ່ໄປ.

(ຂ່າວ: ແສງອາທິດ)

ຄໍາເຫັນ

ຂ່າວສືກສາ-ກິລາ

ເມືອງຫຼວງນໍ້າທາ ສອບເສັງນັກຮຽນເກັ່ງ ປ5, ມ4 ແລະມ7 ສົກຮຽນ 2025-2026

ເມືອງຫຼວງນໍ້າທາ ສອບເສັງນັກຮຽນເກັ່ງ ປ5, ມ4 ແລະມ7 ສົກຮຽນ 2025-2026

ໃນວັນທີ 6 ມັງກອນ 2026ຜ່ານມາທີ່ສະໂມສອນໂຮງຮຽນ ມສ ຊົນເຜົ່າແຂວງຫຼວງນໍ້າທາ, ຫ້ອງການສຶກສາທິການ ແລະ ກິລາເມືອງຫຼວງນໍ້າທາ ໄດ້ຈັດພິທີສອບເສັງນັກຮຽນເກັ່ງ ສາຍສາມັນສຶກສາ ປ5, ມ4, ມ7 ຂັ້ນເມືອງຫຼວງນໍ້າທາ ສົກຮຽນ 2025-2026ໂດຍການເປັນປະທານຂອງທ່ານ ພັນໃຈ ຫົງພະຈັນ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີພາກສ່ວນທີ່ກ່ຽວຂ້ອງແລະ ນັກສອບເສັງ ປໍ5, ມໍ4 ແລະ ມໍ7 ເຂົ້າຮ່ວມ.
ທົດສອບປັນຍາ ນັກຮຽນ 120 ຄົນ ຈາກ 4 ໂຮງຮຽນ ແຂ່ງຂັນຖາມ-ຕອບວິທະຍາສາດ

ທົດສອບປັນຍາ ນັກຮຽນ 120 ຄົນ ຈາກ 4 ໂຮງຮຽນ ແຂ່ງຂັນຖາມ-ຕອບວິທະຍາສາດ

ວັນທີ 6 ມັງກອນ ຜ່ານມາ ທີ່ໂຮງຮຽນ ມ.ສ ສາລະວັນ ແຂວງສາລະວັນ ໄດ້ຈັດກິດຈະກໍາຖາມ-ຕອບ ຄວາມຮູ້ວິທະຍາສາດປະຈໍາສົກຮຽນ 2025-2026, ໂດຍການເປັນປະທານຮ່ວມຂອງ ທ່ານ ວິແຊນ ແກ້ວມະນີ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ຈັນທະວີ ອິນທະດວງຈິດ ຜູ້ອຳນວຍການໂຮງຮຽນ ມ.ສ ສາລະວັນ, ທ່ານ ມີໂນ ໄຊຍະສານ ຮອງຫົວໜ້າຂະແໜງສາມັນ ພະແນກສຶກສາທິການ ແລະ ກິລາແຂວງ, ມີຂະແໜງການທີ່ກ່ຽວຂ້ອງ, ຄູ-ອາຈານ ແລະ ນັກຮຽນທີ່ເປັນຕົວແທນເຂົ້າຮ່ວມ.
ກະກຽມການຮຽນ-ການສອນ ຫຼັກສູດຕໍ່ເນື່ອງປະລິນຍາຕີການແພດສົກສຶກສາ 2025-2026

ກະກຽມການຮຽນ-ການສອນ ຫຼັກສູດຕໍ່ເນື່ອງປະລິນຍາຕີການແພດສົກສຶກສາ 2025-2026

ໃນວັນທີ 5 ມັງກອນ ນີ້ ທີ່ຫ້ອງປະຊຸມຂອງວິທະຍາໄລວິທະຍາສາດສຸຂະພາບ ແຂວງສະຫວັນນະເຂດ, ບັນດາທ່ານຄະນະອຳນວຍການ, ຄູ-ອາຈານ ແລະ ນັກສຶກສາແພດຊັ້ນສູງໄດ້ເຂົ້າຮ່ວມໃນກອງປະຊຸມກະກຽມ ເປີດການຮຽນ-ການສອນ ຫຼັກສູດຕໍ່ເນື່ອງປະລິນຍາຕີການແພດ ປະຈຳສົກສຶກສາ 2025-2026. ກອງປະຊຸມຄັ້ງນີ້, ເຂົ້າຮ່ວມເປັນປະທານຂອງທ່ານ ສຸຄັນທອນ ສິງພວງເພັດ ຜູ້ອຳນວຍການວິທະຍາໄລ ວິທະຍາສາດສຸຂະພາບ ແຂວງສະຫວັນນະເຂດ.
ເມືອງຕະໂອ້ຍ ສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ປ5 ມ4 ມ7 ສົກປີ 2025-2026

