ສໍາເລັດການທົດສອບທັກສະພາສາລາວຂອງນັກຮຽນຊົນເຜົ່າ

ສໍາເລັດການທົດສອບທັກສະພາສາລາວຂອງນັກຮຽນຊົນເຜົ່າ
ເມື່ອບໍ່ດົນມານີ້,ທີມງານທົດສອບຈາກກະຊວງສຶກສາທິການ ແລະ ກິລາ (ສສກ) ສປປ ລາວ ໄດ້ສຳເລັດການທົດສອບທັກສະພາສາລາວຂອງນັກຮຽນຊົນເຜົ່າໃນ 21 ເມືອງເປົ້າໝາຍທີ່ຢູ່ໃນໂຄງການຝຶກເວົ້າພາສາລາວ ໃນ 10 ແຂວງ. ທີມງານທົດສອບແມ່ນປະກອບດ້ວຍ ຜູ້ຕາງໜ້າຈາກສະຖານບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກົມສ້າງຄູ, ກົມສາມັນສຶກສາ, ວິທະຍາໄລຄູດົງຄຳຊ້າງ ແລະ ໂຮງຮຽນມັດທະຍົມໃນນະຄອນຫຼວງວຽງຈັນ. ການທົດສອບແມ່ນໄດ້ດຳເນີນ ໂດຍການສະໜັບສະໜູນຈາກ ລັດຖະບານອົສຕຣາລີ ແລະ ອົງການສາກົນເພື່ອການພັດທະນາສາຫະລັດອາເມຣິກາ (ອົງການ USAID)ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ). 
ຜົນໄດ້ຮັບຈາກການທົດສອບຈະຊ່ວຍໃຫ້ ສສກ ສາມາດປະເມີນໂຄງການຝຶກເວົ້າພາສາລາວ ຊຶ່ງມີຈຸດປະສົງເພື່ອປັບປຸງທັກສະພາສາລາວຂອງນັກຮຽນຊົນເຜົ່າທີ່ເວົ້າພາສາອື່ນທີ່ບໍ່ແມ່ນພາສາລາວຢູ່ເຮືອນ. ໂຄງການຝຶກເວົ້າພາສາລາວ (ຝວ) ໄດ້ຖືກຂະຫຍາຍເວລາຕື່ມ ຫຼັງຈາກການທົດລອງປະສົບຜົນສໍາເລັດຢູ່ໃນ 7 ເມືອງ ໃນປີ 2021-2022. ປັດຈຸບັນໄດ້ທົດລອງກັບນັກຮຽນຂັ້ນ ປ.1 ໃນ 105 ໂຮງຮຽນໃນ 21 ເມືອງ ຂອງສົກຮຽນ 2023 – 2024. ໂຄງການປະກອບມີຄູສອນບົດຮຽນພາສາລາວຕື່ມອີກ 3-4 ຊົ່ວໂມງໃນແຕ່ລະອາທິດ, ໂດຍເນັ້ນໃສ່ການປັບປຸງທັກສະການເວົ້າ ແລະ ການຟັງຂອງນັກຮຽນ. ເມື່ອນັກຮຽນມີທັກສະການເວົ້າ ແລະ ການຟັງໃນພາສາລາວທີ່ເກັ່ງຈະເປັນພື້ນຖານໃນການພັດທະນາທັກສະການອ່ານ ແລະ ການຂຽນທີ່ເກັ່ງເຊັ່ນກັນແລະ ພວກເຂົາຈະປະສົບຜົນສໍາເລັດໃນການຮຽນທຸກວິຊາ.
