ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານທະ​ນາ​ຄານ​ນະ​ໂຍ​ບາຍ (ທນບ) ໄດ້ສໍາເລັດລົງ ດ້ວຍໝາກຜົນອັນຈົບງາມໃນວັນທີ 6 ມິຖຸນາຜ່ານມາ ທີ່ສະໂມສອນສະຖາບັນການທະນາ ຄານ ນະ​ຄອ​ນຫຼວງວຽງ​ຈັນ ພາຍໃຕ້ການເປັນປະທານ ຂອງສະຫາຍ ສຸພັກ ຖິ່ນໄຊພອນ ເລຂາຄະນະພັກ ຮາກຖານ-ຜູ້​ອຳ​ນວຍ​ການ ທນບ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະ​ຫາຍ ນາງ ວັດທະນາ ດາລາລອຍ ຮັກສາການເລ​ຂາ​ຄະ​ນະ​ພັກ-ຮັກສາການຜູ້​ວ່າ​ການ​ທະນາຄານ ແຫ່ງ ສປປ ລາວ (ທຫລ), ມີບັນດາຜູ້ຕາງ ໜ້າຄະນະພັກຮາກຖານ, ໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ທຫລ; ຄະນະພັກຮາກ​ຖານ, ຄະນະໜ່ວຍພັກ; ຜູ້ແທນສົມບູນ ແລະ 3 ອົງການຈັດຕັ້ງມະຫາຊົນ ທນບ ເຂົ້າຮ່ວມ.
ສາເລດກອງປະຊມໃຫຍ ຄງທ III ຂອງຄະນະພກຮາກຖານ ທນບ - image 1
 

ກອງປະຊຸມ, ໄດ້ຜ່ານຮ່າງບົດລາຍງານການເມືອງ ທີ່ສ່ອງແສງໃຫ້ເຫັນການຈັດຕັ້ງປະຕິບັດແນວ ທາງນະໂຍບາຍ ຂອງພັກ ແລະລັດຖະບານ, ຂອງຄະນະພັກ-ຄະນະຜູ້ວ່າການ ທຫລ, ຄະນະພັກຮາກຖານ ທນບ ຍາມໃດ ກໍໄດ້ຖືເອົາການສຶກສາອົບ­ຮົມການເມືອງ, ນໍາພາແນວຄິດ ເປັນບັນຫາກົກ ແລະສອດຫ້ອຍ ເຂົ້າໃນທຸກວຽກງານ ດ້ວຍຫຼາຍຮູບການ ເຮັດໃຫ້ສະພາບແນວຄິດ ຂອງສະມາຊິກພັກ-ພະນັກງານ ມີຄວາມສະຫງົບ, ມີການຫັນປ່ຽນ ທີ່ດີຂຶ້ນ, ມີຄຸນທາດການເມືອງ, ມີສະຕິ ຕໍ່ການຈັດຕັ້ງ, ມີລະບຽບວິໄນ, ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ສາມາດສະໜອງສິນເຊື່ອຊຸກຍູ້ການຜະລິດ ແກ້ໄຂຄວາມທຸກຍາກ ຂອງປະ ຊາຊົນບັນດາເຜົ່າຂອບເຂດທົ່ວປະເທດ ໃນຕະຫຼອດໄລຍະ 5 ປີ (2020-2025) ຜ່ານມາ ໂດຍສະເພາະປະກອບສ່ວນເຂົ້າໃນການພັດທະນາ ແລະແກ້ໄຂຄວາມທຸກ ຍາກ ຢູ່ບັນດາເມືອງເປົ້າໝາຍທຸກ ຍາກ, ຈຸດສຸມພັດທະນາ ຂອງລັດຖະ ບານ-ຂອງທ້ອງຖິ່ນ ແລະບ້ານ 3 ສ້າງ ຢ່າງມີໝາກຜົນຕົວຈິງໃຫຍ່ຫຼວງ ໃນ ຫຼາຍດ້ານ ເຮັດໃຫ້ຊົນນະບົດ, ພູ ດອຍ, ເຂດທຸລະກັນດານ-ຫ່າງໄກ ສອກ ມີໂສມໜ້າໃໝ່ດີຂຶ້ນຢ່າງຈະແຈ້ງ.

