ສໍາມະນາວິທະຍາສາດ ມູນເຊື້ອ 40 ປີ ການພັດທະນາແຂວງເຊກອງ

ສໍາມະນາວິທະຍາສາດ ມູນເຊື້ອ 40 ປີ ການພັດທະນາແຂວງເຊກອງ
ກອງປະຊຸມສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້ "ມູນເຊື້ອ 40 ປີ ແຫ່ງການສ້າງສາພັດທະນາແຂວງເຊກອງ" ຈັດຂຶ້ນໃນວັນທີ 16 ກຸມພາ ນີ້ ທີ່ສະໂມສອນແຂວງເຊກອງ, ພາຍໃຕ້ການເປັນປະທານຂອງທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ເຫຼັກໄຫຼ ສີວິໄລ ໄດ້ກ່າວວ່າ: ການສຳມະນາຄັ້ງນີ້ ເປັນຫົວຂໍ້ທີ່ສຳຄັນຢ່າງຍິ່ງ ນອກຈາກຈະໄດ້ຮັບຮູ້ບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳໃນການນໍາພາ-ຊີ້ນໍາ ກໍຄື ສ້າງສາພັດທະນາແຂວງເຊກອງ ຕະຫຼອດໄລຍະ 40 ປີແລ້ວ, ຍັງເປັນໂອກາດໃນການແລກປ່ຽນບົດຮຽນ ແລະ ປະກອບຄໍາຄິດເຫັນເພື່ອປັບປຸງ ແລະ ຮຽບຮຽງເນື້ອໃນບົດຕ່າງໆ ໂດຍສະເພາະບົດມູນເຊື້ອ, ບົດປາຖະກະຖາ, ບົດປາໄສ ແລະ ອື່ນໆ ເພື່ອຮັບໃຊ້ໃນການສະເຫຼີມສະຫຼອງ ວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ ໃຫ້ມີເນື້ອໃນຮັດກຸມ, ຄົບຖ້ວນ, ອຸດົມສົມບູນ ແລະ ຖືກຕ້ອງສອດຄ່ອງກັບຜົນງານຕົວຈິງ, ຮັກສາໄວ້ໃຫ້ເຍົາວະຊົນ-ຄົນຮຸ່ນຫຼັງໄດ້ສຶກສາຮໍ່າຮຽນ ແລະ ຮຽນຮູ້ໃນອະນາຄົດ.
ໃນໂອກາດນີ້, ທ່ານ ບຸນທັນ ຈູມຈັນທະວົງ ກໍາມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ນໍາສະເໜີ ບົດ 40 ປີ ແຫ່ງການພັດທະນາແຂວງເຊກອງ ໂດຍໄດ້ຍົກໃຫ້ເຫັນສະພາບຈຸດພິເສດ, ທີ່ຕັ້ງ ແລະ ການກໍາເນີດ, ຜົນງານການປົກປັກຮັກສາ ແລະ ສ້າງສາພັດທະນາ, ບັນຫາຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ, ບົດຮຽນຕໍ່ການສ້າງສາພັດທະນາແຂວງເຊກອງ ໃນໄລຍະ 40 ປີຜ່ານມາ ແລະ ທິດທາງ, ຄາດໝາຍ ຍຸດທະສາດການພັດທະນາແຂວງເຊກອງໃນຕໍ່ໜ້າ. ພ້ອມນີ້, ຍັງໄດ້ຮັບຟັງການປະກອບຄໍາຄິດເຫັນ ແລະ ນຳສະ  ເໜີຜົນງານການນໍາພາ-ຊີ້ນໍາ ຂອງຄະນະພັກແຂວງແຕ່ລະສະໄໝ ຕໍ່ວຽກງານຂົງເຂດການເມືອງ-ການປົກຄອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານພົວພັນຮ່ວມມືກັບຕ່າງປະເທດ. ທັງນີ້, ກໍເພື່ອປະກອບສ່ວນເຊີດຊູບົດບາດການນຳພາ-ຊີ້ນໍາ ຂອງຄະນະພັກ-ອົງການປົກຄອງແຂວງ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາແຂວງເຊກອງ ໃຫ້ນັບມື້ດີຂຶ້ນເປັນກ້າວໆ.
(ຂ່າວ-ພາບ: ສັນຍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

