ສໍາມະນາວິຊາການ ພາຍໃຕ້ຫົວຂໍ້ ລາວ-ອົສຕຣາລີ ວ່າດ້ວຍການຮ່ວມມືຫຼາຍຝ່າຍ

ສໍາມະນາວິຊາການ ພາຍໃຕ້ຫົວຂໍ້ ລາວ-ອົສຕຣາລີ ວ່າດ້ວຍການຮ່ວມມືຫຼາຍຝ່າຍ

ສໍາມະນາວິຊາການ ພາຍໃຕ້ຫົວຂໍ້ ລາວ-ອົສຕຣາລີ ວ່າດ້ວຍການຮ່ວມມືຫຼາຍຝ່າຍ
ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ອົດສຕຣາລີ ປະຈຳ ສປປ ລາວ ໄດ້ຮ່ວມກັນຈັດກອງປະຊຸມສໍາມະນາວິຊາການ ພາຍໃຕ້ຫົວຂໍ້: “ລາວ-ອົສຕຣາລີ ວ່າດ້ວຍການຮ່ວມມືຫຼາຍຝ່າຍ ທ່າມກາງຄວາມບໍ່ແນ່ນອນດ້ານຍຸດທະສາດ” ຂຶ້ນໃນວັນທີ 18 ມິຖຸນານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນ ປະທານຮ່ວມຂອງ ທ່ານ ບໍວອນທັດ ດວງຈັກ ຫົວ ໜ້າຫ້ອງການ ກະຊວງການຕ່າງປະເທດ, ທ່ານ ນາງ ເບນິຕາ ຊັມເມີວິວ ອຸປະທູດຊົ່ວຄາວ ສະຖານ ເອກອັກຄະລັດຖະທູດ ອົສຕຣາລີ ປະຈຳ ລາວ, ມີຜູ້ຕາງໜ້າ ຈາກ ກະຊວງການຕ່າງປະເທດ, ຄະນະ ພົວພັນຕ່າງປະເທດສູນກາງພັກ, ສະໂມສອນນັກການທູດລາວ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.
ສາມະນາວຊາການ ພາຍໃຕຫວຂ ລາວ-ອສຕຣາລ ວາດວຍການຮວມມຫາຍຝາຍ - image 1
 

 

