ສະພາແຫ່ງຊາດສະເໜີໃຫ້ລັດຖະບານເອົາໃຈໃສ່ຫຼາຍວຽກງານ

ສະພາແຫ່ງຊາດສະເໜີໃຫ້ລັດຖະບານເອົາໃຈໃສ່ຫຼາຍວຽກງານ

ສະພາແຫ່ງຊາດສະເໜີໃຫ້ລັດຖະບານເອົາໃຈໃສ່ຫຼາຍວຽກງານ
ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນສຳເລັດການພິຈາລະ ນາວຽກງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະ ມານແຫ່ງລັດ, ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ 2025 ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ແລະ ບົດລາຍງານກ່ຽວກັບການທາບທາມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຕໍ່ສື່ມວນຊົນ ໃນວັນທີ 16 ມິຖຸນານີ້, ທີ່ຫໍສະພາແຫ່ງຊາດວ່າ:

 

1.ກອງປະຊຸມ ສະແດງຄວາມຊົມເຊີຍ ແລະ ເຫັນດີເປັນເອກະພາບຕໍ່ການຈັດຕັ້ງປະຕິບັດແຜນການ 6 ເດືອນຕົ້ນປີ 2025 ຂອງລັດຖະບານ ສະແດງອອກໃນຜົນງານທີ່ຍາດມາໄດ້ ເປັນຕົ້ນ ອັດຕາການເຕີບໂຕເສດຖະກິດ (GDP)ຄາດວ່າຈະສາມາດປະຕິບັດໄດ້ 4.5%, ການເຕີບໂຕຂອງບາງຂະແໜງການມີທ່າອ່ຽງທີ່ດີ ໃນນັ້ນ ອຸດສາຫະກໍາ ເຕີບໂຕ 4.7%, ອັດຕາເງິນເຟີ້ມີທ່າອ່ຽງຫຼຸດລົງ, ການປະຕິບັດ ບັນດາຄາດໝາຍດ້ານວັດທະນະທໍາ-ສັງຄົມ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກໍມີຄວາມຄືບໜ້າທີ່ດີ;2. ແຕ່ເຖິງຢ່າງໃດກໍຕາມ, ກອງປະຊຸມຍັງສະແດງຄວາມເປັນຫ່ວງຕໍ່ການປະຕິບັດບາງຄາດໝາຍຂອງແຜນການ ປະຈໍາປີ 2025 ເປັນຕົ້ນ ສະພາບການຜະລິດທົດແທນການນໍາເຂົ້າ ແລະ ການປຸງແຕ່ງເປັນສິນຄ້າສົ່ງອອກ ຍັງບໍ່ທັນໄດ້ດີ, ລາຄາສິນຄ້າບາງໝວດລາຍການສິນຄ້າ ລວມທັງໄຟຟ້າຍັງເພີ່ມຂຶ້ນສູງ, ຊຶ່ງໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ ແລະ ພາກທຸລະກິດ, ການສ້ອມແປງເສັ້ນທາງທີ່ເປ່ເພ ຍັງຊັກຊ້າ, ການຄຸ້ມຄອງໂຄງການສໍາຫຼວດຂຸດຄົ້ນແຮ່ທາດ ຍັງບໍ່ທັນມີປະສິດທິພາບ ແລະ ປະສິດທິຜົນ, ການອອກໃບຕາດິນຍັງມີຄວາມຄືບໜ້າໜ້ອຍ, ກອງປະຊຸມ ຈຶ່ງສະເໜີໃຫ້ ລັດຖະບານຄົ້ນຄວ້າວິທີການແກ້ໄຂບັນຫາດັ່ງກ່າວຕື່ມ ແລະ ສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍດັ່ງກ່າວ ໃນໄລຍະ 6 ເດືອນ ທ້າຍປີ ໃຫ້ບັນລຸຕາມແຜນການ;3.ເພື່ອຮັບປະກັນການບັນລຸຄາດໝາຍ ການເຕີບໂຕເສດຖະກິດ(GDP)ຢູ່ໃນລະດັບ4.8% ໃນ 6 ເດືອນທ້າຍປີ 2025, ສະເໜີໃຫ້ລັດຖະບານເອົາໃຈໃສ່ການຂຸດຄົ້ນທ່າແຮງບົ່ມຊ້ອນທາງດ້ານເສດຖະກິດ, ສ້າງຖານລາຍຮັບທີ່ມີຄວາມໝັ້ນຄົງ, ການສົ່ງເສີມການຜະລິດ ແລະ ການປຸ່ງແຕ່ງສິນຄ້າ ກ່ອນການສົ່ງອອກ, ຈັດສັນເຂດການຜະລິດ, ເຂດປູກ, ເຂດລ້ຽງ ໃຫ້ເປັນກຸ່ມ, ເປັນສະຫະກອນແບບໃໝ່ ເພື່ອສາມາດເຂົ້າເຖິງແຫຼ່ງທຶນ ແລະ ຕະຫຼາດ;4.