ຕາມລໍາແມ່ນໍ້າຂອງຕອນເໜືອ ໄດ້ຈັດຂຶ້ນໃນວັນທີ 25 ກັນຍາຜ່ານມານີ້, ຢູ່ທີ່ ໂຮງຮຽນບ້ານແຊວວິທະຍາຄົມ, ເມືອງຊຽງແສນ, ຈັງຫວັດຊຽງຣາຍ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພັນຕຳຫຼວດເອກ ສິດທິໄຊ ໄກແສງ ຮອງຫົວໜ້າຜູ້ບັງຄັບການຕຳຫຼວດພູທອນ ຈັງຫວັດຊຽງຮາຍ ປະເທດໄທ, ສປ ຈີນນຳໂດຍ ທ່ານ ພົນໂທ ຢວນຢາພິງ ຫົວໜ້າກອງບັນຊາການຕຳຫຼວດລາດຕະເວນທາງນໍ້າ ແຂວງຢູນນານ, ສປປ ລາວນຳໂດຍ ທ່ານ ພັນໂທ ຄຳໄພ ທິບບົວວັນ ຮອງຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານແຂວງບໍ່ແກ້ວ, ສ ມຽນມານຳໂດຍ ທ່ານ ພັນຕີ ຕັນນ໋າຍອູ໋ ຫົວໜ້າເຮືອ 171 ຕໍາຫຼວດນໍ້າບ້ານປຸງ ເມືອງທ່າຂີ້ເຫຼັກ, ຕະຫຼອດຮອດ ພະນັກງານ-ນັກຮົບ 4 ປະເທດເຂົ້າຮ່ວມ.
ການແຂ່ງຂັນກິລາໃນຄັ້ງນີ້, ມີທີມນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 20 ທີມ ປະກອບມີ 5 ປະເພດກິລາຄື: ກິລາບານເຕະ, ກິລາກະເປຕັງ, ກິລາດອກປີກໄກ່ຄູ່, ກິລາຕີດອກປີກໄກ່ດ່ຽວ ແລະ ກິລາດຶງເຊືອກ. ຜ່ານການແຂ່ງຂັນ ສາມາດສະຫຼຸບຜົນການແຂ່ງຂັນໄດ້ດັ່ງນີ້: ກິລາບານເຕະ ມຽນມາສາມາດຍາດໄດ້ອັນດັບ 1, ອັນດັບ 2 ແມ່ນໄທ, ອັນດັບ 3 ຮ່ວມຈີນ, ລາວ. ກິລາເປຕັງ ສປປ ລາວ ຍາດໄດ້ອັນດັບ 1, ອັນດັບ 2 ສປ ຈີນ, ອັນດັບ 3 ຮ່ວມໄທ, ມຽນມາ. ກິລາດອກປີກໄກ່ຄູ່ ລາວ ໄດ້ອັນດັບ 1, ອັນດັບ 2 ຈີນ, ອັນດັບ 3 ຮ່ວມ ແມ່ນຝ່າຍມຽນມາ-ໄທ, ກິລາດອກປີກໄກ່ດ່ຽວ ລາວສາມາດຍາດໄດ້ ອັນດັບ 1, ອັນດັບ 2 ຈີນ, ທີ 3 ຮ່ວມຝ່າຍມຽນມາ, ໄທ, ກິລາດຶງເຊືອກ ຈີນ ສາມາດຍາດໄດ້ ອັນດັບ 1, ອັນດັບ 2 ຝລາວ ແລະ ທີ 3 ຮ່ວມ ມຽນມາ, ໄທ.
(ຂ່າວ: ວໍລະສິດ ພິດສະຫາຍ),
ຄໍາເຫັນ