ໃນແຕ່ລະເມືອງເປົ້າໝາຍ 21 ແຫ່ງ, ມີໂຮງຮຽນ 3 ແຫ່ງ ທີ່ເຂົ້າຮ່ວມໂຄງການຝຶກເວົ້າພາສາລາວ ໄດ້ຖືກຄັດເລືອກເພື່ອທຳການທົດສອບ, ໂດຍມີນັກຮຽນ 8 ຄົນໃນແຕ່ລະໂຮງຮຽນໄດ້ຮັບການທົດສອບທັກສະການເວົ້າ, ການຟັງ, ການອ່ານ ແລະ ການຂຽນ. ການທົດສອບນີ້ຈະລະບຸລະດັບຄວາມສາມາດພາສາລາວຂອງນັກຮຽນ ກ່ອນທີ່ເຂົາເຈົ້າເຂົ້າຮ່ວມໂຄງການ. ສໍາລັບໂຮງຮຽນ 3ແຫ່ງ ແຕ່ລະບ່ອນທີ່ມີນັກຮຽນທົດສອບນັ້ນ, ໂຮງຮຽນທີ່ຄ້າຍຄືກັນທີ່ບໍ່ໄດ້ເຂົ້າຮ່ວມໂຄງການເວົ້າພາສາລາວກໍໄດ້ຖືກຄັດເລືອກເພື່ອຮ່ວມການທົດສອບເຊັ່ນກັນ. ນັກຮຽນ 8 ຄົນຢູ່ໃນແຕ່ລະໂຮງຮຽນທີ່ບໍ່ໄດ້ເຂົ້າຮ່ວມໂຄງການໄດ້ຮັບການທົດສອບແບບດຽວກັນ. ໃນຕອນທ້າຍຂອງໂຄງການ, ນັກຮຽນໃນໂຮງຮຽນທີ່ເຂົ້າຮ່ວມແລະໂຮງຮຽນທີ່ບໍ່ໄດ້ເຂົ້າຮ່ວມຈະຖືກທົດສອບອີກເທື່ອໜຶ່ງແລະຜົນໄດ້ຮັບຈະຖືກປຽບທຽບເພື່ອສັງເກດວ່ານັກຮຽນທີ່ຮຽນພາສາລາວມີການພັດທະນາທັກສະພາສາລາວຫຼາຍກວ່ານັກຮຽນທີ່ເຮັດທີ່ບໍ່ໄດ້ຮຽນພາສາລາວເພີ່ມ.

ທ່ານ ນາງ ພອນສິຣີ ອຸໄທວັນຫົວໜ້າຂະແໜງຄົ້ນຄວ້າການສອນພາສາລາວສໍາລັບຊົນເຜົ່າ,  ສວສ ໄດ້ໃຫ້ຮູ້ວ່າ: ການທົດສອບໃນຄັ້ງນີ້ ມີສິ່ງທ້າທາຍຫຼາຍຢ່າງໃນບາງບ້ານທີ່ຢູ່ຫ່າງໄກໃນ ສປປ ລາວ ເຊັ່ນ: ທີມງານທົດສອບຫຼາຍຄົນຕ້ອງເດີນທາງໄປຕາມເສັ້ນທາງທີ່ຖືກນໍ້າຖ້ວມ ຫຼື ເປ່ເພ ເພື່ອໄປເຖິງໂຮງຮຽນ, ແຕ່ພວກເຮົາກໍຕັ້ງໃຈທີ່ຈະປະຕິບັດວຽກງານທີ່ສໍາຄັນນີ້ເພາະວ່າມັນສໍາຄັນສໍາລັບພວກເຮົາທີ່ຈະເກັບກໍາຂໍ້ມູນກ່ຽວກັບປະສິດທິຜົນຂອງໂຄງການຝຶກເວົ້າພາສາລາວ”.  ທ່ານ ປອ ນາງ ແອງເຈລ້າ ຊິນຄອັດຕ້າ-ເຊກິທີ່ປຶກສາດ້ານວິຊາການຈາກແຜນງານບີຄວາທີ່ໃຫ້ການສະໜັບສະໜູນ ສວສໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໄດ້ກ່າວວ່າ: “ຄວາມມຸ່ງໝັ້ນຂອງພະນັກງານຈາກກະຊວງສຶກສາທິການ ແລະ ກິລາ, ພະນັກງານພະແນກສຶກສາທິການ ແລະ ກິລາແຂວງ, ພະນັກງານຫ້ອງການສຶກສາທິການ ແລະ ກິລາເມືອງ, ຄູສອນ ແລະ ຜູ້ອໍານວຍການໂຮງຮຽນທຸກທ່ານ ແມ່ນເຮັດວຽກໄດ້ດີ ແລະ ຂໍຊົມເຊີຍຢ່າງແທ້ຈິງຕໍ່ຄວາມຕັ້ງໃນຂອງພວກເຂົາ. ທີມງານທົດສອບຍັງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຢູ່ທຸກໂຮງຮຽນທີ່ເຂົາເຈົ້າໄປຮອດ. ດັ່ງທີ່ຫຼາຍທ່ານອາດຮູ້ແລ້ວວ່າ ຄູສອນ ແລະຊຸມຊົນຮັບຮູ້ຄວາມສຳຄັນຂອງໂຄງການຝຶກເວົ້າພາສາລາວ ໃນການປັບປຸງຜົນການຮຽນຂອງເດັກທີ່ເລີ່ມເຂົ້າໂຮງຮຽນແຕ່ຍັງບໍ່ທັນສາມາດເວົ້າພາສາລາວໄດ້ດີເທື່ອ”. 
