ສ້າງຄວາມເຂົ້າໃຈກ່ຽວກັບບັນຫາພູມສາດເສດຖະກິດ ແລະ ການຮັບມືໃນສະພາບປັດຈຸບັນ

ສ້າງຄວາມເຂົ້າໃຈກ່ຽວກັບບັນຫາພູມສາດເສດຖະກິດ ແລະ ການຮັບມືໃນສະພາບປັດຈຸບັນ

ສ້າງຄວາມເຂົ້າໃຈກ່ຽວກັບບັນຫາພູມສາດເສດຖະກິດ ແລະ ການຮັບມືໃນສະພາບປັດຈຸບັນ
ສະຖານທູດອົສຕຣາລີ ປະຈຳລາວ ຮ່ວມກັບ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES) ໄດ້ຈັດກອງປະຊຸມສຳມະນາໃນຫົວຂໍ້: “ການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ, ທ່າມກາງການແບ່ງແຍກທາງພູມສາດເສດຖະກິດ (Strengthening Economic Resilience Amid Geo economics)” ຂຶ້ນໃນວັນທີ 17 ມີຖຸນານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ນາງ ເມແກນ ຈອນ (Migan Jones) ເອກອັກຄະລັດຖະທູດ ອົສຕຣາລີ ປະຈໍາ ສປປ ລາວ ແລະ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສາງຄວາມເຂາໃຈກຽວກບບນຫາພມສາດເສດຖະກດ ແລະ ການຮບມໃນສະພາບປດຈບນ - image 1
 

 

ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້ ຖືເປັນຄັ້ງທີ 3 ທີ່ LASES ແລະ ສະຖານທູດອົສຕຣາລີ ໄດ້ຮ່ວມກັນຈັດຂຶ້ນ, ສໍາລັບຄັ້ງທີສາມແມ່ນໄດ້ກໍານົດຫົວຂໍ້ກ່ຽວກັບ “ການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດທ່າມກາງການແບ່ງແຍກທາງພູມສາດເສດຖະກິດ ໂດຍມີນັກຄົ້ນຄວ້າຝ່າຍລາວຈາກ LASES ແລະ ສະຖາບັນຄົ້ນຄວ້າອຸດສາຫະກຳການຄ້າ ແລະ ພະລັງງານ, ກະຊວງອຸດສາຫະກຳການຄ້າ ແລະ ພະລັງງານ ແລະ ອາຈານ Prof. Peter Warr ຈາກມະຫາວິທະຍາໄລແຫ່ງຊາດອົສຕຣາລີ ທີ່ມີຄວາມຊ່ຽວຊານດ້ານເສດຖະກິດລະຫວ່າງປະເທດ, ການເຊື່ອມໂຍງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ແລະ ທ່ານ ແຊ໋ມ ເບັນລີ້ (Sam Bentley) ຊ່ຽວຊານຈາກກະຊວງການຕ່າງປະເທດ ແລະ ການຄ້າ ອົສຕຣາລີ ເພື່ອມາຮ່ວມສົນທະນາແລກປ່ຽນບົດຮຽນຕໍ່ກັບຜົນກະທົບຈາກຄວາມບໍ່ແນ່ນອນຂອງສາກົນ ໂດຍສະເພາະສະພາບຢູ່ເຂດຕາເວັນອອກກາງ ຊຶ່ງເປັນຫົວຂໍ້ທີ່ໜ້າສົນໃຈທີ່ກຳລັງເກີດຂຶ້ນໃນປັດຈຸບັນ ແລະ ມີຫຼາຍປະເທດກຳລັງຮັບມືກັບຜົນກະທົບດັ່ງກ່າວ ລວມທັງ ສປປ ລາວ ແລະ ປະເທດອົສຕຣາລີ. ໃນນັ້ນ, ການສໍາມະນາຮ່ວມກັນຄັ້ງນີ້ ເປັນອີກໜຶ່ງໃນຫຼາຍກິດຈະກໍາການຮ່ວມມື ລະຫວ່າງລາວ ແລະ ອົສຕາລີ ນັບແຕ່ມີການສ້າງຕັ້ງສະມາຄົມມິດຕະພາບລາວ-ອົສຕຣາລີ ແລະ ອົສຕຣາລີ-ລາວ ໃນຕົ້ນປີ 2024. ສະນັ້ນ, ກອງປະຊຸມ ຈະເປັນປະໂຫຍດແກ່ບັນດາທ່ານ ໂດຍສະເພາະການສ້າງຄວາມເຂົ້າໃຈເລິກເຊິ່ງຂຶ້ນກ່ຽວກັບບັນຫາພູມສາດເສດຖະກິດ, ການຮັບມືໃນສະພາບປັດຈຸບັນ ແລະ ບົດຮຽນຂອງປະເທດອົສຕຣາລີ.