ສາເລດກອງປະຊມໃຫຍ ຄງທ III ຂອງຄະນະພກຮາກຖານ ທນບ - image 2
 

ຈາກນັ້ນ; ກອງປະຊຸມ ໄດ້ຜ່ານທິດທາງແຜນການ 5 ປີຕໍ່ໜ້າ ໂດຍຈະສືບຕໍ່ປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່ ປະກອບສ່ວນແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໃຫ້ມີປະສິດທິຜົນກວ່າເກົ່າ, ສູ້ຊົນຫັນປ່ຽນຈາກທະນາຄານສະເພາະກິດ (ທະນາຄານນະໂຍບາຍ) ໄປເປັນ ທະນາຄານທຸລະກິດສະເພາະ (ທະນາຄານພັດທະນາຊົນນະບົດ ຫຼື ທພບ) ຕາມກົນໄກໄລ່ລຽງທຸລະກິດ ໃຫ້ມີປະສິດທິຜົນ ແລະ ປະສິດທິພາບ ພ້ອມກັນນັ້ນ ກໍສືບຕໍ່ເຮັດໜ້າທີ່ຮັບໃຊ້ແນວທາງນະໂຍບາຍ ຂອງພັກ ແລະ ລັດຖະບານວາງອອກແຕ່ລະໄລຍະ.

ເພື່ອໃຫ້ການດໍາເນີນທຸລະກິດເປັນໄປ ຕາມແນວຄິດແຫ່ງຄວາມຍືນຍົງ, ທພບ ຈຶ່ງໄດ້ມີວິໃສທັດຮອດ ປີ 2035 ແລະ ຍຸດທະສາດຮອດ ປີ 2030 ຄືດັ່ງນີ້: ດ້ານວິໃສທັດຮອດປີ 2035 (10 ປີ 2026-2035): ສ້າງ ທພບ ເປັນທະນາຄານ ອັນດັບ 1 ທີ່ໃຫ້ການຊ່ວຍເຫຼືອທາງການເງິນ ແລະສະໜັບສະໜູນການ ພັດທະນາໃນຊົນນະບົດ ເຊິ່ງເປັນຮາກຖານ ໃນລະບົບເສດຖະກິດ ຂອງປະເທດ ໃຫ້ມີຄວາມຍືນຍົງ.

ດ້ານຍຸດທະສາດຮອດປີ 2030 (5 ປີ 2026-2030): ຮອດປີ 2030 ທພບ ຈະກາຍເປັນສູນກາງ ທາງການເງິນຄົບວົງຈອນ ແລະທັນສະໄໝແກ່ລູກຄ້າ ໃນຊົນນະບົດ; ສູ້ຊົນເຮັດໃຫ້ຕົວຊີ້ວັດປະສິດທິຜົນ ຫຼື ຜົນຕອບແທນດ້ານການລົງທຶນ ບັນລຸໄດ້ດັ່ງນີ້: 1. ຜົນຕອບແທນ ຕໍ່ທຶນ (ROE): ຕ້ອງບັນລຸຫຼາຍກວ່າ 10% ຂຶ້ນໄປ; 2. ຜົນຕອບແທນ ຕໍ່ຊັບສິນລວມ (ROA): ຕ້ອງບັນລຸ 1% ຂຶ້ນໄປ;

ສາເລດກອງປະຊມໃຫຍ ຄງທ III ຂອງຄະນະພກຮາກຖານ ທນບ - image 3
 

ດ້ານພາລະກິດ: 1. ພັດທະນາຜະລິດຕະພັນ ແລະການບໍລິການການເງິນຄົບວົງຈອນ ແລະ ທັນສະໄໝ ເພື່ອໃຫ້ສາມາດແຂ່ງຂັນ ແລະ ເຕີບໂຕຢ່າງຍືນຍົງ; 2. ພັດທະນາຄວາມສາມາດ ຂອງອົງກອນ ແລະ ບຸກຄະລາກອນໃຫ້ມີປະສິດທິພາບ, ການດໍາເນີນງານ ດ້ວຍລະບົບເຕັກໂນໂລຊີ ທີ່ທັນສະໄໝ; 3. ພັດທະນາໂຄງສ້າງພື້ນຖານລະບົບເຕັກໂນໂລຊີຂໍ້ມູນຂ່າວສານ (MIS), ຖານຂໍ້ມູນ (Data Base) ແລະ ນະວັດຕະກໍາຕ່າງໆ (Innovations) ເພື່ອພັດທະນາຜະລິດຕະພັນທາງການເງິນທາງເອເລັກໂຕຣນິກ ອອກສູ່ສັງຄົມ (Platforms); 4. ປັບປ່ຽນວັດທະນະທໍາຂອງທະນາຄານພັດທະນາຊົນນະບົດ, ສ້າງຮູບ ແບບການດໍາເນີນວຽກງານຢ່າງປະດິດສ້າງ, ມີໂຄງສ້າງເປົ້າໝາຍຕົວຊີ້ວັດຂອງອົງກອນ ແລະ ບຸກຄົນ (KPI); 5. ປັບປຸງ ແລະ ເພີ່ມຜົນຕອບແທນໃຫ້ແກ່ພະນັກງານ ໃນທົ່ວລະບົບເປັນແຕ່ລະປີ ໂດຍຖືເອົາຜົນ ຂອງການດໍາເນີນທຸລະກິດ ແຕ່ລະປີເປັນຕົວຊີ້ວັດ; 6. ສ້າງ ແລະ ພັດທະນາລະບົບການບໍລິຫານແຫຼ່ງທຶນ ໃຫ້ພຽງພໍ ແລະ ມີຕົ້ນທຶນ ທີ່ເໝາະສົມ ຕໍ່ລູກຄ້າ ແລະ ການດໍາເນີນງານ; 7. ສ້າງຫຼັກການໃນການຄຸ້ມຄອງ ບໍລິຫານທຸລະກິດທີ່ດີ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ເພື່ອຄວາມໝັ້ນຄົງ ແລະ ຍືນຍົງ.

