ສະພາ ສະເໜີຫຼາຍບັນຫາ ຕໍ່ ຮ່າງວິໃສທັດ ແລະ ແຜນຍຸດທະສາດ ຄຸ້ມຄອງ-ພັດທະນາທີ່ດິນກະສິກຳ

ສະພາ ສະເໜີຫຼາຍບັນຫາ ຕໍ່ ຮ່າງວິໃສທັດ ແລະ ແຜນຍຸດທະສາດ ຄຸ້ມຄອງ-ພັດທະນາທີ່ດິນກະສິກຳ
ຄະນະປະຈຳສະພາແຫ່ງຊາດສະເໜີໃຫ້ລັດຖະບານປົກປັກຮັກສາທີ່ດິນກະສິກຳ ທີ່ລັດໄດ້ມີການພັດທະນາແລ້ວ ເພື່ອເປັນປັດໄຈສະໜອງໃຫ້ແກ່ແຜນງານຄໍ້າປະກັນການຜະລິດສະບຽງອາຫານ ແລະ ຜະລິດເປັນສິນຄ້າ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ, ໃນຂະນະດຽວກັນຕ້ອງຍົກສູງຄຸນນະພາບການ ຜະລິດກະສິກຳ ໃຫ້ກ້າວໄປສູ່ການຜະລິດທີ່ທັນສະໄໝ.

ພາຍຫຼັງ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ສະເໜີຮ່າງວິໃສທັດ ຮອດປີ 2040, ແຜນຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳຮອດປີ 2030 ຕໍ່ກອງປະຊຸມສະໄໝສາມັນ ເທື່ຶອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 25 ພະຈິກ ນີ້,ພາຍໃຕ້ການເປັນປະທານ ຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ປິ່ງຄຳ ລາຊະສິມມາ ປະທານ ກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນຕໍ່ບົດລາຍງານດັ່ງກ່າວ.

ທ່ານ ນາງ ປິ່ງຄໍາ ລາຊະສິມມາ ໄດ້ສະແດງຄວາມຊົມເຊີຍຕໍ່ລັດຖະບານໃນການຮ່າງວິໃສທັດ ຮອດ ປີ 2040, ແຜນຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳຮອດປີ 2030 ຊຶ່ງຈະເປັນທິດທາງ ແລະ ບ່ອນອີງໜຶ່ງທີ່ສຳຄັນໃຫ້ແກ່ການພັດທະນາທີ່ດິນກະສິກຳ, ເປັນທ່າແຮງພື້ນຖານໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດໃຫ້ມີຈຸດສຸມພັດທະນາ, ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ຍືນຍົງ ທັງເປັນພື້ນຖານໃຫ້ແກ່ຂະແໜງການກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນໃນການຄຸ້ມຄອງ, ຕິດຕາມດກວດກາ ແລະ ການນຳໃຊ້ທີ່ດິນກະສິກຳໃນຕໍ່ໜ້າ.

