ສຳເລັດການແຂ່ງຂັນກິລາປິ່ງປ່ອງມິດຕະພາບ ລາວ-ຈີນ

ສຳເລັດການແຂ່ງຂັນກິລາປິ່ງປ່ອງມິດຕະພາບ ລາວ-ຈີນ

ສຳເລັດການແຂ່ງຂັນກິລາປິ່ງປ່ອງມິດຕະພາບ ລາວ-ຈີນ
ພິທີມອບຫຼຽນສຳເລັດການແຂ່ງຂັນກິລາປິ່ງປ່ອງມິດຕະພາບ ລາວ - ຈີນ ພາຍໃຕ້ຄໍາຂວັນ “ຈີນ-ລາວ ສາມັກຄີກັນ, ປິ່ງປ່ອງເພື່ອກັນ ແລະ ກັນ” ເພື່ອຮ່ວມສະຫຼອງຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ລາວ - ຈີນ ໄດ້ຈັດຂຶ້ນໃວັນທີ 23 ສິງຫາ 2026 ຢູ່ທີ່ ສູນການຄ້າ ວຽງຈັນ ເຊັນເຕີ (Vientiane Center) ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທັງເປັນຮອງປະທານ ແລະ ເລຂາທິການສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ, ຮອງປະທານສະຫະພັນກິລາປິ່ງປ່ອງອາຊຽນ, ປະທານກິດຕິມະສັກ, ທ່ານ ສຳລານ ພັນຄະວົງ ປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ, ທ່ານ ເສິນ ເຊຍຊິນ ປະທານສະພາການຄ້າຈີນ ປະຈຳສປປ ລາວ ແລະ ທ່ານ ນາງ ຫຼີ ສິ ເຈິ່ນ ທີ່ປຶກສາວຽກງານເສດຖະກິດການຄ້າ ສະຖານທູດຈີນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະກຳມະການ, ຜູ້ຕາງໜ້າຈາກພາກສ່ວນທຸລະກິດ ແລະ ນັກກິລາເຂົ້າຮ່ວມຢ່າງຄຶກຄື້ນ.
ສຳເລດການແຂງຂນກລາປງປອງມດຕະພາບ ລາວ-ຈນ - image 1
 

ການແຂ່ງຂັນດັ່ງກ່າວປະກອບມີ ລາຍການແຂ່ງຂັນ ທີມດ່ຽວຊາຍອາວຸໂສ, ດ່ຽວຍິງອາວຸໂສ, ດ່ຽວຊາຍທົ່ວໄປ, ດ່ຽວຍິງທົ່ວໄປ ແລະ ທິມປະສົມ. ຜ່ານການແຂ່ງຂັນ ຜົນປາກົດວ່າ: ປະເພດດ່ຽວຍິງ ອາວຸໂສ ລາງວັນທີ 1 ທ່ານ ນາງ ນວນຈັນ ສາວຈັນທະລາ, ລາງວັນທີ 2 ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ, ລາງວັນທີ 3 ຮ່ວມ ທ່ານ ນາງ ມະນີຈັນ ທຳມະວົງ ແລະ ທ່ານ ນາງ ວຽງເງິນ ໄຂຄໍາພິທູນ; ປະເພດດ່ຽວຊາຍ ອາວຸໂສ ລາງວັນທີ 1 ທ່ານ ວັງ ຈຽງ (WAN JIANG), ລາງວັນທີ 2 ທ່ານ ດົງ ເຈຍຖິງ (DONG JIANTING), ລາງວັນທີ 3 ຮ່ວມ ທ່ານ ອາເລັກ ວິໄລ ແລະ ທ່ານ ສູຫຼຽງ; ປະເພດດ່ຽວຊາຍທົ່ວໄປ ລາງວັນທີ 1 ທ່ານ ເບິນ ຫົວ ຕຽນ, ລາງວັນທີ 2 ທ່ານ ສົມພອນໄຊ ເພັງມາດວງຈັກ ແລະ ລາງວັນທີ 3 ຮ່ວມ ທ່ານ ຊູ ຈຸ້ນ ຊິງ ແລະ ທ່ານ ຢາງ ຊິນເພິ່ງ; ປະເພດດ່ຽວຍິງທົ່ວໄປ ລາງວັນທີ 1 ທ່ານ ນາງ ສີສັງວານ ມະນີວົງ, ລາງວັນທີ 2 ທ່ານ ນາງ ເຈີ່ນ ລີ້ ຈຸ້ນ, ລາງວັນທີ 3 ຮ່ວມ ທ່ານ ນາງ ດາວສະຫວັນ ສີພາສຸກ ແລະ ທ່ານ ນາງ ເນັດຕິດາ ວໍລະນວນ; ປະເພດທີມປະສົມ ລາງວັນທີ 1 ບໍລິສັດ ພາໂນມາກ ຈີນ (ZHONG GUO SHANG FEI), ລາງວັນທີ 2 ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ (ICBC), ລາງວັນທີ 3 ຮ່ວມ ບໍລິສັດ ຫົວເຫວີຍ ( HUAWEI) ແລະ ທະນາຄານຮ່ວມມື. ນອກນັ້ນ, ຍັງໄດ້ມອບລາງວັນໃຫ້ແກ່ປະເພດທີມອາວຸໂສທີ່ເຂົ້າຮ່ວມແຂ່ງຂັນອີກດ້ວຍ.

