ສັງ​ເກດ​ຄວາມ​ໝາຍ​ແຫ່ງ​ຍຸກ​ສະ​ໄໝ​ຂອງ “ການ​ຮ່ວມ​ມືບ​ຣິ​ກ​ສ​ໃຫຍ່” ຈາກ​​ການຕັ້ງ​ໜ້າ​ເຂົ້​າ​ຮ່ວມ​ຂອງ​ລາວ

ສັງ​ເກດ​ຄວາມ​ໝາຍ​ແຫ່ງ​ຍຸກ​ສະ​ໄໝ​ຂອງ “ການ​ຮ່ວມ​ມືບ​ຣິ​ກ​ສ​ໃຫຍ່” ຈາກ​​ການຕັ້ງ​ໜ້າ​ເຂົ້​າ​ຮ່ວມ​ຂອງ​ລາວ

ສັງ​ເກດ​ຄວາມ​ໝາຍ​ແຫ່ງ​ຍຸກ​ສະ​ໄໝ​ຂອງ “ການ​ຮ່ວມ​ມືບ​ຣິ​ກ​ສ​ໃຫຍ່” ຈາກ​​ການຕັ້ງ​ໜ້າ​ເຂົ້​າ​ຮ່ວມ​ຂອງ​ລາວ
ຫວ່າງ​ມໍ່ໆ​ມາ​ນີ້, ໃນໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​​ຕາ​ເວັນ​ອອກ​ຄັ້ງ​ທີ 10 ທີ່​ຣັດ​ເຊຍ, ທ່ານ ​ສອນ​ໄຊ ສີ​ພັນ​ດອນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ ສ​ປ​ປ ລາວ​ ກ່າ​ວ​ວ່າ: ລາວ​ມີ​ຈຸດ​ປະ​ສົງ​ຢາກ​ເຂົ້າ​ເປັນ​ສະ​ມາ​ຊິກ​ບ​ຣິກ​ສ, ປັດ​ຈຸ​ບັນ, ພວມ​ຄົ້ນ​ຄວ້າ​ວຽກ​ງານ​​ຕ່າງໆທີ່​ກ່ຽວ​ຂ້ອງ. ທີ່​ຈິງ​ແລ້ວ, ນີ້​ບໍ່​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ລາວ​ຢາກ​ເຂົ້າ​ຮ່ວມ​ເປັນ​ສະ​ມາ​ຊິກບ​ຣິກ​ສ. ໃນ​ກອງ​ປະ​ຊຸມ​ສຸດຍອດ​ອົງ​ການບ​ຣິກ​ສ​ຄັ້ງ​ທີ 16 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄາ​ຊານ​ ຂອງ​ຣັດ​ເຊຍ​ ໃນ​ເດືອນ​ຕຸ​ລາ ​ປີ 2024, ທ່ານ​ທອງ​ລຸນ ສີ​ສຸ​ລິດ ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວ​ ໄດ້​ຮຽກ​ຮ້ອງ​ຢ່າງ​ເປັນ​ທາງ​ການ​ວ່າ ລາວ​ຢາກ​ກາຍ​ເປັນ​ປະ​ເທດ​ສະ​ມາ​ຊິກ​ຢ່າງສົມ​ບູນ​ຂອງ​ບ​ຣິກ​ສ. ທ່າ​ທີ​​ທີ່ຕັ້ງ​ໜ້າ​ຂອງ​ລາວ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງແຮງ​ດຶງ​ດູດ​ອັນ​ເຂັ້ມ​ແຂງ​ຂອງ​ກົນ​ໄກ​ບ​ຣິກ​ສ, ​ທັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝາຍ​ແຫ່ງ​ຍຸກ​ສະ​ໄໝ​ຂອງ “ການ​ຮ່ວມ​ມືບ​ຣິກ​ສ​ໃຫຍ່” ອີກ​ດ້ວຍ.
