ສໍາເລັດການແຂ່ງຂັນກິລາຟຸດຊໍ 4 ແຂວງພາກໃຕ້

ສໍາເລັດການແຂ່ງຂັນກິລາຟຸດຊໍ 4 ແຂວງພາກໃຕ້
ງານແຂ່ງຂັນກິລາຂົງເຂດທາລະນະສຸກ 4 ແຂວງພາກໃຕ້ (ເຊກອງ, ສາລະວັນ, ອັດຕະປື, ຈຳປາສັກ) ໃນຫົວຂໍ້ສຸຂະພາບ-ມິດຕະພາບ ຄັ້ງທີ IV ໂດຍແຂວງເຊກອງເປັນເຈົ້າພາບ ໄດ້ຈັດຂຶ້ນ ແລະ ສໍາເລັດລົງເມື່ອບໍ່ດົນຜ່ານມາ, ໂດຍມີທ່ານ ບົວໄລ ເກດຈັນ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ ພ້ອມດ້ວຍ ຄະນະນັກກິລາ, ພະນັກງານ-ລັດຖະກອນ ຈາກພະແນກ ສາທາລະນະສຸກທັງ 4 ແຂວງເຂົ້າຮ່ວມ.
   ໂອກາດນີ້, ທ່ານ ບົວໄລ ເກດຈັນ ໄດ້ກ່າວວ່າ: ງານແຂ່ງຂັນກິລາ (ຟຸດຊໍ) ໃນຄັ້ງນີ້ ແມ່ນເປັນການແຂ່ງຂັນເພື່ອສຸຂະພາບ-ມິດຕະພາບ ແລະ ເພື່ອເສີມສ້າງສຸຂະພາບ, ປູກຈິດສໍານຶກໃຫ້ທຸກຄົນຮັກການອອກກໍາລັງກາຍ ທັງເປັນການແລກປຽນບົດຮຽນເຊິ່ງກັນ ແລະ ກັນ ດ້ານຍຸດທະວິທີ, ດ້ານເຕັກນິກ ເພື່ອພ້ອມພາກັນຍົກລະດັບດ້ານທັກສະ, ດ້ານການພົວພັນເຊິ່ງກັນ ແລະ ກັນ, ເປັນມິຕິໃໝ່ແຫ່ງການສ້າງສາຍສຳພັນອັນເລິກເຊີ່ງໃຫ້ແກ່ວຽກງານໃນຂົງເຂດວຽກງານສາທາລະນະສຸກ 4 ແຂວງພາກໃຕ້. ເຊິ່ງການສ້າງຂະບວນການ ແຂ່ງຂັນກິລາສຸຂະພາບ-ມິດຕະພາບ ໃນຄັ້ງນີ້ ມີ 3 ລຸ້ນຄື: ລຸ້ນອາວຸໂສຊາຍ, ລຸ້ນຊາວໜຸ່ມຊາຍ ແລະ ລຸ້ນຊາວໜຸ່ມຍິງ.
ຜົນການແຂ່ງຂັ້ນ ທີ I ທີມອາວຸໂສຊາຍ ແຂວງເຊກອງ, ຊາວໜຸ່ມຊາຍໄດ້ແກ່ ແຂວງຈໍາປາສັກ, ຊາວໜຸ່ມຍິງໄດ້ແກ່ ແຂວງເຊກອງ, ໄດ້ຮັບຂັນໃຫຍ່ທີມລະ 1 ໜ່ວຍ, ທີ II ທີມອາວຸໂສຊາຍ ແຂວງຈໍາປາສັກ, ຊາວໜຸ່ມຊາຍ ແຂວງເຊກອງ, ຊາວໜຸ່ມຍິງ ແຂວງສາລະວັນ, ໄດ້ຮັບຂັນນ້ອຍ ທີມລະ 1 ຫນ່ວຍ ແລະ ທີ III ທີມອາວຸໂສຊາຍ ແຂວງສາລະວັນ, ຊາວໜຸ່ມຊາຍ ແຂວງສາລະວັນ, ຊາວໜຸ່ມຍິງ ແຂວງຈໍາປາສັກ, ພ້ອມດຽວກັນນີ້ ຕາງຫນ້າພະແນກສາທາລະນະສຸກແຂວງເຊກອງ ຍັງໄດ້ມອບທຸງກິລາມິດຕະພາບ ໃຫ້ແກ່ແຂວງຈໍາປາສັກ ເປັນເຈົ້າພາບໃນປີຕໍ່ໄປ.
(ຂ່າວ: ພຸດທະສອນ)