ສຳເລດການແຂງຂນກລາປງປອງມດຕະພາບ ລາວ-ຈນ - image 2
 

ການຈັດງານແຂ່ງຂັນໃນຄັ້ງນີ້, ບໍ່ພຽງແຕ່ເປັນການສົ່ງເສີມສຸຂະພາບ ແລະ ສີມືທາງດ້ານກິລາປິ່ງປ່ອງເທົ່ານັ້ນ, ແຕ່ຍັງເປັນການເພີ່ມພູນຄູນສ້າງຄວາມສາມັກຄີ, ຄວາມເຂົ້າອົກເຂົ້າໃຈ ແລະ ການແລກປ່ຽນມິດຕະພາບອັນດີງາມ ລະຫວ່າງ ປະຊາຊົນສອງຊາດ ລາວ - ຈີນ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນໄປ. ພາບ-ຂ່າວ: ບົວລະພາ

ຄໍາເຫັນ

ຂ່າວສືກສາ-ກິລາ

ທີມນັກກິລາດອກປີກໄກ່ລາວສ້າງຜົນງານ ຍາດໄດ້ຫຼຽນຄຳ ຊີງແຊັມອາຊຽນ 2026

ທີມນັກກິລາດອກປີກໄກ່ລາວສ້າງຜົນງານ ຍາດໄດ້ຫຼຽນຄຳ ຊີງແຊັມອາຊຽນ 2026

ທີມນັກກິລາດອກປີກໄກ່ເຍົາວະຊົນທີມຊາດລາວ ສ້າງຜົນງານສາມາດຍາດໄດ້1 ຫຼຽນຄຳ 3 ຫຼຽນເງິນ ແລະ 5 ຫຼຽນທອງ ເປັນຄັ້ງປະຫວັດສາດໜ້າໃໝ່ໃຫ້ວົງການກິລາດອກປີກໄກ່ລາວ ໃນການແຂ່ງຂັນກິລາດອກປີກໄກ່ ຊີງແຊັມອາຊຽນ ປະຈຳປີ 2026 ທີ່ປະເທດກຳປູເຈຍ ເປັນເຈົ້າພາບ ໄດ້ເດີນທາງກັບເຖິງບ້ານເກີດ ນະຄອນຫຼວງວຽງຈັນ ພ້ອມທັງໃຫ້ການຕ້ອນຮັບຢ່າງອົບອຸ່ນ ໂດຍ ທ່ານ ວຽງສະຫວັນ ແສງຈັນ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ແລະ ທ່ານ ໄຊບັນດິດ ຣາຊະພົນ ເລຂາທິການສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍຜູ້ປົກຄອງ ແລະ ມວນຊົນຊາວນະຄອນຫຼວງວຽງຈັນ ທີ່ສະໜາມບິນສາກົນວັດໄຕ ໃນຕອນຄໍ່າຂອງວັນທີ 22 ສິງຫາ 2026 ທີ່ຜ່ານມາ
ຄຳມ່ວນ ຈັດກອງປະຊຸມ ຜູ້ບໍລິຫານການສຶກສາສົກຮຽນ 2025-2026

