ທ່ານ ບຸນຂວາງ ທະວີສັກ ໄດ້ມີຄໍາເຫັນຕໍ່ພິທີວ່າ: ເນື່ອງໃນໂອກາດການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ1 ມິຖຸນາຊຶ່ງໄດ້ໝູນວຽນບັນຈົບຄົບຮອບອີກວາລະໜຶ່ງຊຶ່ງການນຳ ພັກ-ລັດ ກໍເຫັນໄດ້ຄວາມໝາຍຄວາມສຳຄັນຕໍ່ລູກຫຼານເຍົາວະຊົນ, ອະນຸຊົນ ແລະ ເດັກ ນ້ອຍບັນດາເຜົ່າໃນຂອບເຂດທົ່ວປະເທດເວົ້າລວມ, ເວົ້າສະເພາະ ກໍຄືຄະນະນໍາ ຂອງສານປະຊາຊົນສູງສຸດ ຊຶ່ງໄດ້ໃຫ້ຄວາມສຳຄັນຕໍ່ລູກຫຼານຂອງພະນັກງານສານປະຊາຊົນສູງສຸດ; ດັ່ງນັ້ນ ເພື່ອເຮັດໃຫ້ການສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວໃນຄັ້ງນີ້ ມີຄວາມໝາຍສຳຄັນ ແລະ ເປັນຂະບວນການຟົດຟື້ນ ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ພາຍໃຕ້ຄໍາຂັວນທີ່ວ່າ “ສ້າງຄວາມເຂັ້ມແຂງໃຫ້ເດັກນ້ອຍທຸກຄົນ ສິດທິເທົ່າທຽມກັນ, ອະນາຄົດທີ່ປອດໄພ”.ໃນພິທີດັ່ງກ່າວຍັງໄດ້ຮັບຟັງສານຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ອວຍພອນ ເນື່ອງໃນວັນເດັກສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຊຶ່ງບໍ່ວ່າຍາມໃດ ທ່ານກໍມີຄວາມເປັນຫ່ວງເປັນໃຍ, ຕໍ່ລູກຫຼານອະນຸຊົນລາວ, ເຍົາວະຊົນ ແລະ ເດັກລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ທັງເດັກຍິງ ແລະ ຊາຍ ມີສິດເທົ່າທຽມກັນ ພາຍໃຕ້ຄຳຂວັນທີ່ວ່າ: (ສ້າງຄວາມເຂັ້ມແຂງໃຫ້ເດັກທຸກຄົນ ສິດທິເທົ່າທຽມກັນ, ອະນາຄົດປອດໄພ).
ທ່ານ ບຸນຂວາງ ທະວີສັກ ຍັງໄດ້ອວຍພອນລູກຫຼານຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ. ອວຍພອນໃຫ້ລູກຫຼານພະນັກງານທຸກຄົນ ທີ່ເຂົ້າຮ່ວມພິທີໃຫ້ເປັນເດັກທີ່ດີຂອງ ແມ່, ພໍ່ ແລະ ຂອງປະເທດຊາດ ຈົ່ງມີຄວາມສຸກຄວາມຈະເລີນປະສົບຜົນສໍາເລັດທຸກປະການ.
ຂ່າວ-ພາບ: ບຸນອູ້ມ
ຄໍາເຫັນ