ໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງ ໄດ້ຕາງໜ້າການນຳແຂວງ ແລະປະຊາຊົນບັນດາເຜົ່າ ແຂວງຫຼວງພະບາງ ລາຍງານໃຫ້ຮູ້ວ່າ: ເຫດການນຳຖ້ວມຢູ່ທັງສອງເມືອງໃນໄລຍະຜ່ານມາ ເນື່ອງຈາກມີຝົນຕົກໜັກຫຼາຍວັນຕິດຕໍ່ກັນ ເຮັດໃຫ້ເກີດນ້ຳຖ້ວມ, ນ້ຳປ່າໄຫຼຊຸ ແລະດິນເຈື່ອນ ສົ່ງຜົນກະທົບຕໍ່ທີ່ຢູ່ອາໄສ, ເສັ້ນທາງ, ເນື້ອທີ່ທໍາການຜະລິດ ແລະສັດລ້ຽງຂອງປະຊາຊົນ ຕາມການລາຍງານເບື້ອງຕົ້ນ ມີມູນຄ່າຄວາມເສຍຫາຍເກືອບ 50 ຕື້ກີບ ໃນຈຳນວນ 5 ເມືອງ ແລະນະຄອນ ຫຼວງພະບາງ, ລວມມີ 18 ບ້ານ, 435 ຄອບຄົວ, ຮ້າຍແຮງແມ່ນມີຜູ້ເສຍຊີວິດ 1 ຄົນ, ໂດຍມີເມືອງນານ ແລະເມືອງນ້ຳບາກ ແມ່ນໄດ້ຮັບຜົນກະທົບໜັກ. ພ້ອມນັ້ນ ທ່ານໄດ້ສະແດງຄວາມຂອບໃຈຕໍ່ສະພາແຫ່ງຊາດ ທີ່ໄດ້ເອົາໃຈໃສ່ເປັນຫ່ວງເປັນໄຍ ແລະໃຫ້ການຊ່ວຍເຫຼືອປະຊາຊົນຜູ້ປະສົບໄພໃນຄັ້ງນີ້, ທັງສັນຍາວ່າຈະນຳເອົາງົບປະມານທີ່ໄດ້ຮັບໄປນຳໃຊ້ ແລະມອບຕໍ່ໃຫ້ຖືກເປົ້າໝາຍ.
ພາບ-ຂ່າວ: ດາວອນ ມະນີວັນ
ຄໍາເຫັນ