ສະພາ ສະເໜີໃຫ້ລັດຖະບານເອົາໃຈໃສ່ຫຼາຍບັນຫາ ຕໍ່ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່

ສະພາ ສະເໜີໃຫ້ລັດຖະບານເອົາໃຈໃສ່ຫຼາຍບັນຫາ ຕໍ່ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່

ສະພາ ສະເໜີໃຫ້ລັດຖະບານເອົາໃຈໃສ່ຫຼາຍບັນຫາ ຕໍ່ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່
ພາຍຫຼັງ ໄດ້ຮັບຟັງບົດລາຍງານກ່ຽວກັບການໃຫ້ນະໂຍບາຍຊຸກຍູ້ສົ່ງເສີມ ການກໍ່ສ້າງ ລະ ສ້ອມແປງທາງໃນໄລຍະໃໝ່ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ມິຖຸນານີ້ ທີ່ ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ. ທ່ານນາງ ປິ່ງຄໍາ ລາຊະສິມມາ ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນຕໍ່ບົດລາຍງານດັ່ງກ່າວ ໂດຍສະເໜີໃຫ້ລັດຖະບານເອົາໃຈໃສ່ຫຼາຍບັນຫາ ເພື່ອເຮັດໃຫ້ວຽກງານດັ່ງກ່າວຮັບປະກັນຜົນປະໂຫຍດສູງສຸດໃຫ້ແກ່ປະເທດຊາດ.
ສະພາ ສະເໜໃຫລດຖະບານເອາໃຈໃສຫາຍບນຫາ ຕນະໂຍບາຍຊກຍສງເສມການກສາງ ແລະ ສອມແປງທາງໃນໄລຍະໃໝ - image 1
 

ທ່ານ ນາງ ປິ່ງຄໍາ ລາຊະສິມມາ ກ່າວວ່າ: ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດນະໂຍ ບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ ແລະ ຮັບປະກັນຜົນປະໂຫຍດສູງສຸດໃຫ້ແກ່ປະເທດຊາດ ສະເໜີໃຫ້ລັດຖະບານ ຊີ້ນໍາກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ກະຊວງການເງິນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ພາກສ່ວນທີ່ກ່ຽວຂ້ອງ ຮີບຮ້ອນຄົ້ນຄວ້າອອກນິຕິກຳ ກຳນົດ ຫຼັກການແຕ່ລະໜ້າວຽກ ໃຫ້ມີຄວາມລະອຽດ, ຊັດເຈນ ແລະ ຮັດກຸມ ເພື່ອເປັນບ່ອນອີງໃຫ້ແກ່ທຸກຂະແໜງການ ໃນການຄຸ້ມຄອງ ແລະ ຕິດຕາມກວດກາ ໃນການຈັດຕັ້ງປະຕິບັດແຕ່ລະໂຄງການ; ໃຫ້ລັດຖະບານຈັດລຽງບູລິມະສິດຂອງໂຄງການ ທີ່ຈະໄດ້ຮັບນະໂຍບາຍຊຸກຍູ້ສົ່ງເສີມ, ຈຳກັດໂຄງການທີ່ເປັນເປົ້າໝາຍເຮັດທົດລອງ ໂດຍສະເພາະທາງຫຼວງແຫ່ງຊາດທີ່ເປ່ເພໜັກໜ່ວງ ແລະ ມີການຂົນສົ່ງໂດຍສານ ແລະ ສິນຄ້າຈໍານວນຫຼາຍ ອີງໃສ່ຄວາມສາມາດຕົວຈິງສະໜອງງົບປະມານຂອງລັດ. ພ້ອມກັນນັ້ນ, ກໍຊຸກຍູ້ສົ່ງເສີມໃຫ້ພາກທຸລະກິດ ເຂົ້າຮ່ວມໃນການຟື້ນຟູ ແລະ ສ້ອມແປງເສັ້ນທາງ ໃຫ້ກັບສູ່ສະພາບປົກກະຕິ, ພາຍຫຼັງໄດ້ຟື້ນຟູເສັ້ນທາງໃຫ້ການສັນຈອນໂລ່ງລ່ຽນແລ້ວ ຕ້ອງໄດ້ລະດົມໃຫ້ຜູ້ປະກອບການທີ່ນໍາໃຊ້ເສັ້ນທາງເຮັດການຂົນສົ່ງ ໂດຍສານ ແລະ ຂົນສົ່ງສິນຄ້າ ທີ່ມີນໍ້າໜັກ 12 ໂຕນຂຶ້ນໄປ ປະກອບສ່ວນເສຍຄ່າຜ່ານທາງຕາມອັດຕາທີ່ເໝາະສົມ ດ້ວຍວິທີການເກັບຄ່າຜ່ານທາງດ້ວຍລະບົບທັນສະໄໝ (ລັດເກັບ) ເພື່ອເຮັດໃຫ້ລັດເຮົາມີລາຍຮັບ ແລະ ສະສົມທຶນ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ໃຫ້ເຂົ້າສູ່ສະພາບປົກກະຕິ; ສ່ວນລົດບັນທຸກທີ່ໃຫ້ການບໍລິການສາທາລະນະ ແລະ ປະເພດລົດເບົາບໍ່ຄວນເກັບ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນ; ສະເໜີໃຫ້ລັດຖະບານຊີ້ນໍາ ກະຊວງ ຍທຂ ສໍາຫຼວດເສັ້ນທາງສາຍຫຼັກຄືນທັງໝົດ ເພື່ອກຳນົດມາດຕະຖານເຕັກນິກ ປັບປຸງໂຄງສ້າງທາງໃຫ້ຖືກຕ້ອງ ໂດຍເລັ່ງໃສ່ການນໍາໃຊ້ວັດສະດຸກໍ່ສ້າງທີ່ພວກເຮົາສາມາດຜະລິດ ແລະ ສະໜອງໄດ້ຢູ່ພາຍໃນໃຫ້ຫຼາຍຂຶ້ນ ເປັນຕົ້ນຊີມັງ, ເຫຼັກເສັ້ນ ເພື່ອເປັນການສົ່ງເສີມການຜະລິດພາຍໃນ, ທົດແທນການນໍາເຂົ້າ ແລະ ຫຼຸດຜ່ອນການນໍາເຂົ້າຢາງໝາກຕອຍ ຈໍານວນຫຼາຍ.

