ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ດ້ານແນວຄິດ-ການເມືອງ ເປັນສະໜາມຮົບແຖວໜ້າ ຂອງພັກ ໃນໄລຍະໃໝ່

ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ດ້ານແນວຄິດ-ການເມືອງ ເປັນສະໜາມຮົບແຖວໜ້າ ຂອງພັກ ໃນໄລຍະໃໝ່
ໃນ 5 ປີຜ່ານມາ, ພັກເຮົາໄດ້ສຸມໃສ່ປັບປຸງ, ກໍ່ສ້າງພັກ 4 ດ້ານໄປ ພ້ອມໆກັນ,ເປັນຕົ້ນ ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ດ້ານແນວຄິດ-ການເມືອງ, ເຊິ່ງຖືເປັນສະໜາມຮົບແຖວໜ້າ ຂອງພັກ ໃນໄລຍະໃໝ່ ເພື່ອຍູ້ແຮງການກໍ່ສ້າງ, ປັບປຸງພັກ.
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຂຶ້ນສະເໜີຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໃນວັນທີ 6 ມັງກອນຜ່ານມາ, ທີ່ຫໍປະຊຸມແຫ່ງຊາດ ໃຫ້ຮູ້ວ່າ: ໃນ 5 ປີຜ່ານມາ ພວກເຮົາໄດ້ສຸມໃສ່ປັບປຸງ, ກໍ່ສ້າງພັກ ທັງ 4 ດ້ານໄປພ້ອມໆກັນ ເປັນຕົ້ນຄື ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງດ້ານແນວຄິດ-ການເມືອງ, ຊຶ່ງຖືເປັນສະໜາມຮົບແຖວໜ້າຂອງພັກໃນໄລຍະໃໝ່. ວຽກງານຄົ້ນຄວ້າທິດສະດີ, ສະຫຼຸບພຶດຕິກໍາຂອງພັກ ໂດຍສະເພາະການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ມີຜົນສຳເລັດທີ່ພົ້ນເດັ່ນ ຕິດພັນກັບການແລກປ່ຽນບົດຮຽນດ້ານທິດສະດີ-ພຶດຕິກຳ ກັບພັກອ້າຍນ້ອງຢ່າງເປັນປົກກະຕິ.
ພັກເຮົາ ໄດ້ຍູ້ແຮງການກໍ່ສ້າງ, ປັບປຸງພັກ ໂດຍຖືເອົາຄຸນະພາບເປັນກົກ ເຮັດໃຫ້ການຈັດຕັ້ງຮາກຖານພັກ ແລະ ຖັນແຖວສະມາຊິກພັກ ມີຈຳນວນເພີ່ມຂຶ້ນ. ອັນພົ້ນເດັ່ນ ໄດ້ເປີດບັ້ນດໍາເນີນຊີວິດການ ເມືອງກາງສະໄໝ ແລະ ທ້າຍສະໄໝ ໃນທົ່ວພັກ ໂດຍຖືມາດຕະການດັ່ງກ່າວເປັນການປົວແປງພາຍໃນພັກ ເພື່ອສືບຕໍ່ຍູ້ແຮງການກໍ່ສ້າງ, ປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນຍິ່ງຂຶ້ນ ຕິດພັນກັບການຕິດຕາມ, ກວດກາ ແລະ ແກ້ໄຂສະພາບຫຍໍ້ທໍ້ຕ່າງໆ ພາຍໃນພັກຢ່າງເຂັ້ມງວດ. ທຸກໆອົງຄະນະພັກ ໄດ້ສຳເລັດການຂຶ້ນແຜນກຳນົດພະນັກງານຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນຕົນຄຸ້ມຄອງ ກາຍເປັນບ່ອນອີງພື້ນຖານໃຫ້ແກ່ການຄົ້ນຄວ້າ ສັບຊ້ອນ, ຈັດວາງ ແລະ ບຳລຸງກໍ່ສ້າງ ພະນັກງານນຳພາຄຸ້ມຄອງແຕ່ລະຂັ້ນ; ປັບປຸງລະບົບການຄຸ້ມຄອງ-ປ້ອງກັນພະນັກງານ, ການປະຕິບັດນະໂຍບາຍ ຕໍ່ພະນັກງານ ຢູ່ແຕ່ລະຂັ້ນ ຢ່າງເໝາະສົມ.
ສັງລວມແລ້ວ, ຜົນໄດ້ຮັບຈາກການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແມ່ນໃຫຍ່ຫຼວງຮອບດ້ານ ແລະ ມີຄວາມໝາຍສໍາຄັນ ຊຶ່ງໄດ້ມາຍ້ອນການນຳພາຊີ້ນຳ ຢ່າງເຂັ້ມແຂງ, ຖືກຕ້ອງ, ແທດເຖິງ ແລະ ທັນການ ຂອງຄະນະບໍລິຫານງານສູນກາງພັກ, ຄະນະພັກທຸກຂັ້ນ ກໍຄືການຄຸ້ມຄອງບໍລິຫານຂອງອົງການລັດຂັ້ນສູນກາງ ແລະ ທ້ອງຖິ່ນ; ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ມີຄວາມເຂົ້າໃຈ ຢ່າງເລິກເຊິ່ງ ຕໍ່ຄວາມສາມາດຂອງພັກເຮົາ ໃນການປະເຊີນກັບບັນຫາທີ່ເກີດຂຶ້ນໄດ້ສຳເລັດ, ມີຄວາມບຸກບືນສູ້ຊົນ ແລະ ຕັດສິນໃຈສູງ ຄົ້ນຄວ້າທາງອອກ ແລະ ວາງມາດຕະການອັນຈຳເປັນ ຢ່າງຖືກຕ້ອງ. ການຮູ້ນໍາໃຊ້ ແລະ ເສີມຂະຫຍາຍກຳລັງແຮງຂອງຄວາມກ້າວໜ້າວິທະຍາສາດ-ເຕັກໂນໂລຊີ ແລະ ນະວັດຕະກໍາ ເຂົ້າໃນການແກ້ໄຂບັນຫາ ຢ່າງມີປະສິດທິຜົນ. ປະຊາຊົນລາວບັນດາເຜົ່າ ໄດ້ເສີມຂະຫຍາຍນໍ້າໃຈຮັກຊາດອັນດູດດື່ມ, ມີຄວາມສາມັກຄີເປັນປຶກແຜ່ນ, ສືບຕໍ່ມີຄວາມເຊື່ອໝັ້ນ ຕໍ່ການນຳພາຂອງພັກ ແລະ ລັດ, ເຊື່ອໝັ້ນໃນອະນາຄົດອັນສະຫວ່າງສະໄຫວຂອງປະເທດຊາດ.