ເມືອງຕະໂອ້ຍ ສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ປ5 ມ4 ມ7 ສົກປີ 2025-2026

ວັນທີ 5 ມັງກອນ ນີ້ ທີ່ສະໂມສອນໃຫຍ່ເມືອງຕະໂອ້ຍ ແຂວງສາລະວັນ, ໄດ້ສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ປ5, ມ4, ມ7 ໂດຍການເຂົ້າຮ່ວມ ແລະ ເປີດຊອງຫົວບົດສອບເສັງຂອງທ່ານນາງ ບຸນຖິນ ແກ່ນພົມມາ ປະທານຄະນະກຳມະການປົກຄອງເມືອງຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມໃນທົ່ວເມືອງ, ມີບັນດາຄະນະກຳມະການ, ຄູ-ອາຈານ ແລະ ນັກຮຽນເກັ່ງທົ່ວເມືອງເຂົ້າຮ່ວມ.
ວສຊ ວາງສີລາເລີກກໍ່ສ້າງຫໍພັກຄູ-ອາຈານ ແລະ​ນັກສຶກສາ

ວສຊ ວາງສີລາເລີກກໍ່ສ້າງຫໍພັກຄູ-ອາຈານ ແລະ​ນັກສຶກສາ

ພິທີວາງສີລາເລີກ ໂຄງການກໍ່ສ້າງຫໍພັກນັກຮຽນ-ນັກສຶກສາ ແລະ ຄູ-ອາຈານ ວິທະຍາໄລສິລະປະແຫ່ງຊາດ (ວສຊ) ຈັດຂຶ້ນໃນວັນທີ 25 ທັນວານີ້ ທີ່ວິທະຍາໄລດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ); ມີທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ວທ, ມີພະເຖຣານຸເຖຣະ, ຕາງໜ້າກົມ, ຫ້ອງການ, ຄະນະຮັບຜິດຊອບໂຄງການ, ບໍລິສັດ, ແຂກຖືກເຊີນ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ຈັນທະບູລີ ເປີດການແຂ່ງຂັນກິລານັກຮຽນປະຈໍາສົກຮຽນ 2025-2026

ຈັນທະບູລີ ເປີດການແຂ່ງຂັນກິລານັກຮຽນປະຈໍາສົກຮຽນ 2025-2026

ພິທີແຂ່ງຂັນກິລານັກຮຽນສາມັນສຶກສາຂັ້ນເມືອງຈັນທະບູລີປະຈໍາສົກຮຽນ 2025-2026 ຈັດຂຶ້ນໃນວັນທີ 23 ທັນວາຜ່ານມາ ທີ່ເດີ່ນບານເຕະຮ່ອງຄ້າ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໂດຍການເຂົ້າຮ່ວມຂອງທ່ານນາງ ສຸດສະດາ ສີຫາວົງ ຮອງປະທານຄະນະກໍາມະການປົກຄອງເມືອງ, ທ່ານ ສີທົນ ດາວຜາສິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ພ້ອມດ້ວຍຫົວໜ້າ-ຮອງຫົວຫ້ອງການ, ນາຍບ້ານ, ພະນັກງານ, ຄູ-ອາຈານນັກຮຽນເຂົ້າຮ່ວມ.
"ສູນລາວ" ກຳລັງມີການຫັນປ່ຽນຢ່າງສິ້ນເຊີງ.

"ສູນລາວ" ກຳລັງມີການຫັນປ່ຽນຢ່າງສິ້ນເຊີງ.

ໃນເດືອນພະຈິກ 2025 ຄະນະຜູ້ແທນກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມທັງທຸລະກິດຈີນ ແລະ ລາວ ແລະ ນັກຂ່າວຈາກແຂວງ ກວາງຊີ ໄດ້ມາຢ້ຽມຢາມສູນຮ່ວມມືການນຳໃຊ້ປັນຍາປະດິດຈີນ-ລາວ (ຊື່ງມີຊື່ຫຍໍ້ວ່າ "ສູນລາວ") ທີ່ນະຄອນຫຼວງວຽງຈັນ,ເພື່ອຮຽນຮູ້ເກັບກໍາສະພາບການຂອງສູນ ໃນປັດຈຸບັນ.
ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ເພີ່ມເຕີມ