ກອງປະຊຸມ ໄດ້ດຳເນີນການເລືອກຕັ້ງ ເອົາຄະນະພັກຮາກຖານຊຸດໃໝ່ ປະກອບດ້ວຍ 7 ສະຫາຍ ໂດຍສະຫາຍ ສຸພັກ ຖິ່ນໄຊພອນ ໄດ້ຮັບການເລືອກເປັນເລຂາຄະນະພັກຮາກຖານ; ສະຫາຍ ສຸພົດ ໂຊກປະຫວັດ ເປັນຮອງເລຂາ; ສະຫາຍ ນາງ ວິໄລເພັດ ຫຼວງອະໄພ ເປັນກຳມະການ ທັງເປັນປະທານ ກວດກາ ແລະ ກອງປະຊຸມ ໄດ້ເລືອກເອົາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ V ຂອງ ທຫລ ທີ່ຈະເປີດຂຶ້ນໃນຕໍ່ໜ້າ. ໃນນີ້, ມີຜູ້ແທນສົມບູນ 8 ສະຫາຍ ແລະ ສຳຮອງ 3 ສະຫາຍ.

ສາເລດກອງປະຊມໃຫຍ ຄງທ III ຂອງຄະນະພກຮາກຖານ ທນບ - image 4
 

ສະຫາຍ ຮັກສາການເລຂາຄະນະພັກ ທຫລ ໄດ້ຕີລາຄາສູງ ຕໍ່ການນໍາພາ-ຊີ້ນໍາ ຂອງຄະນະພັກ ຮາກຖານ ທນບ ຊຸດຜ່ານມາ ທີ່ສາມາດຍາດໄດ້ຜົນງານອັນເດັ່ນໃນຫຼາຍດ້ານ; ຮຽກຮ້ອງໃຫ້ຄະນະພັກຊຸດ ໃໝ່ ຈົ່ງສືບຕໍ່ເສີມຂະຫຍາຍຜົນງານທີ່ຕັ້ງໜ້າ, ແກ້ໄຂຂໍ້ຄົງຄ້າງ; ສຶກສາອົບຮົມການເມືອງແນວຄິດ; ເອົາໃຈໃສ່ກໍ່ສ້າງພັກ-ພະນັກງານ ແລະ ຂະຫຍາຍພັກ ໃຫ້ຖືກທິດ ພ້ອມທັງປັບປຸງກົງຈັກ ແລະ ສັບຊ້ອນ-ຈັດວາງ ແລະ ສ້າງພະນັກງານ ໃຫ້ມີຄວາມຮູ້-ຄວາມສາມາດ, ສ້າງໄດ້ຄົນດີ-ວຽກເດັ່ນ ແລະ ເຂັ້ມແຂງແທ້ໆ; ພ້ອມກັນນັ້ນ ຈົ່ງເອົາໃຈໃສ່ຜັນຂະຫຍາຍມະຕິ ສອຈ ຂອງພັກເຂົ້າໃນໜ້າທີ່; ຕອບຕ້ານທຸກ ກົນອຸບາຍຫັນປ່ຽນ ໂດຍສັນຕິ ຂອງຄົນບໍ່ດີ; ຕີຖອຍປະກົດການຫຍໍ້ທໍ້ໃນທຸກຮູບແບບ; ເຊີດຊູການນໍາພາ ດ້ານວິຊາສະເພາະໃຫ້ສູງ ເພື່ອຮັບປະກັນການຫັນທະນາຄານນະໂຍບາຍ ເປັນທະນາຄານພັດທະນາ ຊົນນະບົດ ໃຫ້ເປັນລະບົບຄົບຊຸດ ເປັນຕົ້ນ ການສ້າງແຜນທຸລະກິດ 5 ປີຕໍ່ໜ້າ, ແກ້ໄຂທຸກອຸປະສັກ; ການບໍລິການ; ດ້ານນິຕິກໍາ, ການຊໍາລະ ແລະອື່ນໆອີກ.

(ຂ່າວ: ຣັດສະໝີ ດວງສັດຈະ)

ຄໍາເຫັນ

ຂ່າວເສດຖະກິດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ເພີ່ມເຕີມ