ກະຊວງແຜນການ ແລະ ການລົງທຶນຮ່ວມກັບທະນາຄານພັດທະນາອາຊີ (ADB) ຈັດຊຸດຝຶກອົບຮົມແລກປ່ຽນບົດຮຽນທີ່ໄດ້ຮັບຜົນດີຂອງວຽກງານການເຊື່ອມສານບົດບາດຍິງ-ຊາຍກັບບັນດາກະຊວງ ອົງການທີ່ກ່ຽວຂ້ອງຂອງລັດຖະບານ ແລະ ຄູ່ຮ່ວມພັດທະນາຢູ່ ສປປ ລາວ ຂຶ້ນໃນລະຫວ່າງວັນທີ 1-2 ພະຈິກ 2023 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ, ມີທ່ານນາງ ສີສົມບູນ ອຸນາວົງ ຫົວໜ້າກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ; ທ່ານນາງ ໂຊໂນມິ ທະນາກະ ຫົວໜ້າສຳນັກງານ ADB ປະຈຳ ສປປລາວ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ສີສົມບູນ ອຸນາວົງ ໃຫ້ຮູ້ວ່າ: ກິດຈະກໍາການຮຽນຮູ້ຄັ້ງນີ້ຈະຊ່ວຍເສີມສ້າງວິທີການ ແລະ ເຄື່ອງມືການເຊື່ອມສານວຽກງານບົດບາດຍິງ-ຊາຍເພື່ອຈະກໍານົດແຜນຍຸດທະສາດບົດບາດຍິງ-ຊາຍ ທີ່ອີງໃສ່ຂໍ້ມູນຕົວຈິງພ້ອມທັງຈັດຕັ້ງປະຕິບັດ ຕິດຕາມ ແລະ ລາຍງານແຜນການດຳເນີນງານດ້ານບົດບາດ ຍິງ-ຊາຍຂອງການປະຕິບັດງານ ແລະ ໂຄງການຢ່າງມີປະສິດທິຜົນ.ສປປ ລາວ ມຸ່ງໝັ້ນທີ່ຈະບັນລຸບັນດາຄາດໝາຍທີ 5 ຂອງເປົ້າໝາຍການພັດທະນາແບບຍືນຍົງ ດ້ານຄວາມສະເໝີພາບບົດບາດລະຫວ່າງຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງ ພ້ອມກັນນັ້ນ ສປປ ລາວ ຍັງໄດ້ໃຫ້ສັດຕະຍາບັນສົນທິສັນຍາກ່ຽວກັບການລຶບລ້າງທຸກຮູບແບບການຈຳແນກຕໍ່ແມ່ຍິງ (CEDAW) ໃນປີ 1981 ແລະ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍຄວາມສະເໝີພາບບົດບາດລະຫວ່າງຍິງ-ຊາຍໃນປີ 2019, ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ 9 ຂອງປະເທດໄດ້ສຸມໃສ່ກ່ຽວກັບຄວາມສະເໝີພາບບົດບາດລະຫວ່າງຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງຂອງແມ່ຍິງ.
ທ່ານ ນາງ ໂຊໂນມິ ທະນາກະ ກ່າວວ່າ: ເຖິງວ່າຄວາມສະເໝີພາບບົດບາດລະຫວ່າງຍິງ-ຊາຍ ແມ່ນພາລະກິດຂອງໝົດທຸກຄົນ ແລະ ມາຮ່ວມກິດຈະກໍາການຮຽນຮູ້ຄັ້ງນີ້ແມ່ນເພື່ອຮ່ວມກັນປະເມີນສະຖານະການ ແລະ ກໍານົດວິທີການແກ້ໄຂທີ່ຈະນໍາເອົາບົດຮຽນການເຊື່ອມສານຄວາມສະເໝີພາບບົດບາດລະຫວ່າງຍິງ-ຊາຍທີ່ໄດ້ຮັບຜົນດີທີ່ສຸດ ໂດຍສະເພາະເພື່ອປັບປຸງຊີວິດຂອງແມ່ຍິງ ແລະ ເດັກຍິງທີ່ມາຈາກຄອບຄົວທຸກຍາກ ແລະ ມີຄວາມສ່ຽງໃຫ້ດີຂຶ້ນ ຄວາມສະເໝີພາບບົດບາດລະຫວ່າງຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງຂອງແມ່ຍິງ ແລະ ເດັກຍິງແມ່ນໜຶ່ງໃນ 7 ບຸລິມະສິດການດໍາເນີນງານຂອງ ADB ແລະ ADB ໄດ້ສົ່ງເສີມວຽກງານການເຊື່ອມສານບົດບາດຍິງ-ຊາຍເຂົ້າໃນທຸກກິດຈະການປະຕິບັດງານຂອງຕົນ; ນັບແຕ່ແຜນຍຸດທະສາດເພື່ອການຮ່ວມມືກັບປະເທດ ແລະ ແຜນງານວຽກເສດຖະກິດ ແລະ ວຽກຂະແໜງການການຊ່ວຍເຫຼືອທາງດ້ານວິຊາການ ການອອກແບບໂຄງການ ແລະ ແຜນງານພັດທະນາທີ່ສະໜັບສະໜູນໃນປະເທດສະມາຊິກຂອງຕົນ ໃນນັ້ນລວມທັງປະເທດ ສປປລາວ ADB ສະໜັບສະໜູນວຽກງານການເຊື່ອມສານບົດບາດລະຫວ່າງຍິງ-ຊາຍເຂົ້າໃນຂະແໜງກະສິກຳ ແລະ ການຄຸ້ມຄອງຄວາມສ່ຽງຕ້ານໄພພິບັດ, ການພັດທະນາພື້ນຖານໂຄງລ່າງຕົວເມືອງ ແລະ ຊົນນະບົດ ແລະ ຂະແໜງການທ່ອງທ່ຽວ, ການພັດທະນາຊັບພະຍາກອນມະນຸດ, ການພັດທະນາພາກເອກະຊົນ ແລະ ການຄຸ້ມຄອງການເງິນພາກລັດໃນປະເທດ.
ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