ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນພາຍໃນ ກວສຊ

ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນພາຍໃນ ກວສຊ

ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນພາຍໃນ ກວສຊ
ໃນລະຫວ່າງວັນທີ 8-9 ກັນຍາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນພາຍໃນກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ (ກວສຊ) ໂດຍການເປັນປະທານຂອງ ທ່ານນາງ ອຳໄພວອນ ລ້ອມບຸນແພງ ປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ, ເຂົ້າຮ່ວມມີບັນດາຮອງປະທານ ກວສຊ, ສະມາຊິກສະພາແຫ່ງຊາດປະຈຳການ (ກວສຊ), ນັກວິທະຍາກອນ, ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ວິຊາການພາຍໃນກຳມາທິການ ກວສຊ.
ສາງຄວາມເຂມແຂງໃຫແກພະນກງານ-ລດຖະກອນພາຍໃນ ກວສຊ - image 1
 

 

 ການຈັດກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ພະນັກງານລັດຖະກອນພາຍໃນກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າສະພາແຫ່ງຊາດເພື່ອຍົກດັບຄວາມຮູ້ ແລະ ພັດທະນາຄວາມສາມາດຄວາມຊໍານານງານ ໃຫ້ເສນາທິການທີ່ຮັບຜິດຊອບທາງດ້ານເນື້ອໃນມີຄວາມເຂົ້າໃຈເປັນເອກະພາບໃນການຮ່າງບົດສັງລວມຄໍາເຫັນຂອງກອງປະຊຸມ, ການຮ່າງບົດປະກອບຄໍາເຫັນ ແລະ ການຮ່າງບົດລາຍງານຜົນສໍາເລັດກອງປະຊຸມ ລວມເຖິງການກໍານົດພາລະບົດບາດ, ສິດ, ໜ້າທີ່ເພື່ອເປັນບ່ອນອີງໃນການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ຂອງກໍາມາທິການ ແລະ ກົງຈັກເສນາທິການ.

ກອງປະຊຸມໄດ້ຮັບຟັງການສະເໜີບົດຮຽນການຮ່າງບົດສັງລວມຄຳເຫັນ ແລະ ບົດປະກອບຄຳເຫັນ, ການຮ່າງບົດລາຍງານຜົນສໍາເລັດກອງປະຊຸມ ຈາກວິທະຍາກອນ ກົມເລຂານຸການ ແລະ ບົດຮຽນການຮ່າງ ພາລະບົດບາດ, ໜ້າທີ່ ແລະ ສິດ ຈາກກົມຈັດຕັ້ງຫ້ອງວ່າການສະພາແຫ່ງຊາດ ຕິດພັນກັບການປັບປຸງ ມະຕິ ວ່າດ້ວຍການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວຂອງກຳມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ, ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ຂອງ 3 ກົມ, ພ້ອມທັງຄົ້ນຄວ້າແລກປ່ຽນຄໍາຄິດເຫັນ ແລະ ຖອດຖອນບົດຮຽນ ຮ່ວມກັນ ກັບວິທະຍາກອນ ແລະ ພະນັກງານ-ລັດຖະກອນ ເພື່ອໃຫ້ເຂົ້າໃຈເລິກເຊິ່ງ ແລະ ສາມາດນຳເອົາ ຮ່າງນິຕິກໍາ ຂອງກໍາມາທິການ ແລະ ບັນດາກົມ ໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໄດ້ຢ່າງມີປະສິດທິຜົນ.

ສາງຄວາມເຂມແຂງໃຫແກພະນກງານ-ລດຖະກອນພາຍໃນ ກວສຊ - image 2
 

ຜ່ານການຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ພະນັກງານ-ລັດຖະກອນພາຍໃນກໍາມາທິການວັດທະ ນະທໍາ-ສັງຄົມ ແລະ ຊົນເຜົ່າໃນຄັ້ງນີ້ເຫັນໄດ້ວ່າເນື້ອໃນມີຄວາມສໍາຄັນຫຼາຍເຖິງວ່າເວລາຈະຈໍາກັດແຕ່ຜູ້ເຂົ້າຮ່ວມກອງປະຊຸມກໍໃຫ້ຄວາມສົນໃຈ ແລະ ສຸມໃສ່ຄົ້ນຄວ້າປະກອບຄໍາເຫັນດ້ວຍຄວາມຮັບຜິດຊອບ ແລະ ເຮັດບົດທົດສອບຕົວຈິງຊຶ່ງເຮັດໃຫ້ກອງປະຊຸມມີຜົນໄດ້ຮັບເປັນຢ່າງດີ, ເພື່ອເປັນການຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ມີຄວາມໜັກແໜ້ນ ແລະ ຕໍ່ເນື່ອງສາມາດກໍ່ສ້າງພະນັກງານສືບທອດປ່ຽນແທນ ແລະ ຫັນເປັນມືອາຊີບໃນຕໍ່ໜ້າ ນອກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມສະເໜີໃຫ້ຄະນະຮັບຜິດຊອບກອງປະຊຸມ, ກົມເລຂານຸການ ແລະ ກົມຈັດຕັ້ງຫ້ອງວ່າການສະພາແຫ່ງຊາດກໍານົດແຜນບໍາລຸງສ້າງພະນັກງານໃນຫົວຂໍ້ແລະ ເນື້ອໃນທີ່ມີລັກສະນະດັ່ງກ່າວນີ້ ໃຫ້ເປັນລະບົບເພື່ອເຮັດໃຫ້ພະນັກງານ-ລັດຖະກອນມີຄຸນນະພາບ ແລະ ກາຍເປັນເສນາທິການໃຫ້ກໍາມາທິການກໍຄືຄະນະປະຈໍາສະພາແຫ່ງຊາດຢ່າງມີປະສິດທິຜົນ.