ຄຳມ່ວນ ຈັດກອງປະຊຸມ ຜູ້ບໍລິຫານການສຶກສາສົກຮຽນ 2025-2026

ກອງປະຊຸມ ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ສົກຮຽນ 2025-2026 ແຂວງຄໍາມ່ວນ ໄດ້ໄຂຂຶ້ນໃນວັນທີ 25 ສິງຫາ 2026 ທີ່ແຂວງຄຳ​ມ່ວນ ໂດຍການເປັນປະທານຂອງທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ເປັນກຽດເຂົ້າຮ່ວມມີ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ, ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳ-ສັງຄົມ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເມືອງຊານໄຊ ວາງມາດຕະການຫວັງ​ຍົກລະດັບຄຸນ​ນະ​ພາບການສຶກສາ

ເມືອງຊານໄຊ ວາງມາດຕະການຫວັງ​ຍົກລະດັບຄຸນ​ນະ​ພາບການສຶກສາ

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງຊານໄຊ ປະຈຳສົກຮຽນ 2025-2026ໄດ້​ຈັດຂຶ້ນໃນ​ລະ​ຫວ່າງວັນ​ທີ 25-26 ສິງ​ຫາ​ຜ່ານ​ມາພາຍໃຕ້ການເປັນປະທານຂອງ ທ່ານ ຄຳສີ ແກ້ວຖາວອນ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຫັດສະໄນ ສິບຸນເຫຼືອງ ຄະນະກຳມະການພັກແຂວງ ເລຂາພັກເມືອງ,ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ອັດຕະປື, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ນວ ຍົກລະດັບທິດສະກີການເມືອງ-ການປົກຄອງຂັ້ນກາງ ພ້ອມເປີດຊຸດຮຽນ

ນວ ຍົກລະດັບທິດສະກີການເມືອງ-ການປົກຄອງຂັ້ນກາງ ພ້ອມເປີດຊຸດຮຽນ

ໃນວັນທີ 25 ສິງຫານີ້, ໂຮງຮຽນການເມືອງ ແລະ ການປົກຄອງນະຄອນຫຼວງວຽງຈັນ (ນວ) ໄດ້ປິດຊຸດຮຽນທິສະດີການເມືອງ ຂັ້ນກາງ ຮຸ່ນທີ 6 ພ້ອມທັງເປີດຊຸດຮຽນທິດສະດີການເມືອງຂັ້ນກາງ ຮຸ່ນທີ 7 ແລະ ທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ 16, 18 ແລະ ຫົວຂໍ້ສະເພາະ ໜ່ວຍພັກຮາກຖານບ້ານ ຮຸ່ນທີ 14, 19 ພາຍໃນ ນວ, ພາຍໃຕ້ການເປັນປະທານຮ່ວມ ຂອງ ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງການປົກຄອງແຫ່ງຊາດ, ສະຫາຍ ພູທອນ ແກ້ວດວງມະນີ ຄະນະປະຈຳພັກ ຫົວໜ້າຄະນະຈັດຕັ້ງ ນວ.
ນັກກິລາຈູຈິດຊູລາວ ໄດ້ 1 ຫຼຽນເງິນ 2 ຫຼຽນທອງ ການແຂ່ງຂັນຈູຈິດຊູ ຊີງແຊັມອາຊຽນ 2026