ສງ​ເກດ​ຄວາມ​ໝາຍ​ແຫງ​ຍກ​ສະ​ໄໝ​ຂອງ “ການ​ຮວມ​ມບ​ຣ​ກ​ສ​ໃຫຍ” ຈາກ​​ການຕງ​ໜາ​ເຂ​າ​ຮວມ​ຂອງ​ລາວ - image 1
 

 

ກ່ອນອື່ນ, ນັບແຕ່ໄດ້ສ້າງຕັ້ງບຣິກສຂຶ້ນໃນປີ 2006 ເປັນຕົ້ນມາ, ກົນໄກຮ່ວມມືບຣິກສໄດ້ຮັບຜົນສຳເລັດທີ່ອຸດົມສົມບູນ ຊຶ່ງກາຍເປັນກຳລັງທີ່ຕັ້ງໜ້າ, ໝັ້ນຄົງ ແລະ ສ້າງສັນໃນວຽກງານສາກົນ. ວັນທີ 8 ກັນຍາ ຜ່ານມານີ້, ທ່ານ ສີຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ ໄດ້ກ່າວຄຳປາໄສສຳຄັນພາຍໃຕ້ຫົວຂໍ້ “ສາມັກຄີຮ່ວມມືກັນ ແລະ ສູ້ຊົນຜ່ານຜ່າກ້າວໄປໜ້າ” ໃນກອງປະຊຸມສຸດຍອດບຣິກສຜ່ານທາງອອນລາຍ ໂດຍກ່າວເນັ້ນໜັກວ່າ: ໃນຖານະເປັນຜູ້ນຳໜ້າໃນເຂດໂລກໃຕ້, ບຣິກສ ຄວນຢຶດໝັ້ນຈິດໃຈ ທີ່ເປີດກວ້າງ, ກວມລວມ ແລະ ຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ພ້ອມທັງຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ປັດຈຸບັນ, ປະເທດສະມາຊິກບຣິກສມີປະຊາກອນລວມກັນກວມເອົາເກືອບເຄິ່ງໜຶ່ງຂອງໂລກ, ຍອດປະລິມານເສດຖະກິດກວມເອົາປະມານ 30% ຂອງໂລກ, ມູນຄ່າການຄ້າກວມເອົາປະມານ 1 ສ່ວນ 5 ຂອງຍອດມູນຄ່າການຄ້າໂລກ. ໃນຖານະເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ອັນດັບ 2 ຂອງໂລກ, ຈີນສືບຕໍ່ຢຶດໝັ້ນເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ ໂດຍຜ່ານຈາກການຈັດກິດຈະກຳຕ່າງໆ ເຊັ່ນ: ງານພົບປະສັງສັນການລົງທຶນ, ງານວາງສະແດງການຄ້າການບໍລິການສາກົນຈີນ, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ແລະ ອື່ນໆ ເພື່ອຊຸກຍູ້ບັນດາປະເທດສະມາຊິກບຣິກສຊົມໃຊ້ໂອກາດຮ່ວມກັນ ແລະ ບັນລຸຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ເຮັດໃຫ້ບັນດາປະເທດໃນເຂດໂລກໃຕ້ໄດ້ເຂົ້າຮ່ວມການຮ່ວມມືສາກົນ ແລະ ຊົມໃຊ້ໝາກຜົນການພັດທະນາໄດ້ຢ່າງຍຸຕິທຳກວ່າເກົ່າ. ໃນຖານະເປັນປະເທດກຳລັງພັດທະນາ, ລາວມີຄວາມປາຖະໜາຢ່າງແຮງກ້າຢາກນຳໃຊ້ເວທີຂອງບຣິກສ ເພື່ອຍາດໂອກາດຮ່ວມມືດ້ານເສດຖະກິດຫຼາຍກວ່າເກົ່າ ແລະ ຊຸກຍູ້ການພັດທະນາເສດຖະກິດຂອງລາວ ຊຶ່ງໄດ້ສະແດງໃຫ້ເຫັນເຖິງແຮງດຶງດູດດ້ານເສດຖະກິດຂອງກົນໄກບຣິກສ.

