ສ້າງຄວາມເຂັ້ມແຂງລັດ ທີ່ປົກຄອງດ້ວຍກົດໝາຍ ໃນຂົງເຂດຍຸຕິທຳ

ສ້າງຄວາມເຂັ້ມແຂງລັດ ທີ່ປົກຄອງດ້ວຍກົດໝາຍ ໃນຂົງເຂດຍຸຕິທຳ
ຂປລ. ອົງການໄອຍະການ ປະຊາຊົນສູງສຸດ(ອອປສ) ຮ່ວມກັບຫ້ອງການໄຈກາ ປະຈຳ ສປປ ລາວ ຈັດກອງປະຊຸມຄັ້ງປະຖົມມະລືກ ຄະນະຊີ້ນຳໂຄງການສົ່ງເສີມການພັດທະນາ ແລະ ສ້າງຄວາມເຂັ້ມແຂງລັດ ທີ່ປົກຄອງດ້ວຍກົດໝາຍ ໃນຂົງເຂດຍຸຕິທຳ ໄລຍະທີ II ໃນວັນທີ 15 ກັນຍາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ຄໍາເພັດ ສົມວໍລະຈິດ ຮອງຫົວໜ້າ ອອປສຄະນະຊີ້ນໍາໂຄງການ, ມີບັນດາຜູ້ຕາງໜ້າຈາກ ສະຖານທູດຍີ່ປຸ່ນ ແລະ ຜູ້ຕາງໜ້າຫ້ອງການໄຈກາ ປະຈຳ ສປປ ລາວ ພ້ອມດ້ວຍຄະນະປະສານງານໂຄງການ ຈາກ ອອປສ, ສານປະຊາຊົນສູງສຸດ, ກະຊວງຍຸຕິທຳ ແລະ ມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມ.
ໂຄງການ “ສົ່ງເສີມການພັດທະນາ ແລະ ການສ້າງຄວາມເຂັ້ມແຂງລັດ ທີ່ປົກຄອງດ້ວຍກົດໝາຍ ໃນຂະແໜງຍຸຕິທໍາ ຂອງ ສປປ ລາວ” ແມ່ນໂຄງການລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງປະເທດ ຢີ່ປຸ່ນ ໂດຍມີຈຸດປະສົງຊ່ວຍລັດຖະບານລາວ ໃນການສົ່ງເສີມການພັດທະນາ ແລະ ການສ້າງຄວາມເຂັ້ມແຂງ ການປົກຄອງດ້ວຍກົດໝາຍ ໃນຂະແໜງການຍຸຕິທໍາ ຂອງ ສປປ ລາວ ໂດຍໄດ້ສຸມໃສ່ການພັດທະນາ, ການສົ່ງເສີມ ແລະ ການສ້າງ ຄວາມເຂັ້ມແຂງການປົກຄອງດ້ວຍກົດໝາຍ ໃນຂະແໜງການຍຸຕິທໍາ; ເຜີຍແຜ່, ນໍາໃຊ້ປະມວນກົດໝາຍແພ່ງ ເຂົ້າໃນຊີວິດສັງຄົມ; ສ້າງ ແລະ ປັບປຸງກົດໝາຍ, ນິຕິກໍາຈໍານວນໜຶ່ງ ເພື່ອປະຕິບັດປະມວນກົດໝາຍແພ່ງ; ສ້າງປຶ້ມຄູ່ມື, ຕໍາລາສິດສອນກົດໝາຍ ພ້ອມທັງເຜີຍແຜ່ໃນສະຖາບັນການສຶກສາ, ອົງການ ແລະ ທົ່ວສັງຄົມ ໃຫ້ມີຄວາມຮັບຮູ້ຢ່າງກວ້າງຂວາງ ແລະ ນໍາໃຊ້ຢ່າງມີປະສິດທິຜົນ.
ກອງປະຊຸມໃນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ປືກສາຫາລື ແລະ ຮັບຮອງເອົາໂຄງປະກອບການຈັດຕັ້ງ ຂອງກຸ່ມ ແລະ ຄະນະຮັບຜິດຊອບໂຄງການ, ແຜນການປະຈຳປີ ແລະ ແຜນການ 5 ປີ ຂອງໂຄງການ 2023-2028 ແລະ ບັນຫາອື່ນໆຈຳນວນໜຶ່ງ ເພື່ອສ້າງຄວາມເຂັ້ມແຂງ ແລະ ຍົກສູງຄວາມອາດສາມາດ ຂອງພະນັກງານໃນຂົງເຂດກົດໝາຍ ແລະ ຍຸຕິທຳ, ຊຸກຍູ້ການສ້າງລັດ ທີ່ປົກຄອງດ້ວຍກົດໝາຍ ແລະ ການເຂົ້າເຖິງຄວາມຍຸຕິທຳ ຊຶ່ງເປັນວຽກທີ່ເລັ່ງດ່ວນທີ່ຈະຕ້ອງໄດ້ພ້ອມກັນ ຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ ແລະ ມີປະສິດທິພາບ ເພື່ອເປັນພື້ນຖານໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃນໄລຍະສອງຢ່າງມີຜົນສຳເລັດ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາລະບົບຍຸຕິທຳ, ຂະແໜງການກົດໝາຍ, ວຽກງານໄອຍະການປະຊາຊົນ ແລະ ວຽກງານຕຸລາການປະຊາຊົນ ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ຢູ່ ສປປ ລາວ ນັບມື້ນັບມີຜົນສັກສິດ.
ຂ່າວ-ພາບ: ອອປສ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