ທ່ານກ່າວຕື່ມວ່າ: ຜ່ານການຄົ້ນຄວ້າ ຮ່າງວິໄສທັດ ຮອດປີ 2040 ແລະ ຍຸດທະສາດການຄຸ້ມຄອງ ແລະ ພັດທະນາ ທີ່ດິນກະສິກຳ ຮອດປີ 2030 ໂດຍພື້ນຖານແລ້ວ ຄະນະປະຈໍາສະພາແຫ່ງຊາດ ແມ່ນເຫັນດີເປັນເອກະພາບ ຕໍ່ເນື້ອໃນຂອງ ຮ່າງວິໄສທັດ ແລະ ຍຸດທະສາດ ສະບັບນີ້. ແຕ່ເພື່ອຮັບປະກັນເຮັດໃຫ້ ການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ຄະນະປະຈຳສະພາແຫ່ງຊາດ ສະເໜີຕໍ່ລັດຖະບານ ຄື: ວິໄສທັດ ຮອດປີ 2040 ແລະ ຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຮອດປີ 2030 ຕ້ອງໃຫ້ສອດຄ່ອງກັບຍຸດທະສາດ ຂອງຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໂຍທາທິການ ແລະ ຂົນສົ່ງ, ພະລັງງານ ແລະ ບໍ່ແຮ່ ແລະ ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ລວມທັງວຽກງານປ່າໄມ້ ຂອງຂະແໜງກະສິກຳ ແລະ ປ່າໄມ້; ເອົາໃຈໃສ່ປົກປັກຮັກສາທີ່ດິນກະສິກຳ ໂດຍສະເພາະ ເນື້ອທີ່ດິນນາ, ດິນຮັບນໍ້າຊົນລະປະທານ ທີ່ລັດໄດ້ມີການພັດທະນາແລ້ວ ເພື່ອເປັນປັດໄຈສະໜອງໃຫ້ແກ່ແຜນງານຄໍ້າປະກັນການຜະລິດສະບຽງອາຫານ ແລະ ຜະລິດເປັນສິນຄ້າ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ ໂດຍມີມາດຕະການຄຸ້ມຄອງ, ມີການຕິດຕາມກວດກາ, ຈຳກັດການຫັນປ່ຽນທີ່ດິນກະສິກຳໄປເປັນທີ່ດິນປະເພດອື່ນ ເພື່ອຮັບປະກັນບໍ່ໃຫ້ເນື້ອທີ່ກະສິກຳຫຼຸດລົງໃນໄລຍະຍາວ; ສືບຕໍ່ມີກົນໄກຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄປຄຽງຄູ່ກັບການຍົກສູງຄຸນນະພາບການຜະລິດກະສິກຳ ໃຫ້ກ້າວໄປສູ່ການຜະລິດທີ່ທັນສະໄໝ ພ້ອມທັງມີການຍົກສູງຄຸນນະພາບທີ່ດິນກະສິກຳໃຫ້ຮັບປະກັນຕໍ່ການນໍາໃຊ້ ແລະ ການພັດທະນາທີ່ດິນຕາມທິດສີຂຽວ ແລະ ຍືນຍົງ; ໃນການຈັດຕັ້ງຜັນຂະຫຍາຍຍຸດທະສາດສະບັບນີ້ ສະເໜີໃຫ້ມີກົນໄກປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ຢ່າງກົມກຽວ ແລະ ເປັນເອກະພາບກັນ, ມີການສະໜອງຂໍ້ມູນຂ່າວສານ, ເຄື່ອງມືອຸປະກອນ ແລະ ການແບ່ງຄວາມຮັບຜິດຊອບຢ່າງຂາດຕົວ ບົນຫຼັກການ ການມີສ່ວນຮ່ວມ ຈາກທຸກພາກສ່ວນທີ່ກ່ຽວຂ້ອງ ແລະ ໄປຕາມທິດ 3 ສ້າງ ເພື່ອຮັບປະກັນເຮັດໃຫ້ການຈັດຕັ້ງປະຕິບັດຍຸດທະສາດດັ່ງກ່າວມີປະສິດທິພາບ ແລະ ປະສິດທິຜົນ, ຮັບປະກັນຄວາມຊັດເຈນທາງດ້ານໂຕເລກເນື້ອທີ່ດິນ ທີ່ຈະຖືກນໍາໃຊ້ໃນແຕ່ລະປະເພດ; ສ້າງ ແລະ ພັດທະນາບຸກຄະລາກອນ ທີ່ຮັບຜິດຊອບວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານດັ່ງກ່າວ, ພ້ອມທັງເອົາໃຈໃສ່ໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຢ່າງກວ້າງຂວາງ ໃຫ້ທຸກພາກສ່ວນໃນສັງຄົມ, ປະຊາຊົນເຂົ້າໃຈ, ເຂົ້າຮ່ວມ ແລະ ມີສ່ວນຮ່ວມ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ; ຕໍ່ກັບມາດຕະການດ້ານງົບປະມານ ແລະ ແຫຼ່ງທຶນ, ສະເໜີໃຫ້ກະຊວງກ່ຽວຂ້ອງເອົາໃຈໃສ່ຄົ້ນຄວ້າ ນໍາສະເໜີເຂົ້າແຜນງົບປະມານຂອງລັດ ແລະ ຄົ້ນຄ້ວາແຫຼ່ງທຶນຕ່າງໆ ເພື່ອໝູນໃຊ້ເຂົ້າໃສ່ບັນດາວຽກງານຢ່າງມີຈຸດສຸມ, ພຽງພໍ ແລະ ຮັບປະກັນໃຫ້ຮ່າງວິໄສທັດ ແລະ ຍຸດທະສາດສະບັບນີ້ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ.

