ພິທີປິດການແຂ່ງຂັນດັ່ງກ່າວໄດ້ຈັດຂຶ້ນ ເມື່ອວັນທີ 16 ມິຖຸນາ ຜ່ານມາ

ສະໂມສອນເທຄວັນໂດ ຕາວັນ ຍາດໄດ້ 16 ຫຼຽນຄຳ ພ້ອມຮັບຂັນຊະນະເລີດ

ສະໂມສອນເທຄວັນໂດ ຕາວັນ ຍາດໄດ້ 16 ຫຼຽນຄຳ ພ້ອມຮັບຂັນຊະນະເລີດ
ສະໂມສອນ ເທຄວັນໂດ ຕາວັນ ປະກາດສັກດາສ້າງປະຫວັດສາດໜ້າໃໝ່ໃນວົງການກິລາເທຄວັນໂດລາວ ດ້ວຍການຄອງເຈົ້າຫຼຽນຄຳ ແລະ ຂັນຊະນະເລີດໃນການແຂ່ງຂັນກິລາເທຄວັນໂດ ຊີງຂັນທ່ານເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 6 ປະຈຳປີ 2024 ໄປຄອງເປັນສະໄໝທຳອິດ ຂະນະທີ່ ສະໂມສອນ ລ້ານຊ້າງ ອະດີດແຊັມ 5 ສະໄໝ ໄດ້ພຽງທີ 2.

ພິທີປິດການແຂ່ງຂັນດັ່ງກ່າວໄດ້ຈັດຂຶ້ນ ເມື່ອວັນທີ 16 ມິຖຸນາ ຜ່ານມາ ທີ່ສູນບູໂດເຊັນເຕີ ລາວ-ຍີ່ປຸ່ນ ໃຫ້ກຽດເຂົ້າຮ່ວມ ແລະ ມອບຂັນລາງວັນໂດຍທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການຝ່າຍການຕະຫຼາດບໍລິສັດ ເບຍລາວ ຈຳກັດ ພ້ອມດ້ວຍຄະນະບໍລິຫານງານສະຫະພັນ, ບັນດາຜູ້ໃຫ້ການສະໜັບສະໜູນຫຼັກ, ຄະນະນຳ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດກອງເຊຍເຂົ້າຮ່ວມ.

ລາຍການດັ່ງກ່າວ ມີນັກກິລາເຂົ້າຮ່ວມທັງໝົດ 300 ກວ່າຄົນ ຈາກ 22 ພາກສ່ວນ ແລະ ມີການຊີງໄຊທັງໝົດ 153 ຫຼຽນຄຳ, 153 ຫຼຽນເງິນ ແລະ 306 ຫຼຽນທອງ, ໃນນັ້ນ ປະເພດຕໍ່ສູ້ ມີ 66 ລາຍການ ແລະ ປະເພດປຸ່ມເຊ 57 ລາຍການ.

ຜ່ານການແຂ່ງຂັນປະກົດວ່າ: ສະໂມສອນເທຄວັນໂດ ຕາວັນ ສ້າງປະຫວັດສາດໜ້າໃໝ່ໃນວົງການກິລາ ເທຄວັນໂດລາວ ດ້ວຍການຄອງເຈົ້າຫຼຽນຄຳ ແລະ ຂັນຊະນະເລີດ ຫຼັງຈາກສ້າງຜົນງານໄດ້ຢ່າງພົ້ນເດັ່ນ ສາມາດຍາດໄດ້16 ຫຼຽນຄໍາ, 12 ຫຼຽນເງິນ ແລະ 19 ຫຼຽນທອງ ສ່ວນສະໂມສອນ ລ້ານຊ້າງ ອະດີດແຊັມ 5 ສະໄໝ ຍາດໄດ້ພຽງ 15 ຫຼຽນຄໍາ, 4 ຫຼຽນເງິນ ແລະ 5 ຫຼຽນທອງ ແລະ ທີ 3 ແຂວງຫຼວງພະບາງ ຍາດໄດ້ 13 ຫຼຽນຄໍາ, 10 ຫຼຽນເງິນ ແລະ 9 ຫຼຽນທອງ.