2025 ເຊກອງ ດຶງດູດການລົງທຶນເຂົ້າໃນການພັດທະນາໄດ້ 870 ກວ່າຕື້ກີບ

2025 ເຊກອງ ດຶງດູດການລົງທຶນເຂົ້າໃນການພັດທະນາໄດ້ 870 ກວ່າຕື້ກີບ

ໃນປີ 2025 ຜ່ານມາ, ແຂວງເຊກອງ ດຶງດູດການລົງທຶນເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ເສດຖະກິດ-ສັງຄົມ ໄດ້ທັງໝົດ 876.14 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 66.98% (ມະຕິສະພາ 1,308 ຕື້ກີບ). ໃນນີ້, ການລົງທຶນຂອງລັດ 103.48 ຕື້ກີບ ລື່ນແຜນ 13.71% (ມະຕິສະພາ 91 ຕື້ກີບ); ທຶນຊ່ວຍເຫຼືອ-ກູ້ຢືມ 14.79 ຕື້ກີບ ເທົ່າກັບ 8.70% (ມະຕິສະພາ 170 ຕື້ກີບ); ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 771.96 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 73.73% (ມະຕິສະພາ 1,047 ຕື້ກີບ).
ທະນາຄານ ມາຣູຮານ ເຈແປນ ລາວ ຕ້ອນຮັບ ຜູ້ອຳນວຍການໃຫຍ່ຄົນໃໝ່

ທະນາຄານ ມາຣູຮານ ເຈແປນ ລາວ ຕ້ອນຮັບ ຜູ້ອຳນວຍການໃຫຍ່ຄົນໃໝ່

ນະຄອນຫຼວງວຽງຈັນ, ວັນທີ 5 ມັງກອນ 2026 ​ອີງ​ຕາມ​ຂໍ້​ມູນ​ຈາກທະນາຄານ ມາຣູຮານ ເຈແປນ ລາວ (MARUHAN Japan Bank Lao)ໃຫ້​ຮູ້​ວ່າ: ທ່ານ ອາມານາດ ຈານາດານ (Mr. Amarnath Janardhan) ໄດ້ເຂົ້າດຳລົງຕຳແໜ່ງເປັນຜູ້ອຳນວຍການໃຫຍ່ (CEO), ເລີ່ມມີຜົນຕັ້ງແຕ່ວັນທີ 5 ມັງກອນ 2026 ເປັນ​ຕົ້ນ​ໄປ.
ກອງບັນຊາການປ້ອງກັນສູນກາງ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ

ກອງບັນຊາການປ້ອງກັນສູນກາງ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ

ກອງບັນຊາການປ້ອງກັນສູນກາງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດໃນວັນທີ 5 ມັງກອນນີ້, ໃຫ້ກຽດປະດັບຊັ້ນຂອງທ່ານ ພັອ ບຸນທົງ ສີດາວົງ ຫົວໜ້າກອງບັນຊາການປ້ອງກັນສູນກາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ບໍລິສັດ ສະຕາໂທລະຄົມ ມອບເງິນຊຸກຍູ້ 2 ລ້ານໂດລາໃຫ້ກະຊວງປ້ອງກັນປະເທດ

ບໍລິສັດ ສະຕາໂທລະຄົມ ມອບເງິນຊຸກຍູ້ 2 ລ້ານໂດລາໃຫ້ກະຊວງປ້ອງກັນປະເທດ

ວັນທີ 2 ມັງກອນຜ່ານມາ, ທີ່ກະຊວງປ້ອງກັນປະເທດ ສະຫາຍ ພົນຈັດຕະວາ ສຸບັນ ພັນທະວີ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ ພ້ອມຄະນະໄດ້ມອບເງິນຊຸກຍູ້ຈໍານວນ 2 ລ້ານໂດລາໃຫ້ກະຊວງປ້ອງກັນປະເທດ.
ກະຊວງການເງິນປະດັບຫຼຽນກາລະນຶກ 50 ປີ

ກະຊວງການເງິນປະດັບຫຼຽນກາລະນຶກ 50 ປີ

ກະຊວງການເງິນຈັດພິທີປະດັບຫຼຽນກາລະນຶກ 50 ປີວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 ຫາ 2 ທັນວາ 2025) ໃຫ້ບັນດາການນໍາ ແລະ ອະດີດການນໍາໃນວັນທີ 30 ທັນວາຜ່ານມາ ທີ່ກະຊວງດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການເງິນ; ມີບັນດາຮອງລັດຖະມົນຕີ, ອະດີດການນຳ ພ້ອມດ້ວຍພະນັກຫຼັກແຫຼ່ງເຂົ້າຮ່ວມ.
ກອງບັນຊາການປ້ອງກັນທີ່ຕັ້ງເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ

ກອງບັນຊາການປ້ອງກັນທີ່ຕັ້ງເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ

ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປະກາດເລື່ອນຊັ້ນໃຫ້ ນາຍ ແລະ ພົນຕຳຫຼວດໃນວັນທີ 31 ທັນວາຜ່ານມາ, ໃຫ້ກຽດເປັນປະທານຂອງສະຫາຍ ພົຈວ ຈັນທອນ ແກ້ວມະນີວົງ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
ຍທຂ ແຂວງເຊກອງ ປະເມີນກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ຍທຂ ແຂວງເຊກອງ ປະເມີນກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ກອງປະຊຸມປະເມີນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກບໍລິຫານ,ຈັດຕັ້ງ, ກວດກາ, ແຜນການ-ການເງິນ, ໜ່ວຍພັກຂົນສົ່ງກອງຄຸ້ມຄອງ, ເຄຫາຜັງເມືອງ, ໜ່ວຍພັກທາງບົກ-ທາງນ້ຳ ແລະ ໜ່ວຍພັກລັດວິສາຫະກິດນ້ຳປະປາ ທີ່ຂຶ້ນກັບຄະນະພັກຮາກຖານພະແນກໂຍທາທິການ ແລະຂົນສົ່ງ (ຍທຂ) ແຂວງເຊກອງ ໄດ້ມີຂຶ້ນໃນວັນທີ 31 ທັນວາຜ່ານມາ ຢູ່ທີ່ຫ້ອງປະຊຸມພະແນກ ຍທຂ ແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ສາກົນ ພອຍປະເສີດ ຄະນະປະຈຳພັກແຂວງ ປະທານກວດກາພັກ ປະທານອົງການກວດກາລັດ ແຂວງ, ມີສະຫາຍ ແກ້ວປະເສີດ ແກ້ວມະນີວົງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຍທຂ ແຂວງ, ພາກສ່ວນກ່ຽວຂ້ອງ ແລະ ສະມາຊິກພັກໃນໜ່ວຍເຂົ້າຮ່ວມ.
ສະຫາຍ ພູລຳພອນ ສີຫາວົງ ໄດ້ຮັບເລືອກເປັນເລຂາຄະນະພັກຮາກຖານ ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ

ສະຫາຍ ພູລຳພອນ ສີຫາວົງ ໄດ້ຮັບເລືອກເປັນເລຂາຄະນະພັກຮາກຖານ ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ

ກອງປະຊຸມໃຫຍ່ສະມາຊິກພັກ ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 31 ທັນວາ 2025ຜ່ານມາ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກິດຕິມະສັກຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ, ພາຍໃຕ້ການເປັນປະທານນຳພາກອງປະຊຸມຂອງສະຫາຍ ພູລຳພອນ ສີຫາວົງ ກຳມະການປະຈຳພັກແຂວງ ເລຂາພັກຮາກຖານຄະນະໂຄສະນາອົບຮົມແຂວງ, ມີບັນດາແຂກຖືກເຊີນ ພ້ອມດ້ວຍບັນດາສະຫາຍຜູ້ແທນສົມບູນຈຳນວນ 55 ສະຫາຍ ຍິງ 23 ສະຫາຍເຂົ້າຮ່ວມ.
ຄຂລຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026

ຄຂລຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026

ສູນລວມຄຣິສຕະຈັກຂ່າວປະເສີດແຫ່ງສປປລາວ (ຄຂລ) ໄດ້ຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026 ແລະສະຫຼຸບຜົນງານການເຄື່ອນໄຫວປະຈໍາປີ 2025 ຂຶ້ນໃນວັນທີ 31 ທັນວາຜ່ານມາທີ່ສູນລວມຄຣິສຕະຈັກຂ່າວປະເສີດບ້ານນາໄຊເມືອງໄຊເສດຖານະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານຄໍາຜອຍວັນນະສານຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ມີທ່ານຄໍາແດງກຸນທະປັນຍາປະທານບໍລິຫານສູນລວມຄຂລ, ມີບັນດາຄຂລອານຸ, ນາຄໍາ, ນວພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແຂວງວຽງຈັນ ປະກາດການຈັດຕັ້ງ ແລະ ມອບ-ຮັບ ໜ້າທີ່ ຫຼາຍພາກສ່ວນ.

ແຂວງວຽງຈັນ ປະກາດການຈັດຕັ້ງ ແລະ ມອບ-ຮັບ ໜ້າທີ່ ຫຼາຍພາກສ່ວນ.

ໃນວັນທີ 31 ທັນວາ 2025 ນີ້, ຢູ່ທີ່ສະໂມສອນຂອງແຂວງວຽງຈັນ ໄດ້ຈັດພິທີ ປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການແຂວງ, ພະແນການ, ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ພາຍໃນແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງ.
ເພີ່ມເຕີມ