ທ່ານ ນາງ ເມແກນ ຈອນ ກ່າວວ່າ: ຈາກຜົນສຳເລັດຂອງງານສຳມະນາກ່ຽວກັບພູມສາດເສດຖະກິດ (geoeconomics) ທັງສອງຄັ້ງໃນປີທີ່ຜ່ານມາ, ອົສະຕຣາລີ ມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ຮ່ວມມືກັບ LASES ອີກຄັ້ງໜຶ່ງ ເພື່ອສືບຕໍ່ການສົນທະນາທີ່ສຳຄັນ. ການຮ່ວມມືຢ່າງຕໍ່ເນື່ອງບໍ່ພຽງແຕ່ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນ ໃນການແກ້ໄຂບັນຫາສິ່ງທ້າທາຍທາງດ້ານເສດຖະກິດທີ່ສັບຊ້ອນເທົ່ານັ້ນ, ແຕ່ຍັງສະແດງເຖິງຄວາມໄວ້ເນື້ອເຊື່ອໃຈທີ່ມີຕໍ່ ອົສຕຣາລີ ໃນຖານະຄູ່ຮ່ວມງານໃນເສັ້ນທາງການພັດທະນາແຫ່ງຊາດຂອງ ສປປ ລາວ, ການຮ່ວມມືທາງດ້ານເສດຖະກິດ ລາວ-ອົສຕຣາລີ,ໂດຍຜ່ານການຄ້າ, ການລົງທຶນ, ແລະ ການແລກປ່ຽນແນວຄວາມຄິດ ຍັງສືບຕໍ່ມີບົດບາດສຳຄັນ. ພວກເຮົາພວມປະກອບສ່ວນຮ່ວມກັນ ເຂົ້າໃນເປົ້າໝາຍການພັດທະນາຂອງລາວ ແລະ ຊ່ວຍສ້າງອະນາຄົດທາງເສດຖະກິດທີ່ມີຄວາມເຂັ້ມແຂງ ແລະ ກວມລວມຫຼາຍຂຶ້ນ.

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວການຮ່ວມມື

ຫົວໜ້າ ຄອສພ ຕ້ອນຮັບ ທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ຫົວໜ້າ ຄອສພ ຕ້ອນຮັບ ທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົສຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ ໃນວັນ ທີ 4 ພະຈິກນີ້ ທີ່ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ເນື່ອງໃນໂອກາດ ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວ.
ຮອງ ລມຕ ກະຊວງການຕ່າງປະເທດ ສປປ ລາວ ແລະ ສ ຕັດຈິກິດສະຖານ ປຶກສາຫາລືສອງຝ່າຍ

ຮອງ ລມຕ ກະຊວງການຕ່າງປະເທດ ສປປ ລາວ ແລະ ສ ຕັດຈິກິດສະຖານ ປຶກສາຫາລືສອງຝ່າຍ

ໃນວັນທີ 2 ພະຈິກ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ອີດີເບັກ ກາລັນດາ (Idibek Kalandar) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕັດຈິກິດສະຖານ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 1-3 ພະຈິກ 2026 ເພື່ອປຶກສາຫາລື ກ່ຽວກັບ ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ຕັດຈິກິດສະຖານ.
ອາເມຣິກາ ແລະ WFP ມອບເງິນ 19 ຕື້ກວ່າກີບ ຊ່ວຍປະຊາຊົນ 4 ເມືອງ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

ອາເມຣິກາ ແລະ WFP ມອບເງິນ 19 ຕື້ກວ່າກີບ ຊ່ວຍປະຊາຊົນ 4 ເມືອງ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

​ ວັນທີ 3 ພະຈິກນີ້ ທີ່ບ້ານດົງໝາກໄຟ ເມືອງໄຊບູລີ ແຂວງສະຫວັນນະເຂດ, ໄດ້ຈັດພິທີເປີດກິດຈະກຳການມອບເງິນສົດເພື່ອຊ່ວຍເຫຼືອຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໂດຍການເປັນປະທານຮ່ວມຂອງທ່ານ ທອງໃສ ໄຊຍະວົງຄໍາດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ທ່ານ ພົງໄຊສັກ ອິນທະລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ນາງ ມີກເຊວ ເອົາຫຼໍ່ ອຸປະທູດສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ທ່ານ ມາກ ອັງເດຣ ໂພຣສ ຜູ້ອຳນວຍການອົງການອາຫານໂລກ (WFP) ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນທີ່່ກຽວຂ້ອງເຂົ້າຮ່ວມ.
ສະຫາຍ ທອງສະຫວັນ ພົມວິຫານ ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