ຄໍາເຫັນ

ຂ່າວສືກສາ-ກິລາ

ສກຂ ສາລະວັນ ສອບເສັງລັດຖະກອນຄູໃໝ່

ສກຂ ສາລະວັນ ສອບເສັງລັດຖະກອນຄູໃໝ່

ພະແນກສຶກສາທິການ ແລະ ກິລາແຂວງສາລະວັນ (ສກຂ) ສອບເສັງຄັດເລືອກລັດຖະກອນຄູໃໝ່ ປະຈຳສົກປີ 2026 ຈຳນວນ 93 ຕົວເລກ ເພື່ອທົດແທນຈຳນວນຄູທີ່ສູນເສຍໄປໃນຮູບການຕ່າງໆ ພ້ອມທັງຄັດເລືອກບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ຈັນຍາບັນເຂົ້າຮັບໃຊ້ວຽກງານການສຶກສາ ໂດຍມີຜູ້ສະໝັກເຂົ້າສອບເສັງທັງໝົດ 481 ຄົນ ຍິງ 294 ຄົນ ຈາກ 8 ຕົວເມືອງທົ່ວແຂວງ. ໃນນັ້ນແບ່ງຕາມສາຍວິຊາຄື: ສາຍຄູອະນຸບານ 147 ຄົນ, ຄູປະຖົມສຶກສາ 109 ຄົນ, ຄູມັດທະຍົມ 223 ຄົນ ແລະ ສາຍວິຊາຊີບ 2 ຄົນ.
ໄຊຍະບູລີ ຮັບເຍົາວະຊົນ-ອານຸຊົນທັນວາ

ໄຊຍະບູລີ ຮັບເຍົາວະຊົນ-ອານຸຊົນທັນວາ

ເມືອງໄຊຍະບູລີ ແຂວງໄຊຍະບູລີ ຈັດພິທີຮັບເຍົາວະຊົນ-ອານຸຊົນທັນວາ, ມອບໃບຢັ້ງຢືນກົມກອງ ໝວດ 3 ດີ 4 ຮູ້ ແລະ ມອບໃບຢັ້ງຢືນເຍົາວະຊົນທັນວາ ຂຶ້ນໃນວັນທີ 25 ພະຈິກຜ່ານມາ, ທີ່ໂຮງຮຽນປະ ຖົມສົມບູນບ້ານແກ້ງ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຄຳຫຼ້າ ຜິວວັນນາ ຄະນະປະຈຳພັກແຂວງ ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງໄຊຍະບູລີ ທັງເປັນປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ມີສະຫາຍ ບຸນດີທໍ່ ກຳມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ພ້ອມດ້ວຍຄູ-ອາຈານ, ເຍົາວະຊົນ-ອານຸຊົນ ເຂົ້າຮ່ວມ.
ມອບ-ຮັບ ອາຄານຮຽນມັດທະຍົມຕອນຕົ້ນ ບ້ານດອນຂະຍຸງ

ມອບ-ຮັບ ອາຄານຮຽນມັດທະຍົມຕອນຕົ້ນ ບ້ານດອນຂະຍຸງ

ພິທີມອບ-ຮັບ ອາຄານຮຽນຫຼັງໃໝ່ ໂຮງຮຽນມັດທະຍົມຕອນຕົ້ນ ບ້ານດອນຂະຍຸງ ເມືອງຕຸ້ມລານ ແຂວງສາລະວັນ ຈັດຂຶ້ນໃນວັນທີ 24 ພະຈິກຜ່ານມາ, ທີ່ໂຮງຮຽນບ້ານດອນຂະຍຸງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາຄະນະບໍໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງສາລະວັນ, ທ່ານ ນາງ ອາລຸນີ ກົມມະສິດ ພັນລະຍາທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄອບຄົວການນຳຂັ້ນສູນກາງ, ຂັ້ນແຂວງ, ຄະນະກອງທຶນສາມັກຄີຈຳປາສັກຊ່ວຍເຫຼືອສັງຄົມ ຄູ-ອາຈານ, ນັກຮຽນ ເຂົ້າຮ່ວມ.
ກິດຈະກຳອ້າຍຊ່ວຍນ້ອງ ມອບອຸປະກອນການຮຽນໃຫ້ 2 ໂຮງຮຽນ ຢູ່ເມືອງສະໜາມໄຊ