ຜົນການທົດສອບໃນທ້າຍສົກຮຽນ 2023 – 2024 ຈະປະກອບເຂົ້າໃນການປະເມີນຜົນຂອງໂຄງການຝຶກເວົ້າພາສາລາວ. ຈາກນັ້ນ, ກະຊວງສຶກສາທິການ ແລະ ກິລາ ຈະພິຈາລະນາການຂະຫຍາຍໂຄງການດັ່ງກ່າວ ໄປສູ່ບັນດາເມືອງ ແລະ ແຂວງຕ່າງໆໃນທົ່ວປະເທດລາວ.
ຂ່າວ-ພາບ: ແຜນງານບີຄວາ

ຄໍາເຫັນ

ຂ່າວສືກສາ-ກິລາ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ການແຂ່ງຂັນກິລາດອກປິກໄກ່ ມີການຊີງຫຼຽນຄໍາ,ຫຼຽນເງິນ ແລະ ຫຼຽນທອງ ທັງໝົດ 20 ຫຼຽນ. ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ,ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການແຂ່ງຂັນດອກປິໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມີ 4 ລາຍການແຂ່ງຂັນ ປະກອບມີຄື: ປະເພດກ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີນັກກິລາເຂົ້າຮ່ວມ 18 ຄົນ, ຍິງ 4 ຄົນ.ໃນນັ້ນມີ 6 ແຂວງເຂົ້າຮ່ວມຄີ: ເຈົ້າພາບ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍແກ້ວ ແລະ ຫຼວງພະບາງ. ຊຶ່ງການແຂ່ງຂັນ ແມ່ນຈະດຳເນີນເປັນເວລາ 3 ວັນ ວັນທີ 15-17 ທັນວານີ້.
ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ນາງ ລິນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍຄວ້າຫຼຽນຄຳທໍາອິດໃຫ້ນັກກິລາຄົນພິການແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນ ຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ.
ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ການແຂ່ງຂັນກິລາຟັນດາບຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15 ທັນວານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງປະເທດໄທ, ມີບັນດາຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນວ, ແຂວງ, ຄູຝຶກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ກິລາບານບ້ວງລໍ້ເລື່ອນໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ, ເຊິ່ງກິລາຄົນພິການແຫ່ງຊາດຄັ້ງນີ້ຖືກບັນຈຸເຂົ້າແຂ່ງຂັນເປັນຄັ້ງທີ IV ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊີງຫຼຽນໃນຄັ້ງທີ III ທີ່ແຂວງຊຽງຂວາງ ແລະ ນວ ໃນຄັ້ງນີ້, ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນວ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3x3 ແລະ 5x5, ມີນັກກິລາເຂົ້າຮ່ວມທັງໝົດ 27 ຄົນ ຍິງ 10 ຄົນ.
ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ການແຂ່ງຂັນກິລາດອກປີກໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 15 ທັນວານີ້, ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈິນດາ ພົນເຕຊາ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະການກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມ.
ເພີ່ມເຕີມ