(ຂ່າວ: ສົງການ ພັນແພງດີ)

ຄໍາເຫັນ

ຂ່າວສືກສາ-ກິລາ

ຄົ້ນຄວ້າຕຳແໜ່ງວິຊາການຄູຂັ້ນຮອງສາດສະດາຈານຢູ່ ວປກ

ຄົ້ນຄວ້າຕຳແໜ່ງວິຊາການຄູຂັ້ນຮອງສາດສະດາຈານຢູ່ ວປກ

ກອງປະຊຸມຄົ້ນຄວ້າຕໍາແໜ່ງວິຊາການຄູຂັ້ນຮອງສາດສະດາຈານຢູ່ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ຈັດຂຶ້ນໃນວັນທີ 10 ທັນວາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສົງກາ ບຸນຄຸນ ຫົວໜ້າການທະຫານ ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ (ວປກ), ມີບັນດາຜູ້ຊົງຄຸນວຸດທິ, ຄະນະກໍາມະການຄົ້ນຄວ້າຕໍາແໜ່ງວິຊາການຄູ ແລະ ກອງເລຂາເຂົ້າຮ່ວມ.
ການນຳແຂວງຈໍາປາສັກ ໂອ້ລົມນັກກິລາ ທີ່ເຂົ້າຮ່ວມແຂ່ງຂັນ​ໃນງານກິລາຄົນພິການແຫ່ງຊາດ

ການນຳແຂວງຈໍາປາສັກ ໂອ້ລົມນັກກິລາ ທີ່ເຂົ້າຮ່ວມແຂ່ງຂັນ​ໃນງານກິລາຄົນພິການແຫ່ງຊາດ

ໃນວັນທີ 10 ທັນວາ​ 2025​ນີ້, ການນໍາແຂວງຈຳປາສັກ ນໍາໂດຍ ທ່ານ ອາລຸນໄຊ​ ສູນນະລາດ​ ກໍາມະການສູນກາງພັກ ເລຂາຄະນະ​ບໍລິຫານ​ງານ​ພັກແຂວງຈຳປາສັກ ພ້ອມດ້ວຍ​ຄະນະການນໍາ​ແຂວງ​ ໄດ້ເຄື່ອນໄຫວພົບປະໂອ້ລົມ, ຊຸກຍູ້ ແລະ​ ໃຫ້ກໍາລັງໃຈ ນັກກິລາທີ່ເຂົ້າຮ່ວມແຂ່ງຂັນ​ໃນງານກິລາຄົນພິການແຫ່ງຊາດ ຄັ້ງທີ IV​ ທີ່ນະຄອນ​ຫຼວງວຽງຈັນ.​ ການໂອ້ລົມຄັ້ງນີ້, ຈັດຂຶ້ນຢູ່​ບໍລິເວນ​ເດີ່ນ​ບ້ານພັກ​ຊີເກມ​ ມະຫາວິທະຍາໄລແຫ່ງຊາດ.​
ອັດຕະປື ຕັ້ງເປົ້າ 2 ຫຼຽນຄໍາ ໃນງານກິລາຄົນພິການແຫ່ງຊາດ ຄັ້ງທີ lV.

ອັດຕະປື ຕັ້ງເປົ້າ 2 ຫຼຽນຄໍາ ໃນງານກິລາຄົນພິການແຫ່ງຊາດ ຄັ້ງທີ lV.