ກອງປະຊຸມຄັ້ງນີ້, ໄດ້ສຸມໃສ່ການແລກປ່ຽນຄໍາຄິດຄໍາເຫັນ ແລະ ປຶກສາຫາລືກັນ ກ່ຽວກັບ ທັດສະນະຂອງ ນັກວິຊາການລາວ ແລະ ອົສຕຣາລີ ຕໍ່ກັບກົນໄກການຮ່ວມມືແບບຫຼາຍຝ່າຍ ໃນໄລຍະທີ່ ສະພາບການສາກົນມີຄວາມຜັນແປ, ມີຄວາມບໍ່ແນ່ນອນທາງດ້ານຍຸດທະສາດ ແລະ ຄາດຄະເນໄດ້ຍາກ. ຕາງໜ້າຝ່າຍອົສຕຣາລີ ແມ່ນທ່ານ ສາດສະດາຈານ ກິຕິມະສັກ ຄາລາຍ ເທເຢີ (Carlyle Thayer) ຈາກມະຫາວິທະຍາໄລ UNSW ແຄນເບີຣາ ແລະ ທ່ານຜູ້ຊ່ວຍສາດສະດາຈານ ຊູ ທອມຊັນ (Sue Thompson) ຈາກມະຫາວິທະຍາໄລແຫ່ງຊາດ ອົສຕຣາລີ ໄດ້ນໍາສະເໜີບົດບາດ ແລະ ການເຄື່ອນໄຫວ ໃນຂອບການຮ່ວມມືແບບຫຼາຍຝ່າຍຂອງອົສຕຣາລີ ເຊັ່ນ: ຂອບສະຫະປະຊາຊາດ, ຂອບການຮ່ວມມີອິນ ໂດ-ປາຊີຟິກ, AUKUS, CPTPP, RCEP ແລະ ອື່ນໆ ເພື່ອປະກອບສ່ວນໃຫ້ແກ່ຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງພາກພື້ນ. ນອກຈາກນີ້ ກໍຍັງໄດ້ຊີ້ໃຫ້ເຫັນເຖິງຄວາມສໍາຄັນ ແລະ ບົດບາດຂອງອົສ ຕຣາລີ ຕໍ່ອາຊຽນ, ໂດຍນັບຕັ້ງແຕ່ປີ 1974 ເປັນຕົ້ນມາ, ອາຊຽນ ໄດ້ກາຍເປັນຄູ່ຮ່ວມມືທີ່ມີຄວາມສໍາ ຄັນຕໍ່ອົສຕຣາລີ, ມີການຍົກລະດັບການພົວພັນກາຍເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ຂະຫຍາຍ ການຮ່ວມມືອອກຢ່າງກວ້າງຂວາງ ແລະ ຕໍ່ເນື່ອງ ບົນພື້ນຖານການສະໜັບສະໜູນຄວາມເປັນແກນກາງ ຂອງອາຊຽນ. ກອງປະຊຸມຍັງໄດ້ຮັບຟັງການ ບັນຍາຍຈາກ ທ່ານ ວັດຖຸນິຍົມ ດວງມາລາ ຫົວໜ້າສະຖາ ບັນການຕ່າງປະເທດ ທີ່ໄດ້ເນັ້ນໃຫ້ເຫັນເຖິງຄວາມໝາຍ ຄວາມສໍາຄັນ ແລະ ການເປັນຄູ່ຮ່ວມມືຍຸດ ທະສາດ ລະຫວ່າງ ລາວ ແລະ ອົສຕຣາລີ ທີ່ມີມູນເຊື້ອຍາວນານ, ສອງຝ່າຍ ໄດ້ມີການຮ່ວມມືກັນໃນ ຫຼາຍຂົງເຂດ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ຊຶ່ງໄດ້ເຮັດໃຫ້ ຜູ້ເຂົ້າຮ່ວມທັງສອງຝ່າຍເພີ່ມທະວີຄວາມເຂົ້າໃຈໄປໃນທິດທາງດຽວກັນ ແລະ ເປັນພື້ນຖານອັນສໍາຄັນໃນ ການກໍານົດ ທິດທາງການຮ່ວມມືເພື່ອການພັດທະນາໃນຕໍ່ໜ້າ.

ສາມະນາວຊາການ ພາຍໃຕຫວຂ ລາວ-ອສຕຣາລ ວາດວຍການຮວມມຫາຍຝາຍ - image 2
 

ກອງປະຊຸມ ໄດ້ດໍາເນີນໄປເປັນເວລາເຄິ່ງມື້ດ້ວຍບັນຍາກາດອັນດີ ແລະ ມີການປະກອບຄໍາຄິດຄໍາ ເຫັນຈາກບັນດາຜູ້ເຂົ້າຮ່ວມຢ່າງຟົດຟື້ນ ເຮັດໃຫ້ກອງປະຊຸມມີເນື້ອໃນຈິດໃຈທີ່ຄົບຖ້ວນ ແລະ ມີຄວາມ ໝາຍສໍາຄັນ ພ້ອມທັງເປັນການປະກອບສ່ວນໃຫ້ແກ່ການຮ່ວມມືລະຫວ່າງລາວ ແລະ ອົສຕຣາລີ ທີ່ເປັນມູນເຊື້ອໃຫ້ມີໝາກຜົນຕົວຈິງຫຼາຍຂຶ້ນຕື່ມ.

ສາມະນາວຊາການ ພາຍໃຕຫວຂ ລາວ-ອສຕຣາລ ວາດວຍການຮວມມຫາຍຝາຍ - image 3
 

(ຂ່າວ: ສະຖາບັນການຕ່າງປະເທດ; ພາບ: ສຳນານ)