ມອບໃຫ້ລັດຖະບານສືບຕໍ່ຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງຄົ້ນຄວ້າສຸມການລົງທຶນຂອງລັດ ເຂົ້າໃສ່ການຟື້ນຟູກໍ່ສ້າງພື້ນຖານໂຄງລ່າງໃຫ້ມີຈຸດສຸມ, ໂດຍສະເພາະການຟື້ນຟູກໍ່ສ້າງສ້ອມແປງເສັ້ນທາງໃນເຂດຫ່າງໄກສອກຫຼີກ, ເສັ້ນທາງຍຸດທະສາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕາມແລວຊາຍແດນຕ່າງໆ, ເສັ້ນທາງຫຼວງແຫ່ງຊາດ ໂດຍສະເພາະ ເສັ້ນທາງເລກທີ 13 ເໜືອ ແລະ ເສັ້ນທາງໃນບັນດາແຂວງເຂດພາກເໜືອ, ໂຄງການຟື້ນຟູໄພພິບັດສຸກເສີນ,ໂຄງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຢູ່ຊົນນະບົດ, ການກໍ່ສ້າງຕ້ານເຈື່ອນຕາມແມ່ນໍ້າຊາຍແດນ. ມອບໃຫ້ລັດຖະບານ ສຸມງົບປະມານໃສ່ການກໍ່ສ້າງບັນດາໂຄງການດັ່ງກ່າວ ພ້ອມກັບການຊໍາລະໜີ້ສິນ ໃຫ້ແກ່ໂຄງການກໍ່ສ້າງທີ່ສໍາເລັດ ແລ້ວ 100%, ໂຄງການສືບຕໍ່ທີ່ໃກ້ຈະສໍາເລັດ ແລະ ຈຳກັດໂຄງການສະເໜີໃໝ່; ພ້ອມດຽວກັນນັ້ນ,ໃຫ້ເອົາໃຈໃສ່ຄຸ້ມຄອງນໍ້າໜັກລົດບັນທຸກສິນຄ້າ, ມີມາດຕະການທີ່ເຂັ້ມງວດ ແລະ ເດັດຂາດ ຕໍ່ການບັນທຸກນໍ້າໜັກເກີນ, ແບ່ງລາຍຮັບທີ່ໄດ້ຈາກຄ່າປັບໃໝບັນທຸກນໍ້າໜັກເກີນໃຫ້ທ້ອງຖິ່ນ ເພື່ອນໍາມາໃຊ້ຈ່າຍສ້ອມແປງເສັ້ນທາງທີ່ເປ່ເພ;5.ເອົາໃຈໃສ່ສົ່ງເສີມການຜະລິດທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ຕາມແຜນວຽກຈຸດສຸມຂອງວາລະແຫ່ງຊາດ, ກຸ່ມຜະລິດຂະໜາດນ້ອຍ ແລະ ກາງ ຕາມກົດໝາຍ ເພື່ອສ້າງຄວາມເຂັ້ມແຂງໃຫ້ຊາວກະສິກອນ, ຍູ້ແຮງການຜະລິດກະສິກໍາໃຫ້ຫຼາຍຂຶ້ນ, ພ້ອມທັງຍົກລະດັບເຕັກນິກ-ວິຊາການ, ເຕັກໂນໂລຊີ ແລະ ຫັນເປັນທັນສະໄໝ ເພື່ອຍົກລະດັບຜົນຜະລິດໃຫ້ສູງຂຶ້ນກວ່າເກົ່າ ແລະ ມີໂຄງການຕົວແບບໃນການຜະລິດ, ຈັດສັນເຂດປູກ, ເຂດລ້ຽງ ໃຫ້ຊັດເຈນ ແລະ ຈໍາກັດການນໍາເຂົ້າສິນຄ້າທີ່ສາມາດຜະລິດໄດ້ພາຍໃນຢ່າງເຂັ້ມງວດ; ເອົາໃຈໃສ່ປັບປຸງ ແລະ ກະກຽມຄວາມພ້ອມດ້ານຊົນລະປະທານຮັບໃຊ້ການຜະລິດໃນລະດູແລ້ງ ໃຫ້ໄດ້ຕາມຄາດໝາຍ;6.ຮີບຮ້ອນປະເມີນຜົນໂຄງການ ເຊົ່າ ແລະ ສຳປະທານທີ່ດິນຂອງລັດ ທີ່ໄດ້ຮັບອະນຸຍາດ ໂດຍສະເພາະ ໂຄງການທີ່ບໍ່ມີປະສິດຜົນ,ບໍ່ປະຕິບັດພັນທະຕາມສັນຍາ,ດຳເນີນການຊັກຊ້າ ແລະ ຍັງເປັນການຈັບຈອງໄວ້, ມອບໃຫ້ລັດຖະບານ ມີມາດຕະການແກ້ໄຂຢ່າງເຂັ້ມງວດ ເພື່ອບໍ່ໃຫ້ລັດເສຍຜົນປະໂຫຍດ ແລະ ເສຍໂອກາດໃນການພັດທະນາ;7.