ແຂວງອັດຕະປື ຕັ້ງເປົ້າຄວ້າໃຫ້ໄດ້ຢ່າງໜ້ອຍ 2 ຫຼຽນຄໍາ ໃນການເຂົ້າຮ່ວມແຂ່ງຂັນຊິງໄຊ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ lV ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025. ການແຂ່ງຂັນຈະເລີ່ມໃນວັນທີ 14-19 ທັນວາ 2025, ໂດຍໄດ້ກຳນົດເອົາສະໜາມກິລາການແຂ່ງຂັນ ໃນເຂດມະຫາວິທະຍາໄລແຫ່ງຊາດ (ມຊ) 6 ສະໜາມ ຄື: ເດີ່ນຮົ່ມບູຢອງ, ສະໜາມກິລາກາງ ມຊ, ເດີ່ນກິລາບານບ້ວງ, ເດີ່ນບານເຕະຫຍ້າທຽມສະຖາປັດ, ເດີ່ນຮົ່ມໂອແລມປາເຊຍ ແລະ ເດີ່ນຮົ່ມສະໂມສອນໃຫຍ່. ສ່ວນກິລາລອຍນໍ້າ ຈະແຂ່ງຂັນທີ່ສະໜາມກິລາແຫ່ງຊາດ (ຫຼັກ 16), ໃນຈໍານວນ 9 ປະເພດກິລາ ປະກອບມີ ຍົກນໍ້າໜັກ, ລອຍນໍ້າ, ແລ່ນ-ລານ, ໂກນບານ, ບານບ້ວງລໍ້ເລື່ອນ, ບານເຕະ 5 ຄົນ, ບ໊ອດເຊຍ, ດອກປີກໄກ່ ແລະ ພັນດາບ. ການແຂ່ງຂັນແມ່ນຈັດຕາມລະດັບຄວາມເປັນພິການ ທີ່ແຕກຕ່າງກັນ, ຊຶ່ງໄດ້ກຳນົດຫຼຽນທັງໝົດ 516 ຫຼຽນ. ໃນນີ້, ມີ 172 ຫຼຽນຄຳ, 172 ຫຼຽນເງິນ ແລະ 172 ຫຼຽນທອງ.
ງານມະຫະກຳກິລາຊີເກມ ຄັ້ງທີ 33ທີ່ປະເທດໄທ ໄຂຂຶ້ນຢ່າງເປັນທາງການ

ງານມະຫະກຳກິລາຊີເກມ ຄັ້ງທີ 33ທີ່ປະເທດໄທ ໄຂຂຶ້ນຢ່າງເປັນທາງການ

ງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ໄດ້ໄຂຂຶ້ນຕອນຄໍ່າວັນທີ 9 ທັນວາ 2025 ຢູ່ສະໜາມກິລາຣາຊະມັງຄາລາກິລາສະຖານ ນະຄອນຫຼວງບາງກອກ, ໂດຍການໃຫ້ກຽດກ່າວເປີດງານຂອງສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນ ພະມະຫາກະສັດ ແຫ່ງ ຣາຊະອານາຈັກໄທ, ມີຄະນະຮັບຜິດຊອບຈັດການແຂ່ງຂັນ, ຕົວແທນຄະນະນຳຈາກ 11 ປະເທດໃນອາຊຽນ ພ້ອມດ້ວຍຄະນະນັກກິລາ ແລະ ມວນຊົນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. ສຳລັບ ສປປ ລາວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ.
ງານມະຫາກໍາກິລາຄົນພິການແຫ່ງຊາດ ຄັ້ງທີ 4 ຈະຈັດຂຶ້ນ 14 ທັນວາ 2025