ກິດຈະກຳອ້າຍຊ່ວຍນ້ອງ ມອບອຸປະກອນການຮຽນໃຫ້ 2 ໂຮງຮຽນ ຢູ່ເມືອງສະໜາມໄຊ

ວັນທີ 24 ພະຈິກຜ່ານມາ, ຄະນະບໍລິຫານງານຊາວໜຸ່ມແຂວງອັດຕະປື ຮ່ວມກັບ 3 ອົງການຈັດຕັ້ງມະຫາຊົນ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ໄດ້ຈັດກິດຈະກຳ “ອ້າຍຊ່ວຍນ້ອງ” ໂດຍລົງຢ້ຽມຢາມ ແລະ ມອບອຸປະກອນການຮຽນ, ເຄື່ອງກິລາ ແລະ ສິ່ງຂອງຈຳເປັນໃຫ້ 2 ໂຮງຮຽນຄື: ໂຮງ ຮຽນ ມ.ຕົ້ນ ຈັນຕໍ ແລະ ໂຮງຮຽນປະຖົມໂພນສະອາດ ເມືອງສະໜາມໄຊ ແຂວງອັດຕະປື ລວມມູນຄ່າ 28 ລ້ານກີບ.
ເປີດການແຂ່ງຂັນກິລາມິດຕະພາບ ຕ້ອນຮັບວັນສຳຄັນຂອງພັກ-ຂອງຊາດ

ເປີດການແຂ່ງຂັນກິລາມິດຕະພາບ ຕ້ອນຮັບວັນສຳຄັນຂອງພັກ-ຂອງຊາດ

ວັນທີ 23 ພະຈິກຜ່ານມາ, ທີ່ເດີ່ນກິລາເມືອງເງິນ ແຂວງໄຊຍະບູລີ ໄດ້ເປີດການແຂ່ງຂັນກິລາ ສ້າງຂະບວນການຂໍ່ານັບຊົມເຊີຍວັນສ້າງຕັ້ງເມືອງເງິນ ຄົບຮອບ 34 ປີ ແລະ ຕ້ອນຮັບວັນຊາດທີ 2 ທັນວາ ຄົບ ຮອບ 51 ປີ, ເຂົ້າຮ່ວມເປັນກຽດຂອງທ່ານ ທອງພັນ ສຸກສະຫວັດ ກຳມະການພັກແຂວງ ເລຂາຄະນະບໍລິ ຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ-ກົມກອງ, ແຂກຖືກເຊີນ ແລະ ນັກກິລາ ເຂົ້າຮ່ວມ.
ໂຮງຮຽນສາທາລະນະສຸກຄໍາມ່ວນ ສອບເສັງລະດັບຊາດ ພະຍາບານ ແລະ ຜະດຸງຄັນ

ໂຮງຮຽນສາທາລະນະສຸກຄໍາມ່ວນ ສອບເສັງລະດັບຊາດ ພະຍາບານ ແລະ ຜະດຸງຄັນ

ພິທີສອບເສັງລະດັບຊາດ ສໍາລັບພະຍາບານ ແລະ ຜະດຸງຄັນ ຄັ້ງທີ 7 ປະຈໍາປີ 2026 ໄດ້ຈັດຂຶ້ນພ້ອມກັນໃນຂອບເຂດທົ່ວປະເທດ ລະຫວ່າງວັນທີ 21-22 ພະຈິກຜ່ານມາ, ທີ່ໂຮງຮຽນສາທາລະນະສຸກແຂວງຄໍາມ່ວນ ໂດຍມີທ່ານ ນາງ ແພງດີ ອິນທະພານິດ ຫົວໜ້າບ໋ອດພະຍາບານ ແລະ ຜະດຸງຄັນ, ມີທ່ານ ຖາວອນ ໄກຍະລາດ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ນາງ ສຸກສະຫວັນ ປະເສີດສັກ ຮັກສາການຜູ້ອໍານວຍການໂຮງຮຽນສາທາລະນະສຸກແຂວງ ພ້ອມດ້ວຍຄູ-ອາຈານ ແລະ ນັກສອບເສັງ ເຂົ້າຮ່ວມ.
ສ​ສກເກັບ​ຂໍ້ມູນການ​ສຶກ​ສາ​ຄົ້ນ​ຄວ້າເພື່ອສົ່ງເສີມ ການສຶກສາຮຽນຮ່ວມຂອງນັກຮຽນພິການ