ສະຫາຍ ທອງສະຫວັນ ພົມວິຫານ ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

ໃນວັນທີ 3 ພະຈິກນີ້, ທີ່ເຮືອນຮັບແຂກລັດຖະບານຕ້ຽວ ຢູ ຖາຍ ນະຄອນຫຼວງປັກກິ່ງ ສປ ຈີນ, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຫວັງ ອີ້ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11 ໃນລະຫວ່າງວັນທີ 3-4 ພະຈິກ 2026 ທີ່ ນະຄອນຫຼວງປັກກິ່ງ ສປ ຈີນ.
ຍີ່ປຸ່ນ ຊ່ວຍສ້າງໂຮງຮຽນ ​ອະ​ນຸ​ບານແລະປະ​ຖົມຢູ່ເມືອງນາໝໍ້

ຍີ່ປຸ່ນ ຊ່ວຍສ້າງໂຮງຮຽນ ​ອະ​ນຸ​ບານແລະປະ​ຖົມຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອລ້າຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງເມືອງນາໝໍ້ ແຂວງອຸດົມໄຊໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ແຂວງ​ອຸ​ດົມ​ໄຊ, ຮ່ວມ​ລົງ​ນາມ​ໂດຍທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວແລະທ່ານ ວົງວັນ ສີວິໄລ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງນາໝໍ້, ໂດຍ​ມີທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງອຸດົມໄຊແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນ​ສັກ​ຂີ​ພິ​ຍານ​ນໍ​າ.
ພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ

ພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ

ໃນວັນທີ 2 ພະຈິກຜ່ານມາ,ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມງານພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ ຢູ່ທີ່ພື້ນທີ່ຊຸ່ມນໍ້າໜອງແດ, ແຂວງອຸດອນທານີ ປະເທດໄທ. ຊຶ່ງມີ ທ່ານ ອານຸທິນ ຊານວິລະກູນ ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງມະຫາດໄທ ເຂົ້າຮ່ວມເປັນປະທານໃນພິທີ.
ສະພາແຫ່ງຊາດ​ ລາວ-ຫວຽດນາມພົບປະ​ສອງຝ່າຍ

ສະພາແຫ່ງຊາດ​ ລາວ-ຫວຽດນາມພົບປະ​ສອງຝ່າຍ

ວັນທີ 3 ພະຈິກນີ້, ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ,​ສະຫາຍ ສອນໄຊ ສີພັນດອນກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດແຫ່ງ ສປປລາວ ພົບປະຢ່າງເປັນທາງການກັບສະຫາຍ ເຈິ່ນ ແທັງ ເໝິ້ນກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດຫວຽດນາມໃນໂອກາດເຄື່ອນໄຫວຢ້ຽມຢາມ ສສຫວຽດນາມ ຢ່າງເປັນທາງການ ຊຶ່ງເປັນການຢ້ຽມຢາມຕ່າງປະເທດຄັ້ງທໍາອິດ ພາຍຫຼັງໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດລາວ ຊຸດທີ X.
ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ໃນທ້າຍເດືອນຕຸລາຜ່ານມາ, ຄະນະນັກສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົບວຽກງານພະນັກງານນໍາພາ-ຄຸ້ມຄອງສື່ມວນຊົນ ສປປ ລາວ ໄດ້ໄປທັດສະນະພົບປະແລກປ່ຽນບົດຮຽນກັບໜັງສືພິມ ແລະ ວິທະຍຸ-ໂທລະພາບຫາຍຟອງ ຊຶ່ງນໍາໂດຍທ່ານນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນຄະນະໂຄສະນາອົບຮົມສູນກາງພັກ.
ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົສ ຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ, ໃນວັນ ທີ 3 ພະຈິກນີ້, ທີ່ທຳນຽບປະທານປະເທດ,ເນື່ອງໃນໂອກາດ ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວ.
ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ງານສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8 ຈັດຂຶ້ນໃນວັນທີ 30 ຕຸລາຜ່ານມາ, ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ເກີ ປ່ຽວ ຮອງຫົວໜ້າອົງການຄຸ້ມຄອງວິທະຍຸ ໂທລະພາບ ແລະ ຮູບເງົາແຫ່ງຊາດຈີນ, ທ່ານ ຈ້າວ ຮາຍໂປ ອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