ກອງປະຊຸມໄດ້ມອບໃຫ້ລັດຖະບານ ຕິດຕາມກວດກາ ແລະ ປະເມີນໂຄງການສໍາຫຼວດ, ຂຸດຄົ້ນແຮ່ທາດທີ່ໄດ້ຮັບອະນຸຍາດຜ່ານມາ, ໂຄງການມີຄວາມຄືບໜ້າຊ້າ, ບໍ່ປະຕິບັດຕາມສັນຍາ, ສົ່ງຜົນກະທົບດ້ານລົບຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທໍາມະຊາດ ຕ້ອງນໍາໃຊ້ມາດຕະການຕາມກົດໝາຍ ຢ່າງເດັດຂາດ, ພິຈາລະນາໂຈະໂຄງການແຮ່ທາດໃໝ່ທຸກປະເພດ (ແຮ່ໂລຫະ, ແຮ່ອະໂລຫະ ແລະ ແຮ່ຫີນທຸກຊະນິດທີ່ບໍ່ແມ່ນຫີນຮັບໃຊ້ໃນການກໍ່ສ້າງ);8.ຕໍ່ກັບວຽກງານວັດທະນະທໍາ-ສັງຄົມ ມອບໃຫ້ໃຫ້ລັດຖະບານ ເພີ່ມທະວີຄວາມເອົາໃຈໃສ່ ໃນການແກ້ໄຂບັນຫາຕ່າງໆ ຂອງຂະແໜງການສຶກສາ ທີ່ຕິດພັນກັບບັນຫາການປະລະການຮຽນ, ການຂາດແຄນຄູສອນ, ການສອນຫ້ອງຄວບ, ການອຸດໜູນຄູສອນ ແລະ ແພດໝໍ ໃຫ້ສາມາດຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່, ຄົ້ນຄວ້າຈັດສັນງົບປະມານ ໃຫ້ແກ່ຂົງເຂດການສຶກສາ, ສາທາລະນະສຸກ ໃຫ້ສົມຄູ່ກັບຄວາມສໍາຄັນຂອງວຽກງານ, ເອົາໃຈໃສ່ການບໍລິການດ້ານສາທາລະນະສຸກ ໃຫ້ແກ່ພໍ່ແມ່ປະຊາຊົນ ໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ, ໂດຍສະເພາະແກ້ໄຂໜີ້ສິນ, ເພີ່ມທະວີຄວາມເຂັ້ມງວດຕາມກົດໝາຍ ໃນການຄຸ້ມຄອງຮ້ານບັນເທີງ;9.ສືບຕໍ່ນໍາໃຊ້ເຄື່ອງມືແລະລະບົບທັນສະໄໝໃນການເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ ໃນລະດັບ 20% ຕໍ່ GDPຂຶ້ນໄປ ໂດຍສະເພາະຈາກຖານລາຍຮັບທີ່ມີໃຫ້ຄົບຖ້ວນແລະຈາກສັນຍາການລົງທຶນ,ການເຊົ່າ-ສໍາປະທານ ເປັນຕົ້ນ ພາສີ-ອາກອນ ແຮ່ທາດ, ນໍ້າມັນ,ລາຍຮັບທຸລະກິດຈາກທຸກພາກສ່ວນເສດຖະກິດ, ຄ່າເຊົ່າທີ່ດິນ,ການທ່ອງທ່ຽວ, ການຄ້າດິຈິຕອນ, ຄ່າທໍານຽມ ແລະ ບໍລິການຕ່າງໆພ້ອມທັງຫຼຸດຜ່ອນ ແລະ ຜ່ອນຜັນພາສີ-ອາກອນ ໃຫ້ໄດ້ຢ່າງເດັດຂາດ;10.ເອົາໃຈໃສ່ຈັດສັນງົບປະມານການຊົດເຊີຍເວນຄືນ ໃຫ້ແກ່ບັນດາໂຄງການລົງທຶນຂອງລັດ ທີ່ມີຜົນກະທົບໂດຍໄວ ໂດຍສະເພາະ ການຊົດເຊີຍໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງ ຊົນລະປະທານ, ເສັ້ນທາງ, ຕ້ານເຈື່ອນ ແລະ ອື່ນໆ;11.ພິຈາລະນາຄົ້ນຄວ້ານະໂຍບາຍ ແລະ ໂຄງສ້າງລາຄາໄຟຟ້າທີ່ເຫັນວ່າ ມີລາຄາສູງເກີນໄປ ເຮັດໃຫ້ມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ ແລະ ພາກທຸລະກິດ ເພື່ອສົ່ງເສີມການຜະລິດພາຍໃນ ແລະ ຮັກສາທຸລະກິດ, ໂຮງຈັກໂຮງງານຕ່າງໆ ບໍ່ໃຫ້ປິດຕົວລົງ; 12.ກອງປະຊຸມມອບໃຫ້ລັດຖະບານ ຄົ້ນຄວ້າເພີ່ມເງິນເດືອນ, ເງິນອຸດໜູນຂອງພະນັກງານ, ລັດຖະກອນ, ທະຫານ-ຕໍາຫຼວດໃຫ້ແທດເໝາະກັບສະພາບເສດຖະກິດໃນປັດຈຸບັນ, ເພື່ອກະຕຸກຊຸກຍູ້ຄວາມຫ້າວຫັນ ໃນການປະຕິບັດໜ້າທີ່ວຽກງານ;13.