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວການເມືອງ

ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII ຮອບທີ 2

ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII ຮອບທີ 2

ກອງປະຊຸມຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII, ຮອບທີ 2 ຢູ່ຈຸດທີ 10 (ແຂວງຊຽງຂວາງ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 30 ຕຸລາຜ່ານມານີ້, ພາຍໃຕ້ການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດຄວາມໝັ້ນຄົງ ແລະ ການປົກຄອງ; ມີສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ, ບັນດາສະຫາຍກໍາມະການສູນກາງພັກ, ບັນດາສະຫາຍເລຂາພັກແຂວງ ພ້ອມບັນດາສະຫາຍຜູ້ແທນສົມບູນ-ສຳຮອງທີ່ມາຈາກແຂວງຊຽງຂວາງ, ຫົວພັນ, ໄຊສົມບູນ ແລະ ຄະນະຮັບຜິດຊອບທາບທາມບຸກຄະລາກອນ ຈາກສູນກາງເຂົ້າຮ່ວມ.
ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ໃນວັນທີ 28 ຕຸລາຜ່ານມານີ້, ສະຫາຍ ນາງ ສາຍຄໍາ ເພັດປັນຍາ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ແລະ ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງໄຊະຍະບູລີ ຄັ້ງທີ VIII ຢູ່ເມືອງແກ່ນທ້າວ ໂດຍການເປັນກຽດເຂົ້າຮ່ວມຮັບຟັງຂອງສະຫາຍ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງທົ່ວເມືອງເຂົ້າຮ່ວມຮັບຟັງ.
ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ໃນວັນທີ 28 ຕຸລາຜ່ານມານີ້, ສະຫາຍ ນາງ ສາຍຄໍາ ເພັດປັນຍາ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ແລະ ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງໄຊະຍະບູລີ ຄັ້ງທີ VIII ຢູ່ເມືອງແກ່ນທ້າວ ໂດຍການເປັນກຽດເຂົ້າຮ່ວມຮັບຟັງຂອງສະຫາຍ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງທົ່ວເມືອງເຂົ້າຮ່ວມຮັບຟັງ.
ສະຫາຍ ລິນຄໍາ ດວງສະຫວັນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກ ກະຊວງ ກສ

ສະຫາຍ ລິນຄໍາ ດວງສະຫວັນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກ ກະຊວງ ກສ

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ຄັ້ງທີ VII ໄດ້ສໍາເລັດຜົນຢ່າງຈົບງາມ, ພາຍຫຼັງໄດ້ດໍາເນີນມາແຕ່ວັນທີ 27-28 ຕຸລານີ້ ທີ່ຫ້ອງວ່າການສູນກາງພັກ, ພາຍໃຕ້ການເປັນປະທານ ຂອງສະຫາຍ ລິນຄໍາ ດວງສະຫວັນ ກໍາມະການສໍາຮອງສູນກາງພັກ ເລຂາຄະນະພັກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ), ເປັນກຽດເຂົ້າຮ່ວມ ໂດຍ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍ ອະດີດຄະນະນໍາ ກະຊວງ, ຄະນະພັກກະຊວງ ກະສິກຳ ແລະ ປ່າໄມ້ ສະໄໝທີ 6, ອະດີດຄະນະນໍາ, ຄະນະພັກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະໄໝທີ 2, ສະມາຊິກພັກອາວຸໂສບຳນານ ແລະ ຜູ້ແທນສົມບູນ ຈໍານວນ 233 ສະຫາຍ ທີ່ໄດ້ຕາງໜ້າໃຫ້ສະມາຊິກພັກ 1,551 ສະຫາຍ ພ້ອມດ້ວຍສະຫາຍແຂກຖືກເຊີນ.
ແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງ ສ​ສ​ຊ ຊຸດທີ X ແລະ ສສ​ຂ ຊຸດທີ V

ແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງ ສ​ສ​ຊ ຊຸດທີ X ແລະ ສສ​ຂ ຊຸດທີ V

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ ຮອງຫົວໜ້າອະນຸກໍາມະການໂຄສະນາ ປຸກລະດົມຂະບວນການ ແລະ ຍ້ອງຍໍ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດຖະ​ແຫຼງ​ຂ່າວ​ຕໍ່​ສື່ມວນ​ຊົນ​ໃນ​ວັນ​ທີ 28 ຕຸ​ລານີ້ ທີ່​ສະ​ພາ​ແຫ່ງ​ຊາດກ່ຽວກັບການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສ​ສ​ຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສ​ສ​ຂ) ຊຸດທີ V ແລະ ຜົນສຳເລັດການດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດໃຫ້​ຮູ້ວ່າ: ອີງຕາມມາດຕາ 55 ຂອງລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025 ກ່ຽວກັບການກໍານົດອາຍຸການຂອງສະພາແຫ່ງຊາດ ທີ່ວ່າ: “ສະພາແຫ່ງຊາດ ມີອາຍຸການ 5 ປີ”; “ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດໃໝ່ ຕ້ອງໃຫ້ແລ້ວພາຍໃນ 60 ວັນ ກ່ອນສະພາແຫ່ງຊາດຊຸດເກົ່າຈະໝົດອາຍຸການ”. ສຳລັບສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ IV ໄດ້ຮັບການເລືອກຕັ້ງ ໃນວັນທີ 21 ກຸມພາ 2021 ແລະ ຈະໝົດອາຍຸການ ໃນວັນທີ 22 ມີນາ 2026 ນີ້.
ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານລາວທົ່ວປະເທດ ຄັ້ງທີ IX

ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານລາວທົ່ວປະເທດ ຄັ້ງທີ IX

ສະຫາຍ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ (ສກລ) ໄດ້ຖະແຫຼງ​ກ່ຽວກັບຜົນສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດຄັ້ງທີ IX ໃນວັນທີ 28 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ຊຶ່ງສະຫາຍໄດ້ຖະແຫຼງວ່າ: ກອງປະຊຸມໃຫຍ່ໃນຄັ້ງນີ້ໄດ້ດໍາເນີນຢ່າງເປັນທາງການໃນວັນທີ 27-28 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ.
ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ VI

ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ VI

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຄັ້ງທີ VI ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງສະຫາຍ ມະໄລທອງ ກົມມະສິດ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະ ມົນຕີກະຊວງ ອຄ, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີບັນດາສະຫາຍຄະນະປະທານ, ຜູ້ແທນສົມບູນ, ບັນດາສະມາຊິກພັກອາວຸໂສບຳນານ, ພ້ອມດ້ວຍສະຫາຍແຂກຖືກເຊີນເຂົ້າຮ່ວມ.
ເມືອງໄຊຍະບູລີ ເປີດກອງ​ປະ​ຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ X

ເມືອງໄຊຍະບູລີ ເປີດກອງ​ປະ​ຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ X

ກອງ​ປະ​ຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ X ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 28 ຕຸລານີ້ ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງສະຫາຍ ເສນ ພັນລັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງໄຊຍະບູລີ.
ສະຫາຍ ເລັດ ໄຊຍະພອນ ໄດ້ຮັບເລືອກເປັນປະທານຄະນະບໍລິຫານງານ ສກລ

ສະຫາຍ ເລັດ ໄຊຍະພອນ ໄດ້ຮັບເລືອກເປັນປະທານຄະນະບໍລິຫານງານ ສກລ

ສະຫາຍ ເລັດ ໄຊຍະພອນ ໄດ້ຮັບເລືອກເປັນປະທານຄະນະບໍລິຫານງານສູນກາງສະຫະພັນກຳມະ ບານລາວ (ສກລ), ກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ IX ໄດ້ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 28 ຕຸລານີ້. ພາຍຫຼັງດຳເນີນມາແຕ່ວັນທີ 27 ຕຸລາ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາຄະນະບໍລິຫານງານ ສກລ, ປະທານສະຫະພັນກຳມະບານກະຊວງ, ອົງການທີ່ເປັນຕົວແທນຈາກກະຊວງ, ອົງການ, ແຂວງ, ນະຄອນຫຼວງວຽງຈັນ ແລະ ຮາກຖານການຜະລິດຕ່າງໆໃນທົ່ວປະເທດຈໍານວນ 389 ສະຫາຍ ຍິງ 91 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກກໍາມະບານທັງໝົດ 211,092 ສະຫາຍ ຍິງ 99,531 ສະຫາຍ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກທະນາຄານແຫ່ງ ສປປ ລາວ ຄັ້ງທີ V

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກທະນາຄານແຫ່ງ ສປປ ລາວ ຄັ້ງທີ V

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກທະນາຄານແຫ່ງ ສປປ ລາວ ຄັ້ງທີ V ເປີດຂຶ້ນຢ່າງເປັນທາງການໃນວັນທີ 26 ຕຸລາ ນີ້ ທີ່ຫ້ອງປະຊຸມສະໂມສອນສະຖາບັນການທະນາຄານ ພາຍໃຕ້ໂດຍການເປັນປະທານຂອງ ສະຫາຍ ນາງ ບຸນຄໍາ ວໍລະຈິດ ເລຂາຄະນະບໍລິຫານງານພັກ ຜູ້ວ່າທະນາຄານແຫ່ງ ສປປ ລາວ, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ມີຜູ້ແທນສົມບູນ ທັງໝົດ 149 ສະຫາຍ ຕາງໜ້າໃຫ້ສະມາຊິກພັກທັງໝົດ 1,046 ສະຫາຍ, ພ້ອມນັ້ນ ມີບັນດາຜູ້ຕາງໜ້າອົງຄະນະພັກກະຊວງ-ອົງການ ແລະ ບາງອົງຄະນະພັກແຂວງ-ນະຄອນຫຼວງວຽງຈັນ, ພະນັກງານອາວຸໂສບຳນານເຂົ້າຮ່ວມຢ່າງພ້ອມພຽງ.
ເພີ່ມເຕີມ