(ຂ່າວ: ສພຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມງານນັກຂ່າວຈາກຂະແໜງສື່ມວນຊົນ ຄະນະໂຄສະນາອົບຮົມແຂວງສາລະວັນ ລຸ້ນທີ 3 ໄດ້ຮັບລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ໃນການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ ພາຍໃຕ້ຫົວຂໍ້ "ສຽງຂອງທ່ານ ເພື່ອທຳມະຊາດ" (Your Voice for Nature) ເຊິ່ງມີບົດຂ່າວສົ່ງເຂົ້າປະກວດຈາກທົ່ວປະເທດ ຫຼາຍກວ່າ 200 ບົດ.
ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ແຂວງອັດຕະປື ເພີ່ມທະວີມາດຕະການເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມພະ ຍາດໄຂ້ຍຸງລາຍ ພາຍຫຼັງພົບວ່າ ນັບແຕ່ເດືອນມັງກອນ ຫາ ເດືອນກັນຍາ 2026 ມີຜູ້ປ່ວຍສະສົມ 138 ກໍລະນີ ແລະ ການລະບາດກວມເອົາ 20 ບ້ານທົ່ວເມືອງ ແລະ ບ້ານທີ່ເກີດຫຼາຍກວ່າໝູ່ແມ່ນ ບ້ານຊະແຄະ ກວມເອົາເຖິງ 37 ກໍລະນີ.
ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ວັນທີ 5 ຕຸລາ 2026, ທີ່ຫ້ອງປະຊຸມພະແນກການເງິນແຂວງອັດຕະປື, ໄດ້ຈັດພິທີມອບ-ຮັບບັດພະນັກງານ-ລັດຖະກອນ ໃຫ້ແກ່ຄັງເງິນແຫ່ງລັດປະຈຳແຂວງ ແລະ ຄັງເງິນແຫ່ງລັດປະຈຳເມືອງ, ໂດຍມີ ທ່ານ ນາງ ໄຍຄຳ ສີຊານົນ ຮອງຫົວໜ້າພະແນກການເງິນແຂວງ, ທ່ານ ວັນໄຊ ວັນນະວົງ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ-ພາລາກອນ, ພ້ອມດ້ວຍຫົວໜ້າ -ຮອງຫົວໜ້າຄັງເງິນແຫ່ງລັດປະຈຳແຂວງ, ພະນັກງານ-ລັດຖະກອນ ແລະ ແຂກທີ່ຖືກເຊີນ.
ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ວັນທີ 5 ຕຸລານີ້, ພະແນກການຕ່າງປະເທດ(ພກຕທ)ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ, ໂດຍມີ ທ່ານ ຄຳເກັ່ງ ຈັນທະວີສຸກ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ເປັນປະທານ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ພະນັກງານຫຼັກແຫຼ່ງພາຍໃນພະແນກເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງບົດສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນໄລຍະຜ່ານມາ, ຊຶ່ງໄດ້ກໍານົດ ແລະ ຮັບຮອງເອົາພະນັກງານທັງໝົດ 12 ຕຳແໜ່ງ, ໂດຍຊຸກຍູ້ ແລະ ສົ່ງເສີມໃຫ້ໄປຍົກລະດັບວິຊາສະເພາະ ແລະ ຮ່ຳຮຽນທິດສະດີການເມືອງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນລະບົບ-ຕໍ່ເນື່ອງ.
ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 2 ຕຸລາ ຜ່ານຍມານີ້, ທີ່ ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ມີບັນດາທ່ານຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການປົກຄອງເມືອງ 11 ເມືອງທົ່ວແຂວງ, ພ້ອມດ້ວຍພະແນກການກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