ໃນຕອນບ່າຍຂອງວັນທີ 11 ມິຖຸນາ 2025 ໄດ້ຮັບຟັງການລາຍງານຂອງລັດຖະບານ ແລະ ກອງປະຊຸມຍັງໄດ້ປະກອບຄໍາເຫັນຕໍ່ ບົດລາຍງານຂອງລັດຖະບານ ກ່ຽວກັບການທາບທາມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ຊຶ່ງເຫັນດີເປັນເອກະພາບໂດຍພື້ນຖານຕໍ່ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການ 5 ປີ ຄັ້ງທີ IX (2021-2025);14.ກອງປະຊຸມໄດ້ມີຄໍາເຫັນຕໍ່ກັບພາກທິດທາງແຜນ 5 ປີ ຄັ້ງທີ X (2026-2030) ໄດ້ມອບໃຫ້ລັດຖະບານຄົ້ນຄ້ວາຕື່ມ ວິໄສທັດ, ຍຸດທະສາດການພັດທະນາ, ບັນດາເປົ້າໝາຍ, ຄາດໝາຍ, ຕົວຊີ້ບອກຂອງແຕ່ລະແຜນວຽກຈຸດສຸມ,ກົນໄກ, ວິທີການ ແລະ ມາດຕະການຈັດຕັ້ງປະຕິບັດແຜນການ 5 ປີ ຄັ້ງທີ X ໃຫ້ຈະແຈ້ງ, ຊັດເຈນ ແລະ ເປັນລະບົບ, ໂດຍສະເພາະໄດ້ຂະຫາຍແນວທາງການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ອີງຕາມທ່າແຮງບົ່ມຊ້ອນ ຂອງປະເທດເຮົາ ໂດຍຖືເອົາ ຂະແໜງກະສິກຳ ແລະ ປຸງແຕ່ງ ເປັນບູລິມະສິດພື້ນຖານ ເພື່ອເຮັດໃຫ້ການພັດທະນາໄປຕາມທິດສີຂຽວ ແລະ ຍືນຍົງ, ສຸມໃສ່ການຫັນເປັນດິຈິຕອນ ໃຫ້ສອດຄ່ອງຕາມຍຸກສະໄໝ ຕິດພັນກັບເສດຖະກິດດິຈິຕອນ, ເສດຖະກິດ 4.0 (AI) ເຂົ້າໃນແຜນການ 5 ປີ ຄັ້ງທີ X ໃຫ້ຈະແຈ້ງຊັດເຈນ;15.ກອງປະຊຸມມອບໃຫ້ລັດຖະບານສືບຕໍ່ຄົ້ນຄວ້າປັບປຸງແຜນການ 5 ປີ ໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ ເພື່ອກະກຽມສະເໜີຮັບຮອງໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ X.

(ຂ່າວ:ສຳນານ; ພາບ: ວັນເພັງ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມໄດ້​ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11ທັນວາ ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະ​ໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ເລຂາໜ່ວຍພັກກົມອົບຮົມ, ໃຫ້ກຽດເຂົ້າຮ່ວມສະຫາຍ ຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ ສົມບູນ 17 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາສະຫາຍເລຂາ, ຜູ້ຕາງໜ້າເລຂາໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຂອງ ຄອສພ, ໂດຍການເປັນຄະນະປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກຫ້ອງການ ຄອສພ, ບັນດາສະຫາຍ ຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ພ້ອມດ້ວຍ ສະມາຊິກພັກ ຂອງໜ່ວຍພັກຫ້ອງການ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ.
ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ເພີ່ມເຕີມ