ນັກກິລາຈູຈິດຊູລາວ ໄດ້ 1 ຫຼຽນເງິນ 2 ຫຼຽນທອງ ການແຂ່ງຂັນຈູຈິດຊູ ຊີງແຊັມອາຊຽນ 2026

ການແຂ່ງຂັນກິລາຈູຈິດຊູ ຊີງແຊັມອາຊຽນ ປະຈຳປີ 2026 (ASEAN Jiu-Jitsu Championship 2026) ທີ່ປະເທດກຳປູເຈຍ ລະຫວ່າງວັນທີ 21-23 ສິງຫາ 2026 ໂດຍທີມນັກກິລາຈູຈິດຊູທີມຊາດລາວ ເລີ່ມຕົ້ນໄດ້ຢ່າງສວຍງາມ ລົງສະໜາມແຂ່ງຂັນໃນມື້ທຳອິດ 21 ສິງຫາ 2026 ລົງແຂ່ງຂັນ 5 ລາຍການ ສາມາດຍາດໄດ້ 1 ຫຼຽນເງິນ ແລະ 2 ຫຼຽນທອງ.
ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ

ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ

ວິທະຍາໄລເຕັກນິກ ລາວ-ເຢຍລະມັນ (ວຕລຢ) ໄດ້ຈັດພິທີສະຫຼຸບການຈັດຕັ້ງການຮຽນ-ການສອນ, ມອບ-ຮັບໃບປະກາສະນິຍະບັດ ແລະ ເປີດສົກຮຽນໃໝ່ຢ່າງເປັນທາງການ ເມື່ອວັນທີ 21 ສິງຫາ 2026 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຄະນະກົມ, ອໍານາດການປົກຄອງທ້ອງຖິ່ນ, ຜູ້ອໍານວຍການສະຖານການສຶກສາ, ຕາງໜ້າສະຖານປະກອບການ, ບໍລິສັດ, ຄູ-ອາຈານແລະ ນັກສຶກສາເຂົ້າຮ່ວມ.
ລັດຖະບານ ສປ ຈີນ ມອບທຶນຊ່ວຍເຫຼືອ 60 ລ້ານກວ່າຢວນ ເພື່ອຍົກລະດັບໂຮງຮງນ ມສ ສະຫວັນ

ລັດຖະບານ ສປ ຈີນ ມອບທຶນຊ່ວຍເຫຼືອ 60 ລ້ານກວ່າຢວນ ເພື່ອຍົກລະດັບໂຮງຮງນ ມສ ສະຫວັນ

ໃນວັນທີ 14 ສິງຫາ 2026 ທີ່ໂຮງຮຽນມັດທະຍົມສົມບູນ ສະຫວັນ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ມີພິທີວາງສີລາລຶກ ແລະ ເປີດໂຄງການຍົກລະດັບ-ປັບປຸງກໍ່ສ້າງອາຄານຮຽນຂອງໂຮງຮຽນ ມສ ສະຫວັນ ຢ່າງເປັນທາງການ, ໂຄງການດັ່ງກ່າວແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ພາຍໃຕ້ໂຄງການ CHINA AID For Shared Future ມູນຄ່າ 60 ລ້ານກວ່າຢວນ ເພື່ອຍົກລະດັບພື້ນຖານໂຄງລ່າງດ້ານການສຶກສາໃຫ້ທັນສະໄໝ ໂດຍການປະສານງານ ແລະ ຮ່ວມມືກັບ ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ເຊິ່ງການຈັດງານຄັ້ງນີ້ຍັງເປັນການສະເຫຼີມສະຫຼອງ ສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ອີກດ້ວຍ.
ມອບ-ຮັບໜ້າທີ່ ຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ ຜູ້ເກົ່າ ແລະ ຜູ້ໃໝ່