ການກໍ່ສ້າງຕະຝັ່ງເຈື່ອນຕາມແຄມທາງ ແລະ ແຄມແມ່ນໍ້າ ກໍຕ້ອງໄດ້ທົບທວນການອອກແບບໃຫ້ເໝາະສົມ ຄົ້ນຄວ້າການນໍາໃຊ້ວັດສະດຸພາຍໃນໃຫ້ຫຼາຍຂຶ້ນ, ໃຫ້ທົບທວນຄວາມຈໍາເປັນການນໍາໃຊ້ຕາໜ່າງຫີນ (Box & Mattress Gabion) ເພື່ອຮັບປະກັນບໍ່ໃຫ້ມູນຄ່າການກໍ່ສ້າງສູງເກີນກວ່າຄວາມຈໍາເປັນ; ສະເໜີໃຫ້ລັດຖະບານພິຈາລະນາຢ່າງຖີ່ຖ້ວນຕໍ່ບັນດາໂຄງການກໍ່ສ້າງ ແລະ ສ້ອມແປງທົ່ວໄປ ທີ່ຂັ້ນສູນກາງ ແລະ ທ້ອງຖິ່ນຈັດຕັ້ງປະຕິບັດຕາມການແບ່ງຂັ້ນຄຸ້ມຄອງນັ້ນ ເຫັນວ່າມີຈໍານວນຫຼາຍ ແລະ ແຫຼ່ງທຶນຈາກການນໍາໃຊ້ ງົບປະມານລົງທຶນຂອງລັດໃນແຕ່ລະປີ ຖ້າຈະປະຕິບັດນະໂຍບາຍໃໝ່ຕ້ອງໄດ້ຄົ້ນຄວ້າຢ່າງຖີ່ຖ້ວນ ກໍານົດກົນໄກທີ່ແນ່ນອນ ເພື່ອບໍ່ໃຫ້ເກີດຊ່ອງຫວ່າງ ແລະ ທັງບໍ່ສ້າງຜົນກະທົບຮ້າຍແຮງຕໍ່ການເກັບລາຍຮັບປະຈຳແຕ່ລະປີຂອງ ລັດຖະບານ.

