![]() |
ການຝຶກອົບຮົມຄັ້ງນີ້, ເປັນການຝຶກການນໍາໃຊ້ລະບົບທີ່ປັບປຸງຂຶ້ນມາໃໝ່ ເພື່ອເອົາໄປນໍາໃຊ້ຕົວຈິງໃນໄວໆນີ້ ແລະ ທັງເປັນການເອກະພາບກັນ ໃນການຈັດຕັ້ງປະຕິບັດກົນໄກໃຫ້ຖືກຕ້ອງ ໄປຕາມລວງດຽວກັນໃນທົ່ວປະເທດ ຊຶ່ງໄດ້ນຳເອົາເນື້ອໃນສຳຄັນໃໝ່ໆ ແລະ ທັງແກ້ໄຂຈຸດຄົງຄ້າງທີ່ເຄີຍມີມາໃຫ້ຄົບຖ້ວນ ຈາກທາງຄະນະຮັບຜິດຊອບຈັດຝຶກອົບຮົມ, ວິທະຍາກອນຄູຝຶກ ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຢ່າງເຕັມສ່ວນ, ນັກສຳມະນາກອນໄດ້ນໍາສະເໜີ ແລກປ່ຽນບັນຫາຕ່າງໆ ທີ່ເກີດຂຶ້ນຢູ່ທ້ອງຖິ່ນຕົນ ຕິດພັນກັບການນໍາໃຊ້ຂອງແຕ່ລະໂມດູນ ກັບສູນກາງ ແລະ ເມືອງອື່ນໆ ເພື່ອຖອດຖອນບົດຮຽນຊຶ່ງກັນ ແລະ ກັນ.
![]() |
ໂອກາດນີ້, ທ່ານ ອານຸວົງ ບົວພັນ ໄດ້ເນັ້ນໜັກໃຫ້ສຳມະນາກອນ ຈົ່ງນໍາເອົາຄວາມຮູ້, ບົດຮຽນ ທີ່ໄດ້ຝຶກອົບຮົມໃນຄັ້ງນີ້ໄປນຳໃຊ້ເຂົ້າໃນວຽກງານຕົວຈິງ ເພື່ອເຮັດໃຫ້ວຽກງານສ່ວຍສາອາກອນໃນຂັ້ນຂອງຕົນດີຂຶ້ນເປັນກ້າວໆ, ໃນການບໍລິການຜູ້ເສຍອາກອນ ໃຫ້ມີຄວາມເຂົ້າໃຈ ແລະ ສາມາດແຈ້ງມອບພັນທະໃຫ້ຖືກຕ້ອງຫຼາຍຂຶ້ນ.
ຂ່າວ: ກະຊວງການເງິນ


ຄໍາເຫັນ