ຄໍາເຫັນ

ຂ່າວເດັ່ນ

ຈະນຳເອົາມະຕິກອງປະຊຸມໃຫຍ່ຄັ້ງທີ XII ໄປພັດທະນາແຂວງອຸດົມໄຊ  ໃຫ້ກາຍເປັນໃຈກາງບັນດາແຂວງພາກເໜືອ

ຈະນຳເອົາມະຕິກອງປະຊຸມໃຫຍ່ຄັ້ງທີ XII ໄປພັດທະນາແຂວງອຸດົມໄຊ ໃຫ້ກາຍເປັນໃຈກາງບັນດາແຂວງພາກເໜືອ

ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງອຸດົມໄຊໄດ້ສະແດງທັດສະນະຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ (ພັກ ປປລາວ) ໃນວັນທີ 7 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ກ່າວວ່າ:
ນວ ມີການລົງທຶນໃນເຂດເສດຖະກິດພິເສດ ລວມ 6.7 ຕື້ກວ່າໂດລາ

ນວ ມີການລົງທຶນໃນເຂດເສດຖະກິດພິເສດ ລວມ 6.7 ຕື້ກວ່າໂດລາ

ປັດຈຸບັນ, ນະຄອນຫຼວງວຽງຈັນ (ນວ) ມີການລົງທຶນໃນເຂດເສດຖະກິດພິເສດ ທັງໝົດ 5 ແຫ່ງ ຄື: ເຂດພັດທະນາກວມລວມໄຊເສດຖາ, ເຂດເສດຖະກິດພິເສດບຶງທາດຫຼວງ, ເຂດເສດຖະກິດພິເສດລ່ອງແທ່ງ–ວຽງຈັນ, ເຂດເສດຖະກິດພິເສດດົງໂພສີ ແລະ ເຂດໂລຈິສຕິກ.
ຈະນຳເອົາເນື້ອໃນຈິດໃຈກອງປະຊຸມໄປພັດທະນາກອງທັບໃຫ້ມີຄວາມໜັກແໜ້ນເຂັ້ມແຂງ

ຈະນຳເອົາເນື້ອໃນຈິດໃຈກອງປະຊຸມໄປພັດທະນາກອງທັບໃຫ້ມີຄວາມໜັກແໜ້ນເຂັ້ມແຂງ

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ສະຫາຍພົນໂທ ສາຍໃຈ ກົມມະສິດ ຮອງເລຂາຄະນະພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ (ປກຊ) ຫົວໜ້າກົມໃຫຍ່ເສນາທິການກອງທັບໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 7 ມັງກອນຜ່ານມາວ່າ:
ເສັ້ນທາງລົດໄຟລາວ-ຈີນ ເປັນຫົວຈັກຫຼັກສຳຄັນຊຸກຍູ້ການເຕີບໂຕເສດຖະກິດຂອງສປປ ລາວ