ສໍາລັບການໃຫ້ນະໂຍບາຍ ຕໍ່ການລົງທຶນການກໍ່ສ້າງທາງ ດ້ວຍທຶນຂອງພາກທຸລະກິດໃນຮູບແບບ BOT ຫລື ຮູບແບບອື່ນ ຕາມທີ່ກຳນົດໄວ້ໃນມາດຕາ 11 ຂອງດໍາລັດ ວ່າດ້ວຍການລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ພາກເອກະຊົນ ສະບັບເລກທີ 624/ລບ, ລົງວັນທີ 21 ທັນວາ 2020 ສະເໜີໃຫ້ພິຈາລະນາຫຼຸດຜ່ອນ ຫຼື ຍົກເວັ້ນການປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ຕາມແຕ່ກໍລະນີ; ໃຫ້ລັດຖະບານ ຊີ້ນໍາກະຊວງການເງິນ ກຳນົດກົນໄກການຄຸ້ມຄອງ ແລະ ຕິດຕາມກວດກາ ການນໍາເຂົ້າວັດສະດຸກໍ່ສ້າງ ແລະ ກົນຈັກ ຢ່າງເຄັ່ງຄັດ ເພື່ອບໍ່ໃຫ້ມີການສວຍໃຊ້ໂອກາດ ແລະ ເປັນຊ່ອງຫວ່າງ ໃນການນໍາເຂົ້າວັດສະດຸ ແລະ ກົນຈັກ ມານໍາໃຊ້ເຂົ້າວຽກທີ່ບໍ່ຖືກຕ້ອງເປົ້າໝາຍ. ພາຍຫຼັງທີ່ໂຄງການກໍ່ສ້າງ ແລະ ສ້ອມແປງທາງ ຈັດຕັ້ງປະຕິບັດສໍາເລັດແລ້ວ ຕ້ອງມີການສະຫຼຸບ ແລະ ກວດກາຈໍານວນການນໍາເຂົ້າທີ່ນໍາໃຊ້ໃນໂຄງການຄືນໃໝ່ ຕາມນິຕິກຳທີ່ກຳນົດ ຢ່າງລະອຽດ ແລະ ຈະແຈ້ງ; ໃຫ້ລັດຖະບານ ຄົ້ນຄວ້າພິຈາລະນາແບ່ງຄວາມຮັບຜິດຊອບໃຫ້ອົງການປົກຄອງທ້ອງຖິ່ນ ເປັນເຈົ້າການໃນ ການຄຸ້ມຄອງ, ຕິດຕາມ ກວດກາ. ພ້ອມທັງ, ມີກົນໄກການປະສານງານ ຂອງຂະແໜງການດຽວກັນ ຫຼື ຂະແໜງການທີ່ກ່ຽວຂ້ອງ ລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມກົມກຽວໄປລວງດຽວກັນ ຫຼີກລຽງເພື່ອບໍ່ໃຫ້ ຖິ້ມຄວາມຮັບຜິດຊອບ ຊຶ່ງກັນ ແລະ ກັນ; ຕ້ອງມີມາດຕະການທີ່ເຂັ້ມງວດ ໃນການຄວບຄຸມຄຸນນະພາບ, ມາດຕະຖານເຕັກນິກ ການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ; ເຂັ້ມງວດການຄຸ້ມຄອງ ແລະ ກວດກາ ເສັ້ນທາງໃນການຂົນສົ່ງ, ປະເພດລົດບັນທຸກ, ນໍ້າໜັກ ລົດບັນທຸກ, ແລະ ມີຄວາມພ້ອມຮອບດ້ານໃນການປະຕິບັດມາດຕະການທີ່ເຂັ້ມງວດ ແລະ ເດັດຂາດ ຕໍ່ຜູ້ບັນທຸກນໍ້າໜັກເກີນ.

 (ຂ່າວ: ວັນເພັງ, ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມໄດ້​ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11ທັນວາ ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະ​ໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ເລຂາໜ່ວຍພັກກົມອົບຮົມ, ໃຫ້ກຽດເຂົ້າຮ່ວມສະຫາຍ ຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ ສົມບູນ 17 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາສະຫາຍເລຂາ, ຜູ້ຕາງໜ້າເລຂາໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຂອງ ຄອສພ, ໂດຍການເປັນຄະນະປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກຫ້ອງການ ຄອສພ, ບັນດາສະຫາຍ ຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ພ້ອມດ້ວຍ ສະມາຊິກພັກ ຂອງໜ່ວຍພັກຫ້ອງການ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ.
ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ເພີ່ມເຕີມ