ສອງ, ເມື່ອສັງເກດຈາກດ້ານການເມືອງພູມີພາກ ແລະ ການພົວພັນລະຫວ່າງສອງຝ່າຍແລ້ວເຫັນວ່າ, ລາວເປັນປະເທດບ້ານໃກ້ເຮືອນຄຽງທີ່ດີຂອງຈີນ, ສອງປະເທດໄດ້ຮັບຜົນສຳເລັດດ້ານການຮ່ວມມືທີ່ອຸດົມສົມບູນ ພາຍໃຕ້ຂອບຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ໃນຖານະເປັນໂຄງການສັນຍາລັກໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ການເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ບໍ່ພຽງແຕ່ໄດ້ເຮັດໃຫ້ລາວຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດຂອງພາກພື້ນ ແລະ ກາຍເປັນແບບຢ່າງແຫ່ງການເຊື່ອມໂຍງເຂົ້າກັນຂອງພາກພື້ນ, ພ້ອມທັງໄດ້ສ້າງໂອກາດແບບບໍ່ເຄີຍມີມາກ່ອນໃຫ້ແກ່ການພັດທະນາຂອງລາວ, ຈີນ ແລະ ທົ່ວພາກພື້ນອາຊີຕາເວັນອອກສຽງໃຕ້. ທ່ານ ສີຈິ້ນຜິງ ໄດ້ສະເໜີໃຫ້ສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ຊຶ່ງເປັນການຊີ້ທິດເຍືອງທາງໃຫ້ແກ່ການຂະຫຍາຍການພົວພັນລະຫວ່າງສອງປະເທດໃນອະນາຄົດ. ພາຍໃຕ້ຂອບອົງການບຣິກສ, ຈີນ ແລະ ລາວ ສາມາດຂະຫຍາຍການພົວພັນມິດຕະພາບ ແລະ ການຮ່ວມມືຕົວຈິງລະຫວ່າງສອງຝ່າຍໄປສູ່ຂົງເຂດຫຼາຍຝ່າຍທີ່ກວ້າງຂວາງກວ່າເກົ່າ ເພື່ອເຮັດໃຫ້ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດລະຫວ່າງສອງປະເທດກ້າວໄປສູ່ການສ້າງສາຮ່ວມກັນ ແລະ ການຊົມໃຊ້ຮ່ວມກັນພາຍໃຕ້ຂອບຫຼາຍຝ່າຍ ຊຶ່ງມີຄວາມໝາຍເລິກເຊິ່ງ ແລະ ຍາວໄກຕໍ່ຄວາມໝັ້ນຄົງ ແລະ ການພັດທະນາຂອງພາກພື້ນ.

ສງ​ເກດ​ຄວາມ​ໝາຍ​ແຫງ​ຍກ​ສະ​ໄໝ​ຂອງ “ການ​ຮວມ​ມບ​ຣ​ກ​ສ​ໃຫຍ” ຈາກ​​ການຕງ​ໜາ​ເຂ​າ​ຮວມ​ຂອງ​ລາວ - image 2
 

ສາມ, ທ່ານ ສີຈິ້ນຜິງ ໄດ້ສະເໜີ 3 ຂໍ້ສະເໜີສຳຄັນໃນໂອກາດກ່າວຄຳປາໄສວ່າ: ຢຶດໝັ້ນລັດທິຫຼາຍຝ່າຍ ແລະ ປົກປ້ອງຄວາມຍຸຕິທຳ ແລະ ຄວາມເປັນທຳສາກົນ; ຢຶດໝັ້ນສ້າງຜົນປະໂຫຍດໃຫ້ທົ່ວເຖິງ ແລະ ກວມລວມ ເພື່ອຊົມໃຊ້ໝາກຜົນແຫ່ງການພັດທະນາຮ່ວມກັນ; ຢຶດໝັ້ນຂັບເຄື່ອນການພັດທະນາດ້ວຍຫົວຄິດປະດິດສ້າງ ແລະ ອົບຮົມບົ່ມສ້າງກຳລັງການຜະລິດດ້ວຍຄຸນນະພາບໃໝ່. ຂໍ້ສະເໜີເຫຼົ່ານີ້ໄດ້ຊີ້ທິດເຍືອງທາງໃຫ້ແກ່ການພັດທະນາຂອງປະເທດສະມາຊິກບຣິກສໃນອະນາຄົດ, ທັງໄດ້ສະໜອງຂອບການຮ່ວມມືໃຫ້ແກ່ປະເທດທີ່ຢາກເຂົ້າເປັນສະມາຊິກບຣິກສ. ລາວມີທ່າແຮງພິເສດໃນດ້ານກະສິກຳ ແລະ ຊັບພະຍາກອນທຳມະຊາດ ທີ່ມີຄວາມຊ່ວຍຊູຍູ້ໜູນກັນຫຼາຍກັບອຸດສາຫະກຳຂອງປະເທດສະມາຊິກອື່ນໆຂອງບຣິກສ. ໂດຍຜ່ານຈາກການເຂົ້າຮ່ວມບຣິກສ, ລາວສາມາດບັນລຸການພັດທະນາແບບຊ່ວຍຊູຍູ້ໜູນກັນ ແລະ ຮ່ວມກັນບຸກເບີກຕະຫຼາດທີ່ກວ້າງຂວາງກວ່າເກົ່າກັບປະເທດສະມາຊິກອື່ນໆ ຊຶ່ງບໍ່ພຽງແຕ່ຈະມີຜົນດີຕໍ່ການພັດທະນາເສດຖະກິດສັງຄົມຂອງລາວເທົ່ານັ້ນ, ຫາກຍັງຈະເພີ່ມພະລັງຂັບເຄື່ອນໃໝ່ໃຫ້ແກ່ການຮ່ວມມືລະຫວ່າງປະເທດສະມາຊິກບຣິກສ ເພື່ອຊຸກຍູ້ການຮ່ວມມືຂອງບຣິກສໃຫ້ກ້າວໄປສູ່ລະດັບສູງກວ່າເກົ່າ ແລະ ເລິກເຊິ່ງກວ່າເກົ່າ.