ມອບ-ຮັບໜ້າທີ່ ຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ ຜູ້ເກົ່າ ແລະ ຜູ້ໃໝ່

ໃນວັນທີ 13 ສິງຫາ 2026, ສະຖາບັນກິລາ-ກາຍຍະກຳ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີມອບ-ຮັບໜ້າທີ່ ຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ທີ່ຫ້ອງປະຊຸມຂອງສະຖາບັນດັ່ງກ່າວ ລະຫວ່າງ ທ່ານ ກິ່ງລັດຕະນະ ທອງສະໝຸດ ວ່າການແທນຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ (ຜູ້ເກົ່າ) ແລະ ທ່ານ ຈັນທະວົງ ປັນຍາສິຣິ ຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ (ຜູ້ໃໝ່), ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ແລະ ເປັນປະທານໂດຍທ່ານ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມທັງເປັນຜູ້ຊີ້ນໍາວຽກງານກິລາ-ກາຍຍະກຳພ້ອມດ້ວຍຫົວໜ້າຫ້ອງການ, ຫົວໜ້າກົມ, ຄະນະນຳກະຊວງ, ຕາງໜ້າກົມຈັດຕັ້ງ, ສະຫະພັນກິລາ, ຄະນະກຳມະການໂອລິມປິກແຫ່ງຊາດລາວ ແລະ ພະນັກງານ-ຄູອາຈານ ເຂົ້າຮ່ວມ.
ສ​ສກ ເລີ່ມສຶກສາ ຄົ້ນຄວ້າ ການຮຽນຮ່ວມຂອງນັກຮຽນພິການ

ສ​ສກ ເລີ່ມສຶກສາ ຄົ້ນຄວ້າ ການຮຽນຮ່ວມຂອງນັກຮຽນພິການ

ກະຊວງສຶກສາທິການ ແລະ ກິລາ (ສສກ), ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ, ໄດ້ຈັດກອງປະຊຸມແນະນຳຂັ້ນເລີ່ມຕົ້ນ ເພື່ອນຳສະເໜີການສຶກສາຄົ້ນຄວ້າກ່ຽວກັບການຮຽນຮ່ວມສຳລັບຄົນພິການ ໂດຍການນຳໃຊ້ ຊຸດອຸປະກອນຊ່ວຍເຫຼືອຄູ ໂມດູນທີ 14: ການຊ່ວຍເຫຼືອເດັກທີ່ມີຄວາມຫຍຸ້ງຍາກໃນການຮຽນ (TSP 14) ແລະ ວິດີໂອສຳລັບການພັດທະນາຄູ ຕອນທີ 29 (TDV 29).
ເມືອງວຽງຄຳ ຫາລືການກະກຽມຈັດການແຂ່ງຂັນ ກິລາເຂດ

ເມືອງວຽງຄຳ ຫາລືການກະກຽມຈັດການແຂ່ງຂັນ ກິລາເຂດ

ຄະນະກຳມະການປົກຄອງເມືອງວຽງຄຳ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ປຶກສາຫາລືການກະກຽມ ຈັດການແຂ່ງຂັນ ກິລາເຂດ 4 ເມືອງເໜືອ ປະຈຳປີ 2026 ເມື່ອບໍ່ດົນມານີ້, ໂດຍການເປັນປະທານຂອງ ທ່ານ ນາງ ບົວໄລ ແພງສະຫວັນ ຮອງປະທານຄະນະກຳມະການປົກຄອງເມືອງ, ມີຫົວຫນ້າ-ຮອງຫົວຫນ້າຫ້ອງການ ແລະ ອານຸກຳມະການຈັດການແຂ່ງຂັນກິລາທຸກພາກສ່ວນ ເຂົ້າຮ່ວມ.
ເພີ່ມເຕີມ