ເສັ້ນທາງລົດໄຟລາວ-ຈີນ ເປັນຫົວຈັກຫຼັກສຳຄັນຊຸກຍູ້ການເຕີບໂຕເສດຖະກິດຂອງສປປ ລາວ

ການຈັດຕັ້ງປະຕິບັດວຽກງານເສັ້ນທາງລົດໄຟ ລາວ-ຈີນ ໃນໄລຍະ 4 ປີຜ່ານມາ, ຊຶ່ງຖືເປັນບາດກ້າວປະ ຫວັດສາດໃນການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລໄປສູ່ການເປັນປະເທດເຊື່ອມໂຍງເຊື່ອມຈອດຢ່າງແທ້ຈິງ. ວຽກງານເສັ້ນທາງລົດໄຟຍັງເປັນຫົວຈັກຫຼັກທີ່ສຳຄັນທີ່ສຸດໃນການຊຸກຍູ້ການເຕີບໂຕຂອງເສດຖະກິດ, ການບໍລິການ ແລະ ການທ່ອງທ່ຽວຂອງ ສປປ ລາວ ໃຫ້ກ້າວໄປສູ່ຄວາມທັນສະໄໝ ແລະ ເຂັ້ມ ແຂງໃນເວທີສາກົນ.
ຖະແຫຼງຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນມື້ທີ 2

ຖະແຫຼງຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນມື້ທີ 2

ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຕາງໜ້າໃຫ້ກອງເລຂາກອງປະຊຸມໃຫຍ່ ໄດ້ຖະແຫຼງຂ່າວຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ມື້ທີ 2 ຕໍ່ສື່ມວນຊົນໃນວັນທີ 7 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ກອງປະຊຸມມື້ນີ້, ດ້ວຍບັນຍາກາດອັນຟົດຟື້ນ ແລະ ເບີກບານມ່ວນຊື່ນ, ບັນດາຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ ໄດ້ປະຕິບັດໜ້າທີ່ຕາມວາລະຂອງກອງປະຊຸມ.
ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ  ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງພັກ ຊຸດໃໝ່

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງພັກ ຊຸດໃໝ່

ກອງປະຊູມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດຳເນີນມາເປັນມື້ທີ 2 ໃນວັນທີ 7 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ຊຶ່ງໃນພາກເຊົ້າ ໄດ້ດໍາເນີນພາຍໃຕ້ການເປັນປະທານຄວບຄຸມກອງປະຊຸມ ໂດຍ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ; ຜູ້ແທນກອງປະຊຸມໃຫຍ່ ໄດ້ຮັບການສະເໜີຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໂດຍການສະເໜີຂອງ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ.
ນວ ວາງເປົ້າໝາຍ GDP ສືບຕໍ່ຂະຫຍາຍ 8% ຂຶ້ນໄປ

ນວ ວາງເປົ້າໝາຍ GDP ສືບຕໍ່ຂະຫຍາຍ 8% ຂຶ້ນໄປ

ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 7 ມັງກອນນີ້ ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວ່າ: ໃນນາມເປັນຕົວແທນໃຫ້ແກ່ສະມາຊິກພັກຫຼາຍກວ່າ 25,000 ສະຫາຍ ທົ່ວ ນວ, ກໍມີຄວາມເຊື່ອໝັ້ນຕໍ່ກັບບັນດາຄາດໝາຍ ແລະ ທິດທາງແຜນການພັດທະນາ ທີ່ຈະກາຍເປັນເຂັມທິດເຍືອງທາງ ໃຫ້ແກ່ການສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່.
ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ກໍານົດ 6 ເປົ້າໝາຍໃຫຍ່

ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ກໍານົດ 6 ເປົ້າໝາຍໃຫຍ່

ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ໄດ້ສະເໜີຮ່າງສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 6 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ໄດ້ໃຫ້ຮູ້ວ່າ: ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ປະກອບມີ 6 ເປົ້າໝາຍໃຫຍ່ ແລະ 26 ແຜນວຽກຈຸດສຸມ.
ແຂກ​ຖືກ​ເຊີນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ​ພັກ ຢ້ຽມຢາມເຂດເສດຖະກິດ ນວ

ແຂກ​ຖືກ​ເຊີນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ​ພັກ ຢ້ຽມຢາມເຂດເສດຖະກິດ ນວ

ແຂກ​ຖືກ​ເຊີນກອງປະຊຸມໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງທີ XII ຂອງພັກ ໄດ້ລົງຢ້ຽມຢາມ ເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ໃນວັນທີ 7 ມັງກອນນີ້, ໂດຍ​ໄດ້​ຮັບການຕ້ອນຮັບຈາກ ສະຫາຍ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ໄກນະຄອນ ທຳມະວອນ ຮອງຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະຜູ້ບໍລິຫານເຂົ້າຮ່ວມ.
ຄະນະນຳ ຄອສພ ຢ້ຽມຢາມໃຫ້ກຳລັງໃຈສື່ມວນຊົນ

ຄະນະນຳ ຄອສພ ຢ້ຽມຢາມໃຫ້ກຳລັງໃຈສື່ມວນຊົນ

ໃນໂອກາດດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີXII ຂອງພັກປະຊາຊົນປະຕິວັດລາວ ໃນລະຫວ່າງ ວັນທີ 6-8 ມັງກອນ 2026ນີ້ ທີ່ຫໍປະຊຸມແຫ່ງຊາດ ໃນຕອນທ່ຽງຂອງວັນທີ 7 ມັງກອນນີ້
ເພີ່ມເຕີມ