ໃນຊຸມປີຜ່ານມາ, ຄຽງຄູ່ກັບກົນໄກການຮ່ວມມືບຣິກສມີບົດບາດນັບມື້ນັບສູງຂຶ້ນ, ປະເທດສະມາຊິກບຣິກສໄດ້ກາຍເປັນກຳລັງແຮງສຳຄັນທີ່ເບິ່ງຂ້າມບໍ່ໄດ້ໃນເວທີສາກົນ, ປະເທດກຳລັງພັດທະນາໄດ້ເລືອກເຂົ້າເປັນສະມາຊິກບຣິກສນັບມື້ນັບຫຼາຍຂຶ້ນ. ທ່ານ ສີຈິ້ນຜິງ ເຄີຍພັນລະນາວ່າ: “ບຣິກສ ຄ້າຍຄືນິ້ວມື 5 ນິ້ວ, ເມື່ອຈ່າງອອກແຕ່ລະນິ້ວຈະສັ້ນຍາວຕ່າງກັນ ແລະ ມີບົດບາດຕ່າງກັນ, ເມື່ອກຳເປັນກຳປັ້ນຈະມີກຳລັງເອກະພາບທີ່ເຂັ້ມແຂງ”. ລາວມີຄວາມປາຖະໜາຢາກເຂົ້າເປັນປະເທດສະມາຊິກບຣິກສ ຍ້ອນເຫັນດີເຫັນພ້ອມຕໍ່ກົນໄກບຣິກສ ແລະ ມີຄວາມຄອງຄອຍຕໍ່ອະນາຄົດຂອງ “ການຮ່ວມມືບຣິກສໃຫຍ່”. ການເຄື່ອນໄຫວດັ່ງກ່າວບໍ່ພຽງແຕ່ຈະສອດຄ່ອງກັບຜົນປະໂຫຍດດ້ານການພັດທະນາຂອງລາວເອງເທົ່ານັ້ນ, ຫາກຍັງໄດ້ສະແດງໃຫ້ເຫັນເຖິງຄວາມປາຖະໜາຮ່ວມຂອງປະເທດໃນເຂດໂລກໃຕ້ຕໍ່ການເພີ່ມຄວາມສາມັກຄີ ແລະ ສະແຫວງຫາການພັດທະນາຮ່ວມກັນອີກດ້ວຍ. ໃນອະນາຄົດ, ຄຽງຄູ່ກັບປະເທດຕ່າງໆເຂົ້າເປັນສະມາຊິກບຣິກສນັບມື້ນັບຫຼາຍຂຶ້ນ, ບຣິກສຈະເສີມຂະຫຍາຍບົດບາດສຳຄັນກວ່າເກົ່າເຂົ້າໃນການບໍລິຫານສາກົນ ແລະ ປະກອບສ່ວນຫຼາຍກວ່າເກົ່າ ເພື່ອສັນຕິພາບ ແລະ ການພັດທະນາຂອງໂລກ.

ຄໍາເຫັນ

ຂ່າວຕ່າງປະເທດ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຂ່າສານຊີອາໄອລາຍງານວ່າ: ນັບ​ແຕ່​ວັນ​ທີ 18 ທັນ​ວາ 2025 ເປັນ​ຕົ້ນ​ໄປ, ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ​ຢ່າງ​ເປັນ​ທາງ​ການ.
ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ປີນີ້ເປັນປີຄົບ​ຮອບ 10 ປີ​ຂອງການເຊັນສັນຍາປາຣີ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ (2015-2025), ສ່ວນການຄຸ້ມຄອງດິນຟ້າອາກາດກຳລັງຢືນຢູ່ໃນທາງສີ່ແຍກແຫ່ງປະຫວັດສາດ. ດ້ານໜຶ່ງແມ່ນຍ້ອນສະພາບຂ້ຽວຂາດທີ່ການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກໄດ້ແຕະຕ້ອງເສັ້ນ​ຕ້ອງ​ຫ້າມ​ແດງ​ລະ​ດັບ1,5 ອົງສາ ຫຼາຍຄັ້ງ ແລະ ເກີດ​ສະ​ພາບອາກາດຮຸນແຮງເລື້ອຍໆ; ອີກດ້ານໜຶ່ງແມ່ນ​ຍ້ອນສະພາບຄວາມຫຍຸ້ງຍາກດ້ານການບໍລິຫານທີ່ລັດທິຝ່າຍດຽວເງີຍໜ້າຂຶ້ນ ແລະ ບາງປະເທດບໍ່ສາມາດປະຕິບັດຕາມຄຳໝັ້ນສັນຍາ​ຂອ​ງ​ຕົນຢ່າງທັນການ. ແຕ່ຈີນ ແລະ ບັນດາປະເທດ​ສະ​ມາ​ຊິກອາຊຽນໄດ້ໃຫ້ຄຳຕອບຂອງບັນ​ຫາດັ່ງກ່າວດ້ວຍພຶດຕິກຳຕົວຈິງແບບສີຂຽວ ຄື: ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ກ່ຽວ​ຂ້ອງກັບຊາຕາກຳຂອງມວນມະນຸດ, ມີແຕ່ຢຶດໝັ້ນລັດທິຫຼາຍຝ່າຍ ແລະ ລົງເລິກການຮ່ວມມືຕົວຈິງ ຈຶ່ງຈະສາມາດເຮັດໃຫ້ຄຳໝັ້ນສັນຍາໃນສັນຍາປາຣີກາຍເປັນການເຄື່ອນໄຫວຕົວຈິງເພື່ອ​ປົກ​ປ້ອງໂລກ.
ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 8 ທັນ​ວາ ຜ່ານມາ, ໂຕ​ເລກ​ສະ​ຖິ​ຕິ​ທີ່​ເຜີຍ​ແຜ່​ໂດຍ​ລັດ​ຖະ​ບານ​ຈີນ​ສະ​ແດງ​ເຫັນ​ວ່າ, ໃນ 11 ເດືອນ​ຂອງ​ປີ 2025, ຍອດ​ມູນ​ຄ່າ​ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​ມີ​ເຖິງ 41,210 ຕື້ຢວນ, ເພີ່ມ​ຂຶ້ນ 3.6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ໃນ​ນັ້ນ, ຍອດ​ມູນ​ຄ່າ ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ຂອງ​ເດືອນພະ​ຈິກ​ໄດ້​ເພີ່ມ​ຂຶ້ນ 4.1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024 ຊຶ່ງ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ເປັນ​ເວ​ລາ 10 ເດືອນ​ລຽ​ນ​ຕິດ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ນັກ​ວິ​ເຄາະ​ຊີ້​ໃຫ້​ເຫັນ​ວ່າ, ໂຄງ​ປະ​ກອບ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ປັບ​ປຸງ​ດີ​ຂຶ້ນ​ເລື້ອຍໆ, ປ່ອຍ​ພະ​ລັງ​ຂັບ​ເຄື່ອນ​ໃໝ່​​ຢ່າງຕໍ່​ເນື່ອງ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໜຽວ​ທີ່​ເຂັ້ມ​ແຂງ.
ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຫວ່າງ​ມໍ່ໆ​ມາ​ນີ້, ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເລື່ອງ“ ‌Zootopia 2” ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ບັນ​ລຸຫຼາຍກວ່າ 2 ຕື້ຢວນຊຶ່ງບໍ່​ພຽງ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ກາ​ຕູນ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​ຈີນ​ໃໝ່​ເທົ່າ​ນັ້ນ, ຍິ່ງ​ໄດ້​ລື່ນ​ກາຍ​ຕະຫຼາດ​ອາ​ເມ​ຣິ​ກາ​ເໜືອ​ແລ້ວ​ກາຍ​ເປັນ​ຕະຫຼາດ​ທີ່​ໄດ້​ຂາຍ​ປີ້​ເຂົ້າ​ຊົມຫຼາຍ​ທີ່​ສຸດ​ໃນ​ໂລກອີກ​ດ້ວຍ. ກ່ອນ​ຈະ​ໄດ້​ສາຍ​ຮູບ​ເງົາ​ເລື່ອງ​ນີ້, ຜູ້​ບໍ​ລິ​ໂພກ​ຈີນ​ກໍ​ໄດ້​ພົບ​ເຫັນ​ຊັບ​ສິນ​ທາງ​ປັນ​ຍາ (IP)ນີ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ເລື້ອຍໆເຊັ່ນ: ຈອກ​ກາ​ເຟ​ Luckin ​ທີ່​ໄດ້​ແຕ້ມ​ໂປ​ສ​ເຕີ​ຮູບ​ເງົາ​ໃສ່, ເສື້ອ​ເຊີດ​ທີ່​ມີ​ຮູບ​ກາ​ຕູນ​ຮູບ​ເງົາ​ຂອງ UNIQLO, ​ກ່ອງ​ສຸ່ມຂອງ POP MART ແລະ​ ອື່ນໆ. ຈາກ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເຖິງ​ຜະ​ລິດ​ຕະ​ພັນ​ຕ່າງໆ​ຮ່ວມ​ມື​ກັບ​ຍີ່​ຫໍ້​ຕ່າງໆ ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຖາ​ນະ​ທີ່​ທົດ​ແທນ​ບໍ່​ໄດ້​ຂອງ​ຕະຫຼາດ​ຈີນ​ໃນ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ດິ​ສ​ນີ.
AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້: ບົດລາຍງານຈາກສະພາວິທະຍາສາດ ແລະ ວິສະວະກຳທາງເຕັກໂນໂລຊີຂອງອົສຕຣາລີເປີດເຜີຍວ່າ, ການນຳໃຊ້ປະໂຫຍດຈາກປັນຍາປະດິດ (AI) ສາມາດຊ່ວຍຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ151 ຕື້ໂດລາ ໃນທົດສະວັດຕໍ່ໄປ.
ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກະຊວງການຄ້າຂອງກຳປູເຈຍໄດ້ປະກາດວ່າ, ກຳປູເຈຍໄດ້ສົ່ງອອກເຄື່ອງນຸ່ງຫົ່ມ, ແຜ່ນແພ, ເກີບ ແລະ ສິນຄ້າດ້ານການເດີນທາງ ມູນຄ່າ 13.6 ຕື້ໂດລາ ໃນໄລຍະ 10 ເດືອນທຳອິດຂອງປີ 2025 (ມັງກອນ-ຕຸລາ), ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ກອງປະຊຸມພາຄີຂອບ​ສົນ​ທິສັນ​ຍາວ່າດ້ວຍການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຄັ້ງທີ 30 (COP30) ໄດ້ສໍາເລັດລົງໃນວັນທີ 22 ​ພະ​ຈິກ ຜ່ານມາ​ຢູ່​ນະ​ຄອນເບເລມ ​ພາກ​ເໜືອຂອງ​ປະ​ເທດບ​ຣາ​ຊິນ. ກອງປະຊຸມໄດ້ຮັບຮອງເອົາສັນ​ຍາ​ໂດຍ​ລວມ​ກ່ຽວ​ກັບ​ການເຄື່ອນ​ໄຫວ​ດ້ານດິນ​ຟ້າ​ອາ​ກາດ​ສະ​ບັບ​ໃໝ່ ຄື: "ການລະດົມທົ່ວໂລກ: ​ສາ​ມັກ​ຄີ ແລະ ປະ​ສານ​ງານ​ກັນເພື່ອ​ຮັບ​ມື​ກັບສິ່ງທ້າທາຍຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ", ໂດຍຮຽກຮ້ອງໃຫ້ບັນດາປະເທດຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາ​ດ​ຢ່າງ​ເປັນ​ເຈົ້າ​ການ ແລະ ເລັ່ງການເຄື່ອນ​ໄຫວດ້ານ​ດິນ​ຟ້າ​ອາ​ກາດ​ທີ່​ກ່ຽວ​ຂ້ອງ.
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຫ້ອງການພາສີຂອງ ສ ເກົາຫຼີໄດ້ປະກາດ ວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນລະຫວ່າງວັນທີ 1-20 ພະຈິກ ເພີ່ມຂຶ້ນ 8.2% ເມື່ອທຽບກັບປີກ່ອນເປັນ 38.5 ຕື້ໂດລາ ທຽບກັບ 35.6 ຕື້ໂດລາໃນໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການsemiconductorແລະ ລົດຍົນທີ່ເຂັ້ມແຂງ.
ເພີ່ມເຕີມ