ສ​ສກເກັບ​ຂໍ້ມູນການ​ສຶກ​ສາ​ຄົ້ນ​ຄວ້າເພື່ອສົ່ງເສີມ ການສຶກສາຮຽນຮ່ວມຂອງນັກຮຽນພິການ

ການເຂົ້າໃຈສິ່ງທີ່ເກີດຂຶ້ນໃນຫ້ອງຮຽນຕົວຈິງແມ່ນມີຄວາມສໍາຄັນສໍາລັບການປັບປຸງການສຶກສາສໍາລັບເດັກພິການ, ຄູສາມາດໃຊ້ວິທີການທີ່ແຕກຕ່າງກັນເພື່ອຊ່ວຍໃຫ້ນັກຮຽນມີສ່ວນຮ່ວມໃນບົດຮຽນ. ປະສົບການໃນຫ້ອງຮຽນຈະແຕກຕ່າງກັນຫຼາຍສໍາລັບນັກຮຽນທີ່ມີຄວາມຫຍຸ້ງຍາກໃນດ້ານການເບິ່ງເຫັນ, ການໄດ້ຍິນ, ການສື່ສານ, ການເຄື່ອນໄຫວ ຫຼື ດ້ານການຮຽນຮູ້, ການເຂົ້າໃຈປະສົບການເຫຼົ່ານີ້ ຈະຊ່ວຍໃຫ້ຄູ ແລະ ຜູ້ເຮັດວຽກສຶກສານິເທດເຂົ້າໃຈຕໍ່ຄວາມຕ້ອງການຂອງນັກຮຽນເພື່ອໃຫ້ນັກຮຽນທຸກຄົນສາມາດຮຽນຮູ້ຮ່ວມກັນໄດ້.
ງານພົບປະເຍົາວະຊົນທັນວາ ທົ່ວເມືອງນາຊາຍທອງ ປະຈຳປີ 2026

ງານພົບປະເຍົາວະຊົນທັນວາ ທົ່ວເມືອງນາຊາຍທອງ ປະຈຳປີ 2026

ງານພົບປະເຍົາວະຊົນທັນວາ ປະຈໍາປີ 2026 ຈັດຂຶ້ນໃນວັນທີ 20 ພະຈິກຜ່ານມາ ທີ່ໂຮງຮຽນມັດທະ ຍົມສົມບູນ ຟ້າສີຄາມ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ພູວອນ ພົງລາດແລ້ວ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ຜູ້ຊີ້ນຳວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ບັນດາຫ້ອງການ, ຄະນະກໍາມະການປົກຄອງຕາແສງ, ບ້ານ, ຄະນະຜູ້ອໍານວຍການໂຮງຮຽນ, ຄູ-ອາຈານ ແລະ ສະມາ ຊິກເຍົາວະຊົນທັນວາ ເຂົ້າຮ່ວມ.
ໂຮງຮຽນພູນສະຫວັດ-ຟ້າສີຄາມ ຊະນະເລີດແຂ່ງຂັນສິລະປະຟ້ອນ ນັກຮຽນມັດທະຍົມປີ 2026

ໂຮງຮຽນພູນສະຫວັດ-ຟ້າສີຄາມ ຊະນະເລີດແຂ່ງຂັນສິລະປະຟ້ອນ ນັກຮຽນມັດທະຍົມປີ 2026

ບໍລິສັດ ລາວເວີນ ຈໍາກັດ ຮ່ວມກັບ ຂະແໜງກິລາກາຍະກໍາ ແລະ ສິລະປະສຶກສາ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ຈັດການແຂ່ງຂັນສິລະປະຟ້ອນລວມໝູ່ ນັກຮຽນມັດທະຍົມສຶກສາ ທົ່ວ ນວ ຊີງທຶນການສຶກສາ ປະຈໍາປີ 2026 ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ຈັດຂຶ້ນໃນວັນທີ 21-22 ພະຈິກ ນີ້ ຢູ່ສູນການຄ້າລາວ-ໄອເຕັກ ເພື່ອເຮັດໃຫ້ຊາວໜຸ່ມ-ເຍົາວະຊົນ ທີ່ມັກຮັກໃນການສະແດງສິລະປະ-ວັດທະນະທໍາຮີດຄອງປະເພນີລາວ (ຮີດ 12 ຄອງ 14) ແລະ ໃຊ້ເວລາຫວ່າງໃຫ້ເກີດປະໂຫຍດ ຫ່າງໄກຈາກສິ່ງເສບຕິດ.
ມສ ອຸທຸມພອນຈັດກິດຈະກໍາແຂ່ງຂັນພາລະ-ສິລະປະສຶກສາ ປະຈໍາປີ 2026- 2027

ມສ ອຸທຸມພອນຈັດກິດຈະກໍາແຂ່ງຂັນພາລະ-ສິລະປະສຶກສາ ປະຈໍາປີ 2026- 2027

ໂຮງຮຽນມັດທະຍົມສົມບູນອຸທຸມພອນເມືອງອຸທຸມພອນແຂວງສະຫວັນນະເຂດ, ໄດ້ຈັດກິດຈະກໍາງານແຂ່ງຂັນພາລະສຶກສາ-ສິລະປະສຶກສາ ປະຈໍາປີ 2026-2027ໃນວັນທີ 19 ພະຈິກນີ້ ທີ່ເດິ່ນໂຮງຮຽນດັ່ງກ່າວ,ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສີວິໄລ ສຸລິໂຍຮອງປະທານຄະນະກໍາມະການປົກຄອງເມືອງອຸທຸມພອນ.
ເພີ່ມເຕີມ