ຄໍາເຫັນ

ຂ່າວການຮ່ວມມື

ຫຼວງພະບາງ-ດຽນບຽນ ແລກປ່ຽນວຽກງານປ້ອງກັນຄວາມສະຫງົບ ຄັ້ງທີ XXI

ຫຼວງພະບາງ-ດຽນບຽນ ແລກປ່ຽນວຽກງານປ້ອງກັນຄວາມສະຫງົບ ຄັ້ງທີ XXI

ວັນທີ 14 ກັນຍາ ຜ່ານມານີ້, ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຫຼວງພະບາງ ສປປ ລາວ ແລະກອງບັນຊາການຕໍ່ຫຼວດແຂວງດຽນບຽນ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ວຽກງານປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ຄັ້ງທີ XXI, ປະຈຳປີ 2026 ຢູ່ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຫຼວງພະບາງ, ໂດຍມີ ທ່ານ ພົນຈັດຕະວາ ຕູຊົງ ປັດໃຈ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຫຼວງພະບາງ ແລະທ່ານ ພົນຈັດຕະວາ ວູ ວັນ ເດົາ ຫົວ ໜ້າກອງບັນຊາການຕໍ່າຫຼວດແຂວງດຽນບຽນພ້ອມດ້ວຍຄະນະທັງສອງຝ່າຍ ເຂົ້າຮ່ວມ.
ບົມບີ 80 ລ້ານໜ່ວຍທີ່ຍັງຕົກຄ້າງຄາດຄະເນຕ້ອງໃຊ້ເວລາເປັນຮ້ອຍປີ ເພື່ອກວດກູ້ໃຫ້ໝົດສິ້ນ

ບົມບີ 80 ລ້ານໜ່ວຍທີ່ຍັງຕົກຄ້າງຄາດຄະເນຕ້ອງໃຊ້ເວລາເປັນຮ້ອຍປີ ເພື່ອກວດກູ້ໃຫ້ໝົດສິ້ນ

​ ໃນກອງປະຊຸມລະດັບສາກົນ ຄັ້ງທີ 3 ວ່າດ້ວຍສົນທິສັນຍາການເກືອດຫ້າມລະເບີດລູກຫວ່ານ (Cluster Munitions) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ, ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ) ໄດ້ວາງສະແດງ ເພື່ອສ່ອງແສງໃຫ້ເຫັນເຖິງຄວາມຮຸນແຮງ ແລະ ມໍຣະດົກໄພອັນຕະລາຍ ທີ່ຕົກຄ້າງມາຈາກສະໄໝສົງຄາມ.
ເຜີຍແຜ່ນິຕິກຳວຽກງານທ່ອງທ່ຽວ ຕິດພັນກັບການຄຸ້ມຄອງສັດປ່າຫວງຫ້າມ

ເຜີຍແຜ່ນິຕິກຳວຽກງານທ່ອງທ່ຽວ ຕິດພັນກັບການຄຸ້ມຄອງສັດປ່າຫວງຫ້າມ

ກອງປະຊຸມເຜີຍແຜ່ນິຕິກຳໃນວຽກງານການທ່ອງທ່ຽວ ຕິດພັນກັບການຄຸ້ມຄອງ ສັດປ່າຫວງຫ້າມ ໃຫ້ບັນດາພະແນກ ວັດທະນາທຳ ແລະ ການທ່ອງທ່ຽວ(ວທ) ແລະ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ,ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃວັນທີ 18 ກັນຍານີ້ທີ່ນະຄອນຫຼວງວຽງຈັນ ໃນຮູບແບບເຊິ່ງໜ້າ ແລະ ອອນລາຍຊຶ່ງໄດ້ຮັບການສະໜັບສະໜູນ ຈາກອົງການອະນຸລັກສັດປ່າ(WCS) ປະຈຳລາວ,ໂດຍການເປັນປະທານ ຂອງ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງວັດທະນາທຳ ແລະ ການທ່ອງທ່ຽວ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ສໍາເລັດການເປັນເຈົ້າພາບກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3

ສປປ ລາວ ສໍາເລັດການເປັນເຈົ້າພາບກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3

ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າລັດຖະບານແຫ່ງ ສປປ ລາວ ແລະ ໃນນາມປະທານກອງປະຊຸມໄດ້ຖະແຫຼງຂ່າວປິດກອງປະຊຸມໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງຖະແຫຼງຜົນການເປັນເຈົ້າພາບ ແລະ ປະທານກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ພາຍໃຕ້ຫົວຂໍ້ “ຊຸກຍູ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາເພື່ອສ້າງໃຫ້ໂລກນີ້ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ” (Accelerating Progress Towards a World Free from the Threat of Cluster Munition) ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 14 ຫາ 18 ກັນຍາ 2026, ໂດຍມີຄະນະຜູ້ແທນເຂົ້າຮ່ວມທັງໝົດ 500 ກວ່າທ່ານ, ມາຈາກ 91 ປະເທດ (ໃນນັ້ນ 74 ປະເທດພາຄີ ແລະ 17 ປະເທດສັງເກດການ) ແລະ ອົງການຈັດຕັ້ງສາກົນຕ່າງໆຈຳນວນ 27 ອົງການເຂົ້າຮ່ວມ.
ສປປ ລາວ ສືບຕໍ່ແລກປ່ຽນຄໍາເຫັນປະສົບການກ່ຽວກັບມາດຕະການແຫ່ງຊາດ ເພື່ອແກ້ໄຂບັນຫາ ລບຕ ໃນກອງປະຊຸມ 3RC-CCM  ໃນວັນທີ 17 ກັນຍາຜ່ານມາ ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ ລັດຖະບານແຫ່ງ ສປປ ລາວ ໄດ້ສືບຕໍ່ປະຕິບັດໜ້າທີ່ການເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ

ສປປ ລາວ ສືບຕໍ່ແລກປ່ຽນຄໍາເຫັນປະສົບການກ່ຽວກັບມາດຕະການແຫ່ງຊາດ ເພື່ອແກ້ໄຂບັນຫາ ລບຕ ໃນກອງປະຊຸມ 3RC-CCM ໃນວັນທີ 17 ກັນຍາຜ່ານມາ ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ ລັດຖະບານແຫ່ງ ສປປ ລາວ ໄດ້ສືບຕໍ່ປະຕິບັດໜ້າທີ່ການເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ

ໃນວັນທີ 17 ກັນຍາຜ່ານມາ ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ ລັດຖະບານແຫ່ງ ສປປ ລາວ ໄດ້ສືບຕໍ່ປະຕິບັດໜ້າທີ່ການເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM). ກອງປະຊຸມສືບຕໍ່ດໍາເນີນພາຍໃຕ້ການເປັນປະທານຂອງທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຮອງປະທານ ຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ). ກອງປະຊຸມໄດ້ລົງເລິກຫົວຂໍ້ສໍາຄັນໂດຍສະເພາະແມ່ນຫຼັກການຄວາມໂປ່ງໃສ, ມາດຕະການຈັດຕັ້ງປະຕິບັດສົນທິສັນຍາຂອງບັນດາລັດພາຄີ, ມາດຕະການຮັບປະກັນການປະຕິບັດຕາມສົນທິສັນຍາ, ການສະໜັບສະໜູນການຈັດຕັ້ງປະຕິບັດສົນທິສັນຍາ ແລະ ວຽກງານປິ່ນອ້ອມອື່ນໆທີ່ສະໜັບສະໜູນ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ(CCM).
ເລຂາພັກແຂວງອັດຕະປື ຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນດາໜັງ

ເລຂາພັກແຂວງອັດຕະປື ຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນດາໜັງ

ວັນທີ 17 ກັນຍານີ້, ສະຫາຍ ບຸນເຖິງ ດວງສະຫວັນ ເລຂາຄະນະບໍລິຫານງານພັກແຂວງ, ປະ ທານສະພາປະຊາຊົນແຂວງອັດຕະປື ສປປ ລາວ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນດາໜັງ ແຫ່ງ ສສ ຫວຽດນາມ ນຳໂດຍ ສະຫາຍ ຫງວຽນ ດຶກ ຢຸງ ຮອງເລຂາພັກນະຄອນ, ປະທານສະພາປະຊາຊົນນະຄອນດາໜັງ ພ້ອມຄະນະ. ການຕ້ອນຮັບຈັດຂຶ້ນຢູ່ຫ້ອງຮັບແຂກ ຫ້ອງວ່າການແຂວງ, ໂດຍມີການນຳຈາກພາກສ່ວນກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.
ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 23

ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 23

ໃນວັນທີ 17 ກັນຍາ ນີ້ ທີ່ ນະຄອນໜານໜິງ, ເຂດປົກຄອງຕົນເອງແຂວງກວາງຊີຈ້ວງ, ສາທາລະນະລັດປະຊາຊົນຈີນ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ, ພ້ອມດ້ວຍຄະນະຜູ້ແທນຂອງ ສປປ ລາວ ໄດ້ເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 23 (CAEXPO) ປະຈໍາປີ 2026.
ຜູ້ແທນ CCM ຢ້ຳຄືນຫຼັກການສຳຄັນຂອງສົນທິສັນຍາເພື່ອສ້າງຄວາມປອດໄພໃຫ້ປະຊາຊົນ

ຜູ້ແທນ CCM ຢ້ຳຄືນຫຼັກການສຳຄັນຂອງສົນທິສັນຍາເພື່ອສ້າງຄວາມປອດໄພໃຫ້ປະຊາຊົນ

ໃນວາລະດຳເນີນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ຈັດຂຶ້ນໃນວັນທີ 16 ກັນຍາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຮອງປະທານຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ບັນດາຄະນະຜູ້ແທນກອງປະຊຸມໄດ້ສືບຕໍ່ປະກອບຄຳເຫັນກ່ຽວກັບຄວາມຄືບໜ້າ ແລະ ທົບທວນສະຖານະການຈັດຕັ້ງປະຕິບັດສົນທິສັນຍາ ແລະ ບັນຫາສຳຄັນທີ່ກ່ຽວຂ້ອງກັບການບັນລຸຈຸດປະສົງຂອງສົນທິສັນຍາ.
ສົ່ງເສີມຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃນຍຸກໃໝ່ ໃຫ້ກ້າວສູ່ລະດັບສູງໃໝ່ ຢ່າງບໍ່ຢຸດຢັ້ງ

ສົ່ງເສີມຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃນຍຸກໃໝ່ ໃຫ້ກ້າວສູ່ລະດັບສູງໃໝ່ ຢ່າງບໍ່ຢຸດຢັ້ງ

ໃນເດືອນມິຖຸນາ 2026, ຈີນ ແລະ ລາວ ໄດ້ອອກຖະແຫຼງການຮ່ວມຂອງສາທາລະນະລັດປະຊາຊົນຈີນ ແລະ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ກ່ຽວກັບ “ການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ໃນຍຸກໃໝ່”, ໄດ້ລະບຸຢ່າງຊັດເຈນ ເຖິງແນວທາງການດໍາເນີນ "ແຜນປະຕິບັດງານເພື່ອສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ (2024-2028)".
ບໍ່ແກ້ວ-ດຽນບຽນ ພົບປະແລກປ່ຽນບົດຮຽນ ຮ່ວມມືດ້ານການທ່ອງທ່ຽວ

ບໍ່ແກ້ວ-ດຽນບຽນ ພົບປະແລກປ່ຽນບົດຮຽນ ຮ່ວມມືດ້ານການທ່ອງທ່ຽວ

ການພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນ ແຂວງບໍ່ແກ້ວ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ເພື່ອເພີ່ມທະວີຄວາມຮ່ວມມືໃນການພັດທະນາອຸດສາຫະກຳການທ່ອງທ່ຽວ ແລະ ການເຊື່ອມໂຍງເສັ້ນທາງການທ່ອງທ່ຽວທາງບົກ ລະຫວ່າງ ລາວ, ຫວຽດນາມ ແລະ ໄທ ໃນວັນທີ 16 ກັນຍາ 2026 ທີ່ແຂວງບໍ່ແກ້ວ ໂດຍມີທ່ານ ຄຳແສງ ສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ, ທ່ານ ນາງ ກາວ ທິຕວຽດ ລານ ຮອງປະທານຜູ້ປະຈຳການສະພາປະຊາຊົນແຂວງດຽນບຽນ ແລະ ພາກສວນທີ່ກ່ຽວຂ້ອງຂອງສອງຝ່ານເຂົ້າຮ່ວມ.
ເພີ່ມເຕີມ