ງານມະຫາກໍາກິລາຄົນພິການແຫ່ງຊາດ ຄັ້ງທີ 4 ຈະຈັດຂຶ້ນ 14 ທັນວາ 2025

ກອງປະຊຸມເຕັກນິກ-ຈັດການແຂ່ງຂັນ ງານມະຫາກໍາກິລາຄົນພິການແຫ່ງຊາດ ຄັ້ງທີ 4 ໄດ້ຈັດຂຶ້ນໃນວັນທີ 8 ທັນວານີ້ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດນການເປັນປະທານຂອງ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນພະລະ ແລະ ສິລະປະສຶກສາ ກະຊວງນຶກສາທິການ ແລະ ກິລາ ຮອງປະທານຈັດງານ ຜູ້ຊີ້ນໍາກໍາມະການເຕັກນິກ-ຈັດການແຂ່ງຂັນ ມີບັນດາຄະນະກໍາມະການຝ່າຍຕ່າງໆ ຫົວໜ້າ-ຮອງຫົວໜ້າພະແນກ ຫົວໜ້າຄະນະນັກກິລາ ບັນດາແຂວງ ນະຄອນຫຼວງ ແລະ ຕາງໜ້າສະຫະພັນກິລາຄົນພິການແຫ່ງຊາດລາວ ເຂົ້າຮ່ວມ.
ລັດຖະບານຍີ່ປຸ່ນຊຸກຍູ້ການຍົກລະດັບໂຮງຮຽນໃນແຂວງອັດຕະປື

ລັດຖະບານຍີ່ປຸ່ນຊຸກຍູ້ການຍົກລະດັບໂຮງຮຽນໃນແຂວງອັດຕະປື

ເມື່ອບໍ່ດົນຜ່ານມານີ້, ທີ່ຫ້ອງວ່າການປົກຄອງແຂວງອັດຕະປື, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍ ເຫຼືອເປັນມູນຄ່າປະມານ 97,139 ໂດລາ ເພື່ອສະໜັບສະໜູນ “ໂຄງການກໍ່ສ້າງອາຄານໂຮງຮຽນມັດທະ ຍົມສຶກສາສົມບູນສົມສຸກ” ໃນແຂວງອັດຕະປື ພາຍໃຕ້“​​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນ​ຮາກ​ຖານ(GGP)”.
ສປປ ລາວສົ່ງ 39 ປະເພດກິລາ ຮ່ວມ ງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ

ສປປ ລາວສົ່ງ 39 ປະເພດກິລາ ຮ່ວມ ງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ

ວັນທີ 5 ທັນວາ 2025 ທີ່ຫ້ອງປະຊຸມຄະນະກໍາການໂອແລມປີກແຫ່ງຊາດລາວ (ຄອລ) ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທັງເປັນຮອງປະທານ ຄອລ, ໄດ້ໂອ້ລົມທີມນັກກິລາລາວທີ່ ເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບຈັດຂຶ້ນລະຫວ່າງ 9-20 ທັນວາ 2025ຊຶ່ງມີຮອງປະທານ ແລະ ເລຂາທິການ ຄອລ, ຄະນະນຳກົມກິລາລະດັບສູງ ພ້ອມດ້ວຍຄະນະ, ຄູຝຶກ-ນັກກິລາ ແລະ ຜູ້ໃຫ້ການສະໜັບສະໜູນ ເຂົ້າຮ່ວມ.
ສະຫຼອງວັນຂົງຈືໂລກຄົບຮອບ 11 ປີແລະວັນສ້າງຕັ້ງສຂຈຄົບຮອບ 15 ປີ

ສະຫຼອງວັນຂົງຈືໂລກຄົບຮອບ 11 ປີແລະວັນສ້າງຕັ້ງສຂຈຄົບຮອບ 15 ປີ

ສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະເຫຼີມສະຫຼອງວັນຂົງຈືໂລກ ຄົບຮອບ 11 ປີ ແລະ ວັນສ້າງຕັ້ງ ສຂຈ ມຊ ຄົບຮອບ 15 ປີ ຂຶ້ນໃນວັນທີ 4 ທັນວານີ້ທີ່ ສຂຈ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ມີຜູ້ຕາງໜ້າຈາກມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ, ມີບັນດາຮອງຜູ້ອຳນວຍການໃຫຍ່ ມຊ, ຜູ້ອຳນວຍການ ສຂຈ ຝ່າຍລາວ-ຝ່າຍຈີນ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ເມືອງສີງປາຖະກະຖາວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 70 ປີ

ເມືອງສີງປາຖະກະຖາວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 70 ປີ

ເມື່ອບໍ່ດົນມານີ້, ຄະນະບໍລິຫານງານຊາວໜຸ່ມ ແລະ ອົງການຈັດຕັ້ງມະຫາຊົນເມືອງສິງ ແຂວງຫຼວງນໍ້າທາ ໄດ້ວາງກະຕ່າດອກໄມ້ຢູ່ອານຸສອນສະຖານປະທານໄກ່ສອນພົມວິຫານໃນໂອກາດວັນສ້າງຕັ້ງເຍົາວະຊົນທັນວາ ໄດ້ໝູນວຽນຄົບຮອບ 70 ປີ (14 ເມສາ 1955 - 14 ເມສາ 2025) ພ້ອມນີ້ຍັງໄດ້ຈັດພິທີປະຖະກະຖາວັນດັ່ງກ່າວຂຶ້ນຢູ່ສະໂມສອນຂອງເມືອງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ-ປກສຂັ້ນເມືອງ. ໂອກາດດັ່ງກ່າວ, ຜູ້ເຂົ້າຮ່ວມທຸກພາກສ່ວນໄດ້ຮັບຊົມການສະແດງຂອງນ້ອງໆເຍົາວະຊົນ ດ້ວຍບັນຍາກາດຟົດຟື້ນແລະມ່ວນຊື່ນ. ຈາກນັ້ນ, ນ້ອງໆເຍົາວະຊົນທັນວາ ໄດ້ຂຶ້ນມັດແພແດງໃຫ້ກັບການນຳຂອງເມືອງຕື່ມອີກ
ສຂຈ ເຕີບໃຫຍ່ເຂັ້ມແຂງພ້ອມກັບການພັດທະນາປະເທດຊາດ

ສຂຈ ເຕີບໃຫຍ່ເຂັ້ມແຂງພ້ອມກັບການພັດທະນາປະເທດຊາດ

ວັນຊາດທີ 2 ທັນວາ ແຕ່ລະປີແມ່ນວັນລະນຶກເຫດການປະຫວັດສາດທີ່ປະຊາຊົນລາວທັງຊາດມີຄວາມພາກພູມໃຈ, ເອກອ້າງທະນົງໃຈທີ່ສຸດ ຍ້ອນປະຊາຊົນໄດ້ມີຄວາມເປັນເອກະລາດ ປະຊາທິປະໄຕ ເອກະພາບ ເປັນເຈົ້າຂອງຜືນແຜ່ນດິນອັນຄົບຖ້ວນ ແລະ ເປັນຜູ້ກໍານົດຊະຕາກໍາຂອງຕົນເອງ ໂດຍສະເພາະປີນີ້ໄດ້ໝູນວຽນມາຄົບຮອບ 50 ປີຂອງການສະຖາປະນາ ສປປລາວ ຍິ່ງມີຄວາມໝາຍຄວາມສໍາຄັນ ເຊິ່ງໄດ້ສະແດງໃຫ້ເຫັນເຖິງການພັດທະນາຂອງປະເທດຊາດຕະຫຼອດໄລຍະ 50 ປີ ໃນທ່າມກາງຄວາມຫຍຸ້ງຍາກທີ່ເຕັມໄປດ້ວຍສິ່ງທ້າທາຍທົດສອບທັງພາຍໃນ ແລະ ການຜັນແປຂອງສາກົນທີ່ຄາດເດົາໄດ້ຍາກ. ແຕ່ພັກ ແລະ ລັດຖະບານຍັງສາມາດຮັກສາຄວາມສະຖຽນລະພາບດ້ານການເມືອງຢ່າງໝັ້ນຄົງ, ສ້າງເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສີວິໄລ ສາມາດເຂົ້າເຖິງລະບົບສາທາລະນະສຸກ ແລະ ການສຶກສາໄດ້ຢ່າງເທົ່າທຽມກັນ ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ.
ເພີ່ມເຕີມ